ຂ່າວໃໝ່

6/recent/ticker-posts

ການໃຊ້ WhatsApp ໃນ Web Browser ຫຼື ການຈັບຄູ່ໂທລະສັບກັບ WhatsApp Desktop


1.ເປີດ WhatsApp ເຈົ້າສາມາດເລືອກເຮັດດັ່ງຕໍ່ໄປນີ້
  • ຄລິກລີ້ງນີ້ເພື່ອດາວໂຫຼດ ແລະ ຕິດຕັ້ງ WhatsApp ໃນຄອມພິວເຕີ
  • ເປີດ WhatsApp Web ໃນບຣາວເຊີ
2.ເມື່ອໄດ້ຮັບຂໍ້ຄວາມແຈ້ງກ່ຽວກັບຄິວອາຣ໌ໂຄ້ດ ໃຫ້ໃຊ້ຕົວສະແກນຄິວອາຣ໌ພາຍໃນ WhatsApp ເພື່ອສະແກນ
3.ຫາກຕ້ອງການດຳເນີນການ ໃຫ້ເປີດ WhatsApp ໃນໂທລະສັບ
  • ສຳລັບ Android: ໃນໜ້າຈໍແຊດ > ຕົວເລືອກເພີມເຕີມ  > WhatsApp Web
  • ສຳລັບ iPhone: ໄປທີ່ການຕັ້ງຄ່າ  > WhatsApp Web 
  • ສຳລັບ Windows Phone: ໃນໜ້າຈໍແຊດ > ໄປທີ່ເມນູ  > WhatsApp Web
4.ສະແກນຄິວອາຣ໌ໂຄ້ດເທິງໜ້າຈໍຄອມພິວເຕີດ້ວຍໂທລະສັບຂອງເຈົ້າ

ຫາກຕ້ອງການອອກຈາກລະບົບ WhatsApp ໃນ Desktop

1.ໄປທີ່ WhatsApp ໃນໂທລະສັບ > ໄປທີ່ການຕັ້ງຄ່າຫລືເມນູ
2.ແຕະ WhatsApp Web > ອອກຈາກລະບົບອຸປະກອນທັງໝົດ > ອອກຈາກລະບົບ

ຫາກເຈົ້າເຊື່ອວ່າມີຄົນສະແກນຄິວອາຣ໌ໂຄ້ດ ແລະ ເຂົ້າເຖິງບັນຊີຂອງເຈົ້າຜ່ານ WhatsApp Web ໃຫ້ໃຊ້ຄຳແນະນຳດ້ານເທິງເພື່ອອອກຈາກລະບົບເຊດຊັນເວັບທີ່ໃຊ້ງານຢູ່ທັງໝົດໃນ WhatsApp ໃນໂທລະສັບມືຖື

ໝາຍເຫດ: ຫາກເຈົ້າບໍ່ສາມາດສະແກນຄິວອາຣ໌ໂຄ້ດໄດ້ ກະລຸນາກວດສອບວ່າກ້ອງຫຼັກຂອງໂທລະສັບເຮັດວຽກຕາມປົກກະຕິ ຫາກກ້ອງບໍ່ໂຟກັດອັດຕະໂນມັດ ຫລື ບໍ່ສາມາດໃຊ້ງານໄດ້ ເຈົ້າອາດຈະບໍ່ສາມາດສະແກນບາຣ໌ໂຄ້ດໄດ້ ຂະນະນີ້ຢັງບໍ່ມີວິທີອື່ນໃນການເຂົ້າລະບົບ WhatsApp ໄດ້ໃນເດດທັອບ

แสดงความคิดเห็น

0 ความคิดเห็น