ຂ່າວໃໝ່

6/recent/ticker-posts

ການຕັ້ງຄ່າເຄື່ອງມື Selection


 ເມື່ອ​​ຄ​ລິ​​ກ​ເມົາ​​ສ໌​ຈະ​ເປັນ​ການ​ສ້າງ Selection ຂຶ້ນ​ໃໝ່
 ສ້າງ Selection ເພີ່ມ​ຂຶ້ນ ໂດຍ​ພື້ນ​ທີ່ Selection ກ່ອນ​ໜ້າ​ຈະ​ບໍ່​ຫາຍ​ໄປ ແຕ່​ຈະ​ຖືກ​ທັງ​ຫມົດ​ເຂົ້າ​ນຳ​ກັນ
 ລົບ​ພື້ນ​ທີ່​ຂອງ Selection ອອກ​ຈາກ Selection ກ່ອນ​ໜ້າ
 ເປັນ​ການ​ສ້າງ Selection ໃໝ່​ໃນ​ພື້ນ​ທີ່ Selection ເດີມ ດ້ວຍ​ວິ­ທີ Intersect ຈາກ​ພື້ນ​ທີ່ Selection ທີ່​ກຳ­ນົດ​ໃໝ່​ແລະ Selection ກ່ອນ​ໜ້າ ທີ່​ມີ​ພື້ນ​ທີ່​ດຽວ​ກັນ

Feather ​​ຕັ້ງ​ຄ່າ​ຄວາມ​ເບ​ຼີ ຫລື ​​ຟຸ້ງກະ​ຈາ​​ຍ​ຂອງ​ຂອບ Selection

​​ໃຊ້​ກຳ­ນົດ​ຄ່າ​​ຟຸ້ງກະ​ຈາ​​ຍ ຫລື ​ຄວາມ​ເບ​ຼີທີ່​ຂອບ​ຂອງ Selection ຫຼັງ​ຈາກ​ທີ່​ໄດ້​ເລືອກ​ພື້ນ​ທີ່​ແລ້ວ​ຈະ​ຕ້ອງ​ຄັດ​ລອກ (Copy) ,ຕັດ (Cut), ເຄື່ອນ​​​ຍ້າຍ (Move) ເພື່ອ​ໃຫ້​ເຫັນ​ຜົນ​ການ​ເຮັດ​ວຽກ​ງານ​ຂອງ Feather ມີ​ຫນ່ວຍ​ເປັນ​ພິກ​ເຊລ ໂດຍ​ຈະ​ສາ­ມາດ​ກຳ­ນົດ​ຄ່າ​ຂອງ Feather ໄດ້​ຕັ້ງ­ແຕ່ 0 ເຖິງ 255 pixel ​​ຢິ່ງ​ໃຊ້​ຄ່າ​ຫລາຍ​ຂອບ Selection ຈະ​​ຢິ່ງຟຸ້ງກະ​ຈາ​​ຍ​ຫລາຍ​ເຮັດ​ໃຫ້​ຂອບ​ຂອງ​ພາບ​ທີ່​ເລືອກ​ເບິ່ງ​ເບ​ຼີ ຫລື​ນຸ່ມ​ນວນ​ຂຶ້ນ ​​ອອບ​ຊັ່ນ​ນີ້​ຈະ​ມີ​ຢູ່​ໃນ​ເຄື່ອງ­ມື​ທີ່​ໃຊ້​ສ້າງSelection ທຸກ​ຊະ­ນິດ ຢົກ​ເວັ້ນ​ເຄື່ອງ­ມື Magic Wand ແລະ Quick Selection ການ​ກຳ­ນົດ​ຄ່າ Feather ເຮັດ​ໄດ້ 2 ວິ­ທີ​ຄື:

  1. ກຳ­ນົດ​ກ່ອນ​ສ້າງ Selection ໂດຍ​ພິມ​ຄ່າ​ລົງ​ໃນ​ຊ່ອງ​ຫຼັງ Feather ໃນ​​ອອບ​ຊັ່ນ​ບາ​​ຣ໌
  2. ກຳ­ນົດ​ຫຼັງ​ສ້າງ Selection ໃຫ້​ໃຊ້​ຄຳ​ສັ່ງ Select > Modify > Feather ຈະ​ມີ​ໄດ​ອະ​​ລັອກ Feather Selection ເປີດ​ຂຶ້ນ​ມາ ໃສ່​ຄ່າ​ທີ່​ຕ້ອງ­ການ​ໃນ​ຊ່ອງ Feather Radius ແລ້ວ​​ຄ​ລິ​​ກ OK

ຕົວ­ຢ່າງ ການ Selection ໂດຍ​ໃຫ້​ມີ Feather

Anti-allas ຄວາມ​​​ລຽບ​ຂອງ​ຂອບ ເປັນ​​ອອບ​ຊັ່ນ​ທີ່​ໃຊ້​ກຳ­ນົດ​ໃຫ້​ຂອບ​ຂອງ Selection ບໍ­ລິ­ເວນ​ທີ່​ເປັນ​ເສັ້ນ​ໂຄ້ງ​ ​ເບິ່ງ​​ລຽບ​ບໍ່​ມີ​ຮອຍ​​​ບັກ​ເປັນ​​ຂັ້ນ​ບັນ​ໄດ​ໃຫ້​ເຫັນ​ເວ­ລາ​ເຮົາ​​ກ໊ອບ​ປີ້​ພາບ​ໄປ​ໃຊ້​ງານ
Style ຂອງ Selection ໃຊ້​ກຳ­ນົດ​ວິ­ທີ​ສ້າງ Selection ແບ່ງ​ເປັນ 3 ປະ­ເພດ

  1. Normal ເປັນ​ການ​ເລືອກ​ຂະ­ໜາດ​ຂອງ​ພື້ນ​ທີ່​ຢ່າງ​ອິດ­ສະ­ຫລະ
  2. Fixed Aspect Ratio ເລືອກ​ແບບ​ກຳ­ນົດ​ຄ່າ​​ຢືດຢຸ່ນ​ຕາມ​ອັດ­ຕາ​ສ່ວນ​ຄວາມ​ກວ້າງ: ຄວາມ​ສູງ​ທີ່​ໄດ້​ກຳ­ນົດ​ໄວ້
  3. Fixed Size ເລືອກ​ພື້ນ​ທີ່​ໂດຍ​ກຳ­ນົດ​ຄວາມ​ສູງ​ຄວາມ​ກວ້າງ​ຢ່າງ​ຕາຍ​ຕົວ


Note:


  • ກົດ​ແປ້ນ Backspace ເພື່ອ​ລົບ​ຈຸດ​ຂອງ​ການ​ເລືອກ​ພື້ນ​ທີ່​ອອກ​ໄປ​ເທື່ອ​ລະ​ຈຸດ ໂດຍ​​​ເລີ່ມ​ຈາກ​ຈຸດ​ທີ່​ສ້າງ​ຂຶ້ນ​ລ່າ​ສຸດ
  • ກົດ​ແປ້ນ ESC ເພື່ອ​​ຍົກ​ເລີກ​ທຸກ​ຈຸດ​ຂອງ​ການ​ເລືອກ​ພື້ນ​ທີ່​ທີ່​ກຳ­ນົດ​ໄວ້​ທັງ​ໝົດ
  • ກົດ​ແປ້ນ Shift ຄ້າງ​ໄວ້​ຂະ­ນະ​ທີ່​ວາດ​ພື້ນ​ທີ່​ຕາມ​ຮູບ­ຊົງ​ວັດ­ຖຸ ຈະ​ເຮັດ​ໃຫ້​ເກີດ​ການ​ເຮັດ​ມຸມ­ສາກ ຫລື 45ອົງ­ສາ​ສະ­ເໝີ ກົດ​ແປ້ນ Alt ຄ້າງ​ໄວ້​ຂະ­ນະ​ວາດ​ພື້ນ​ທີ່​ເລືອກ​ຂອບ​ເຂດ​ວັດ­ຖຸ ຈະ​ເຮັດ​ໃຫ້​ໄດ້​​ຮູບ​ວັດ­ຖຸ​ທີ່​ສົມ­ບູນ​​ຖືກ​ຕາມຄວາມ​ຕ້ອງ­ການ

แสดงความคิดเห็น

0 ความคิดเห็น