ຂ່າວໃໝ່

6/recent/ticker-posts

ວິວັດພັດທະນາການຂອງ ຄອມພິວເຕີ

ຄອມ​​ພິວ​ເຕີ​ທີ່​ເຮົາ​ໃຊ້​ກັນ​ຢູ່​ທຸກ​ມື້­ນີ້​ເປັນ​ຜົນ​ມາ​ຈາກ​ການ​ປະ­ດິດ​ຄິດ​ຄົ້ນ​ເຄື່ອງ­ມື​ໃນ​ການ​ຄິດ­ໄລ່​ ຊຶ່ງ​ມີ​ວິ­ວັດ­ທະນາ​ການ​ທີ່ ​​ເລີ່ມ​ຈາກ​ເຄື່ອງ­ມື​ໃນ​ການ​ຄິດ­ໄລ່​ເຄື່ອງ​ທຳ​ອິດ​ຄື "ລູກ­ຄິດ" (Abacus) ທີ່​ສ້າງ​ຂຶ້ນ​ໃນ​ປະ­ເທດ​ຈີນ ເມື່ອ​​ປະ​ມານ 2,000-3,000 ປີ​ມາ​ແລ້ວ

ມາ​ຮອດ​ປີ ​​ພ.​​ສ. 2376 ນັກ​​ຄະນິດ​ສາ​ດຊາວ​ອັງ​​​ກິດ ຊື່ ຊາ​​ຣ໌​ລ ແບບ​ເບ​​​ຈ (Charles Babbage) ໄດ້​ປະ­ດິດ​ເຄື່ອງ​ວິ­ເຄາະ (Analytical Engine) ສາ­ມາດ​ຄິດ­ໄລ່​ຄ່າ​ຂອງ​​ຕຣີ​ໂກນ​ມິ​ຕິ ຟັງ​​​ຊັນ​ຕ່າງໆ ທາງ​​​ຄະນິດ​ສາດ ການ​ເຮັດ​ວຽກ​ງານ​ຂອງ​ເຄື່ອງ​ນີ້​ແບ່ງ​ເປັນ 3 ສ່ວນ ຄື ສ່ວນ​ເກັບ​ຂໍ້​ມູນ ສ່ວນ​ຄິດ­ໄລ່ ແລະ ​ສ່ວນ​ຄວບ​ຄຸມ ໃຊ້​ລະ­ບົບ​ພະ­ລັງ​ເຄື່ອງ​​ອາຍ​ນ້ຳ​ໝຸນ​ແຂ້ວ​ເຟືອງ ມີ​ຂໍ້​ມູນ​ຢູ່​ໃນ​ບັດ ເຈາະຮູ ຄິດ­ໄລ່​ໄດ້​ໂດຍ​ອັດ­ຕະ­ໂນ­ມັດ ແລະ ​ເກັບ​ຂໍ້​ມູນ​ໃນ​ໜ່ວຍ​ຄວາມ​ຈຳ ກ່ອນ​ຈະ​ພິມ​ອອກ​ມາ​ທາງ​​​ເຈ້ຍ
ຫຼັງ​ຈາກ​ນັ້ນ​ເປັນ­ຕົ້ນ​ມາ ໄດ້​ມີ​ຜູ້​ປະ­ດິດ​ເຄື່ອງ​ຄອມ​​ພິວ​ເຕີ​ຂຶ້ນ​ມາ​ຢ່າງຫຼວງຫຼາຍ​ ເຮັດ​ໃຫ້​ເປັນ​ການ​​ເລີ່ມ​ຍຸກ​ຂອງ​ຄອມ​​ພິວ​ເຕີ​ຢ່າງ​ແທ້​ຈິງ ໂດຍ​ສາ­ມາດ​ຈັດ​ແບ່ງ​ຄອມ​​ພິວ​ເຕີ​ອອກ​ໄດ້​ເປັນ 5 ​​ຍຸກ

ຍຸກ​ທີ່ 1 (​​ພ.​​ສ. 2489-2501) "​ຍຸກ​ຫຼອດ​ສຸນ​ຍາ​ກາດ"

​​ເປັນ​ການ​ປະ­ດິດ​ເຄື່ອງ​ຄອມ​​ພິວ​ເຕີ​ທີ່​ບໍ່​ແມ່ນ​ເຄື່ອງ​ຄິດ­ໄລ່ ໂດຍ​ເມົາ​​ຊ໌​ລີ​ ແລະ ​​ເ​ອັກ​​ເຄີດທ໌ (Mauchly and Eckert) ໄດ້​ນຳ​ແນວ​ຄວາມ​ຄິດ​ນັ້ນ​ມາ​ປະ­ດິດ​ເປັນ​ເຄື່ອງ​ຄອມ​​ພິວ​ເຕີ​ທີ່​ມີ​​ປະ​ສິດ­ທິ​ພາບ​ຫຼາຍ ​ເຄື່ອງ​ໜຶ່ງ​ເອີ້ນ​ວ່າ ENIAC (Electronic Numericial Integrator and Calculator) ຊຶ່ງ​ຕໍ່​ມາ​ໄດ້​ກໍ່​ການ​ປັບ­ປຸງ​ການ​ເຮັດ​ວຽກ​ງານ​ຂອງ​ເຄື່ອງ​ຄອມ​​ພິວ​ເຕີ​ໃຫ້​ມີ​​ປະ​ສິດ­ທິ​ພາບ​ດີ​​ຢິ່ງ​ຂຶ້ນ ແລະ​ ໄດ້​ປະ­ດິດ​ເຄື່ອງ UNIVAC (Universal Automatic Computer) ຂຶ້ນ​ເພື່ອ​ໃຊ້​ໃນ​ການ​ສຳ​​ຫຼວດ​ສຳ­ມະ­ໂນ​ປະ­ຊາ­ກອນ​ປະ­ຈຳ​ປີ

ຈຶ່ງ​ນັບ​ໄດ້​ວ່າ UNIVAC ເປັນ​ເຄື່ອງ​ຄອມ​​ພິວ​ເຕີ​ເຄື່ອງ​​ທຳ​ອິດ​ຂອງ​ໂລກ​ທີ່ ຖືກ​ໃຊ້​ງານ​ໃນ​ເຊີງ​ທຸ­ລະ​ກິດ ຊຶ່ງ​ນັບ​ເປັນ​ການ​​ເ​ລີ່ມ​ຂອງ​ເຄື່ອງ​ຄອມ​​ພິວ​ເຕີ​ໃນ​​​ຍຸກ​ທຳ​ອິດຢ່າງ​ແທ້​ຈິງ ເຄື່ອງ​ຄອມ​​ພິວ​ເຕີ​ໃນ​​​ຍຸກ​ນີ້​ໃຊ້​ຫຼອດ​ສຸນຍາ​ກາດ​ໃນ​ການ​ຄວບ​ຄຸມ​ການ​ເຮັດ​ວຽກ​ງານ​ຂອງ​ເຄື່ອງ ຊຶ່ງ​ເຮັດ​ວຽກ​ໄດ້​ຢ່າງ​ວ່ອງ­ໄວ ແຕ່​ມີ​ຂະ­ໜາດ​ໃຫຍ່​ຫຼາຍ ແລະ ລາ​ຄາ​ແພງ ​​ຍຸກ​ທຳ​ອິດ​ຂອງ​ຄອມ​​ພິວ​ເຕີ​ສີ້​​ນ​ສຸດ​ເມື່ອ​ມີ​ຜູ້​ປະ­ດິດ​​ທຣານ​ຊິດ​​ເ​ຕີ​ມາ​ໃຊ້​ແທນ​ຫຼອດ​ສູນຍາ​ກາດ

ລັກ­ສະ­ນະ​ສະ­ເພາະ​ຂອງ​ເຄື່ອງ​ຄອມ​​ພິວ​ເຕີ​​​ຍຸກ​ທີ່ 1

  • ໃຊ້​ອຸ­ປະ­ກອນ ຫຼອດ​ສຸຍ​ຍາ​ກາດ (Vacuum Tube) ເປັນ​ສ່ວນ​ປະ­ກອບ​ຫຼັກ ເຮັດ​ໃຫ້​ຕົວ​ເຄື່ອງ​ມີ​ຂະ­ໜາດ​ໃຫຍ່ ໃຊ້​ພະ­ລັງ­ງານ​ໄຟ­ຟ້າ​ຫລາຍ ແລະ​ເກີດ​ຄວາມ​ຮ້ອນ​ສູງ
  • ເຮັດ​ວຽກ​ດ້ວຍ​ພາ­ສາ​ເຄື່ອງ (Machine Language) ເທົ່າ​ນັ້ນ
  • ເ​ລີ່ມ​ມີ​ການ​ພັດ­ທະ­ນາ​ພາ­ສາ​ສັນ­ຍາ­ລັກ (Assembly / Symbolic Language) ຂຶ້ນ​ໃຊ້​ງານ

​ຍຸກ​ທີ່ 2 (​​ພ.​​ສ.2502-2506) "​ຍຸກທຣານ​ຊິດ​​ເ​ຕີ"

ມີ​ການ​ນຳ​​ທຣານ​ຊິດ​​ເ​ຕີ ມາ​ໃຊ້​ໃນ​ເຄື່ອງ​ຄອມ​​ພິວ​ເຕີ​ຈຶ່ງ​ເຮັດ​ໃຫ້​ເຄື່ອງ​ມີ​ຂະ­ໜາດ​ນ້ອຍ​ລົງ ແລະ​ ສາ­ມາດ​ເພີ່ມ​​ປະ​ສິດ­ທິ​ພາບ​ໃນ​ການ​ເຮັດ​ວຽກ​ງານ​ໃຫ້​ມີ​ຄວາມ​ວ່ອງ­ໄວ ​ແລະ​ແມ່ນ​ຢຳ​ຫຼາຍ​​​ຂຶ້ນ ນອກ­ຈາກ​ນີ້ ໃນ​​ຍຸກ​ນີ້​ຢັງ​ໄດ້​ມີ​ການ​ຄິດ​ພາ­ສາ​ເພື່ອ​ໃຊ້​ກັບ​ເຄື່ອງ​ຄອມ​​ພິວ​ເຕີ​ເຊັ່ນ ພາ​ສາ​ຟໍແທນ (FORTRAN) ຈຶ່ງ​ເຮັດ​ໃຫ້​ງ່າຍ​ຕໍ່​ການ​ຂຽນ​ໂປ​​ຣ​ແກ​​ຣມ​ສຳ­ລັບ​ໃຊ້​ກັບ​ເຄື່ອງ

ລັກສະນະສະເພາະຂອງເຄື່ອງຄອມພິວເຕີຍຸກທີ່ 2
  • ໃຊ້ອຸປະກອນ ທຣານຊິດເຕີ (Transistor) ຊຶ່ງສ້າງຈາກສານເຄິ່ງຕົວນຳ (Semi-Conductor) ເປັນອຸປະກອນຫຼັກ ແທນຫຼອດສຸນຍາກາດ ເນື່ອງຈາກທຣານຊິດເຕີພຽງຕົວດຽວ ມີປະສິດທິພາບໃນການເຮັດວຽກງານທຽບເທົ່າຫຼອດສຸນຍາກາດໄດ້ນັບຮ້ອຍຫຼອດ ເຮັດໃຫ້ເຄື່ອງຄອມພິວເຕີໃນຍຸກນີ້ມີຂະໜາດນ້ອຍ ໃຊ້ພະລັງງານໄຟຟ້ານ້ອຍ ຄວາມຮ້ອນຕ່ຳ ເຮັດວຽກໄວ ແລະ ໄດ້ຮັບຄວາມໜ້າເຊື່ອຖືຫຼາຍຂື້ນ
  • ເກັບຂໍ້ມູນໄດ້ ໂດຍໃຊ້ສ່ວນຄວາມຈຳວົງແຫວນແມ່ເຫຼັກ (Magnetic Core)
  • ມີຄວາມໄວໃນການປະມວນຜົນໃນໜຶ່ງຄຳສັ່ງ ປະມານໜຶ່ງໃນພັນຂອງວິນາທີ (Millisecond : mS)
  • ສັ່ງງານໄດ້ສະດວກຫລາຍຂຶ້ນ ເນື່ອງຈາກເຮັດວຽກດ້ວຍພາສາສັນຍະລັກ (Assembly Language)
  • ເລີ່ມພັດທະນາພາສາລະດັບສູງ (High Level Language) ຂຶ້ນໃຊ້ງານໃນຍຸກນີ້

ຍຸກທີ່ 3 (ພ.ສ.2507-2512) "ຍຸກວົງຈອນລວມ"

ຄອມພິວເຕີໃນຍຸກນີ້ເລີ່ມຕົ້ນພາຍຫຼັງຈາກການໃຊ້ທຣານຊິດເຕີໄດ້ພຽງ 5 ປີ ເນື່ອງຈາກໄດ້ມີການປະດິດຄິດຄົ້ນກ່ຽວກັບວົງຈອນທັງຫມົດ (Integrated-Circuit) ຫຼື ເອີ້ນຫຍໍ້ວ່າ "ໄອຊີ" (IC) ຊຶ່ງໄອຊີນີ້ເຮັດໃຫ້ສ່ວນປະກອບ ແລະ ວົງຈອນຕ່າງໆ ສາມາດວາງລົງໄດ້ໃນແຜ່ນຊິບ (chip) ນ້ອຍໆ ພຽງແຜ່ນດຽວ ຈຶ່ງມີການນຳເອົາແຜ່ນຊິບມາໃຊ້ແທນທຣານຊິດເຕີເຮັດໃຫ້ປະຢັດເນື້ອທີ່ໄດ້ຫຼາຍ
ນອກຈາກນີ້ຢັງເລີ່ມມີການໃຊ້ງານລະບົບຈັດການຖານຂໍ້ມູນ (Data Base Management Systems : DBMS) ແລະ ມີການພັດທະນາເຄື່ອງຄອມພິວເຕີໃຫ້ສາມາດເຮັດວຽກຮ່ວມກັນໄດ້ຫຼາຍໆ ງານໃນເວລາດຽວກັນ ແລະ ມີລະບົບທີ່ຜູ້ໃຊ້ສາມາດໂຕ້ຕອບກັບເຄື່ອງໄດ້ຫຼາຍໆ ຄົນ ພ້ອມໆ ກັນ (Time Sharing)



ລັກສະນະສະເພາະຂອງເຄື່ອງຄອມພິວເຕີຍຸກທີ່ 3

  • ໃຊ້ອຸປະກອນ ວົງຈອນທັງຫມົດ (Integrated Circuit : IC) ຫຼື ໄອຊີ ແລະ ວົງຈອນລວມສະເກວຂະໜາດໃຫຍ່ (Large Scale Integration : LSI) ເປັນອຸປະກອນຫຼັກ
  • ຄວາມໄວໃນການປະມວນຜົນໃນໜຶ່ງຄຳສັ່ງ ປະມານໜຶ່ງໃນລ້ານຂອງວິນາທີ (Microsecond : mS) (ສູງກວ່າເຄື່ອງຄອມພິວເຕີໃນຍຸກທີ່ 1 ປະມານ 1,000 ເທົ່າ)
  • ເຮັດວຽກໄດ້ດ້ວຍພາສາລະດັບສູງທົ່ວໄປ

ຍຸກທີ່ 4 (ພ.ສ.2513-2532) "ຍຸຄວີແອນເອດໄອ"

ຍຸກທີ່ນຳສານເຄິ່ງຕົວນຳມາສ້າງເປັນວົງຈອນລວມຄວາມຈຸສູງຫຼາຍ (Very Large Scale Integrated : VLSI) ຊຶ່ງສາມາດຫຍໍ້ສ່ວນໄອຊີທຳມະດາຫຼາຍໆ ວົງຈອນເຂົ້າມາໃນວົງຈອນດຽວກັນ ແລະມີການປະດິດ ໄມໂຄຣໂພຣເຊດເຊີ (Microprocessor) ຂຶ້ນ ເຮັດໃຫ້ເຄື່ອງມີຂະໜາດນ້ອຍ ລາຄາຖືກລົງ ແລະ ມີຄວາມສາມາດໃນການເຮັດວຽກງານສູງ ແລະ ວ່ອງໄວຫຼາຍ ຈຶ່ງເຮັດໃຫ້ມີຄອມພິວເຕີສ່ວນບຸກຄົນ (Personal Computer) ຖືກຳເນີດຂຶ້ນມາໃນຍຸກນີ້



ລັກສະນະສະເພາະຂອງເຄື່ອງຄອມພິວເຕີຍຸກທີ່ 4

  • ໃຊ້ອຸປະກອນ ວົງຈອນລວມສະເກວຂະໜາດໃຫຍ່ (Large Scale Integration : LSI) ແລະ ວົງຈອນລວມສະເກວຂະໜາດໃຫຍ່ຫຼາຍ (Very Large Scale Integration : VLSI) ເປັນອຸປະກອນຫຼັກ
  • ມີຄວາມໄວໃນການປະມວນຜົນແຕ່ລະຄຳສັ່ງ ປະມານໜຶ່ງໃນພັນລ້ານວິນາທີ (Nanosecond : nS) ແລະ ພັດທະນາຕໍ່ມາຈົນມີຄວາມໄວໃນການປະມວນຜົນແຕ່ລະຄຳສັ່ງ ປະມານໜຶ່ງໃນລ້ານລ້ານຂອງວິນາທີ (Picosecond : pS)

ຍຸກທີ່ 5 (ພ.ສ.2533-ປະຈຸບັນ) "ຍຸກເຄືອຂ່າຍ"

ໃນຍຸກນີ້ໄດ້ມຸ້ງເນັ້ນການພັດທະນາ ຄວາມສາມາດໃນການເຮັດວຽກງານຂອງລະບົບຄອມພິວເຕີ ແລະ ຄວາມສະດວກສະບາຍໃນການໃຊ້ງານເຄື່ອງຄອມພິວເຕີຢ່າງຊັດເຈນ ມີການພັດທະນາສ້າງເຄື່ອງຄອມພິວເຕີແບບພົກພາຂະໜາດນ້ອຍ (Portable Computer) ຂຶ້ນໃຊ້ງານໃນຍຸກນີ້
ໂຄງການພັດທະນາອຸປະກອນ VLSI ໃຫ້ໃຊ້ງານງ່າຍ ແລະມີຄວາມສາມາດສູງຂຶ້ນ ທັງຫມົດທັງໂຄງການວິຈັຍແລະພັດທະນາກ່ຽວກັບ ປັນຍາປະດິດ (Artificial Intelligence : AI) ເປັນຫົວໃຈຂອງການພັດທະນາລະບົບຄອມພິວເຕີໃນຍຸກນີ້ ໂດຍຫວັງໃຫ້ລະບົບຄອມພິວເຕີມີຄວາມຮູ້ ສາມາດວິເຄາະບັນຫາດ້ວຍເຫດຜົນ

แสดงความคิดเห็น

0 ความคิดเห็น