
ພາເລດ (Palette) ຄືກຸ່ມຂອງໜ້າຕ່າງທີ່ລວບລວມຄຸນສົມບັດການເຮັດວຽກງານຂອງເຄື່ອງມື ຊ່ວຍຄວບຄຸມລາຍລະອຽດປີກຍ່ອຍໃນຂັ້ນຕອນການເຮັດວຽກງານ
- Navigator ເປັນພາເລັດທີ່ສະແດງໜ້າຈໍຂອງຮູບພາບທີ່ໃຊ້ງານຢູ່ ເຮັດຫນ້າທີ່ສຳລັບການປັບມຸມມອງຂອງຮູບພາບໂດຍສາມາດຄລິກທີ່ປຸ່ມ Zoom Slider ເພື່ອຫຍໍ້ ຫຼື ຂະຫຍາຍມຸມມອງພາບໄດ້
- info ເປັນພາເລັດສຳລັບສະແດງຄ່າສີແບບ RGB ແລະ CMYK ຂອງຮູບພາບໃນຮູບແບບຂອງຕົວເລກ
- History ເປັນພາເລັດທີ່ເກັບລາຍລະອຽດຂັ້ນຕອນການເຮັດວຽກງານທັງໝົດເພື່ອອຳນວຍຄວາມສະດວກເມື່ອຕ້ອງການ ຍ້ອນກັບ ໄປໃຊ້ພາເລັດເກົ່າ ຫລື ຍ້ອນເບິ່ງການເຮັດວຽກງານທີ່ຜ່ານມາ
- Color ເປັນພາເລັດສຳລັບກຳນົດສີ Foreground ແລະ Background ໂດຍການເລື່ອນແຖບເພື່ອປັບສີ ຕາມຕ້ອງການ
- Swatches ເປັນພາເລັດທີ່ກຳນົດສີແບບສຳເລັດຮູບເພື່ອຄວາມສະດວກໃນການເລືອກສີ ຜູ້ໃຊ້ສາມາດເບິ່ງສີທີ່ຕ້ອງການ ແລະ ຄລິກເລືອກສີທີ່ຕ້ອງການ
- Style ເປັນພາເລັດທີ່ໃຊ້ໃນການກຳນົດຮູບແບບຕ່າງໆໂດຍການເລືອກຮູບແບບທີ່ຕ້ອງການ ໄດ້ແກ່ ຕົວອັກສອນ
- Layer ເປັນພາເລັດສຳລັບໃຊ້ຄວບຄຸມການໃຊ້ງານເລເຍີຕ່າງໆ
- Channels ເປັນພາເລັດທີ່ສະແດງການແຢກສີຂອງຮູບພາບທີ່ກຳລັງເຮັດວຽກຢູ່ ປະກອບດ້ວຍການແຢກສີແບບ RGB, Red, Green, ແລະ Blue
- Paths ເປັນພາເລັດທີ່ໃຊ້ສະແດງ Path ທີ່ຖືກສ້າງຂຶ້ນໃນຮູບພາບທີ່ກຳລັງເຮັດວຽກ
ໃນການສ້າງສັນຜົນງານໃນ Photoshop ນັ້ນ ຄວນມີການກຳນົດຂະໜາດຂອງພື້ນທີ່ການເຮັດວຽກງານໃຫ້ ເໝາະສົມກັບງານ ການກຽມພາບຈາກແຫຼ່ງຕ່າງໆ ເພື່ອນຳມາໃຊ້ງານຕາມຈຸດປະສົງຂອງເຮົາ ສາມາດເປີດໄຟລ໌ຈາກແຫຼ່ງພາບຕ່າງໆ ລວມທັງການປັບຫຍໍ້ ຂະຫຍາຍມຸມມອງຂອງພາບໃຫ້ເໝາະສົມຕາມຄວາມຕ້ອງການ ແລະ ສາມາດບັນທືກງານທີ່ສ້າງໄວ້ໄດ້ຢ່າງຖືກວິທີ
0 ความคิดเห็น