ຂ່າວໃໝ່

6/recent/ticker-posts

ຕິດຕັ້ງ WhatsApp ໃນຄອມພິວເຕີໄດ້ແນວໃດ


WhatsApp ສາ­ມາດ​ໃຊ້​ໄດ້​ຈາກ​ຄອມ​​ພິວ​ເຕີ​ໂດຍ​ບໍ່​ຕ້ອງ​ໃຊ້​ບ​​ຣາວເຊີ ຫາກ​ຕ້ອງ­ການ​ຕິດ​​ຕັ້ງ WhatsApp ​ໃນ​ຄອມ​​ພິວ​ເຕີ ໃຫ້​ເຂົ້າເວັບໄຊຕ໌ຂອງ​ເຮົາ​ຈາກ​ບ​​ຣາວເຊີ​​​ໃນ​ຄອມ​​ພິວ​ເຕີ ຫລື​ ດາວ​​​ໂຫຼ​​ດ​ຈາກ Apple App Store ຫລື Microsoft Store ສາ­ມາດ​ຕິດ​​ຕັ້ງ WhatsApp ໄດ້​ໃນຄອມ​​ພິວ​ເຕີ​ເທົ່າ​ນັ້ນ ​ຫາກ​ລະ­ບົບ​ປະ­ຕິ­ບັດ​ການ​ຄື Windows 8.1 (ຫລື​ໃໝ່​ກວ່າ) ຫລື macOS 10.10 (ຫລື​ໃໝ່​ກວ່າ) ສຳ­ລັບ​ລະ­ບົບ​ປະ­ຕິ­ບັດ​ການ​ອື່ນໆ ເຈົ້າ​ສາ­ມາດ​ໃຊ້ WhatsApp ໃນບ​​ຣາ​ວ​ເຊີໄ​​ດ້ທີ່ນີ້

ວິ­ທີ​ຕິດ​​ຕັ້ງ​​ໃນWindows 8.1+

1. ໃນບ​​ຣາວເຊີໃນ​ຄອມ​​ພິວເຕີ ໄປ​ທີ່ໜ້າດາວໂຫຼດເພື່ອ​ດາວ​​​ໂຫຼ​​ດ​ໄຟ​​ລ໌ .exe
2. ເມື່ອ​ດາວ​​ໂຫຼ​​ດ​ສຳ­ເລັດ​ແລ້ວ ເປີດ WhastApp.exe ເພື່ອ​ຕິດ​​ຕັ້ງ WhatsApp ​ໃນ​ຄອມ​​ພິວ​ເຕີ
3. ເມື່ອ​ຕິດ​​ຕັ້ງ​ສຳ­ເລັດ​ສິ້ນ​ແລ້ວ ເປີດ​ໃຊ້ WhatsApp ໃນຄອມ​​ພິວ​ເຕີ​ ແລະ ສະ​ແກນ​ຄິວ​ອາ​​ຣ໌ໂຄ້ດ​ເພື່ອ​ເຂົ້າ​ສູ່​ລະ­ບົບ

ວິ­ທີ​ຕິດ​​ຕັ້ງ​​ໃນ macOS 10.10+

1. ໃນບ​​ຣາວເຊີຂອງ​ຄອມ​​ພິວ​ເຕີ ໄປ​ທີ່ໜ້າດາວໂຫຼດເພື່ອ​ດາວ​​ໂຫຼ​​ດ​ໄຟ​​ລ໌ .dmg
2. ເມື່ອ​ເຈົ້າ​ດາວ​ໂຫຼ​​ດ​ສຳ­ເລັດ​ແລ້ວ ເປີດ​ໄຟ​​ລ໌ WhatsApp.dmg ເພື່ອ​ເອີ້ນ​ໃຊ້​ຕົວ​ຕິດ​​ຕັ້ງ WhatsApp
3. ສຳ­ລັບ​ການ​ຕິດ​​ຕັ້ງ​ເທື່ອ​​ທຳ​ອິດ ແອບ​​ພ​ລິ​​ເຄ​ຊັນ​ຈະ­ແຈ້ງ​ເຕືອນ​ຫາກ​ເຈົ້າ​ຕ້ອງ­ການ​ເພີ່ມ WhatsApp ໄປ​ຢັງ​​ໂຟ​ລ໌​ເ​ດີ​ແອບ​​ພ​ລິ​​ເຄ​ຊັນ ​ແລະ ​ແທ່ນ​ຄອມ​​ພິວ​ເຕີ
4. ​​ເມື່ອ​ຕິດ​​ຕັ້ງ​ສຳ­ເລັດ​ແລ້ວ ເປີດ​ໃຊ້ WhatsApp ໃນຄອມ​​ພິວ​ເຕີ ​ແລະ ສະ​ແກນ​ຄິວ​ອາ​​ຣ໌ໂຄ້ດ​ເພື່ອ​ເຂົ້າ​ສູ່​ລະ­ບົບ

ຫລື ​ສາ­ມາດ​ດາວ​ໂຫຼ​​ດ​ ແລະ ​ຕິດ​​ຕັ້ງ​ຈາກ Apple App Store

ວິ​ທີ​​ສະແກນ​ຄິວ​ອາ​​ຣ໌ໂຄ້ດ

  • Android: ໜ້າ​​ຈໍແຊດ > ຕົວເລືອກເພີ່ມເຕີມ  > WhatsApp Web
  • iPhone iOS 8.1+: ການ​​ຕັ້ງ​ຄ່າ  > WhatsApp Web/Desktop
  • Windows Phone 8.1+: ໜ້າ​​ຈໍແຊດ > ເມ​​ນູ > WhatsApp Web

ໝາຍ­ເຫດ: ການ​​ປະ​ມວນ​ຜົນ ARM ແລະ​ລະ­ບົບ Linux ບໍ່​ໄດ້​ຮັບ​ການ​ສະ­ໜັບ­ສະ­ໜູນ



Post a Comment

0 Comments