Proton Mail ບໍລິການອີເມລແບບເຂົ້າລະຫັດທີ່ເນັ້ນຄວາມປອດໄພ ຄວາມເປັນສ່ວນຕົວ ເປີດຕົວ Proton Calendar ບໍລິການປະຕິທິນທີ່ເນັ້ນຄວາມປອດໄພແບບດຽວກັນ ເຂົ້າລະຫັດຂໍ້ມູນແບບ end-to-end
ເມື່ອເຮົາສ້າງປະຕິທິນຫລືນັດໝາຍໃນແອບ Proton Calendar ຂໍ້ມູນເຫຼົ່ານີ້ຈະຖືກເຂົ້າລະຫັດທັນທີ ກ່ອນສົ່ງໄປເກັບໃນເຊີເວີ ເຮັດໃຫ້ບໍ່ມີໃຜສາມາດເຂົ້າເຖິງຂໍ້ມູນຂອງເຮົາໄດ້ ນອກຈາກຕົວເຮົາເອງເທົ່ານັ້ນ
ຕອນນີ້ Proton Calendar ຍັງມີແຕ່ເວີຊັນເວັບ ມີສະຖານະເປັນເບຕ້າ ເປີດໃຫ້ຜູ້ໃຊ້ Proton Mail ແບບເສຍເງີນລອງໃຊ້ງານ ສ່ວນແອບໃນAndroid/iOS ຈະຕາມມາໃນປີ 2020 ນີ້
0 ความคิดเห็น