ເປັນຫຍັງຢູ່ໆ ຄອມເປີດບໍ່ຕິດ ເປັນຫຍັງຄອມໃຊ້ງານບໍ່ໄດ້ ເປັນຫຍັງຄອມຊ້າລົງ ແລະ ສຸດທ້າຍ ຄອມພິວເຕີເສຍ ແລະ ພັງໄປໃນທີ່ສຸດ ເປັນເລື່ອງປົກກະຕິທີ່ມັກຈະເກີດກັບຜູ້ໃຊ້ບາງຄົົນທີ່ໃຊ້ງານບໍ່ຖືກຕ້ອງ ແລະ ຂາດການດູແລຮັກສາ ຄອມກໍຄືກັບຄົນເຮົາ ຫາກບໍ່ຄ່ອຍດູແລຮັກສາສະພາບ ໃຊ້ຢ່າງດຽວ ຄອມກໍຈະມີບັນຫາ ແລະ ເສຍໄປໃນທີ່ສຸດ
6 ສິ່ງທີ່ເຮັດໃຫ້ ຄອມພິວເຕີເສຍ ແລະ ພັງໄດ້ງ່າຍໆ
- ໄຟຟ້າ: ການຈ່າຍໄຟທີ່ສະໜ່ຳສະເໝີຖືວ່າເປັນຜົນດີີກັບເຄື່ອງຄອມພິວເຕີ ແຕ່ຫາກການຈ່າຍໄຟບໍ່ສະໜ່ຳສະເໝີ ກໍເປັນຜົນເສຍ ແລະ ຖ້າໃຜທີ່ມີບັນຫາ ໄຟດັບຢູ່ເລື້ອຍໆ ແນະນຳໃຫ້ໃຊ້ UPS ເພື່ອສຳຮອງໄຟໄວ້ດີກວ່າ ເພາະການທີ່ໄຟດັບບໍ່ເປັນຜົນດີີຕໍ່ເຄື່ອງຄອມພິວເຕີເຮົາ ແຖມຢັງອາດເຮັດໃຫ້ອຸປະກອນອື່ນໆ ພັງໄດ້ອີກດ້ວຍ
- ຝຸ່ນ: ການທີ່ບໍ່ເຄຍແກະເຄື່ອງມາເປົ່າລົມ ຫລື ເຮັດຄວາມສະອາດ ຝຸ່ນອອກຈາກ ຄອມພິວເຕີ ກໍອາດຈະເຮັດໃຫ້ ຕົວເຄື່ອງເປັນທີ່ສະສົມຂອງຝຸ່ນ ອີກຢັງເຮັດໃຫ້ການລະບາຍຄວາມຮ້ອນບໍ່ໄດ້ດີອີກ ແລະ ຢັງສົ່ງຜົນໃຫ້ເຄື່ອງຊ້າລົງອີກດ້ວຍ
- ຄວາມຮ້ອນ: ທັງຄວາມຮ້ອນຈາກພາຍນອກ ແລະ ຄວາມຮ້ອນຈາກພາຍໃນ ສົ່ງຜົນຕໍ່ຄອມພິວເຕີດ້ວຍເຊັ່ນກັນ ຫາກເຄື່ອງມີອຸນພູມິສູງຂຶ້ນຈະເຮັດໃຫ້ ເຄື່ອງຊ້າລົງຢ່າງເຫັນໄດ້ແຈ້ງ ແລະ ຢັງເຮັດໃຫ້ອຸປະກອນເສື່ອມລົງເລື້ອຍ
- ຄວາມຊື້ນ/ນ້ຳ: ອຸປະກອນອິເລັກໂຕຣນິກ ບໍ່ມັກນ້ຳ ແລະ ຄວາມຊື້ນ ເພາະປະກອບໄປດ້ວຍສື່ທີ່ນຳໄຟຟ້າຫລວງຫລາຍ ການເຮັດໃຫ້ຄອມພິວເຕີຂອງເຮົາຖືກນ້ຳ ຫລື ຄວາມຊື້ນ ອາດເຮັດໃຫ້ເກີດສະນິມ ຫລື ໄຟລັດວົງຈອນ ຈົນເກີດຄວາມເສຍຫາຍກັບຄອມພິວເຕີຂອງເຮົາໄດ້
- ກະທົບກະເທືອນ: ການກະແທກ ຫລື ການຫຼົ່ນຂອງຄອມພິວເຕີນັ້ນ ບໍ່ດີແນ່ນອນ ເພາະອາດເຮັດໃຫ້ອຸປະກອນພາຍໃນເສຍຫາຍໄດ້ ໂດຍສະເພາະ ຮາດດິດ ທີ່ພຽງແຕ່ກະທົບກະເທືອນນິດດຽວກໍອາດເຮັດໃຫ້ເສຍຫາຍໄດ້
- ໄວຣັດ: ເຖິງແມ່ນວ່າໄວຣັດນັ້ນຈະບໍ່ສາມາດສ້າງຄວາມເສຍຫາຍໃຫ້ກັບ ອຸປະກອນໄດ້ ແຕ່ມັນສາມາດສ້າງຄວາມເສຍຫາຍກັບ ລະບົບປະຕິບັດການ ຫລື ຊອບແວຕ່າງໆ ພາຍໃນເຄື່ອງ ສົ່ງຜົນໃຫ້ເຮົາຕ້ອງຟໍແມດເຄື່ອງໃໝ່ ມັນບໍ່ສະໜຸກແນ່ນອນ ເຮົາຈຶ່ງຄວນຕິດຕັ້ງ ແອນຕີ້ໄວຣັດ ທີ່ມີປະສິດທິພາບເພື່ອປ້ອງກັນບັນຫາເຫຼົ່ານີ້
0 ความคิดเห็น