ຂ່າວໃໝ່

6/recent/ticker-posts

ການປັບແຕ່ງຮູບຊົງໃຫ້ກັບຮູບພາບໃນ Photoshop

ການ​ປັບ​ຮູບ­ຊົງ​ໃຫ້​ກັບ​ພາບ​ບໍ່​ວ່າ​ຈະ​ເປັນ​ການ​ປັບ​​ຂະ​ໜາດ​ພາບ ການ​ໝຸນ​ພາບ ການ​ບິດ​ພາບ ການ​ປັບ​ທິດ​ທາງ​ພາບ ການ​​ອ່ຽ​​ງ​ພາບ ຫຼື ​ການ​​ຢືດ​ພາບ ຊຶ່ງ​ເປັນ​ການ​ປັບ​​ປ່ຽນເ​ພື່ອ​ໃຫ້​ໄດ້​ຮູບ­ຊົງ​ຕາມ​ທີ່​ຕ້ອງ­ການ ​​ຫຼື ຕ້ອງ­ການ​ໃຫ້ຮູບ­ຊົງ​ປ່ຽນ​ແປ​​ງ​ໄປ​ຈາກ​ເດີມ ດັ່ງ­ນີ້ 

ການ​ໝຸນ​ຂອງ​ພາບ​ດ້ວຍ​ຄຳ​ສັ່ງ Image Rotation


ໂດຍ​ປົກ­ກະ­ຕິ​ພາບ​​​ທົ່ວ​ໄປ​ມັກ​ສະ­ແດງ​ເປັນ​ແນວ​ນອນ ຫາກ​ຕ້ອງ­ການ​ປັບ​ປ່ຽນ​ທີ​​ດ​ທາງ​ການ​ໝຸນ​ຂອງ​ພາບ​ໄປ​ຢັງ​ທິດ​ທາງ​ໃໝ່ ເຮັດ​​​​ໄດ້​​ຄ​ລິ​​ກ​ເມ​​ນູ​ຄຳ​ສັ່ງ Image > Image Rotation ແລະ ເລືອກ​ຄຳ​ສັ່ງ​ທີ່​ຕ້ອງ­ການ ຊຶ່ງ​ປະ­ກອບ​ດ້ວຍ 6 ຄຳ​ສັ່ງ ຄື 
  • ຄຳ​ສັ່ງ 180°
  • ຄຳ​ສັ່ງ 90° cw
  • ​​ຄໍາ​ສັ່ງ 90° ccw 
  • ຄຳ​​​ສັ່ງ Arbitrary 
  • ຄໍາ​ສັ່ງ Flip Canvas Horizontal 
  • ຄໍາ​ສັ່ງ Flip Canvas Vertical 

ການ​ປັບ​ຮູບ­ຊົງ​ໃຫ້​ກັບ​ພາບ​ໂດຍ​​ຄໍາ​ສັ່ງ Transform


ເປັນ​ການ​ປັບ​ຮູບ­ຊົງ​ໃຫ້​ພາບ​ຕາມ​ຄຳ​ສັ່ງ​ທີ່​ໂປ​​ຣ​ແກ​​ຣມ​ກຳ­ນົດ​ໄວ້ ເຊັ່ນ ການ​ໝຸນ​ພາບ​ການ​ອຽງ​ພາບ ຫຼື​ ການ​ບິດ​ພາບ ເປັນ­ຕົ້ນ ​​ເຮັດໄດ້​ໂດຍ​​ຄ​ລິ​​ກ​ເມ​​​ນູຄໍາ​ສັ່ງ Edit > Transform ແລະ ເລືອກ​ຄຳ​ສັ່ງ​ທີ່​ຕ້ອງ­ການ ປັບ​ຮູບ­ຊົງ ​ຊື່ງ​ປະ­ກອບ​ດ້ວຍ 6 ຄຳ​ສັ່ງ ຄື 
  • ຄຳ​ສັງ Scale
  • ຄຳ​​​ສັ່ງ Rotate 
  • ຄຳ​ສັງ Skew 
  • ຄຳ​​​ສັ່ງ Distort 
  • ​​ຄໍາ​​ສັ່ງ Perspective 
  • ຄຳ​ສັ່ງ Wrap 

ການ​ປັບ​ຮູບ­ຊົງ​ແບບ​ອິດ­ສະ­ຫຼະ​ໃຫ້​ກັບ​ພາບ​ດ້ວຍ​ຄຳ​ສັ່ງ Puppet Warp


ເປັນ​​ຄໍາ​ສັ່ງ​​​ທີ່​ມີ​ຄຸນສົມ​​ບັດໃກ້​ຄຽງ​ກັບ​ຄຳ​ສັ່ງ Free Transform ແຕ່​ສາ­ມາດ​ຕັດ​ຮູບຊົງ​ໃຫ້​ກັບ​ພາບ​ໄດ້​ອິດສະຫຼະ​ກວ່າ ມີ​​ຂັ້ນ​ຕອນ​ການ​ເຮັດ​ວຽກ​ງານ​ດັ່ງ­ນີ້
  1. ເປີດ​ໄຟ​​ລ໌​ພາບ​​​ທີ່ຕ້ອງ­ການ
  2. ດັບ​ເບີ​​ນຄ​ລິ​​ກ​ເລ​ເຢີ​​​ພາບ​ທີ່​ຕ້ອງ­ການ​ປັບ​ຮູບ­ຊົງ​ໃນ​ພາ​ເນ​ລ Layers ແລະ ກົດ​ປຸ່ມ Enter ​​ເ​ພື່ອ​ຕົ​​ກ​ລົງ ​​ເ​​ພື່​​ອທໍາ​ການ​ປົດ​​ລັອກ​ພາບ (ຫາກ​ເລ​ເຢີ​​​ພາບ​ທີ​ກໍ່​ການ​ປັບ​ແຕ່ງ ​ມີ​ພາບ​ກະ​ແຈ​ປາ­ກົດ​ຢູ່ ຈະ​ບໍ່​ສາ­ມາດ​ປັບ​ແຕ່ງ​ພາບ​ໄດ້) 
  3. ​​ຄ​ລິ​​ກ​ເມ​​ນູ​ຄຳ​ສັ່ງ Edit > Puppet Warp 
  4. ​​ຄ​ລິ​​ກ​ເມົ້າ​​​ບໍ­ລິ­ເວນ​ທີ່​ຕ້ອງ­ການ​ປັບ​ຮູບ­ຊົງ ສ້າງ​ຈຸດ​​ຢືດ (Pm) ເພື່ອ​​ລັອກ​ພາບ​ທີ່​​ເລືອກ​​ບໍ່​ໃຫ້​ເຄື່ອນ​​​ທີ່ 
  5. ​​ຄ​ລິ​​ກ​ເມົ້າ​​​ຄ້າງ​​ໄວ້ບໍ­ລິ­ເວນ​ຈຸດ​​ຢືດ​ທີ່​ສ້າງ​​ຂື້ນ​ແລ້ວ​ລາກ ​​ເ​​ພື່ອ​ດັດ​ຮູບ­ຊົງ​ໃຫ້​ໂຄ້ງ​ງໍ 
  6. ກົດ​ປຸ່ມ Enter ​​ເ​ພື​​ອຕົກ​ລົງ

แสดงความคิดเห็น

0 ความคิดเห็น