ຂ່າວໃໝ່

6/recent/ticker-posts

ການໃຊ້ງານ FILTER ໃນ Photoshop

ຟິວ​ເຕີ​​ (Filter) ແມ່ນ​ຫຍັງ ?

​​ຟິວ​ເຕີ (Filter) ຄື ຄຳ​ສັ່ງ​ພິ­ເສດ ຫຼື ຄຳ​ສັ່ງ​ສຳ​​ເລັດ​ຮູບ​ທີ​​​ຕົກ​ແຕ່ງ​ພາບ​ໃຫ້​ສວຍ​ງາມ​ພາຍ​ໃນ​​ຄໍາ​ສັ່ງ​​ດຽວ ໂດຍ​ຈະ​ຊ່ວຍ​​ຫລຸ​​ດ​ຄວາມ​ຫຍຸ້ງ­ຍາກ​ໃນ​ການ​ຕົກ­ແຕ່ງ​ພາບ​ທີ​ມີ​​ຂັ້ນ​ຕອນ​ຫຼາຍ​ໃຫ້​ນ້ອຍ​ລົງ ເຊັ່ນ ການ​ສ້າງ​ແສງ​ໃຫ້​ກັບ​ພາບ ຖ້າ​​​ເຮັດຕາມ​​ຂັ້ນ​ຕອນ​ຈະ​ຕ້ອງ​ສ້າງ​ທີ່​ລະ​​ຂັ້ນ​ຕອນຄື ສ້າງ​ເລ​ເຢີ​​​ໃໝ່, ຄັດ​ລອກ​ພາບ​ລົງ​ເລ​ເຢີ​​ ລົງສີ ແລ້ວ​ຈື່​​ງ​ປັບ​ຄ່າ Opacity ແຕ່​ຖ້າ​ເຮົາ​ໃຊ້​ຄຳ​ສັ່ງ​ສຳ​​ເລັດ​ຮູບ​ທີ​ມີ​ຢູ່​​​ພ້ອມ​ແລ້ວ​ໃນ Photoshop ກໍ​ຈະ​​ຫລຸ​​ດຂັ້ນ​ຕອນ​ຕາມ​ທີ່​​​ກ່າວ​ມາ ໃຫ້​ສາ​ມາດ​​ເຮັດວຽກ​ໄດ້​ໃນ​​ຂັ້ນ​ຕອນ ​​ຫຼື ຄຳ​ສັ່ງ​ດຽວ

ໂດຍ​ການເຮັດ​ວຽກ​ຂອງ Filter ຈະ​​ມີ​ຫຼັກ​ການ​​ເຮັດວຽກ​ຄ້າຍ​ກັບ​​ຟິວເຕີ​​​ຂອງ​ກ້ອງ​ຖ່າຍ​ພາບ ​ຄື​ການ​ໃຊ້​​ເອບເຟັກຊ້ອນ​ລົງ​​ໃນ​ພາບ​​​ເຮັດໃຫ້​ເກີດ​ພາບ​​​ທີ່ມີ​ລັກ­ສະ­ນະ​ຫຼາກ​ຫຼາຍ ແລະ ແປ​​ກ​ຕາ​ອອກ​ໄປ

ການ​​ໃຊ້ງານ​​ຟິວ​ເຕີ

ລັກ­ສະ­ນະ​ຂອງ​ການ​ຕົກແຕ່ງ​ພາບ​ດ້ວຍ​ການ​ໃຊ້​​ຟິວ​ເຕີ​​​ນັ້ນ ເປັນ​ຄື​ກັບ​ການ​ຊ້ອນ​ພາບ​ດ້ວຍ​ແຜນ​​ຟິມ​ບາງໆ​ທີ່​ຊ່ວຍ​ປ່ຽນ​ໃຫ້​ພາບ​ປົກ­ກະ­ຕິ​ແປ​​ກ​ຕາ​ອອກ​ໄປ ຄື​ກັບ​ການ​ຖ່າຍ​ພາບ​ດ້ວຍ​ການ​ໃສ່​​ຟິວເຕີ​​ໃຫ້​ກັບ​ເລນ​​ສ໌​ຂອງ​​​ກ້ອງ​ສີ ຫຼື​ ຮູບ​ແບບ​ທີ່​ອອກ​ມາ​ນັ້ນ​ຈະ​ເຮັດ​ໃຫ້​ພາບ​ຕ່າງ​ອອກ​ໄປ​ຈາກ​ຄວາມ​​ເ​ປັບ​​​ຈີງ ຊື່​​ງ​ການ​ເຮັດ​ວຽກ​ງານ​ຂອງ​​ຟິວ​ເຕີ​​​ມີ​​​ກົດ​ງ່າຍໆ ​​ດັ່ງ​ນີ້
  1. ຟິວ​ເຕີ​​​ສາ­ມາດ​ເຮັດ​ວຽກ​ໄດ້​ກັບ​ເລ​ເຢີທີ່​ຖືກ​​ເ​ລືອກ (Active), ເລ​ເຢີ​​​ທີ່​ເບີ່ງ​ເຫັນ (Visible) ຫຼື ສະ­ເພາະ​​​ພື້ນ​ທີ່​ທີ່​ເລືອກ​ໄດ້
  2. ​​ຟິວ​ເຕີ​ບໍ່​ສາ­ມາດ​ໃຊ້​ກັບ​ພາບ​ໃນ​​ໂໝດສີ Bitmap ແລະ Indexed Color
  3. ມີບາງ​​ຟິວ​ເຕີ​​ໃຊ້​ໄດ້​ສະ­ເພາະ​ພາບ​ໃນ​​ໂໝດ​ສີ RGB

ວິ­ທີ​ການ​ໃຊ້​ງານ Filter

ການ​ຮຽກ​ໃຊ້ Filter ມີ 2 ວິ­ທີ ຄື
  • ກຳ­ນົດ Filter ຈາກ​​ຄໍາ​ສັ່ງ​​ທີ່ເມ​​ນູ​ບາ​​
ວິທີ​ການ​ເອີ້ນ​​ໄຊ້ຄໍາ​ສັ່ງ ຄື ​​ຄ​ລິ​​ກ​ເມ​​ນູ​ຄຳ​ສັ່ງ Filter ຈະ​ປາ­ກົດ​​​ຊື່ຟິວ​ເຕີ​​ໃຫ້ເ​​ລືອກ​ໃນ​ຕອນ​ທ້າຍ​ຂອງ​​ຄໍາ​ສັ່ງ ຊື່​​ງ​ບາງ​​ຄໍາ​ສັ່ງ​ຈະ​ມີ​ການ​ປັບ​ແຕ່ງ​ເອງ​ ແຕ່​ບາງ​​ຄໍາ​ສັ່ງ​ຈະ​ເຂົ້າ​ໄປ​ສູ່​ໜ້າ​ຕ່າງ Filter Gallery
  • ກຳ­ນົດ Filter ຈາກ Filter Gallery
ເປັນ​ໜ້າ​ຕ່າງທີ່​ໃຊ້ Filter ​​ສໍາເ​ລັດ​ຮູບ ໂດຍ​ສາ­ມາດ​​ເ​​ລືອກ​ໃຊ້​​ຟິວເຕີ​​ໄດ້​ຫຼາກ​ຫຼາຍ ໂດຍ​ເບິ່ງ​​ພຽງ​ໜ້າ​ຕ່າງ​ດຽວ ຊື່​​ງ​ບໍ່​ຕ້ອງ​​ເອີ້ນ​ໃຊ້​ຄຳ​ສັ່ງ​​ຄື​ກັບ​ການ​ໃຊ້​ຈາກ​ເມ​​ນູ​ບາ​​ ວິທີ​ການ​​ເອີ້ນໃຊ້​​ຄໍາ​ສັ່ງ ຄື ​​ຄ​ລິ​​ກ​ເມ​​ນູ​ຄຳ​ສັ່ງ Filter ເລືອກ​ຄຳ​ສັ່ງ Filter Gallery... ຈະ​ປາ­ກົດ​ໜ້າ​ຕ່າງ Filter Gallery ​​ສໍາ​ລັບ ການ​ປັບ​ແຕ່ງ​ຮູບ​ພາບ

ການ​​ເຮັດວຽກ​ຂອງ​​ຟິວ​ເຕີ

  • ກຸ່ມ​ການ​​ເຮັດວຽກ​ຂອງ Filter ສາ­ມາດ​ແບ່ງ​ອອກ​ເປັນ​ລັກ­ສະ­ນະ​ຕ່າງໆ ດັ່ງ­ນີ້
  • ກຸ່ມ Artistic ໃຊ້​ສຳ­ລັບ​ປັບ​ພາບ​ໃຫ້​ຄື​ພາບ​​ແຕ້ມ​ດ້ວຍ​ສໍ
  • ກຸ່ມ Blur ໃຊ້​​ສໍາ​ລັບ​ປັບ​ພາບ​ໃຫ້​ເບ​ຼີ ຫຼື ປັບ​ຄວາມ​ຄົມ​ແຈ້ງ​ລົງ
  • ກຸ່ມ Brush Strokes ໃຊ້​ສຳ­ລັບ​ປັບ​​ເເຕ່ງ​ພາບ​ທຳ​ມະ​ດາ ໃຫ້​ມີ​ລັກ­ສະ­ນະ​ຄ້າຍ​ກັບ​ພາບ​ແຕ້ມ​ດ້ວຍ​ແປ​​ງ ຫຼື ການ​ແຕ້ມ​ທີ່​ເນັ້ນ​ລາຍ​ເສັ້ນ
  • ກຸ່ມ Distort ໃຊ້​ສຳ­ລັບ​ປັບ​ແຕ່ງ​ພາບ​ໃຫ້​ມີ​ຮູບ​ຮ່າງ​ຜິດ​ພ້ຽນ​ໄປ​ຈາກ​ເດີມ
  • ກຸ່ມ Noise ໃຊ້​​ສໍາ​ລັບ​ປັບ​ເພີ່ມ​ລຸ​​ດ​ເມັດ​ສີ​ໃຫ້​ກັບ​ພາບ ຫຼື ໃຊ້​ປັບ​ສີ​ຂອງ​ພິກ​ເຊ​​ລ​ໃຫ້​​ກົມ​​ກືນ​ກັນ
  • ກຸ່ມ Render ໃຊ້​ສຳ­ລັບ​ສ້າງ​​ເອຟເ​ຟັກ​​ຕ໌​ຕ່າງໆ ໃຫ້​ກັບ​ພາບ​ໂດຍ​ໃຊ້​ແສງ​ ແລະ ​ພື້ນ​ຫຼັງ​ຂອງ​ພາບ ມາປະ​ມວນ​ຜົນ​ເພື່ອ​ສ້າງ​ເປັນ​ພາບ​ໃໝ່ ເຊັ່ນ ກ້ອນ​ເມກ ໝອກ​ຄວັນ ຫຼື ແສງ​ໄຟ
  • ກຸ່ມ Sharpen ໃຊ້​​ສໍາ​ລັບ​ປັບ​ຄວາມ​ຄົມ​ຊັດ​ໃຫ້​ກັບ​ພາບ
  • ກຸ່ມ Pixelate ໃຊ້​​ສໍາ​ລັບ​ປັບ​ແຕ່ງ​ພິກ​ເຊ​​ລ​ຂອງ​ພາບ ໂດຍ​ຈະ​ທັງ​ຫມົດ​ພິກ​ເຊ​​ລ​ທີ່ຢູ່​ໃກ້​ຄຽງ​ກັນ​ເຂົ້າ​ເປັນ​ຊ່ອງ​ເຊລ ຫຼື ເມັດ​ສີ​ນ້ອຍໆ
  • ກຸ່ມ Sketch ໃຊ້​ສຳ­ລັບ​ປັບ​ແຕ່ງ​ພາບ​ໃຫ້​ມີ​ລັກ­ສະ­ນະ​ຄ້າຍ​ພາ​​ບ​ຮ່າງ​ດ້ວຍ​ສໍ ຫຼື ປາກ­ກາ ໂດຍ​ຈະ​ນຳ​ສີ​ຈາກ​ພື້ນ ​ໜ້າ ແລະ ພື້ນ​ຫຼັງ​ມາ​ໃຊ້​ງານ
  • ກຸ່ມ Texture ໃຊ້​ສຳ­ລັບ​ໃສ່​​​ພື້ນ​ຜິວ​ລົງ​ໄປ​​ໃນ​ພາບ ໃຫ້​ມີ​ລັກ­ສະ­ນະ​ຄ້າຍ​ກັບ​ການ​​ແຕ້ມ​ລົງ​ໃນ​ຜືນ​ຜ້າ ​ຫຼື ເປັນ​​ແຫວ່ນ
  • ກຸ່ມ Stylize ໃຊ້​​ສໍາ​ລັບ​ສ້າງ​​ເອຟເ​ຟັກ​​ດ໌​ແບບ​ຕ່າງໆ ໃຫ້​ກັບ​ພາບ ໂດຍ​ໃຊ້​ການ​ແທນ​ທີ​ສີ ເໝາະ​ກັບ​ການ​ນຳ​ພາບ​ໄປ​ໃຊ້​ຮ່ວມ​ກັບ​ເທ​​ກນິກ​ອື່ນໆ ເ​ຊັ່ນ ການ​ເຮັດ​ພາບ​​ນູນ​ຕ່ຳ
  • ກຸ່ມ Video ໃຊ້​ສຳ­ລັບ​ປັບ​ແຕ່ງ​ພາບ​ທີ່​ຈັບ​ພາບ (Capture) ຈາກ​ສັນ­ຍາ​ນະ​ວິ​ດີ​ໂອ ​​ຫຣຶອ ໂທ​​ຣ​ທັກ​​ນ໌ ​​ຫຣຶອ ປັບ​ແຕ່ງ​ພາບ​ໃຫ້​ເໝາະ​ສົມ​ກັບ​​ຈໍ​ໂທ​​ຣ​ທັດ​​ນ໌
  • ກຸ່ມ Other ໃຊ້​​ສໍາຫຣັບ​ປັບ​ຄວາມ​ຄົມ​ຊັດ (Contrast) ໃຫ້​ກັບ​ພາບ ເລືອນ​ພາບ​ປັບ​ຂອບ​ພາບ ສ່ວນ​ໃຫຍ່​ຈະ​​ນໍາ​ໄປ​ໃຊ້​ຮ່ວມ​ກັບ​ເທ​​ກນິກ​ອືນໆ
  • ກຸ່ມ Digimarc ໃຊ້​​ສໍາ​ລັບ​ສ້າງ​ລາຍ​ນ້ຳ (Watermark) ໃຫ້​ກັບ​ພາບ ​​ເ​ພື​​ອ​ສະແດງ​ຄວາມ​ເປັນ​ເຈົ້າ​ຂອງ​ໃນ​ພາບ​ນັ້ນໆ

แสดงความคิดเห็น

0 ความคิดเห็น