ຂ່າວໃໝ່

6/recent/ticker-posts

5 ວິທີກວດເຊັກ ແກ້ໄຂ ຄອມດັບເອງ ເປີດບໍ່ຕິດ ງ່າຍໆດ້ວຍຕົວເອງ

ຄອມ​ດັບ​ເອງ ເປັນ​ບັນ­ຫາ​ທີ່​ສ້າງ​ຄວາມ​ປວດ​​ຫົວ​ໃຫ້​ກັບ​ຜູ້​ໃຊ້​ໄດ້​ສະ­ເໝີ​ມາ ແລະ​ຫຼາຍໆ​ຄັ້ງກໍ​ບໍ່​ຮູ້​ຕົ້ນ​ສາຍ​ປາຍ​ເຫດ​ທັງທີ່​ກ່ອນ​ໜ້າ​ນີ້ ຢັງ​ໃຊ້​ງານ​ໄດ້​ປົກ­ກະ­ຕິ ແຕ່​ຫຼັງ​ຈາກ​ຊັດ​ດາວ​​ນ໌​ໄປ​ລ່າ​ສຸດ ກໍ​ເກິ​​ດ​ອາ­ການ​ຜິດ​ປົກ­ກະ­ຕິ​ແບບ​ນີ້​ຂຶ້ນ ຄອມ​ດັບ​ເອງ ເປີດ​ບໍ່​ຕິດ ຢ່າງ­ໃດ​ກໍ​ຕາມບັນ­ຫາ​ນີ້ ອາດ​ມີ​ທາງ​ແກ້​ໄຂ​ໄດ້​ໃນ​ເບື້ອງ​ຕົ້ນ ແຕ່​​ຂັ້ນ​ຕົ້ນກໍ​ຄົງ​ຕ້ອງ​ກວດ​ເຊັກ​ຕາມ​ຈຸດ​ຕ່າງໆ ໃຫ້​ຖີ່​ຖ້ວນ​ເສຍ​ກ່ອນ ​​ເ​ລີ່ມ​ຕັ້ງ­ແຕ່​ຮາ​​ດ​ແວ​​ ແລະ ​ອຸ­ປະ­ກອນ​ທີ່​ນຳ​ມາ​ໃຊ້ ເພື່ອ​ໃຫ້​ງ່າຍ​ຕໍ່​ການ​ວິ­ເຄາະ​ອາ­ການ


ສິ່ງ​ທີ່​ຕ້ອງ​​ລະ​ວັງ

ບັນ­ຫາ​ທີ່​​ພົບຕາມ​ມານ​ອກ​ຈາກ​ຄອມ​ເອງ ເປີດ​ບໍ່​ຕິດ​ກໍ​ຄື ອຸ­ປະ­ກອນ​ພາຍ​ໃນ​ເຄື່ອງ​ຄອມ​ອື່ນໆ ຈະ​ເສຍ​ເພີ່ມ​ຫລາຍ​ຂຶ້ນ ໂດຍ​ສະ​ເພາະ​​ຄົນ​ທີ່​ຢັງ​ຝືນ​ໃຊ້​ຄອມ ໃນ​ຂະ­ນະ​ທີ່​ຍັງ​ມີ​ບັນ­ຫາ ເມື່ອ​​​ສະວິ​​​ດຖືກ​ເປີດ ແລະ​ ໄຟ​ຖືກ​ຕັດ​ຈາກ​ການ​ລັດ​ວົງ​ຈົນ​ ກໍ​ອາດ​ເຮັດ​ໃຫ້​ອຸ­ປະ­ກອນ​ຄອມ ທີ່​ມີ​ຄວາມ​ອ່ອນ​ໄຫວ ເສຍ​ຫາຍ​ຕາມ​ໄປ​ດ້ວຍ ເຊັນ ເມນ​​ບອດ ​​ແຣມ ກາດຈໍ ດັ່ງ­ນັ້ນ​ຫາກ​ພົບ​ກັບ​ບັນ­ຫາ​ເລື່ອງ​ຂອງ​ຄອມ​ດັບ​ເອງ ບໍ່​ຈຳ­ເປັນ ກໍ​ຢ່າ​ໄປ​ກົດ​ເປີດ​ເລື້ອຍໆ ເພາະ​ອາດ​ເຮັດ​ໃຫ້​ເກີດ​ຄວາມ​ເສຍ​ຫາຍ​ຖາ­ວອນ​ໄດ້ ແລະ ​ຖ້າ​ເປັນ​ໄປ​ໄດ້ ໃຫ້​ລອງ​ຫາ​ອຸ­ປະ­ກອນ​ທີ່​ພໍ​ມີ​ຢູ່ ລອງ​​ສະ​ລັບ​ສັບ​ປ່ຽນ​ເບິ່ງ ເພື່ອ​ທີ່​ຈະ​ໄດ້​ກວດ​ເຊັກ​ ແລະ ​​ປະ​ເມີນ​ອາ­ການ​ໄດ້​ໃນ​ເບື້ອງ​ຕົ້ນ 

ການ​ກວດ​ເຊັກ 

ໃນ​ການ​ແກ້​ໄຂ​ບັນ­ຫາ ຄອມ​ດັບ​ເອງ ເປີດ​ບໍ່​ຕິດ ໃຫ້​ລອງ​ກວດ​ເຊັກ​ບັນ­ດາ​ອຸປະກອນ​ຕ່າງໆ ຕັ້ງແຕ່​ສາຍ​ໄຟ ເພົາ​ເວີ​ຊັບ​​ພ​ລາຍ ເມນ​​ບອດ ​ແລະ ​ກາດຈໍ ຊຶ່ງ​ອາດ​ເກີດ​ຈາກ​ການ​ເສື່ອມ​ຄຸນ​ນະ​ພາບ​ຂອງ​ອຸ­ປະ­ກອນ ​ຫລື ​ເກີດ​ຄວາມ​ເສຍ​ຫາຍ ເມື່ອ​ກວດພົບ​ຕົ້ນ­ຕໍ ຈະ​ຖອດ​ອອກ ​ຫລື​ ປ່ຽນ ເພື່ອ​ໃຫ້​ຄອມ​ກັບ​ມາ​ໃຊ້​ງານ​ໄດ້​ຕາມ​ປົກ­ກະ­ຕິ ກໍ​ແລ້ວ­ແຕ່​ຜູ້​ໃຊ້ ເພື່ອ​ໃຫ້​ເຂົ້າ­ໃຈ​ງ່າຍໆບໍ່​ຊັບ­ຊ້ອນ​ລອງ​ມາ​ເບິ່ງ 5 ​​ຂັ້ນ​ຕອນ​ໃນ​ການ​ແກ້​ໄຂ 
  1. ເຊັກ​ລະ­ບົບ​ໄຟ ​​ເລີ່ມ​ຕົ້ນ​ຈາກ​ສາຍ​ໄຟ AC ທີ່​ຕໍ່​ມາ​ຈາກ​ປັກ ເຂົ້າ​ສູ່​ເພົາ​ເວີ​ຊັບ​​ພລາຍ ບັນ­ຫາ​ຂອງ​ຄອມ​ດັບ ​ສ່ວນຫຼາຍ​ອາດ​ເກີດ​ຈາກ​ບ່ອນ​ນີ້ ສ່ວນ​​ຫ​ນຶ່ງ​ເກີດ​ຈາກ​ສາຍ​ໄຟ​​ມີ​ຈຸດ​ຂາດ​ໃນ ​​ປັກຫຼວມ​ ຫລື ​​ຟິວຂາດ ຫລື ​ເກີດ​ຈາກ​ໃຊ້​ງານ​ມາ​ດົນ ແລະ​ ຢູ່​ໃນ​ສະ­ພາ­ວະ​ທີ່​ບໍ່​ດີ ໜູ​​ກັດ ກໍ​ເຮັດ​ໃຫ້​ເສຍ​ຫາຍ​ໄດ້​ເຊັ່ນ​ກັນ ​​ຢິ່ງ​ໃນ​ກໍ­ລະ­ນີ​ທີ່​ໃຊ້​​ປັກ​ດຽວແຕ່​ສຽບ​ຫຼາຍໆອຸ­ປະ­ກອນ​​ພ້ອມ​ກັນ ເກີດ​ຄວາມ​ຮ້ອນ​ສູງ​ ແລະ ​​ປັກທີ່​ບໍ່​ໄດ້​ມາດ­ຕະ­ຖານ ຮັບ​ໂຫຼ​​ດ​ໜັກ​ບໍ່​ໄ​ດ້ ກໍ​ເຮັດ​ໃຫ້​ຄອມ​ດັບ​ເອງ ດັ່ງ­ນັ້ນ​ລອງ​ຫາ​ສາຍ​ໄຟ​ ແລະ​​ ປັກເອົາ​ມາ​ປ່ຽນ​ເພື່ອ​ລອງ​ເບິ່ງ​ອາ­ການ​ກ່ອນ​ວ່າ ປ່ຽນ​ໃໝ່​ແລ້ວ ຄອມ​ດັບ​ເອງ ອີກ​ຫລື​ບໍ່ 
  2. ເຊັກ​ຄວາມ​ເປີ​ເປື້ອນ​ພາຍ​ໃນ​ເຄື່ອງ ແລ້ວ​ເຮັດ​ຄວາມ​ສະ­ອາດ​ແບບ​ງ່າຍໆ ເພາະ​ຄວາມ​ເປີ​ເປື້ອນ ກໍ​ເປັນ​ອີກ​ປັດ­ໃຈໜຶ່ງ​ທີ່​ເຮັດ​ໃຫ້​ຄອມ​ດັບ​ເອງ ໄດ້​ເຊັ່ນ​ກັນ ​ເຊັ່ນ ການ​ໃຊ້​ງານ​ຢູ່​ພາຍ​ໃນເຮືອນ​ທີ່​ບໍ່​ໄດ້​ເປັນ​ຫ້ອງ​ສະ­ເພາະ ຫລື ​ຢູ່​ໃນ​ແຫຼ່ງ​ທີ່​ມີ​ຝຸ່ນ​ຈຳນວນ​ຫລາຍ ກໍ​ອາດ​ຈະ​ເຮັດ​ໃຫ້​ຝຸ່ນ​ເຂົ້າ​ໄປ​ເກາະ​ໃນ​ສ່ວນ​ຕ່າງໆ ພາຍໃນ​ຄອມ​ໄດ້ ແລະ ​ເມື່ອ​ບາງ​ສ່ວນ​ເຂົ້າ​ໄປ​ໃນ​ຮີດ​ຊິງ​​​ພັດ​ລົມ​ຂອງ​ຊີ​ພີ​​ຢູ ກາດຈໍ ຈົນ​ເຮັດ​ໃຫ້​ບໍ່​ສາ­ມາດ​ເຮັດ​ວຽກ​ໄດ້​ຕາມ​ປົກ­ກະ­ຕິ ອາດ​ເຮັດ​ໃຫ້​ພັດ​ລົມ​ໝຸນ​ຊ້າ​ລົງ ສຸດ​ທ້າຍ​ຄື ຢຸດ​ໝຸນ ຊີ​ພີ​​ຢູ​ ຫລື​ ກາ​​ດຈໍ​ຮ້ອນ​ຈັດ ກໍ​ເຮັດ​ໃຫ້​ເຄື່ອງ​ດັບ​ໄດ້​ເຊັ່ນ​ກັນ ແລະ ​ຍັງ​ມີ​ບັນ­ຫາ​ຂອງ​ແມງ​ຊບ ຫຼື ແມງ​ອື່ນໆທີ່​ສາ­ມາດລອດ​ເຂົ້າ​ໄປ​ໃນ​ເຄື່ອງ​ໄດ້ ແລະ ​ໄປ​ເຮັດ​ໃຫ້​ເກີດ​ການ​ລັດ​ລົງ​ຈອນ ກໍ​ເຮັດ​ໃຫ້​ເກີດ​ບັນ­ຫາ​ຄອມ​ດັບ​ເອງ ໄດ້​ເຊັ່ນ​ດຽວ​ກັນ ການ​ແກ້​ໄຂ​ກໍ​ຄື ການ​ຖອດ​ອຸປະກອນ​ເຫຼົ່າ​ນີ້​ອອກ​ມາ​ເຮັດ​ຄວາມ​ສະ­ອາດ ດ້ວຍ​ການ​ໃຊ້​ແປ​​ງ​ປັດ​ຝຸ່ນ ເຊັດ​ດ້ວຍ​ຜ້າ ຫລື​ ອາດ​ໃຊ້​ນ້ຳ​ຢາ​ທີ່​ເປັນ​​ສະເປ​ຍພົ່ນ​ເຮັດ​ຄວາມ​ສະ­ອາດ (Clear contact) ຈາກ​ນັ້ນ​ຈຶ່ງ​ຕິດ​​ຕັ້ງ​ກັບ­ເຂົ້າ​ໄປ​ອີກ​ເທື່ອ 
  3. ຖອດ​ອຸ­ປະ­ກອນ​ຕໍ່​ພວງ​ທຸກ​ສິ່ງ​ອອກ​ໃຫ້​ໝົດ ເຊັ່ນ ​​ແຣມ ກາ​​ດຈໍ ແລະ ​ສິ່ງ​ອື່ນໆ ທີ່​ຕໍ່​ພວງໃນ​ເມນ​​​ບອດ​ອອກ​ທັງ​ໝົດ ຈາກ​ນັ້ນ​ເຊັກ​ເທື່ອ​ລະ​​ອັນ ເພື່ອ​ເບິ່ງ​ວ່າ​ອຸປະກອນ​ອັນໃດ​ທີ່​ເກີດ​ບັນ­ຫາ ຕົວ­ຢ່າງ​ຄື ເ​ຄີຍ​ໃສ່​​ແຣມ​ຫຼາຍ​ແຖວ ອາດ​ເປັນ​ໄປ​ໄດ້​ວ່າ​ມີ​ແຖວ​ໃດ​ແຖວ​ໜຶ່ງ​ເສຍ ໃຫ້​ຖອດ​ອອກ​ມາ​ທັງ​ໝົດ ແລ້ວ​ສະ​ລັບ​ໃສ່​ເຂົ້າ​ໄປ​ເທື່ອ​ລະ​ແຖວ ແລ້ວ​ເບິ່ງ​ອາ­ການ ແບບ​ນີ້​ເຮົາ​ກໍ​ຈະ​ຮູ້​ວ່າ​ເກີດ​ຈາກ​​ແຣມ​ແຖວ​ໃດ ທີ່​ເສຍ​ກໍ​ນຳ­ໄປແກ້ໄຂຕາມ​ປົກ­ກະ­ຕິ ເຊັ່ນ​ດຽວ​ກັນ​ກັບ​ກາ​​ດຈໍ ​ແລະ ​ອຸ­ປະ­ກອນ​ຕໍ່​ພ່ວງ​ອື່ນໆ ໃຫ້​ລອງ​ຖອດ​ອອກ​ມາ​ທັງ​ໝົດ ຫາກ​ຕ້ອງ­ການ​ໃຫ້​ແນ່​ໃຈ​ແທ້ໆ ອາດ​ຖອດ​ອອກ​ມາ​ຈາກ​​ເຄດ​ທຸກ​ອັນ ແລ້ວ​ນຳ​ມາ​ທົດ​ສອບ​ຂ້າງ​ນອກ ເພື່ອ​ຄວາມ​ສະ­ດວກ​ຫລາຍ​ຂຶ້ນ ແລະ ​ໃຊ້​​ເວ­ລາ​ນີ້ ໃນ​ການ​ເຮັດ​ຄວາມ​ສະ­ອາດ​ອຸປະ​ກອນທຸກ​ອັ​ນ 
  4. ປ່ຽນ​ອຸ­ປະ­ກອນ​​ອັນ​ທີ່​ເກີດ​ຄວາມ​ເສຍ​ຫາຍ ແນ່­ນອນ​ວ່າ​ຖ້າ​ພົບ​ອຸ­ປະ­ກອນ​ອັນ​ທີ່​ເສຍ​ຫາຍ​ແລ້ວ ກໍ​ບໍ່​ຄວນ​ນຳ​ກັບ­ເຂົ້າ​ໄປ​ໃຊ້​ໃໝ່ ເພາະ​ຄວາມ​ເປັນ​ໄປ​ໄດ້​ວ່າ​ຈະ​ພົບ​ກັບ​ອາ­ການ​ຄອມ​ດັບ​ເອງ ກໍ​ເກິ​​ດ​ຂຶ້ນ​ໄດ້​ອີກ​ເຊັ່ນ​ກັນ ຄວນ​ນຳ­ໄປແກ້​ໄຂ ຫລື ​ປ່ຽນ​ໃໝ່​ມາ​ໃຊ້​ຫລາຍ​ກວ່າ ຫລື ​ໃຫ້​ແນ່​ໃຈ​ວ່າ​ເຮົາ​ຈັດ­ການ​ກັບ​ບັນ­ຫາ​ຂອງ​ອຸ­ປະ­ກອນ​ນັ້ນໆ ສຳ­ເລັດ ​ແລະ​ ໃຊ້​ງານ​ໄດ້​ຕາມ​ປົກ­ກະ­ຕິ​ແລ້ວ ເຊັ່ນ ເຮັດ​ຄວາມ​ສະ­ອາດ​ພັດ​ລົມ​ກາ​​ດຈໍ ຈົນ​ໝຸນ​ໄດ້​ຕາມ​ປົກ­ກະ­ຕິ​ ຫລື​ ຈະ​ເປັນ​ເມນບອດ​ທີ່​ລັດ​ວົງ​​ຈອນ​ເນື່ອງ​ຈາກ​ເກີດ​​ຄາບ​ເປີ​ເປື້ອນ​ເກີດ​ຂຶ້ນ ເມື່ອ​ເຮັດ​ຄວາມ​ສະ­ອາດ ​ແລະ ພ້ອມ​ສຳ­ລັບ​ໃຊ້​ງານ​ແລ້ວ ຈຶ່ງ​ຄ່ອຍ​ນຳ​ມາ​ໃຊ້ ແລ້ວ​ໝັ່ນ​ຕິດ­ຕາມ​ອາ­ການ​ຕໍ່​ເນື່ອງ ແລະ ​ຕ້ອງ​ບໍ່​ລືມ​ວ່າ​ຫຼັງ​ເຮັດ​ຄວາມ​ສະ­ອາດ ເຊັ່ນ ຮີດ​ຊິງ​​ກ໌​ຊີ​ພີ​​ຢູ ກໍ​ຄວນ​ປ່ຽນ​ຊິ​ລິ​ໂຄນ ທີ່​ຊ່ວຍ​ໃນ​ການ​ນຳ­ພາ​ຄວາມ​ຮ້ອນ​ອອກ​ໄປ​ໄດ້​ດີ​ຂຶ້ນ ເພາະ​ຄວາມ​ຮ້ອນ​ອາດ​ເກີດ​ຈາກ​ການ​ເສື່ອມ​ສະ­ພາບ​ຂອງ​ສິ່ງ​ເລົ່ານີ້​ໄດ້​ເຊັ່ນ​ກັນ ຈະ​ເລືອກ​ຊິ​ລິ​ໂຄນ​​​ລາ​ຄາ​ຖືກ ​ຫລື​ ແພງ​ຢ່າງ­ໃດ ກໍ​ຂຶ້ນ​ຢູ່​ກັບ​ກຳ­ລັງ​ຊື້​ ແລະ​ ຄວາມ​ຕ້ອງ­ການ​ໃນ​ການ​ໃຊ້​ງານ​ແຕ່​ລະ​ບຸກ­ຄົນ 
  5. ຢ່າ​ລືມ​ໃຊ້​​​ຊອບ​ແວ​​ໃນ​ການ​ກວດ​ເຊັກ​​​ສະ​ຖາ­ນະ​ຂອງ​ຄອມ​​ພິວ​ເຕີ​ຄອບ​ຄູ່​ໄປ​ດ້ວຍ ​ເຊັ່ນ HWMonitor ເປັນ​ເຄື່ອງ­ມື​ທີ່​ຊ່ວຍ​ໃນ​ການ​ກວດ​ສອບ ​ແລະ​ ລຸ​​ດ​ບັນ­ຫາ​ຄອມ​ດັບ​ເອງ ຊຶ່ງ​ອາດ​ເກີດ​ຈາກ​ຄວາມ​ຮ້ອນ​ໄດ້ ດ້ວຍ​ການ​ດາວ​​​ໂຫຼ​​ດ HWMonitor ມາ​ຕິດ​​ຕັ້ງ ຈາກ​ນັ້ນ​ໃຫ້​ເຂົ້າ​ໄປ​ເບິ່ງ​ອຸນຫະ­ພູມ​ໃນ​ຫົວ­ຂໍ້ Temperatures ໃນ​ສ່ວນ​ຂອງ Value ແລະ ​ເຊັກບ່ອນທີ່ Max ຢ່າ​ໃຫ້​ສູງ​ເກີນ​ໄປ ຊຶ່ງ​ຈະ​ໝາຍ​ເຖິງ​ເຄື່ອງ​ຮ້ອນ ​ແລະ ​ເຮັດ​ໃຫ້​ເກີດ​ບັນ­ຫາ​ຄອມ​ດັບ​ຕາມ​ມາ​ໄດ້ ຊຶ່ງ​ບາງ­ເທື່ອ​ອາດ​​ຕັ້ງ​ຄ່າ​ໃຫ້​ໂປ​​ຣ​ແກ​​ຣມ​ນີ້​ສະ​ແດງົນຢູ່​ທີ່ System tray ເພື່ອ​ໃຫ້​ເຮົາດູ​ແລ​ສະຖາ­ນະ​ໄດ້​ງ່າຍ​ຂຶ້ນ 

ສຸດ​ທ້າຍ​ຄື ຢາກ​ໃຫ້​ໃສ່­ໃຈ​ເລື່ອງ​ຂອງ​ຄວາມ​ສະ­ອາດ ​ແລະ​ ການ​ລະ­ບາຍ​ອາ­ກາດ​ທີ່​ດີ ໝັ່ນ​ກວດ​ເຊັກ ດ້ວຍ​ການ​ເປີດ​ຝາ​​ເຄດ​ຄອມ ເພື່ອ​ຈັດ­ການ​ກັບ​ຝຸ່ນ​ ແລະ​ ຊິ້ນ​ສ່ວນ​ຕ່າງໆ ຢ່າງ​ນ້ອຍ​ປີ​ລະ 2 ເທື່ອ ແລະ​ ຈັດ​ທິດ​ທາງ​ລົມ​ພາຍ​ໃນ​ຄອມ​ໃຫ້​ດີ ເພື່ອ​ລຸ​​ດ​ບັນ­ຫາ​ຄວາມ​ຮ້ອນ​ສະ​ສົມ ດ້ວຍ​ການ​ຈັດ​ເກັບ​ສາຍ​ໄຟ​ຕ່າງ ພາຍ​ໃນ ລວມ​ເຖິງ​ໃຫ້​ມີ​ລົມ​ເຂົ້າ​ອອກ​ຕາມ​ປົກ­ກະ­ຕິ ພຽງ​ເທົ່າ​ນີ້​ກໍ​ສາ­ມາດ​ລຸ​​ດ​ບັນ­ຫາ​ຄອມ​ດັບ​ເອງ ເປີດ​ບໍ່​ຕິດ ໄດ້​ແລ້ວ

แสดงความคิดเห็น

0 ความคิดเห็น