ຂ່າວໃໝ່

6/recent/ticker-posts

ການປັບແຕ່ງຮູບພາບ (Image customization) ໃນ Photoshop



ສ່ວນ​ປະ­ກອບ​ຫຼັກໆ ທີ່​ເ​ບີ່ງ​ເຫັນ​ເ​ມື່ອ​ເປີດ​ໄຟ​​ລ໌​ຮູບ​ພາບ​​ຂື້ນ​ມາ​ເບິ່ງ ຄື ແສງ, ເງົາ, ແລະ ​ສີ​ຮູບ​ທີ່​ຖ່າຍ​ມາ​ຈາກ​​ກ້ອງ​​ດີ​ຈິ​ຕອນ ຫຼື ​ຮູບ​ທີ່ສະແກນ​ມາ ​​ເລື່ອງ​ຂອງ​ແສງ​ເງົາ​ອາດ​ຈະ​ບໍ່​ສົມ­ບູນສາ­ມາດ​ປັບ​​ເເຕ່ງ​ພາບ​ເຫຼົ່າ​ນີ້​ໃຫ້​ສວຍ​ງາມ​ສົມຈີງ​ດ້ວຍ​ການ​ໃຊ້​ຄຳ​ສັ່ງ​ຕ່າງໆ​ໃນ​ໂປ​​ຣ​ແກ​​ຣມ Photoshop ຊື່ງ​ມີ​ຢູ່​ຫຼາຍ​ໃຫ້​ເຮົາ​ໄດ້​ເລືອກ​ໃຊ້​ໃຫ້​ເໝາະ​ສົມ​ກັບ​ພາບ​ນັ້ນໆ


ການ​ປັບ​​ແຕ່ງ​ສີ ​​ເເ​ລະ ​​ແສ​​ງ​ໃຫ້​ກັບ​ພາບ

  1. ເປີດ​ໄຟ​​ລ໌​ພາບ​​​ທີ່ຕ້ອງ­ການ
  2. ເ​​ລືອກ​ສ່ວນ​ຂອງ​ພາບ​​​ທີ່ຕ້ອງ­ການ​ປັບ​ແຕ່ງ (ຫາກ​ບໍ່​​ເ​ລືອກ​ພື້ນ​ທີ່​ໃນ​ການ​ປັບ​ແຕ່ງ ເມື່ອ​ປັບ​ແຕ່ງ​ຈະ​ປັບ​ທັງ​ພາບ)
  3. ​​ເ​ລືອກ​ຄຳ​ສັ່ງ Image > Adjustments

  • ການ​ປັບ​ສີ ​ແລະ ​ແສງ​ແບບ​ອັດ​ຕະໂນ​ມັດ

ຄຳ​ສັ່ງ Auto Levels 
ເປັນ​ຄຳ​ສັ່ງ​ໃຊ້​ປັບ​ຄວາມ​ມືດ​ ແລະ ​ຄວາມ​ສະ­ຫວ່າງ​ໃຫ້​ກັບ​ພາບ​ແບບ​ອັດ​ຕະໂນ​​ມັ​ດ ຊື່​​ງ​ຈະ​ປັບ​ສີ​ໃນ​ແຕ່​ລະ​ແຊນ​​ແນ​​ວ​ຢ່າງ​ເປັນ​ອິດ­ສະ­ຫຼະ​ຕໍ່​ກັນ ຈື່​​ງ​ອາດ​ເຮັດ​ໃຫ້​ພາບ​ເກີດ​ສີ​ພ້ຽນ​ໄດ້ ດັ່ງ­ນັ້ນ​ຄວນ​ໃຊ່້ກັບ​ພາບ​ທີ່​ມີ​ໂທນ​ສີ​ຕ່າງ​ກັນ​ຫຼາຍ​ພ້ຽນ​ລຸ​​ດ​ຄວາມ​ພ້ຽນ​ຂອງ​ສີ ຊື່​​ງ​ມີ​ວີ​ທີ​ການ​ໃຊ້​ຄຳ​ສັ່ງ ຄື ​​ຄ​ລິ​​ກ​ທີ່​ເມ​​ນູ Image > Adjustment> Auto Levels



ຄຳ​ສັ່ງ Auto Contrast 
ເປັນ​ຄຳ​ສັ່ງ​ທີ່​ໃຊ້​ສຳ­ລັບ​ຄວາມ​ຕ່າງ​ຂອງ​ຄວາມ​ມືດ​ ແລະ ​ຄວາມ​ສະ​ຫວ່າງ​​ຫ​ໃຫ້​ກັບ​ພາບ​ແບບ​ອັດ​ຕະໂນ​​ມັ​ດ ​​ຊືງ​ຈະ​ບໍ່​​ແຢກ​ແຊນ​​ແນວ​ຈຶ່ງ​ເຮັດໃຫ້​ພາບ​ທີ່​ໄດ້​ມື​ຄວາມ​ສະຫວ່າງ ​ແລະ​ ຄົມ​ແຈ້ງ​​ກົມ​​ກື​​ນ​ກັນ ໂດຍ​​ມີວີ​ທີ​ການ​​ຄື​ຄລິ​​ກ​ທີ​ເມ​​​ນູ Image > Adjustment > Auto Contrast


ຄຳ​ສັ່ງ Auto Color 
ເປັນ​ຄຳ​ສັ່ງ​ທີ່ໃຊ້ປັບ​ສື ​ແລະ​ ຄວາມ​ຕ່າງ​ລະ­ຫວ່າງ​ຄວາມ​ມືດ​ ແລະ ​ຄວາມ​ສະ­ຫວ່າງ​ໃຫ້​ກັບ​ພາບ​ແບບ​ອັດຕະ​ໂນ​​ມັ​ດ ຊ່ວຍ​ແກ້​ບັນ­ຫາ​​ສີພ້ຽນ​ໂດຍ​ມີ​ວິ­ທີ​ການ​​ຄື ​​ຄ​ລິ​​ກ​ທີ່​ເມ​​ນູ Image > Adjustment > Auto Color


ການ​ປັບ​ແຕ່ງ​ຄວາມ​ມືດ​ຄວາມ​ສະ­ຫວ່າງ​ໃຫ້​ກັບ​ພາບ

Brightness / Contrast, Level, Curve, ແລະ Exposure ຄຳ​ສັ່ງ​ໃນ​ຊຸດ​ນີ້​ຈະ​ໃຊ້​ໃນ​ການ​ປັບ​ສີ​ ແລະ ​ແສງ​ໃຫ້​ກັບ​ພາບ ໂດຍ​ແຕ່​ລະ​​ຄໍາ​ສັ່ງ​ຈະ​ມີ​ວິ­ທີ​ການ​ປັບ​ຄ່າ​ທີ່​ແຕກ​ຕ່າງ​ກັນ ເຊັ່ນ Brightness / Contrast ແລະ Exposure ຈະ​ປັບ​ດ້ວຍ​ຄ່າ​​​ຕົວ​ເລກ, Level ຈະ​ປັບ​ດ້ວຍ​​ກຣາຟ​ລະ​ດັບ​ຂອງ​ປະ­ລິ­ມານ​ແສງ ​ແລະ ​ສີ​ໃນ​ແບບ Histogram ໃນ​ຂະນະ​ທີ່ Curve ຈະ​ປັບ​ຢ່າງ​ລະ­ອຽດ​ດ້ວຍ​ເສັ້ນ​​ກຣາຟ ເປັນ­ຕົ້ນ



ຄໍາ​ສັ່ງ Brightness/Contrast 

​​ຄໍາ​ສັ່ງ Brightness/Contrast ໃຊ້​ສຳ­ລັບ​ປັບ​ແຕ່ງ​ຄ່າ​ພິກ​ເຊ​​ລ​ໃນ​ພາບ ໃຫ້​ເກີດ​ຄວາມ​ມືດ ຄວາມ​ສະ­ຫວ່າງ ແລະ ​ຄວາມ​ຄົມ​ແຈ້ງ
  1. ເປີດ​ໄຟ​​ລ໌​ພາບ​ທີ​ຕ້ອງ­ການ
  2. ຄ​ລິ​​ກ​ເມ​​ນູ​ຄຳ​ສັ່ງ Image > Adjustments > Brightness / Contrast ຫຼື​​ ຄ​ລິ​​ກ​ປຸ່ມ Brightness / Contrast ໃນພາ​​ແນວ Adjustments
  3. ​​ຄ​ລິ​​ກ​ເມົ້າ​​​ຄ້າງ​ໄວ​ແລ້ວ​ລາກ ເພື່ອ​ກຳ­ນົດ​ຄ່າ Brightness ປັບ​ຄວາມ​ມືດ​ສະ­ຫວ່າງ​ໃຫ້​ກັບ​ພາບ ແລະ Contrast ປັບ​ຄວາມ​ຄົມຊັດ
  4. ​​ຄ​ລິ​​ກ​ປຸ່ມ OK ​​ເ​ພື​​ອ​ຕົກ​ລົງ

ການ​ປັບ​ແຕ່ງ​ສີ​ໃຫ້​ພາບ

  • ຄຳ​ສັ່ງ Vibrance

ເປັນ​​ຄໍາ​ສັ່ງ​ປັບ​ສີ​ໃນ​ສ່ວນ​ທີ​ສີ​ອອກ​​ກ​າງໆ ບໍ່​ຄ່ອຍ​ສົດ ຫຼື ບໍ່​ຄ່ອຍ​ມີ​ສີ​ໃຫ້​ເບີ່ງ​ສົດ​ໃສ​​ຂື້ນ ສ່ວນ​ສີ​ທີ​​​ສົດ​ຢູ່​ແລ້ວ​ຈະ​ບໍ່​ຄ່ອຍ​ຖືກ​ປັບ ຊື່​​ງ​ຕ່າງ​ຈາກ Saturation ທີ່​ປັບ​ຄວາມ​ສົດ­ໃສ​ໃຫ້​ກັບ​ທຸກ​ສີ​ໃນ​ພາບ ​ຊື່​​ງ​ມີຂັ້ນ​ຕອນ​ການ​​​ເຮັດ​ວຽກດັ່ງ­ນີ້
  1. ເປີດ​ໄຟ​​ລ໌​ພາບ​ທີ່​ຕ້ອງ­ການ
  2. ​​ຄ​ລິ​​ກ​ເມ​​ນູ​ຄຳ​ສັ່ງ Image > Adjustment > Vibrance ຈະ​ປາ­ກົດ​ໜ້າ​ຕ່າ​​ງ Vibrance
  3. ​​ຄ​ລິ​​ກ​ເມົ້າ​​​ຄ້າງ​ໄວ້​​​ແລ້​​ວ​ລາກ ​​ເ​ພື່​​ອ​ກຳ­ນົດ​ຄ່າ Vibrance ການ​ເພີ່ມ​ຄວາມ​ອິ່ມ​​ຕົວ ຫຼື ຄວາມ​ສົດ​ຂອງ​ສີ​ທີ່​ເປັນ​ສີ​ຫຼັກ​ໃນ​ພາບ ແລະ Saturation ການ​ເພີ່ມ​ຄວາມ​ສົດ​ໃຫ້​ສີ​ໃນ​ພາບ​ໂດຍ​ທັງ​ຫມົດ 
  4. ຄ​ລິ​​ກ​ປຸ່ມ OK ​​ເ​ພື່ອຕົ​​ກ​ລົງ 

  • ຄຳ​ສັ່ງ Hue/Saturation

ເປັນ​ຄຳ​ສັ່ງ​ທີ່​ໃຊ້​ປັບ​ສີ​​ ແລະ ​ແສງ​ເງົາ​​ໃຫ້ກັບ​ຮູບ​ພາບ ຊຶ່ງ​ສາ­ມາດ​ເລືອກ​ສີ​ພາບ​​​ທີ່ຈະ​ປັບ ຫຼື ​​ເລືອກ​ປັບ​ເປັນ​ສີ​ໃດ​​ສີໜື່ງ​ກໍ​ໄດ້ ຊຶ່ງ​​ມີ​​ຂັ້ນ​ຕອບ​ການ​ເຮັດ​ວຽກດັ່ງ­ນີ້
  1. ເປີດ​ໄຟ​​ລ໌​ພາບ​ທີ​ຕ້ອງ­ການ
  2. ກໍາ​ນົດ​ຂອບ​ເຂດ​​ເ​​ພື່ອປ່ຽນ​ສີ​ພາບ ໂດຍ​ການ​​ເ​​ລືອກ​​​ພື້ນ​ທີ່​ໃນ​ບໍ­ລິ­ເວນ​​ທີ່​ຕ້ອງ­ການ
  3. ​​ຄ​ລິ​​ກ​ເມ​​ນູ​ຄຳ​ສັ່ງ Image > Adjustments > Hue/Saturation ຫຼື​ ຄີ​ລັດ Ctrl + U >​​ ຫຼື ຄ​ລິ​​ກ​ປຸ່ມ Hue/Saturation ​ໃນພາ​ແນວ Adjustments
  4. ​​ຄ​ລິ​​ກ​ເມົ້າ​​​ຄ້າງ​ໄວ້​ແລ້ວ​ລາກ ເພື່ອ​ກຳ­ນົດ​ຄ່າ Hue ປັບ​ສີ​ໃໝ່​ໃຫ້​ກັບ​ພາບ, Saturation ປັບ​ຄວາມ​ສົດ​ຂອງ​ສີ ແລະ Lightness ປັບ​ຄວາມ​ສະ­ຫວ່າງ​ຂອງ​​​ສີ
  5. ຄ​ລິ​​ກ​ປຸ່ມ OK ​​ເ​ພື່​ອຕົ​​ກ​ລົງ

แสดงความคิดเห็น

0 ความคิดเห็น