ຂ່າວໃໝ່

6/recent/ticker-posts

ວິທີແກ້ຈໍຟ້າ Blue Screen of Death | Windows 10 Fix


Blue Screen of Death (BSOD) ຫລື​ ທີ່​ເອີ້ນ​ວ່າ​ຂໍ້​ຜິດ​​ພ​າດ​ຢຸດ​ການ​ເຮັດ​ວຽກ​ ຈະ​ປາ­ກົດ​ຂຶ້ນ​ເມື່ອ​ມີ​ບັນ­ຫາ​ຮ້າຍ​ແຮງ​ຈົນ Windows ຕ້ອງ​ຢຸດ​ເຮັດ​ວຽກ​ຢ່າງ​ສົມ­ບູນ​ແບບ

Blue Screen of Death ມັກ​ມີ​ຄວາມ​ກ່ຽວ­ຂ້ອງ​ກັບ​ຮາ​​ດ​ແວ ​ຫລື​ ໄດ​​ຣ​ເວີ
BSOD ສ່ວນ​ໃຫຍ່​ສະ​ແດງ​​​ລະຫັດ STOP ທີ່​ສາ­ມາດ​ໃຊ້​ຄົ້ນ​ຫາ ເພື່ອ​ຊ່ວຍ​ຫາ​ສາ­ເຫດ​ທີ່­ແທ້​ຈິງ​ຂອງ Blue Screen of Death ໄດ້

ພີ​ຊີ​ຂອງ​ເຈົ້າ​ກໍ່​ການ​​ຣີ​ສະຕາ​​ດ​ຫຼັງ​ເກີດ BSOD ຫລື​ບໍ່? ຫາກ​ໜ້າ​​ຈໍ​ສີ­ນ້ຳ​​ຟ້າກະພິບ ແລະ ​ຄອມ​​ພິວ​ເຕີໄດ້​ກໍ່​ການ​ບູດ​ເຄື່ອງ​ໃໝ່​ໂດຍ​ອັດ­ຕະ­ໂນ­ມັດ

ວິ­ທີ​ແກ້​​ຈໍ​ຟ້າ Blue Screen of Death

01 ​​ຂັ້ນ​ຕອນ​ການ​ແກ້​ໄຂ​ບັນ­ຫາ Blue Screen of Death ທີ່​ສຳ­ຄັນ​ທີ່​ສຸດ​ທີ່​​ສາ­ມາດ​ເຮັດ​ໄດ້​ຄື

  • ໃຫ້​ຖາມ​ຕົວ​ເອງ​ວ່າໄດ້​ເຮັດ​ຫຍັງ​ລົງ​ໄປ​ກ່ອນ​ທີ່​ອຸ­ປະ­ກອນ​ຈະ​ຢຸດ​ເຮັດ​ວຽກ
  • ​ຫາ­ກໍ່​ຕິດ​​ຕັ້ງ​ໂປ​​ຣ​ແກ​​ຣມ​ໃໝ່ ຫລື​ ກໍ່​ການ​ອັບ​ເດດ​ຮາ​​ດ​ແວ​​ ໄດ​​ຣ​ເວີ ຕິດ​​ຕັ້ງ​ອັບ​ເດດ Windows ແລະ ອື່ນໆ ຫລື​ບໍ່? ຖ້າ​ເປັນ​ເຊັ່ນ​ນັ້ນ ກໍ​ເປັນ​ໂອ­ກາດ​ທີ່​ດີ​ຫລາຍ ທີ່​ເຮົາ​ຈະ​ຮູ້​ໄດ້​ວ່າ ການ​ປ່ຽນ​ແປງ​ທີ່​ເຈົ້າ​ເຮັດ ເຮັດ​ໃຫ້​ເກີດ BSOD ນັ້ນ​ເອງ
  • ໃຫ້​ຢົກ​ເລີກ​ການ​ປ່ຽນ​ແປ​​ງ​ທີ່​ເຈົ້າ​ເຮັດ ແລະ ​ທົດ​ສອບ​ອີກ​ເທື່ອ​ສຳ­ລັບ​ຂໍ້​ຜິດ​​ພ​າດ STOP ໂດຍ​ວິ­ທີ​ແກ້​ບັນ­ຫາ​ບາງ​ຢ່າງ​ນັ້ນ​ອາດ​ລວມໄປ​ເຖິງການ​​ເລີ່ມ​ຕົ້ນ​ໃຊ້ Last Known Good Configuration ເພື່ອ​ເລີກ​ກໍ່​ການ​ປ່ຽນ​ແປງຣີ​ຈິດ​​ທຣີ ແລະ ​ໄດ​​ຣ​ເວີ​ລ່າ​ສຸດ​ນັ້ນ​ເອງ
02 ໃຊ້​ການ​ຄືນ​ຄ່າ​ລະ­ບົບ (System Restore) ເພື່ອ​​​ຍົກ​ເລີກ​ການ​ປ່ຽນ​ແປ​​ງ​ລະ­ບົບ​ລ່າ​ສຸດ


03 ກໍ່​ການ​ຍ້ອນ​ກັບ​ໄດ​​ຣ​ເ​ວີ​ອຸ­ປະ­ກອນ (Roll back) ໄປ​ເປັນ​​ລຸ້ນ​ກ່ອນ​ການ​ອັບ​ເດດ​ໄດ​​ຣເ​ວີ​​​ຂອງ​ເຈົ້າ


04 ກວດ​ສອບ​ວ່າ ມີ​ພື້ນ​ທີ່​ວ່າງ​ເຫຼືອ​​​ພໍ​ໃນໄດ​​ຣທີ່​ຕິດ​​ຕັ້ງ Windows
Blue Screen of Death ແລະ​ ບັນ­ຫາ​ຮ້າຍ​ແຮງ​ອື່ນໆ ເຊັ່ນ ຂໍ້​ມູນ​ຄວາມ​ເສຍ​ຫາຍ​ສາ­ມາດ​ເກີດ​ຂຶ້ນ​ໄດ້ ຫາກ​ມີ​ພື້ນ​ທີ່​ວ່າງ​ບໍ່​ພຽງ­ພໍ​ໃນ​ພາ​​​ຕິ​ຊັນ​ຫຼັກ​ຂອງ​ເຈົ້າ ທີ່​ໃຊ້​ສຳ­ລັບ​ລະ­ບົບ​ປະ­ຕິ­ບັດ​ການ Windows

ໝາຍ­ເຫດ: Microsoft ແນະ­ນຳ​ໃຫ້​ຮັກ­ສາ​ພື້ນ​ທີ່​ວ່າງ​ ຢ່າງ​ນ້ອຍ 100 MB ແຕ່​ຈະ​ພົບ​ບັນ­ຫາ​ກ່ຽວ​ກັບ​ພື້ນ​ທີ່​ວ່າງ​ທີ່​ຕ່ຳ​ລົງ​ຢ່າງ​​ສະ​ໝ່ຳ​ສະ­ເໝີ ໂດຍ​ທົ່ວ​ໄປ​ແລ້ວ​ຜູ້​ໃຊ້ Windows ຄວນຮັກ­ສາ​ຄວາມ​ຈຸ​ຂອງ​ໄດ​​ຣ​ຢ່າງ​ນ້ອຍ 10% ຕະ­ຫລອດ​ເວ­ລາ

05 ​​​ສະແກນ​ຄອມ​​ພິວ​ເຕີ​ເພື່ອ​ຫາ​ໄວ​​ຣັດ
ໄວ​​ຣັດ​ບາງ​ຊະ­ນິດ​ສາ­ມາດ​ເຮັດ​ໃຫ້ Blue Screen of Death ໂດຍ​ສະ­ເພາະ​ໄວ​​ຣັດ​ທີ່​ຕິດ​ໄປ​ຢັງ ​ມາສ​ເຕີບູດ​​ເຣກ​ຄອດ (MBR) ຫລື​ ບູດ​ເຊ​​ກເຕີ
ສິ່ງ​ສຳ­ຄັນ: ກວດ​ສອບ​ໃຫ້​ແນ່​ໃຈ​ວ່າ​​​ຊອບແວ​ສະ​ແກນ​ໄວ​​ຣັດ​ຂອງ​ເຈົ້າ​ໄດ້​​ມີ​ການ​ອັບ​ເດດ​ຢູ່​ບໍ່ ແລະ ​ໄດ້​ຮັບ​ການ​ກຳ­ນົດ​ຄ່າ​ໃຫ້​​ສະ​ແກນ MBR ແລະ ​ບູດ​ເຊ​​ກເຕີຮ່ວມ​ກັນ​ອີກ​ດ້ວຍ
​​ເ​ຄັດ​ລັບ: ຫາກ​ບໍ່​ສາ­ມາດ​ເອີ້ນ​ໃຊ້​ກາ​​ນ​ສະແກນ​ໄວ​​ຣັດ​ຈາກ​ພາຍ​ໃນ Windows ໄດ້ ໃຫ້​ໃຊ້​ໂປ​​ຣ​ແກ​​ຣມ​ໃດ​ໂປ​​ຣ​ແກ​​ຣມ​ໜຶ່ງ​ທີ່​ເຮົາ​ມີ​ໄວ້​ໃນ​ລາຍ­ການ​ທີ່​ປ້ອງ​ກັນ​ໄວ​​ຣັດ​ໄດ້​ແທນ

06 ໃຊ້ Service Pack ແລະ​ອັບ​ເດດ Windows ທີ່​ມີ​ຢູ່​ທັງ​ໝົດ
Microsoft ອອກ​ແພ​​ທຊ໌ ແລະ Service Pack ເປັນ​ປະ­ຈຳ ສຳ­ລັບ​ລະ­ບົບ​ປະຕິບັດ​ການ​ທີ່​ອາດ​ມີ​ການ​ແກ້​ໄຂ​ສຳ­ລັບ​ສາ­ເຫດ​ຂອງ BSOD ຂອງ​ເຈົ້າ

07 ອັບ​ເດດ​ໄດ​​ຣ​ເ​ວີສຳ­ລັບ​ຮາ​​ດ​ແວ​ຂອງ​ເຈົ້າ
Blue Screen of Death ສ່ວນ​ໃຫຍ່​ກ່ຽວ­ຂ້ອງ​ກັບ​ຮາ​​ດ​ແວ​​ ​ຫລື​ ໄດ​​ຣ​ເວີ ດັ່ງ­ນັ້ນ​ໄດ​​ຣ​ເ​ວີ​ທີ່​ອັບ​ເດດ​ຈຶ່ງ​ສາ­ມາດ​ແກ້​ໄຂ​ສາ­ເຫດ​ຂອງ​ຂໍ້​ຜິດ​​ພ​າດ STOP ໄດ້


08 ກວດ​ສອບ​ບັນ­ທືກ​ຂອງ​ລະ­ບົບ ແລະ ​ແອບ​​ພ​ລິ​​ເຄ​ຊັນ​ໃນ Event Viewer
ເພື່ອ​ຫາ​ຂໍ້​ຜິດ​​ພ​າດ ​ຫລື​ ຄຳ­ເຕືອນ​ທີ່​ອາດ​ໃຫ້​ຂໍ້​ມູນ​​ເພິ່ມ​ເຕິ​​ມ​ກ່ຽວ​ກັບ​ສາ­ເຫດ​ຂອງ BSOD ເບິ່ງ​ວິ­ທີ​ການ​ເບິ່ງ Event Viewer ຫາກຕ້ອງ­ການ​ຄວາມ​ຊ່ວຍ­ເຫລືອ


09 ​ຄືນ​ການ​​ຕັ້ງ​ຄ່າ​ຮາ​​ດ​ແວ​​ເປັນ​ຄ່າ​​ເລີ່ມ​ຕົ້ນ​ໃນ Device Manager
​ຍົກ​ເວັ້ນ​ວ່າ ​ມີ​ເຫດ­ຜົນ​ສະ­ເພາະ​ທີ່​ຈະ​ເຮັດ​ເຊັ່ນ​ນັ້ນ ​​​ຊັບ​ຍາກ​​ອນ​ລະ­ບົບ​ທີ່​ແຕ່​ລະ​ຊິ້ນ​ສ່ວນ​ຂອງ​ຮາ​​ດ​ແວ​​ ໄດ້​ຮັບ​ການ​ກຳ­ນົດ​ຄ່າ​ໃຫ້​ໃຊ້​ໃນ​ຕົວ​ຈັດ­ການ​ອຸ­ປະ­ກອນ ຄວນ​ຖືກ​​ຕັ້ງ​ຄ່າ​ເປັນ​ຄ່າ​​ເ​ລີ່ມ​ຕົ້ນ ຮູ້​ວ່າ­ການ​​ຕັ້ງ​ຄ່າ​ຮາ​​ດ​ແວ​​ທີ່​ບໍ່​ແມ່ນ​ຄ່າ​​ເ​ລີ່ມ​ຕົ້ນ ອາດ​ເຮັດ​ໃຫ້​ເກີດ Blue Screen of Death ໄດ້

10 ຄືນ​ການ​​ຕັ້ງ​ຄ່າ BIOS ກັບ​ສູ່​​​ລະ​ດັບ​​ເ​ລີ່ມ​ຕົ້ນ
BIOS ທີ່​ໂອ​​ເ​ວີ​​​ຄລັອກ ຫລື ​ກຳ­ນົດ​ຄ່າ​ຜິດ​​ພ​າດ ສາ­ມາດ​ເຮັດ​ໃຫ້​ເກີດ​ບັນ­ຫາ​ແບບ​ສຸ່ມ​ໄດ້​ທຸກ​ປະ­ເພດ ລວມໄປ​ເຖິງ BSOD ດ້ວຍ​ເຊັ່ນ​ກັນ
ໝາຍ­ເຫດ: ຫາກ​ເຈົ້າ​​ປັບ​ແຕ່ງ​ການ​​ຕັ້ງ​ຄ່າ​​ໄບ​ອອດ​ຫຼາຍ​ເທື່ອ ແລະ ​ບໍ່​ຕ້ອງ­ການ​ໂຫຼ​​ດ​ຄ່າ​​ເລີ່ມ​ຕົ້ນ ໃຫ້​ລອງ​ກັບ​ມາ​ໃຊ້​ຄວາມ​ໄວ​​ສັນ​ຍານ​ໂມງ ການ​​ຕັ້ງ​ຄ່າ​ແຮງ​ດັນ​ໄຟ­ຟ້າ ແລະ ​ຕົວ​ເລືອກ​ຫນ່ວຍ​ຄວາມ​ຈຳ BIOS ເປັນ​ຄ່າ​​ເລີ່ມ​ຕົ້ນ​ໃຫ້​ເປັນ​ຢ່າງ​ນ້ອຍ​ທີ່​ສຸດ ແລະ ​ເບິ່ງ​ວ່າ​ແກ້​ໄຂ​ຂໍ້​ຜິດ​​ພ​າດ STOP BSOD ໄດ້​ຫລື​ບໍ່

11 ກວດ​ສອບ​ໃຫ້​ແນ່​ໃຈ​ວ່າ​ໄດ້​ຕິດ​​ຕັ້ງ​ສາຍ​​ເຄ​ເບີ​​ນ​ກາ​​ດ​ ແລະ ​ສ່ວນ​ປະ­ກອບ​ພາຍ​ໃນ​ທັງ​ໝົດ​ຢ່າງ​ຖືກ­ຕ້ອງ
ຮາດ​ແວທີ່​ໃສ່​ບໍ່​ເຂົ້າ​​ພໍ­ດີ ຫລື ​​ຫຼວມ ອາດ​ເຮັດ​ໃຫ້​ເກີດ Blue Screen of Death ໄດ້ ດັ່ງ­ນັ້ນ​ລອງ​ກໍ່​ການ​ຕິດ​​ຕັ້ງ​ຕໍ່​ໄປ​ນີ້ ແລ້ວ​ທົດ​ສອບ​ຂໍ້­ຄວາມ​ຜິດ​​ພ​າດ STOP BSOD ອີກ​ຄັ້ງ

  • ຕິດ​​ຕັ້ງ​ສາຍ​ຂໍ້​ມູນ​ພາຍ​ໃນ ແລະ ​ສາຍ​ໄຟ​ທັງ​ໝົດ​ໃໝ່
  • ຕິດ​​ຕັ້ງ​ໂມ​ດູ​​ນ​ຂອງ​ຫນ່ວຍ​ຄວາມ​ຈຳ​ໃໝ່
  • ຕິດ​​ຕັ້ງ​ກາ​​ດ​ສ່ວນ​ຂະ­ຫຍາຍ​ຕ່າງໆ ໃໝ່
  • ທົດ​ສອບ​ຫນ່ວຍ​ຄວາມ​ຈຳ​ລະ­ບົບ​ຂອງ​ເຈົ້າ
  • ທົດ​ສອບ​ຮາດດິດໄດ​​ຣ໌​ຂອງ​ເຈົ້າ

12 ດຳ­ເນີນ​ການ​ທົດ​ສອບ​ການ​ພິ­ຈາ­ລະ­ນາ​ກັບ​ຮາ​​ດ​ແວ​​​ທັງ​ໝົດ​ທີ່​​ສາ­ມາດ​ທົດ​ສອບ​ໄດ້
ມີ​ຄວາມ​ເປັນ​ໄປ​ໄດ້​ສູງ ທີ່​ສາ­ເຫດ​ຂອງ​ການ​ເກີດ Blue Screen of Death ນັ້ນ​ມາ​ຈາກ​ຮາ​​ດ​ແວ​​ທີ່​ລົ້ມ­ເຫລວ: ຫາກ​ການ​ທົດ​ສອບ​ລົ້ມ­ເຫລວ ໃຫ້​ປ່ຽນ​ຫນ່ວຍ​ຄວາມ​ຈຳ ຫລື​ປ່ຽນ​ຮາ​​ດ​ໄດ​​ຣໂດຍ​ໄວ​ທີ່​ສຸດ

13 ອັບ​ເດດ BIOS ຂອງ​ເຈົ້າ
ໃນ​ບາງ​ສະ­ຖານ​ນະ​ການ BIOS ທີ່​ເກົ່າ​ແລະ​ລ້າ​ສະ­ໄໝ ອາດ​ເຮັດ​ໃຫ້​ເກີດ BSOD ໄດ້ ເນື່ອງ​ຈາກ​ຄວາມ​ບໍ່​ເຂົ້າ­ກັນ​ບາງ​ຢ່າງ​ຂອງ​ອຸ­ປະ­ກອນ​ແລະ Bios ນັ້ນ​ເອງ

14 ​​ເ​ລີ່ມ​ຕົ້ນ​ໃຊ້​ງານ​ພີ​ຊີ​ດ້ວຍ​ຮາ​​ດ​ແວ​​ທີ່​ຈຳ­ເປັນ​ເທົ່າ​ນັ້ນ
​​ຂັ້ນ​ຕອນ​ການ​ແກ້​ໄຂ​ບັນ­ຫາ​ທີ່​ມີ​ປະ­ໂຫຍດ​ໃນ​ຫຼາຍໆ ສະ­ຖານ​ນະ​ການ ​ລວມເຖິງ​ບັນຫາ BSOD ຄື​ການ​​ເລີ່ມ​ຄອມ​​ພິວ​ເຕີ​ດ້ວຍ​ຮາ​​ດ​ແວ​​ຂັ້ນ​ຕ່ຳ​ທີ່​ຈຳ­ເປັນ​ໃນ​ການ​ເອີ້ນ​ໃຊ້​ລະ­ບົບ​ປະ­ຕິ­ບັດ​ການ ຫາກ​ຄອມ​​ພິວ​ເຕີ​ເລີ່ມ​ຕົ້ນ​ໄດ້​ສຳ​​ເຣັດ ເຄື່ອງ​ຈະ​ສະ­ແດງ​ວ່າ​ອຸ­ປະ­ກອນ​ຮາ​​ດ​ແວ​​​ທີ່​ຖືກ​ລົບ​ອອກ​ໜຶ່ງ​ໃນ​ນັ້ນ ອາດ​ເປັນ​ສາ­ເຫດ​ຂອງ​ຂໍ້­ຄວາມ​ຜິດ​​ພາດ STOP ໄດ້​ນັ້ນ​ເອງ
ໝາຍ­ເຫດ: ໂດຍ​ທົ່ວ​ໄປ​ແລ້ວ​ຮາ​​ດ​ແວ​​​ທີ່​ຈຳ­ເປັນ​ເທົ່າ​ນັ້ນ ສຳ­ລັບ​ການ​​ເລີ່ມ​ພີ​ຊີ​ຂອງ​ເຈົ້າ ໄປ​ຈົນ​ເຖິງ​ລະ­ບົບ​ປະ­ຕິ­ບັດ​ການ ປະ­ກອບ​ດ້ວຍ ເມນ​​ບອດ, CPU, RAM, ຮາດ​ໄດ​​ຣ​ຫຼັກ, ຄີ​​ບອດ, ກາ​​ດ​ວິ​ດີ​ໂອ ແລະ ​ຈໍ​ມໍນິເ​ຕີ

ຫາກ​ເຈົ້າລະ​ບຸ​ຮາ​​ດ​ແວ​​​ວ່າ​ເປັນ​ສາ­ເຫດ​ຂອງ​ການ​ເກີດ BSOD

ໃຫ້​ລອງ​ໜຶ່ງ​ໃນ​ແນວ​ຄິດ​ເຫຼົ່າ​ນີ້:

  1. ປ່ຽນ​ຮາ​​ດ​ແວ​​
  2. ອັບ​ເດດ​ຮາ​​ດ​ແວ​​ເຟິມ​ແວ​​
  3. ກວດ​ສອບ​ໃຫ້​ແນ່​ໃຈ​ວ່າ​ຮາ​​ດ​ແວ​ຢູ່​ໃນ​ລາຍ­ການ​ຄວາມ​ເຂົ້າ­ກັນ​ໄດ້​ຂອງ​ຮາ​​ດ​ແວ​​
  4. ກວດ​ສອບ​ກັບ​ຜູ້​ຜະ­ລິດ ສຳ­ລັບ​ຂໍ້​ມູນ​ສະ­ໜັບ­ສະ­ໜູນ

ຫາກ​​ລະ​ບຸ​ວ່າ​​​ຊອບ​ແວ​​​ເປັນ​ສາ­ເຫດ​ຂອງ BSOD

ສິ່ງ​ເຫລົ້າ​ນີ້​ອາດ​ຊ່ວຍ​ເຈົ້າ​ໄດ້:


  1. ຕິດ​​ຕັ້ງຊອບ​ແວ​​​ອີກ​ເທື່ອ
  2. ກວດ​ສອບ​ ແລະ ​ຕິດ​​ຕັ້ງ​ການ​ອັບ​ເດດ​ໂປ​​ຣ​ແກ​​ຣມ​ທີ່​ມີ​ຢູ່
  3. ກວດ​ສອບ​ກັບ​ນັກ​ພັດ­ທະ­ນາ​ສຳ­ລັບ​ຂໍ້​ມູນ​ສະ­ໜັບ­ສະ­ໜູນ
  4. ລອງ​ທົດ​ສອບ​ໂປ​​ຣ​ແກ​​ຣມ​ອີກ​ເທື່ອ

ພີ​ຊີ​​ເລີ່ມ​ຕົ້ນ​ໃໝ່ ກ່ອນ​ທີ່ຈະ​ສາ­ມາດ​ອ່ານ​​​ລະຫັດ STOP ເທິງ BSOD
ພີ​ຊີ Windows ສ່ວນ​ໃຫຍ່​ໄດ້​ຮັບ​ການ​ກຳ­ນົດ​ຄ່າ​ໃຫ້​​ຣີ​ບູດ​ທັນ­ທີ ຫຼັງ​ຈາກ​ໄດ້​ຮັບ​ຂໍ້​ຜິດ​​ພ​າດ​ຮ້າຍ​ແຮງ ເຊັ່ນ BSOD
ສາ­ມາດ​ປ້ອງ​ກັນ​ການ​​ຣີ​ບູດ​ເຄື່ອງ​ໄດ້ ໂດຍ​ການ​ປິດ​ໃຊ້​ງານ​ການ​​ຣີ​ສະຕາດ​ອັດຕະໂນ­ມັດ ໃນ​ຕົວ​ເລືອກ​ຄວາມ​ລົ້ມ­ເຫລວ​ຂອງ​ລະ­ບົບ


ແຫຼ່ງຂໍ້ມູນ: www.bitdefender.co.th

แสดงความคิดเห็น

0 ความคิดเห็น