ສິ່ງທຳອິດທີ່ເຮົາຈະເຫັນໃນໂລກໄອທີປີ 2020 ຄື Windows 7 ຈະໝົດໄລຍະຊັບພອດໃນວັນທີ 14 ມັງກອນ 2020 ນີ້ ໄມໂຄຣຊອບພະຍາຍາມທຸກທາງໃຫ້ຜູ້ໃຊ້ອັບເກຣດເປັນ Windows 10 ແຕ່ຍັງມີຜູ້ໃຊ້ Windows 7 ອີກຈຳນວນຫລາຍ
ເຫດຜົນທີ່ຜູ້ໃຊ້ເຫຼົ່ານີ້ບໍ່ໄດ້ອັບເກຣດເປັນ Windows 10 ຄົງແຕກຕ່າງກັນໄປ ເຊັ່ນ ຄອມພິວເຕີເກົ່າ (ແຕ່ແທ້ໆ Windows 10 ໃຊ້ສະເປກຂັ້ນຕ່ຳເທົ່າກັບ Windows 7), ບໍ່ມັກ ຫລື ບໍ່ຄຸ້ນເຄີຍກັບ Windows 10 ຫລື ອາດຕກຣົດ ບໍ່ທັນການອັບເກຣດຟຣີໃນຊ່ວງປີ 2015-2016
ຢ່າງໃດກໍຕາມ ໄມໂຄຣຊອບຢັງແອບເປີດໃຫ້ຜູ້ໃຊ້ Windows 7/Windows 8.1 ທີ່ມີລາຍເຊນສ໌ແທ້ ອັບເກຣດເປັນ Windows 10 ໄດ້ຕໍ່ໄປ
ຂັ້ນຕອນການອັບເກຣດ Windows 7/Windows 8.1 ເປັນ Windows 10 ບໍ່ຕ່າງຫຍັງຈາກຂະບວນການປົກກະຕິ ສິ່ງທີ່ເຮົາຕ້ອງເຮັດຄື ເຂົ້າໜ້າເວັບໄມໂຄຣຊອບ ແລ້ວດາວໂຫຼດໄຟລ໌ຕົວຊ່ວຍອັບເດດມາລົງເຄື່ອງ ເຮົາຈະໄດ້ໄຟລ໌ຊື່ MediaCreationTool1909.exe ມາ (ຂະໜາດໄຟລ໌ 18.3MB) ເປີດໄຟລ໌ຂຶ້ນມາ ແລະ ດຳເນີນຕາມຂະະບວນການໃນໜ້າຈໍໄດ້ເລີຍ (ເລືອກ Upgrade this PC now ແລ້ວກົດ Next ໄປເລື້ອຍໆ ເປັນອັນສຳເລັດ ໃຊ້ເວລາປະມານ 1-2 ຊົ່ວໂມງຂຶ້ນກັບຄວາມໄວເນັດດ້ວຍ)
- ສຳລັບຄົົນທີ່ບໍ່ເຄີຍໃຊ້ Windows 10 ຕ້ອງອະທິບາຍວ່າ ລະບົບລາຍເຊນສ໌ຈະປ່ຽນຈາກການຜູກກັບຄີ ຫລື serial number ໄປເປັນການຜູກກັບບັນຊີ Microsoft Account ຂອງເຮົາແທນ (ໝາຍຄວາມວ່າບໍ່ຕ້ອງໃສ່ຄີອີກແລ້ວ) ດັ່ງນັ້ນຫາກເຮົາໃຊ້ Windows 7/8.1 ທີ່ເປັນຂອງແທ້ (ບໍ່ວ່າຈະແຖມມາກັບເຄື່ອງ ຫລື ຊື້ລາຍເຊນສ໌ແຢກເອງ) ກໍສາມາດອັບເກຣດເປັນ Windows 10 ໄດ້ທັນທີ ແລະ ໄມໂຄຣຊອບກໍຢັງບໍ່ມີທ່າທີວ່າຈະຢົກເລີກຊ່ອງທາງນີ້ໃນໄວຄຳແນະນຳແຍກຕາມເວີຊັນ
- ຄົົນທີ່ໃຊ້ Windows 7 ແທ້ ຄວນອັບເກຣດເປັນ Windows 10 ທັນທີ ກ່ອນໝົດອາຍຸໃນວັນທີ 14 ມັງກອນ2020 ນີ້
- ຄົົນທີ່ໃຊ້ Windows 8.1 ແທ້ ໄລຍະຊັບພອດຈະໝົດອາຍຸໃນເດືອນມັງກອນ 2023 ນີ້ ຢັງສາມາດໃຊ້ໄດ້ອີກນານ ແຕ່ແນວໃດກໍອັບເກຣດຟຣີແລ້ວ ກໍໄດ້ OS ທີ່ໃໝ່ກວ່າ ມີຟີເຈີຫຼາຍກວ່າ (ທີ່ສຳຄັນຄືລຳຄານໜ້ອຍກວ່າ)
- ຄົົນທີ່ໃຊ້ Windows 7/8.1 ເຖື່ອນ ລົງທືນອີກຈັກໜ່ອຍຊື້ Windows 10 ແທ້ ເພື່ອຄວາມປອດໄພທີ່ດີກວ່າໃນໄລຍະຍາວ ເນື່ອງຈາກວົງການມັນແວຣ໌ຢຸກນີ້ມັນເຖື່ອນ ຢ່າສ່ຽງເລີຍ




0 ความคิดเห็น