
ເທກໂນໂລຢີເປັນສິ່ງເກີດຂຶ້ນ ແລະ ປ່ຽນແປງໃຫ້ເຮົາເຫັນຢູ່ຕະຫລອດເວລາຮຽກໄດ້ວ່າຫັນໄປທາງໃດກໍແທບຈະພຶ່ງເລື່ອງຂອງເທກໂນໂລຢີ ແລະ ແນ່ນອນວ່າເທກໂນໂລຢີທີ່ເກິດຂື້ນທຸກມື້ນີ້ ແລະ ມື້ຂ້າງມີອີກຫຼາຍຢ່າງທີ່ກຳລັງກ້າວເຂົ້າມາເປັນສ່ວນຫນຶ່ງໃນຊີວິດຂອງເຮົາ
1. Green Gets Mean ນະວັດຕະກຳຮັກສາໂລກກ້າວໜ້າໄປໄກຫລາຍ
ຄວາມກ້າວໜ້າຂອງ IoT ຫລື Internet of Thinks ເຮັດໃຫ້ນະວັດຕະກຳຮັກສາໂລກກໍ່ຕົວຂຶ້ນຢ່າງວ່ອງໄວ ດ້ວຍ ຂໍ້ມູນຂະໜາດໃຫຍ່ (BigData) ແລະ AI ເພື່ອກວດວັດການບໍລິໂພກ ອີກທັງລຸດຄວາມຕ້ອງການ ຫຼື ຄວາມຟຸ່ມເຟືອຍລົງ
2. The internet of boies ອິນເຕີນັດໃນຮ່າງກາຍ
ການເຕີບໂຕຂອງອິນເຕີເນັດທີ່ສາມາດເຂົ້າເຖິງການເຊື່ອມຕໍ່ດ້ານຮ່າງກາຍຂອງຜູ້ໃຊ້ງານຈະມີເພີ່ມຫລາຍຂຶ້ນ ໂດຍສະເພາະດ້ານສຸກຂະພາບກັບອຸປະກອນສື່ສານຂອງມະນຸດ ເພື່ອຊ່ວຍໃຫ້ການເຮັດວຽກງານທາງການແພດງ່າຍ ແລະ ມີປະສິດທິພາບຫລາຍຂຶ້ນ ຢ່າງການສວມໃສ່ໂມງອັດສະຣິຍະທີ່ສາມາດກວດວັດການເຮັດວຽກງານຕ່າງໆ ຂອງຮ່າງກາຍໄດ້ ອະນາຄົດອາດຈະເຫັນອຸປະກອນຊະນິດອື່ນໆຫລາຍຂຶ້ນ ຊຶ່ງສິ່ງເຫຼົ່ານີ້ຈະຊ່ວຍໃຫ້ວົງການແພດເຮັດວຽກງ່າຍເພາະການກວດຖືຮັກສາທີ່ດີຂຶ້ນ ເຊັ່ນ ອຸປະກອນສວມໃສ່ອັດສະຣິຍະ ທີ່ເພີ່ມຄວາມສາມາດດ້ານການກວດສຸກຂະພາບ
3. ການປະສົມປະສານເທກໂນໂລຢີ
5G IoT ແລະ AI ຈະເປັນສິ່ງທີ່ເຂົ້າມາກະຕຸ້ນອຸດສາຫະກຳ ເພື່ອໃຫ້ເກີດບໍລິການໃໝ່ໆ ຢ່າງ ປີ 2020 ຈະເຫັນການເປີດຕົວ5G ຢ່າງກວ້າງຂວາງໃນຫຼາຍປະເທດ ເຄືອຂ່າຍ 5G ທີ່ມີຄວາມໄວສູງແລະຄວາມໜ່ວງຂອງຂໍ້ມູນ (Latency) ຕ່ຳ ນຳໄປສູ່ຄວາມເປັນໄປໄດ້ຂອງບໍລິການໃໝ່ໆ ເຊັ່ນ ການເບິ່ງດົນຕີສົດທີ່ຜູ້ຫລິ້ນ ແລະ ນັກຮ້ອງຢູ່ກັນຄົນລະທີ ຫລື ລົດຂັບອັດຕະໂນມັດ
4. ສ້າງເຄືອຂ່າຍຂອງຕົວເອງ
ບໍລິສັດດ້ານເທກໂນໂລຢີ ແລະ ລັດຖະບານກຳລັງລວບລວມ ວິເຄາະຂໍ້ມູນເພິ່ມເຕິມກ່ຽວກັບການໃຊ້ອິນເຕີເນັດ ຊຶ່ງຈະເປັນການກະຕຸ້ນໃຫ້ບັນດາຜູ້ບໍລິໂພກທີ່ຮູ້ເທົ່າທັນ ເລີ່ມພັດທະນາແອບພລິເຄຊັ່ນ ການສື່ສານເຂົ້າລະຫັດຫລາຍຂຶ້ນ ແລະສົ່ງຜົນໃຫ້ຜູ້ໃຊ້ຫັນໄປນິຍົມ ແລະ ໃຫ້ຄວາມສຳຄັນຕໍ່ການປ້ອງກັນການສອດແນມຈາກລັດຖະບານ
5. ຂໍ້ມູນສົກກະປົກ ຄື Fake News ແບບໃໝ່
ຄຳວ່າ ເດິຕີ້ ດາຕ້າ (Dirty Data) ຈະຖືກໃຊ້ເພື່ອຕັ້ງຄຳຖາມກ່ຽວກັບຄວາມໜ້າເຊື່ອຖືຂອງ AI ເນື່ອງດ້ວຍຄວາມກ້າວໜ້າຂອງ AI ສາມາດຊ່ວຍມະນຸດໃນການຕັດສິນໃຈໄດ້ ແຕ່ອາດຈະຕ້ອງພົບອຸປະສັກ ຈາກຂໍ້ມູນທີ່ບໍ່ຖືກຕ້ອງ ແນ່ນອນວ່າຄົງຕ້ອງໃຫ້ເວລາກັບຜູ້ພັດທະນາຊອບແວ ພັດທະນາ AI ໃຫ້ມີຄວາມຊາຍສະຫລາດຫລາຍຂຶ້ນ
6. ຂອງຟຣີບໍ່ມີໃນໂລກ
ບັນດາຜູ້ບໍລິໂພກທົ່ວໂລກຈະເລີ່ມໃສ່ໃຈ ແລະ ມີຄວາມຕື່ນຕົວຫລາຍຂຶ້ນກ່ຽວກັບການໃຊ້ບໍລິການອອນໄລນ໌ຟຣີ ທັງເລື່ອງຂອງການຄົ້ນຫາຂໍ້ມູນ ການໃຊ້ງານແອບພລິເຄຊັນທີ່ຕ້ອງປ້ອນຂໍ້ມູນສ່ວນຕົວ ແລະ ຖືກມໍນິເຕີພຶດຕິກຳ ດັ່ງນັ້ນຕໍ່ໄປຜູ້ບໍລິໂພກຈະຫັນໄປໃຊ້ງານສິ່ງທີ່ຕົວເອງໄວ້ໃຈຫລາຍກວ່າເດີມ
7. eSim
ໃນປີ 2020 e-sim ຈະກາຍອຸປະກອນສຳລັບຜູ້ບໍລິໂພກ ແລະ ບໍລິສັດທີ່ແພ່ຫຼາຍ ໂດຍຜູ້ບໍລິໂພກບໍ່ຈຳເປັນຕ້ອງເດິນທາງ ຫຼື ລໍຮັບຊິມກາດໃໝ່ ແຕ່ສາມາດປັບປ່ຽນ ແລະ ແຈ້ງຂໍໄດ້ຜ່ານບໍລິການອອນໄລນ໌ໃນທັນທີ
8. ລົດພະລັງງານໄຟຟ້າ
ມີຫຼາຍຄ້າຍລົດທີ່ພັດທະນາລົດແບບພະລັງງານໄຟຟ້າສູ່ຕະຫຼາດ ຊຶ່ງຮຽກໄດ້ວ່າເປັນເທຣນດ໌ການແຂ່ງຂັນທີ່ມາແຮງ ແຕ່ກໍໄດ້ການຕອບຮັບທີ່ດີຈາກຜູ້ບໍລິໂພກ ແຕ່ຢ່າງໃດກໍຕາມຜູ້ໃຊ້ງານອາດຈະຕ້ອງປະເຊີນກັບປັນຫາສະຖານີຊາດພະລັງງານບໍ່ພຽງພໍ
9. ເທກໂນໂລຢີກວດຈັບການນອນ
ປະສິດທິພາບການນອນເປັນຢ່າງໃດເປັນສິ່ງຫຼາຍຄົນຕ່າງສົງໃສ ຮຽກໄດ້ວ່າມີອຸປະກອນສວມໃສ່ຫລວງຫລາຍທີ່ເລີ່ມກວດວັດ ວິເຄາະການນອນຂອງຜູ້ບໍລິໂພກໄດ້ແລ້ວ ຊຶ່ງບໍ່ພຽງແຕ່ການວັດກຳມະຈອນເທົ່ານັ້ນ ແຕ່ສາມາດຮູ້ເຖິງການເຮັດວຽກງານຂອງລະບົບປະສາດສະຫມອງ ອອກຊິເຈນໃນເລືອດ ເພື່ອນຳໄປສູ່ການວິເຄາະກວດຖືຮັກສາທາງການແພດ
10. ການປະທະກັນຂອງສະຕຣີມມິ່ງ
ຮຽກໄດ້ວ່າໃນປີທີ່ຜ່ານມາ ຜູ້ໃຫ້ບໍລິການສະຕຣີມມິ່ງມີຄອນເທນທີ່ດຶງດູດຜູ້ບໍລິໂພກເປັນຈຳນວນຫລາຍ ແລະ ຜູ້ໃຫ້ບໍລິການກໍລ້ວນແຕ່ເປັນບໍລິການລະດັບຄຸນນະພາບທີ່ມີທືນການສ້າງຄອນເທນເປັນຂອງຕົວເອງໂດຍສະເພາະ ຮຽກໄດ້ວ່າມີໃຫ້ຜູ້ບໍລິໂພກເລືອກຊົມໄດ້ຢ່າງບໍ່ຂາດສາຍເລີຍ
11. ວົງການເກມຮຸນແຮງບໍ່ຢຸດ
ເປັນປີທີ່ວົງການເກມກັບມາຮືຮາກັນອີກເທື່ອໜຶ່ງ ຫຼັງຈາກ ແອບເປີນໄດ້ເປີດຕົວ Arcade ບໍລິການດາວໂຫຼດເກມແບບລາຍເດືອນ ທີ່ໃຫ້ຜູ້ໃຊ້ງານໄດ້ເລືອກເກມທີ່ມັກ ໂດຍມີຂໍ້ສະເໜີສຸດພິເສດດຶງດູດການໃຊ້ງານ ຫລື ແມ່ນແຕ່ ກູເກີນ ສະເຕເດຍ ທີ່ເປັນບໍລິການສະຕຣີມເກມຫລິ້ນໄດ້ໂດຍບໍ່ຕ້ອງດາວໂຫຼດ ເປັນພາບທີ່ເຫັນໄດ້ວ່າ ບໍລິສັດຍັກໃຫຍ່ດ້ານເທກໂນໂລຢີກຳລັງກະໂດດເຂົ້າມາໃນອຸດສາຫະກຳເກມ
12. DIY AI
ຄວາມຕ້ອງການທາງ AI ມີສູງຫລາຍ ແຕ່ກັບຖືກລະງັບເນື່ອງຈາກຄວາມສາມາດ ແລະ ທັກສະທາງ AI ທີ່ຂາດແຄນ ດັ່ງນັ້ນຈຶ່ງເຮັດໃຫ້ເອກະຊົນມີການພັດທະນາ AI ທີ່ເປັນຂອງຕົວເອງຫລາຍຂຶ້ນ ເພື່ອໃຫ້ເກີດການຮຽນຮູ້ທີ່ວ່ອງໄວ ແລະ ເບິ່ງແຍງຕົວເອງໄດ້ ບໍ່ແນ່ວ່າອະນາຄົດຜູ້ຄວບຄຸມອາດບໍ່ມີຄວາມຈຳເປັນອີກຕໍ່ໄປ
13. AI ໃນສະມາດໂຟນ
ສະມາດໂຟນທີ່ເຮົາໃຊ້ງານຢູ່ໂດຍສະເພາະເລື່ອງຂອງການຖ່າຍພາບທີ່ມີເທກໂນໂລຢີ AI ເຂົ້າມາຊ່ວຍໃນການປະມວນຜົນຈະເພີ່ມຂີດຄວາມສາມາດໃນການຖ່າຍພາບຫລາຍຢິ່ງຂຶ້ນຈາກເດີມ ຢ່າງເຊັ່ນ ການເກັບຄວາມລະອຽດທີ່ບໍ່ສາມາດເຮັດໄດ້ໃນການຖ່າຍພາບພຽງເທື່ອດຽວ ແຕ່ AI ຈະເຂົ້າມາຊ່ວຍເຮັດໃຫ້ໄດ້ສຳເລັດ ຊຶ່ງຈາກທີ່ຜ່ານມີການພັດທະນາ AI ໃຊ້ໃນການຖ່າຍພາບໃນສະມາດໂຟນຫຼາຍແລ້ວ ແຕ່ເຊື່ອວ່າປີ 2020 ນີ້ຈະເຫັນປະສິດທິພາບຂອງ AI ທີ່ເໜືອຂັ້ນກວ່າເດີມ
14. ເທກໂນໂລຢີຂະໜາດໃຫຍ່
ພະລັງທີ່ຢິ່ງໃຫຍ່ຂອງບໍລິສັດດ້ານເທກໂນໂລຢີຈະເລີ່ມເຂົ້າມາມີບົດບາດໃນການຄວບຄຸມຂໍ້ມູນ ແລະ ພຶດຕິກຳຂອງຜູ້ບໍລິໂພກຢ່າງຫຼາກຫຼາຍຂຶ້ນ ດັ່ງນັ້ນອາດໄດ້ເຫັນແຮງຜັກດັນຈາກລັດຖະບານ ແລະ ຜູ້ບໍລິໂພກໃນຫານຜັກດັນກົດລະບຽນດ້ານຄວາມເປັນສ່ວນຕົວຂອງຂໍ້ມູນ ແລະ ຄວາມປອດໄພ
15. AI ທີ່ມີຈະລິຍະທຳ
AI ຖືເປັນສິ່ງທີ່ຈະເຂົ້າມາຊ່ວຍເພີ່ມມູນຄ່າໃຫ້ກັບບໍລິສັດພາກເອກຊົນຕ່າງໆ ປີ 2020 ຄາດວ່າຈະເລີ່ມມີມາດຕະການກຳນົດຍຸດທະສາດໃນການພັດທະນາ AI ຢ່າງຈິງຈັງທົ່ວໂລກ
16. Digital Winning
ການອອກແບບ ພັດທະນາ ແລະ ຈຳລອງໂມເດລ໌ເປັນລະບົບດິຈິຕອນ ຈະເຂົ້າມາມີບົດບາດໃນການບໍລິຫານຈັດການຢ່າງຈິງຈັງໃນປີນີ້ ຢ່າງເຊັ່ນ ລົດ ອາຄານ ຖະໜົນ ແລະ ເມືອງ ໂດຍຈະໄດ້ຮັບການອອກແບບຄອບຄູ່ກັບການໃຊ້ AI ແລະ Machine Learning ເພື່ອເກີດປະສິດທິຜົນດ້ານການອອກແບບ ແລະ ບໍລິຫານຈັດການທີ່ສາມາດນຳມາໃຊ້ໄດ້ຈິງ
17. ຕໍ່ສູ້ກັບການຫລອກລວງ
ການຫລອກລວງເກີດຂຶ້ນໄດ້ງ່າຍຜ່ານເຄືອຂ່າຍໂທລະສັບມືຖື ດັ່ງນັ້ນ ບັນດາຜູ້ໃຫ້ບໍລິການຈະເລີ່ມນຳລະບົບ Machine Learning ເຂົ້າມາໃຊ້ງານເພື່ອປົກປ້ອງຜູ້ໃຊ້ງານຈາກການຖືກຫລອກລວງ
18. ແຮງງານຢຸກດິຈິຕອນ
ຮຽກໄດ້ວ່າອິນເຕີເນັດ ແລະ ເທກໂນໂລຢີເຮັດໃຫ້ເກີດທຸລະກິດໃໝ່ຢ່າງວ່ອງໄວ ຢ່າງການສ້າງແພລດຟອມການໃຊ້ງານຕ່າງໆ ເພື່ອໃຫ້ໃຜກໍໄດ້ເປັນຜູ້ໃຊ້ບໍລິການ ແລະ ຜູ້ໃຫ້ບໍລິການ ເຮັດໃຫ້ບໍລິສັດທີ່ອອກແບບແພລດຟອມຕ່າງໆ ມີແຮງງານແບບທີ່ຄົນເປັນແຮງງານບໍ່ຮູ້ຕົວ ທັງໆທີ່ບໍລິສັດເຫຼົ່ານີ້ມີລາຍໄດ້ຈາກການໃຊ້ແຮງງານຂອງຄົນພວກນີ້ ແນວໂນ້ມຄວາມກົດດັນຂອງແຮງງານອາດຈະລະເບີດອອກມາກໍເປັນໄດ້ໃນໄວໆ ນີ້
19. ຂອງມືສອງເປັນທີ່ນິຍົມ
ມີຫຼາຍຄົົນທີ່ຫັນຫຼັງໃຫ້ກັບລາຄາສະມາດໂຟນທີ່ມີມູນຄ່າສູງເກີນໄປ ເຮັດໃຫ້ມີຫຼາຍຄົນຫັນໄປເລືອກຊື້ສະມາດໂຟນທີ່ເປັນມືສອງ ຫຼື ສິນຄ້າໄອທີທີ່ເປັນມືສອງຫລາຍຂຶ້ນ ປະກອບກັບກະແສຮັກໂລກທີ່ຕໍ່ຕ້ານການຜະລິດອຸປະກອນໃໝ່ຢ່າງບໍ່ຈຳເປັນ ດັ່ງນັ້ນການເລືອກສິນຄ້າມືສອງກໍຖືເປັນທາງເລືອກທີ່ບໍ່ແລ້ວ
20. ທ່ອງໂລກຈັກກະວານ
ອຸດສາຫະກຳການທ່ອງທ່ຽວໂອກາດຈະເລີ່ມຂຶ້ນໃນປີນີ້ ຈາກເທກໂນໂລຢີການໃຊ້ຈນະຫຼວດສົ່ງດາວທຽມແບບຣີຢູດ ແລະ ກົດຂອງມົວ ທີ່ເຮັດໃຫ້ຂະໜາດຂອງຊິບປະມວນຜົນນ້ອຍລົງແຕ່ມີປະສິດທິພາບທີ່ດີຂຶ້ນ ລວມໄປເຖິງການເປີດຕົວລະບົບອິນເຕີເນັດທີ່ຄອບຄຸມທຸກພື້ນທີ່ທົ່ວໂລກດ້ວຍການໃຊ້ດາວທຽມ
ຂໍ້ມູນຈາກ: dailygizmo.tv
0 ความคิดเห็น