
1. ໂນດບຸກເປີດບໍ່ຂື້ນ ໄຟບໍ່ເຂົ້າ
ສ່ວນຫລາຍແລ້ວສາເຫດຂອງອາການໂນດບຸກເປີດບໍ່ຂື້ນ ມັກຈະເກີດຈາກບັນຫາຂອງພາກສ່ວນການຈ່າຍໄຟ ເຊັ່ນ ພອດຊາດແບັດຂອງຕົວເຄື່ອງ ອະແດບເຕີຊາດໄຟ ສາຍໄຟ ປັກໄຟ ຫລື ບັນຫາທີ່ເມນບອດກັບແບດເຕີຣີ ເຮັດໃຫ້ບໍ່ສາມາດຈ່າຍໄຟເຂົ້າໄປໃນລະບົບໄດ້ ເລີຍເປີດເຄື່ອງບໍ່ຂື້ນ ເພາະຖ້າເກີດເປັນບັນຫາທີ່ສ່ວນອື່ນ ເຊັ່ນ HDD/SSD ຫລື ໜ້າຈໍ ຕົວເຄື່ອງມັກຈະມີການຕອບສະຫນອງເບື້ອງຕົ້ນເມື່ອເປີດເຄື່ອງໃຫ້ຜູ້ໃຊ້ຮັບຮູ້ໄດ້ ເຊັ່ນ ຖ້າຫາກ HDD/SSD ເສຍ ຢ່າງນ້ອຍເຄື່ອງກໍຄວນເປີດຕິດ BIOS ສາມາດເຮັດວຽກໄດ້ ແລ້ວຄ່ອຍມີຂໍ້ຄວາມແຈ້ງຂຶ້ນມາພາຍຫລັງ ຫລື ຖ້າໜ້າຈໍເສຍ ຢ່າງນ້ອຍກໍຕ້ອງໄດ້ຍິນສຽງພັດລົມໝຸນຕອນເປີດເຄື່ອງດ້ວຍວິທີກວດສອບແລະແກ້ບັນຫາເບື້ອງຕົ້ນ
ເບື້ອງຕົ້ນກໍລອງໃຊ້ວິທີສະລັບການໃຊ້ງານລະຫວ່າງໄຟຊາດກັບໄຟຈາກແບດເຕີຣີເບິ່ງ ວ່າມີອັນໃດເຮັດໃຫ້ສາມາດເປີດເຄື່ອງໄດ້ຫລືບໍ່ ຕໍ່ມາຖ້າສົງໄສວ່າບັນຫາອາດຈະມາຈາກອະແດບເຕີ ອາດຈະລອງກວດສອບດ້ວຍການຫາອະແດບເຕີຂອງເຄື່ອງອື່ນມາລອງ (ຖ້າສາມາດຫາໄດ້) ທົດລອງປ່ຽນສາຍໄຟທີ່ຕໍ່ລະຫວ່າງອະແດບເຕີກັບປັກໄຟເບິ່ງ ຫລື ຖ້າເປັນໂນ໊ດບຸ໊ຄລຸ່ນໃໝ່ທີ່ສາມາດຊາດໄຟເຂົ້າໄດ້ທັງຈາກພອດອະແດບເຕີປົກກກະຕິ ແລະ ຈາກພອດ USB-C ກໍລອງຫາອະແດບເຕີ USB-PD ກັບສາຍມາລອງສຽບເບິ່ງ ຖ້າພົບວ່າບັນຫາຢູ່ທີ່ອະແດບເຕີທີ່ໃຊ້ງານຢູ່ ກໍອາດຈະໄປຕິດຕໍ່ຫາຊື້ອະແດບເຕີໃໝ່ແທນ
ຖ້າລອງໃນວິທີຂ້າງຕົ້ນແລ້ວຢັງເກີດອາການຢູ່ ກໍໜ້າຈະເດົາໄດ້ວ່າບັນຫາເກີດທີ່ພາຍໃນຕົວເຄື່ອງ ເຊັ່ນ ຊິບພາກສ່ວນການຈ່າຍໄຟຂອງເມນບອດ ຫລື ເມນບອດເອງ ແນະນຳວ່າຄວນສົ່ງເຂົ້າສ້ອມແປງທີ່ສູນບໍລິການ ຫລື ຮ້ານສ້ອມແປງໄດ້
2. ໂນດບຸກຈໍດຳ ບໍ່ມີພາບ
ສຳລັບບັນຫານີ້ ອາດເກີດໄດ້ຈາກຫຼາຍສາເຫດ ທັງຈາກຕົວຈໍເອງ ຈາກຊິບກາດຈໍ ຈາກການບູດເຂົ້າ OS ບໍ່ໄດ້ ຫລືອາດຈະມາຈາກ HDD/SSD ມີບັນຫາ ເຮັດໃຫ້ບໍ່ສາມາດໂຫຼດໄຟລ໌ໄດ້ ໂດຍສາມາດເຂົ້າໄປກວດສອບສາເຫດແລະ ວິທີແກ້ໄຂບັນຫາເບື້ອງຕົ້ນໄດ້ຈາກໃນບົດຄວາມນີ້: ໂນດບຸກເປີດແລ້ວຈໍມືດ ຈໍເຫັນລາງໆ ຫລື ເຫັນແຕ່ເມົາສ໌ ຈະກວດສອບ ແລະແກ້ໄຂແນວໃດດີ3. ໂນດບຸກມີໄຟກະພິບ ແຕ່ໃຊ້ງານບໍ່ໄດ້
ສຳລັບບັນຫາໂນດບຸກມີໄຟກະພິບ ແຕ່ໃຊ້ງານບໍ່ໄດ້ ໂດຍໄຟທີ່ກະພິບກໍມັກຈະເປັນພວກໄຟສະແດງສະຖານະຕ່າງໆ ເຊັ່ນ ການຊາດແບດເຕີຣີ ການເຮັດວຽກງານຂອງ HDD ເປັນຕົ້ນ ໂດຍບັນຫານີ້ອາດເກີດໄດ້ຈາກຫຼາຍສາເຫດເຊັ່ນ
- ທີ່ຈິງແລ້ວເຄື່ອງປິດຢູ່ ແຕ່ແບດເຕີຣີໝົດ ແລ້ວກຳລັງຊາດໄຟໃຫ້ແບດເຕີຣີ (ເຄື່ອງບໍ່ໄດ້ເສຍ ແຕ່ຜູ້ໃຊ້ງານບໍ່ຮູ້)
- ໄຟກະພິບຕາມປົກກະຕິ ແຕ່ໜ້າຈໍບໍ່ຕິດ: ສ່ວນຂອງການສະແດງຜົນ ໄດ້ແກ່ ໜ້າຈໍ ຫລື ຊິບກາດຈໍມີບັນຫາ
ເຄື່ອງເປີດໄດ້ ແຕ່ໄຟ HDD ກະພິບບໍ່ຢຸດ ເນື່ອງມາຈາກ HDD ມີບັນຫາ ຈົນບໍ່ສາມາດໃຊ້ງານເຄື່ອງໄດ້ຕາມປົກກະຕິ (ສ່ວນເຄື່ອງລຸ້ນໃໝ່ໆ ທີ່ໃຊ້ SSD ມັກບໍ່ຄ່ອຍມີໄຟນີ້ມາໃຫ້ແລ້ວ)
ຊຶ່ງວິທີກວດສອບເບື້ອງຕົ້ນ ກໍລອງກົດປຸ່ມເປີດເຄື່ອງຄ້າງໄວ້ຊັກ 5 ວິນາທີຈົນເຄື່ອງດັບໄປ ຈາກນັ້ນລອງກົດເປີດເຄື່ອງອີກຮອບ ຖ້າບໍ່ມີບັນຫາຫຍັງກໍໂຊກດີໄປ ແຕ່ຖ້າປະກົດວ່າເຄື່ອງບໍ່ຂື້ນ ກໍຄົງຕ້ອງໄລ່ຫາສາເຫດທີ່ອາດເກີດຈາກຈຸດຕ່າງໆ ເຊັ່ນ ພາກສ່ວນການຈ່າຍໄຟ ພາກສ່ວນການສະແດງຜົນຂອງຈໍ ແລ້ວກໍ່ການກວດສອບ ຫລື ແກ້ໄຂຕາມຫົວຂໍ້ທີ່ກ່າວມາຂ້າງຕົ້ນ ຫລື ຖ້າເປີດໄດ້ ແຕ່ເຄື່ອງບູດຊ້າຜິດປົກກະຕິ ຫລື ໂຫຼດໄຟລ໌ຊ້າ ກໍສັນນິດຖານໄດ້ວ່າບັນຫາອາດເກີດຈາກ HDD ໃນເຄື່ອງ ແນະນຳວ່າຄວນຮີບສຳຮອງຂໍ້ມູນສຳຄັນໂດຍໄວທີ່ສຸດ ແລ້ວຈັດການປ່ຽນ HDD ໃໝ່ ຫລືຈະປ່ຽນໄປໃຊ້ SSD ເລຍກໍໄດ້
ສຸດທ້າຍແລ້ວຖ້າຢັງພົບບັນຫາຢູ່ ຫລື ບໍ່ແນ່ໃຈໃນແນວທາງການແກ້ບັນຫາ ອາດຈະລອງປຶກສາຜູ້ຊ່ຽວຊານ ຫລື ປຶກສາທາງແບຣນດ໌ເຈົ້າຂອງເຄື່ອງເພື່ອຫາແນວທາງແກ້ໄຂ ສ້ອມແປງໃນລຳດັບຕໍ່ໄປ
0 ความคิดเห็น