ຂ່າວໃໝ່

6/recent/ticker-posts

ການເລືອກພື້ນທີ່ດ້ວຍໃຊ້ເມ​​ນູ Select


ຄຳ​ສັ່ງ​ອື່ນໆ​ໃນ​ການ​ຈັດ­ການ Selection ໂປ​​ຣ​ແກ​​ຣມ Photoshop ມີ​ຄຳ​ສັ່ງ​ພື້ນຖານ​ອື່ນໆ ທີ່​ໃຊ້​ເປັນ​ເຄື່ອງມື​ໃນ​ການ​ຈັດ­ການ Selection ນອກ­ຈາກ​ທີ່​ມີ​ຢູ່​ໃນ Option ຂອງ​ເຄື່ອງ­ມື Selection ຊະ­ນິດ​ຕ່າງໆ

  • ການ​ເລືອກ​ພື້ນ​ທີ່​ທັງ​ພາບ ໃຊ້​ຄຳ​ສັ່ງ Select > All ( ຄີ​​ລັດ Ctrl+A ) 
  • ການ​ຢົກ​ເລີກ Selection ໃຊ້​ຄຳ​ສັ່ງ Select > Deselect ( ຄີ​ລັດ Ctrl+D ) ເສັ້ນ Selection 0 ຈະ​ຫາຍ​ໄປ​ ແລະ ​ພື້ນ​ທີ່ Selection ຖືກ​ຍົກ​ເລີກ 
  • ເອີ້ນ​ຄືນ Selection ໃຊ້​ຄຳ​ສັ່ງ Select > Re select ໃຊ້​ເອີ້ນ Selection ສຸດ​ທ້າຍ​ທີ່​ຖືກ​ຢົກ​ເລີກ​ໄປ 
  • ການ​ຂະ­ຫຍາຍ Selection ໃຊ້​ຄຳ​ສັ່ງ Select > Modify > Expand ຂະ­ຫຍາຍ​ພື້ນ​ທີ່​ອ້ອມ Selection ເດີມ​ອອກ​ໄປ​ໂດຍ​ກຳ­ນົດ​ຄ່າ​ການ​ຂະ­ຫຍາຍ​ເປັນ Pixels 
  • ການ​ລຸ​​ດ​ຂະ­ໜາດ Selection ໃຊ້​ຄຳ​ສັ່ງ Selection > Modify > Contract ລຸດ​ພື້ນ​ທີ່​ອ້ອມ Selection ເກົ່າລົງ​ໂດຍ​ກຳ­ນົດ​ຄ່າ​ເປັນ Pixels
  • ກາ​​ນສະລັບ​ພື້ນ​ທີ່ Selection ໃຊ້​ຄຳ​ສັ່ງ Select > Inverse ເປັນ​ກາ​ນ​ສະ​ລັບ​ພື້ນ​ທີ່​ທີ່​ເລືອກ​ໄວ້​ກັບ​ພື້ນ​ທີ່​ທີ່​ບໍ່​ໄດ້​ເລືອກ ເນື່ອງ​ຈາກ​ພື້ນ​ທີ່​ທີ່​ຕ້ອງ­ການ​ເລືອກ​ມີ​ຄວາມ​ຊັບຊ້ອນ​ເຮັດ​ໃຫ້​ຍາກ​ທີ່​ຈະ Selection ຈຶ່ງ​ເລືອກ​ພື້ນ​ທີ່​ສ່ວນ​ອື່ນ ແລ້ວ​ໃຊ້​ຄຳ​ສັ່ງ Select > Inverse​​ ສະລັບ​ພື້ນ​ທີ່​ກັນ

แสดงความคิดเห็น

0 ความคิดเห็น