ຂ່າວໃໝ່

6/recent/ticker-posts

ວິທີຍ້າຍຂໍ້ມູນຈາກ iPhone ເຄື່ອງເກົ່າໄປ iPhone 11 ເຄື່ອງໃໝ່ງ່າຍໆ ບໍ່ຕ້ອງຍ້ານວ່າຈະມີຫຍັງຫາຍໄປ ບໍ່ຕ້ອງໃຊ້ຄອມ

ວິທີຍ້າຍຂໍ້ມູນຈາກ iPhone ເຄື່ອງເກົ່າໄປຢັງເຄື່ອງໃໝ່ ສາມາດເຮັດໄດ້ໂດຍບໍ່ຕ້ອງໃຊ້ເຄື່ອງຄອມ ຊຶ່ງຜູ້ໃຊ້ງານສາມາດເຮັດໄດ້ຕັ້ງແຕ່ໜ້າ Welcome ຫລືແມ່ນແຕ່ Activate ເຄື່ອງເຂົ້າມາແລ້ວ ພຽງແຕ່ iPhone ທຸກລຸ້ນຕ້ອງຕິດຕັ້ງ iOS 12.4 ຂຶ້ນໄປເທົ່ານັ້ນ ຕາມວິທີດ້ານລຸ່ມນີ້

ຍ້າຍຂໍ້ມູນຈາກ iPhone ເຄື່ອງເກົ່າໄປເຄື່ອງໃໝ່

ເງື່ອນໄຂ

  • ຕົວເຄື່ອງຕ້ອງມີແບດເຕີຣີຫຼາຍພໍ ຈະສຽບສາຍຊາກໄປດ້ວຍກໍໄດ້
  • ອິນເຕີເນັດ Wi-Fi

ອັນດັບທຳອິດນຳ iPhone ເຄື່ອງເກົ່າມາວາງໄວ້ໃກ້ ໆ ກັບ iPhone 11 (ຂໍໃຊ້ແທນຄຳວ່າ iPhone ເຄື່ອງໃໝ່) ຈາກນັ້ນ iPhone 11 ຈະມີໜ້າຕ່າງເດ້ງຂຶ້ນມາວ່າ


ຈາກນັ້ນກົດ Continue ແລ້ວຈະມີແອນິເມຊັນຄ້າຍໆ QR Code ແບບຂອງ Apple ຂຶ້ນມາ ໃຫ້ນຳເຄື່ອງທີ່ຕ້ອງການຍ້າຍຂໍ້ມູນ ໄປຖ່າຍ QR Code


ຫຼັງຈາກສະແກນໄປແລ້ວ ເຄື່ອງເກົ່າຈະກຽມໂອນຍ້າຍຂໍ້ມູນ iPhone 11 ຈະມີໜ້າຈໍເດ້ງຂຶ້ນມາໃຫ້ເຮົາໃສ່ລະຫັດ iPhone ເຄື່ອງເກົ່າເພື່ອຢືນຢັນຄວາມເປັນເຈົ້າຂອງ ເມື່ອໃສ່ສຳເລັດຮຽບຮ້ອຍແລ້ວ ທີ່ iPhone 11 ຈະມີໜ້າຕ່າງໃຫ້ເຮົາຕັ້ງຄ່າເຄື່ອງຂອງເຮົາໃຫ້ພ້ອມ ເຊັ່ນ Face ID, ໃສ່ລະຫັດ ຫຼື ເຊື່ອມຕໍ່ກັບ Apple Watch ເປັນຕົ້ນ

ຈາກນັ້ນມາເບິ່ງທີ່ iPhone ເຄື່ອງເກົ່າ ໃຫ້ເຮົາກົດ Transfer from iPhone ຈາກນັ້ນລະບົບຈະເລີ່ມການໂອນຖ່າຍຂໍ້ມູນໄປຢັງເຄື່ອງໃໝ່ໂດຍທັນທີ


ມາເຖິງຕອນນີ້ກໍພຽງແຕ່ລໍໃຫ້ການໂອນຖ່າຍຂໍ້ມູນສຳເລັດ ກໍເປັນອັນສຳເລັດຂະບວນການໂອນຖ່າຍຂໍ້ມູນໂດຍບໍ່ຕ້ອງໃຊ້ຄອມພິວເຕີ ຫຼື Mac ແລ້ວ



ຂໍ້ມູນຈາກ: beartai.com | 9to5Mac

แสดงความคิดเห็น

0 ความคิดเห็น