ໝາຍເຖິງການເຮັດໃຫ້ເລເຍີໜຶ່ງມີຜົນກັບອີກເລເຍີໜຶ່ງເທົ່ານັ້ນ ບໍ່ໄປກະທົບເລເຍີອື່ນຊຶ່ງຢູ່ຖັດລົງໄປ ອ່ານແລ້ວອາດຈະງົງ ລອງເບິ່ງພາບລຸ່ມນີ້ ຈາກພາບຈະເຫັນເລເຍີWood Gain ຊຶ່ງເປັນລາຍໄມ້ ຊຶ່ງເຮົາຕ້ອງການໃຫ້ລາຍໄມ້ນີ້ມີຜົນກັບກອບພາບຊຶ່ງເປັນເລເຍີ Frame ທີ່ຢູ່ຖັດລົງໄປດ້ານລຸ່ມເທົ່ານັ້ນ ຈຶ່ງໃຊ້ການ Clipping ຊຶ່ງຈະເຫັນລູກສອນຢູ່ທີ່ດ້ານໜ້າຂອງເລເເຍີ Wood Gain ການເຮັດເຊັ່ນນີ້ ຈະເຮັດໃຫ້ໄດ້ກອບພາບທີ່ມີລາຍໄມ້ງາມຂຶ້ນມາແທນກອບສີແດງເຫຼືອງ ໃນເລເຍີ Frame
ການໃຊ້ງານ Clipping ໂດຍການໃຊ້ຄີລັດ ໃຫ້ກົດປຸ່ມ Alt ແລ້ວວາງເມົ້າໄວ້ລະຫວ່າງທັງສອງເລເຍີ ຈາກນັ້ນຄລິກ ຫລື ຖ້າຈະໃຊ້ຄຳສັ່ງໂປຣແກຣມເມນູ Layer ເລືອກ Create Clipping Mask (ຄີລັດ Alt + Ctrl + G) ຖ້າຕ້ອງການຢົກເລີກກໍພຽງແຄ່ເຮັດຊ້ຳວິທີເດີມ ໂປຣແກຣມເມນູ Layer ເລືອກ Release Clipping Mask ຫລື ກົດປຸ່ມ Alt ແລ້ວຄລິກເມົ້າທີ່ເກົ່າອີກຄັ້ງ
0 ความคิดเห็น