ຂ່າວໃໝ່

6/recent/ticker-posts

ໄວຣັດຄອມພິວເຕີ (Virus Computer) ຮູ້ໄວ້ປ້ອງກັນໄດ້ ຮູ້ພາຍຫລັງອາດສ່ຽງຕໍ່ຂໍ້ມູນສູນຫາຍ

 ໄວ​​ຣັດ​ຄອມ​​ພິວ​ເຕີ (Computer Virus) ຄື​ຊຸດ​ຄຳ​ສັ່ງ​ ຫລື ​ໂປ​​ຣ​ແກ​​ຣມ​ທີ່​ຖືກ​ສ້າງ​ຂຶ້ນ​ມາ​ດ້ວຍ​ວັດ­ຖຸ​ປະ­ສົງ​ໃນ​ການ​​ບັນ​ທອນ​ລະບົບ​ຮັກ­ສາ​ຄວາມ​​ປ​ອດ​ໄພ​ຂອງ​ຄອມ​​ພິວ​ເຕີ ເພື່ອ​ກໍ່­ກວນ ໂຈນ​ກຳ ແລະ​ ທຳລາຍ​ຂໍ້​ມູນ​ພາຍ​ໃນ​ຄອມ​​ພິວ​ເຕີ​ເປົ້າ​ໝາຍ ໄວ​​ຣັດ​ຄອມ​​ພິວ​ເຕີ​ຈຶ່ງ​ຖືກ​ໃຊ້​ໃນ​ການ​ສ້າງ​ຄວາມ​ເສຍ​ຫາຍ​ແກ່​​ບຸກ­ຄົນ, ພາ​ກ​​ລັດ, ພາກ​ທຸ­ລະ​ກິດ ລວມເຖິງ​ປະ­ໂຫຍດ​ທາງ​ການ​ທະຫານ ​ແລະ​ ການ​​ໂຈລະ​ກຳ​ຂໍ້​ມູນ​ທີ່​ມີ​ຄວາມ​ສຳ­ຄັນ​ຕໍ່​ຄວາມ​ຫມັ້ນ­ຄົງ​ແຫ່ງ​ຊາດ


 ນອກ­ຈາກ​ນີ້ ໄວ​​ຣັດ​ຄອມ​​ພິວ​ເຕີ​ຍັງ​ມີ​ອີກ​ໜຶ່ງ​ຄຸນ­ສົມ­ບັດ​ທີ່​ສຳ­ຄັນ​ຄື ການ​ແ​ພ່​ໄປ​ຢັງ​ຄອມ​​ພິວ​ເຕີ​ ຫລື ​ອຸ­ປະ­ກອນ​​ອິ​ເລັກ​ໂຕ​ຣ​ນິກເຄື່ອງ​ອື່ນໆ ຜ່ານ​ແພ​​ລດຟອມ​ອອນ​ລາຍ​​ຢ່າງເ​ວັບ​ໄຊ​​ຕ໌​ ຫລື ​ໂຊ​​ຊຽວ​ມີ​ເດ​​ຍ ຕະ­ຫລອດ​ຈົນ​ອຸ­ປະ­ກອນ​ຈັດ​ເກັບ​ຂໍ້​ມູນ​ຢ່າງ Flash Drive ຫລື External Hard drive ດ້ວຍ​ເຫດ​ນີ້ ​ໄວ​ຣັດຄອມ​​ພິວ​ເຕີ​ ​ຈຶ່ງ​ສາ­ມາດ​ສ້າງ​ຄວາມ​ເສຍ​ຫາຍ​ເປັນ​ຢ່າງຫລວງ​ຫລາຍ​ຫາກ​ຄອມ​​ພິວ​ເຕີ​ເປົ້າ​ໝາຍ​ຂາດ​ລະ­ບົບ​ປ້ອງ​ກັນ​ຄວາມ​​ປ​ອດ​ໄພ​ທີ່​ມີ​​ປະ​ສິດ­ທິ​ພາບ ໂດຍ​ສະ­ເພາະ​ເມື່ອ​ບໍ່​ໄດ້​ຕິດ​​ຕັ້ງ​ແອນ​ຕີ້​ໄວ​​ຣັດ​ທີ່​ມີ​ຂີດ​ຄວາມ​ສາ­ມາດ​ໃນ​ການ​ປ້ອງ​ກັນ​ຄອບ​​ຄຸມ​ການ​ໂຈມ​ຕີ​ ແລະ ​ອາຊະ­ຍາ​ກອນ​​​ໄຊ​ເບີ​ທຸກ​ຮູບ​ແບບ

ປະ­ເພດ​ຂອງ​ໄວ​​ຣັດ​​ໃນຄອມ​​ພິວ​ເຕີ

 ການ​ເຮັດ​ວຽກ​ຂອງ​ໄວ​​ຣັດ​ຄອມ​​ພິວ​ເຕີ ຄື ການ​​ແທຣກ​ເຂົ້າ​ໄປ​ຝັງ​ຕົວ​ຢູ່​ບໍ­ລິ­ເວນ​ຫນ່ວຍ​ຄວາມ​ຈຳ (ram) ຂອງ​ຄອມ​​ພິວ​ເຕີ ຫຼັງ​ຈາກ​ນັ້ນ​ໄວ​​ຣັດ​ກໍ​ຈະ​ຄ່ອຍໆ ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ລະ­ບົບ​ການ​ເຮັດ​ວຽກ​ງານ​ຂອງ​ຄອມ​​ພິວ​ເຕີ ໂດຍ​ມີ​ການ​ເຮັດ​ວຽກ​​ຂຶ້ນ​ຢູ່​ກັບ​ວັດ­ຖຸ​ປະ­ສົງ​ຂອງ​ໄວ​​ຣັດ​ດັ່ງ​ກ່າວ ບໍ່​ວ່າ​ຈະ​ເປັນ​ການ​ທຳ­ລາຍ​ຂໍ້​ມູນ​ພາຍ​ໃນ​ຄອມ​​ພິວ​ເຕີ ການ​ໂຈ​ລະ​ກຳ​ຂໍ້​ມູນ​ກ່ຽວ​ກັບ​ປະ­ຫວັດ​ສ່ວນ​ຕົວ​ ແລະ ​ຂໍ້​ມູນ​ທາງ​ການ​ເງິນ​ຂອງ​ເຈົ້າ​ຂອງ​ຄອມ​​ພິວ​ເຕີ ຫລື ​ກໍ່­ກວນ​ໃຫ້​ບໍ່​ສາ­ມາດ​ໃຊ້​ງານ​ຄອມ​​ພິວ​ເຕີ​ໄດ້​ຢ່າງ​ປົກ­ກະ­ຕິ ໂດຍ​ອາດ​ປາ­ກົດ​ໃນ​ຮູບ​ຂອງ​ເມົາ​​ສ໌​ເຄື່ອນ​ທີ່​ເອງ ຂໍ້­ຄວາມ​ວິ່ງ​ໄປ​ມາໃນ​ໜ້າ​​ຈໍ ຫລື ​ບໍ່​ສາ­ມາດ​ເປີດ​ຄອມ​​ພິວ​ເຕີ​ໄດ້ ເປັນ­ຕົ້ນ ໄວ​​ຣັດ​ຄອມ​​ພິວ​ເຕີ​ມີ​ຢູ່​ຫຼາຍ​ປະ­ເພດ​ນຳ​ກັນ ໂດຍ​ສາ­ມາດ​ສະ­ຫລຸບ​ໄດ້ 7 ປະ­ເພດ ດັ່ງ­ນີ້

1. ໜອນ (Worm)

ເປັນ​ໜຶ່ງ​ໃນ​ໄວ​​ຣັດ​ຄອມ​​ພິວ​ເຕີ​ປະ­ເພດ​ອັນ­ຕະ­ລາຍ ທີ່​ສາ­ມາດ​ສ້າງ​ຄວາມ​ເສຍ​ຫາຍ​ແກ່​ຄອມ​​ພິວ​ເຕີ​ໄດ້​ຢ່າງ​ຮ້າຍ​ແຮງ ເນື່ອງ​ຈາກ​ມີ​ຄຸນ­ສົມ­ບັດ​ສາ­ມາດ​ແພ່ກະ​ຈາ​​ຍ​ໄປ​ຢັງ​ຄອມ​​ພິວ​ເຕີ​ ແລະ ​ອຸ­ປະ­ກອນ​ເອ​ເລັກ​ໂຕຣ​ນິກ​ອື່ນໆ ໄດ້​ຢ່າງ​ວ່ອງ­ໄວ ຕະຫລອດ​ຈົນ​ສາ­ມາດ​ບັນ​ທອນ​​ປະ​ສິດ­ທິ​ພາບ​ການ​ເຮັດ​ວຽກ​​ຂອງ​ຄອມ​​ພິວ​ເຕີ​ໄດ້​ ນອກ­ຈາກ​ນີ້ ເນື່ອງ​ຈາກ​ໄວ​​ຣັດ​ໜອນ​ສາ­ມາດ​​ກະ​ຈາ​​ຍ​ຕົວ​ເຂົ້າ​ໂຈມ​ຕີ​ລະ­ບົບ​ຢ່າງ​ວ່ອງ­ໄວ ເຮັດ​ໃຫ້­ການ​ກຳ­ຈັດ​ເຮັດ​ໃຫ້​ໄດ້​ຍາກ​ຫລາຍ​ຂຶ້ນ ແລະ​ ຈຳ­ເປັນ​ຈະ​ຕ້ອງ​ໃຊ້​ແອນ​ຕີ້​ໄວ​​ຣັດ​ທີ່​ມີ​ສັກ​​ກະ​ຍະ​ພາບ​ສູງ​ໃນ​ການ​ຕໍ່­ກອນ​ກັບ​ໄວ​​ຣັດ​ໜອນ​ທີ່​ເຂົ້າ​ມາ​ຊອນ​ໄຊ​ລະ­ບົບ​ການ​ເຮັດ​ວຽກ​ງານ​ຂອງ​ຄອມ​​ພິວ​ເຕີ

2. ບູດ​ໄວ​​ຣັດ (Boot Virus)

ໄວ​​ຣັດ​ຄອມ​​ພິວ​ເຕີ​ຊະ­ນິດ​ນີ້​ແຝງ​ຢູ່​ໃນ​ແຜ່ນ​ຊີ​ດີ​​ຣອມ​ ຫລື Flash drive ທີ່​ຈະ​ເຂົ້າ​​ຈູ່​ໂຈມ​ຄອມ​​ພິວ​ເຕີ​ທັນ­ທີ ເມື່ອ​ຮາດດິສກ໌ເລີ່ມ​ອ່ານ​ແຜ່ນ​ຊີ​ດີ​ດັ່ງ​​​ກ່າວ ໂດຍ​ພຸ່ງ​ເປົ້າ​ໝາຍ​ໄປ​ທີ່​ມາດ​​ເ​ຕີ​ບູດ​​ເຣກ​​ຄອດ​ກ່ອນ​ຈະ​ເຄື່ອນ​ໄປ​ທີ່​ຫນ່ວຍ​ຄວາມ​ຈຳ ແລະ​​ ເລີ່ມ​ຕົ້ນ​ເຮັດ​ວຽກ​ທັນ­ທີ ເມື່ອ​ຄອມ​​ພິວ​ເຕີ​​ເ​ລີ່ມ​ບູດ​ເຄື່ອງ​ຫຼັງ​ຈາກ​ເປີດ​ຄອມ​​ພິວ​ເຕີ​ທີ່​ຕິດ​ໄວ​​ຣັດ​ປະ­ເພດ​ນີ້​ຈະ​ບໍ່​ໄດ້​ສະ­ແດງ​ອາ­ການ​ຊັດ​ເຈນ ແຕ່​ມັກ​ຈະ​ມີ​ການ​ແ​ພ່ກະ​ຈາ​​ຍ​ໄປ​ຢັງ​ຊີ​ດີ​​ຣອມ​ລະ­ຫວ່າງ​ທີ່​ຄອມ​​ພິວ​ເຕີ​ກຳ­ລັງ​ບູດ​ເພື່ອ​ປິດ​ເຄື່ອງ ແລະ ​ດ້ວຍ​ວິ­ທີ​ການ​ຕິດ­ຕໍ່​ເຊັ່ນ​ນີ້ ເຮັດ​ໃຫ້​ບູດ​ໄວ​​ຣັດ​ສາ­ມາດ​ແພ່ໄປ​ຢັງ​ຄອມ​​ພິວ​ເຕີ​ເຄື່ອງ​ອື່ນໆ ໄດ້​ໂດຍ​ບໍ່​ຮູ້​ຕົວ 

3. ມາ​ໂຄ​​ຣ​ໄວ​​ຣັດ (Macro Virus)

ເປັນ​ອີກ​ໜຶ່ງ​ໄວ​​ຣັດ​ຄອມ​​ພິວ​ເຕີ​ປະ­ເພດ​ໜຶ່ງ​ທີ່​ສາ­ມາດ​ພົບ​ໄດ້​ໃນ​ການ​ເຮັດ​ວຽກ​ ໂດຍ​ສະ­ເພາະ​ງານອອບຟິດ​ທີ່​ຕ້ອງຫຍຸ້ງ​ກ່ຽວ​ກັບ​ໂປ​​ຣ​ແກ​​ຣມ​ເອ­ກະ­ສານ​ຕ່າງໆ ໂດຍ​ມາ​ໂຄ​​ຣ​ໄວ​​ຣັດ​ຈະ​​ແທຣກ​ຕົວ​ມາ​ໃນ​ໄຟ​​ລ໌​ເອ­ກະ­ສານ ຢ່າງ Microsoft Word ຫລື Microsoft Excel ມີ​ຄຸນ­ສົມ­ບັດ​ໃນ​ການ​ສົ່ງ​ຄຳ​ສັ່ງ​ມາ​ໂຄ​​ຣ​ສຳ­ລັບ​ງານ​ອັດຕະໂນມັດ​ໃນ​ໄຟ​​ລ໌​ເອ­ກະ­ສານ 

4. ມ້າ​ໂທ​​ຣ​ຈັນ (Trojan Horse)

ເຖິງ​ວ່າ​ໂທ​​ຣ​ຈັນ​ຈະ​ບໍ່​ສາ­ມາດ​ເອີ້ນ​ໄດ້​ຢ່າງ​ເຕັມ​ປາກ​ວ່າ​ໄວ​​ຣັດ​ຄອມ​​ພິວ​ເຕີ ແຕ່​ກໍ​ມີ​ວັດ­ຖຸ​ປະ­ສົງ​ເພື່ອ​ກໍ່­ກວນ​ ແລະ ​ບ່ອນ​ທຳ­ລາຍ​ການ​ເຮັດ​ວຽກ​​ຂອງ​ຄອມ​​ພິວ​ເຕີ​ບໍ່​ຕ່າງ​ຈາກ​ໄວ​​ຣັດ​ປະ­ເພດ​ອື່ນໆ ໂດຍ​ສະ­ຫລຸບ ໂທ​​ຣ​ຈັນ​ຄື​ຊຸດ​ໂປ​​ຣ​ແກ​​ຣມ​ທີ່​ຖືກ​ຂຽນ​ຂຶ້ນ​ມາ​ເພື່ອ​ຫຼອກ​ລໍ້​ໃຫ້​ຜູ້​ໃຊ້​ງານ​ດາວໂຫຼ​​ດ​ ແລະ​ ຕິດ​​ຕັ້ງ ໂດຍ​ເຊື່ອ​ວ່າ​ຈະ​ສາ­ມາດ​ໃຊ້​ງານ​ໄດ້​ຕາມຄຸນ​ສົມ​ບັດທີ່​ໂປ​​ຣ​ແກ​​ຣມ​ເ​ມີໄດ້​ຂຽນ​ໂຄດ​ນາ​ໄວ້ 

​ຫຼັງ​ຈາກ​ຕິດ​​ຕັ້ງ​ແລ້ວ ໂທ​​ຣ​ຈັນ​ກັບ­ເຂົ້າ​ໄປ​ທຳ­ລາຍ​ ຫລື ​ໂຈນ​ກຳ​ຂໍ້​ມູນ​ພາຍ​ໃນ​ເຄື່ອງ​ຄອມ​​ພິວ​ເຕີ ກໍ່­ໃຫ້­ເກີດ​ຄວາມ​ເສຍ​ຫາຍ​ ແລະ ​ຄວາມ­ເຈັບ​ໃຈ​ທີ່​ຜູ້​ໃຊ້​ງານ​ເປັນ​ຄົນ​ນຳ​ເຂົ້າ​​ມາ​ເອງ​ດ້ວຍ​ການ​ຖືກ​ໂທ​​ຣ​ຈັນ​ຫຼອກ​ໃຫ້​ຕິດ​​ຕັ້ງ​ດ້ວຍ​ຕົວ​ເອງ ບໍ່​ຕ່າງ​ຈາກ​ຊາວ​ເມືອງ​​ທຣອຍ​ທີ່​ລາກ​ມ້າ​ໂທ​​ຣ​ຈັນ​ເຂົ້າ​ໄປ​ໃນ​ກຳ­ແພງ​ເມືອງ​ໂດຍ​ຊະ​ລາ​ໃຈ​ຄິດ​ວ່າ​ເປັນ​ຂອງ​ທີ່​ຂ້າ​​ສຶກ​ຖິ້ມ​ໄວ້ ​​​ຈົນ​ຕອນ​ເດິກ​ມາ​ທະ­ຫານ​ຂ້າ​​ສຶກ​ທີ່​ຊ້ອນ​ຕົວ​ຢູ່​ໃນ​ມ້າ​ໄມ້​ໂທ​​ຣ​ຈັນ​ກໍ​​ອອກ​ມາ​​ຢຶດ​ເມືອງ​​ທຣອຍ​ຈາກ​ດ້ານ​ໃນ ຈົນ​ເປັນ​ທີ່​ມາ​ຂອງ​ຊື່​ໂທ​​ຣ​ຈັນ​ທີ່​ເປັນ​ເຄິ່ງ​ໄວ​​ຣັດ​ຄອມ​​ພິວ​ເຕີ​ປະ­ເພດ​ນີ້

5. ​​ສະ​ຕຽວ​ໄວ​​ຣັດ (Stealth Virus)

ສະ​ຕຽວໄວ​​ຣັດ​ຄອມ​​ພິວ​ເຕີ​ປະ­ເພດ​ນີ້​ມີ​ຄຸນ­ສົມ­ບັດ​ໃນ​ການ​ອຳ​​ພາງ​ຕົວ​ສົມ­ຊື່ ຢົກ​ຕົວ­ຢ່າງ​ເຊັ່ນ ກໍ­ລະ­ນີ​ທີ່​ໄຟ​​ລ໌ໆໜຶ່ງ​ມີສະ​ຕຽວ​ໄວ​​ຣັດ​ແຝງ​ຢູ່ ໄຟ​​ລ໌​ນັ້ນ​ຈະ​ບໍ່​ສາ­ມາດ​ກວດ​ສອບ​ຂະ­ໜາດ​ໄຟ​​ລ໌​ທີ່ແທ້​ຈິງ​ໄດ້ ທີ່​ເປັນ​​ແນວ​ນີ້​ເພາະສະ​ຕຽວ​​ໄວ​​ຣັດ​ໄດ້​ເຂົ້າ​ໄປ​ຄວບ​ຄຸມ DOS ​ສຳ­ເລັດ​ຮຽບຮ້ອຍ​ແລ້ວ​ເຮັດ​ໃຫ້​ໄຟ​​ລ໌​ເບິ່ງ​ປົກ­ກະ­ຕິຄື​ເກົ່າ​ທຸກ​ຢ່າງ ແຕ່​ບໍ່​ສາ­ມາດ​ເບິ່ງ​ຂະໜາດ​ໄຟ​​ລ໌​ໄດ້ ​​ແທ້​ຈິງ​ແລ້ວ​ໄຟ​​ລ໌​ນັ້ນ​ໄດ້​ຖືກສະ​ຕຽວ​​ໄວ​​ຣັດ​ເຂົ້າ​ຫລິ້ນ​ງານ​ ແລະ​ ອຳ​​ພາງ​ຕົວ​ຢູ່​ຄອຍ​ຖ້າ​ໃຫ້​ເຮົາ​​ຄ​ລິ​​ກ​ເຂົ້າ​ໄປ​ນັ້ນ​ເອງ 

6. ໂພ​ລີ​​​ມໍຟິກ​ໄວ​​ຣັດ (Polymorphic Virus)

ເປັນ​ໄວ​​ຣັດ​ຄອມ​​ພິວ​ເຕີ​ທີ່​ສາ­ມາດ​ຄວບ​ຄຸມ​ກຳ­ຈັດ​ໄດ້​ຍາກ​ຫລາຍ ເນື່ອງ​ຈາກ​ມີ​ຄຸນສົມບັດ​ໃນ​ການ copy ຕົວ​ເອງ​ຈົນ​ແພ່ກະ​ຈາ​​ຍ​ໄດ້​ຫລາຍ​ຂຶ້ນ​ເປັນ​ເທົ່າ​ຕົວ ຫຼາຍ​ຮ້ອຍ​ຮູບ​ແບບ ໂດຍ​ປະ­ຈຸ​ບັນ​ມີ​ໄວ​​ຣັດ​ຄອມ​​ພິວ​ເຕີ​ທີ່​ມີ​ຄຸນ­ສົມ­ບັດ​ເຊັ່ນ​ນີ້​ຈຳ­ນວນ​ຫລາຍ ສົ່ງ​ຜົນ​ໃຫ້​ການ​ສະ​ແກນ​ໄວ​​ຣັດ​ພຽງ​​ຢ່າງ​ດຽວ​ວິ­ທີ​ການ​ດຽວ​ອາດ​ບໍ່​ພໍ​ຕໍ່​ການ​ກວດ​ຈັບ​ໄວ​​ຣັດ​ປະ­ເພດ​ນີ້​ທຸກ​ຕົວ ຈຶ່ງ​ຕ້ອງ​ໃຊ້​ແອນ​ຕີ້​ໄວ​​ຣັດ​ທີ່​ມີ​ຂີດ​ຄວາມ​ສາມາດ​ສູງ​ ແລະ ​ຮອບ​ດ້ານ​ຫລາຍ​​ຢິ່ງ​ຂຶ້ນ

7. ໄຟ​​ລ໌​ໄວ​​ຣັດ (File Virus) 

ໄວ​​ຣັດ​ປະ­ເພດ​ນີ້​ເປັນ​ໜຶ່ງ​ໃນ​ໄວ​​ຣັດ​ທີ່​ພົບ​ໄດ້​ໃນ​ຊີ­ວິດ​ປະ­ຈຳ​ວັນ​ຫລາຍ​ທີ່​ສຸດ ໂດຍ​ສະ­ເພາະ​ຜູ້​ທີ່​ນິ­ຍົມ​ດາວ​​ໂຫຼ​​ດ​ໂປ​​ຣ​ແກ​​ຣມຟຣີ​ຈາກ​ອິນ​​ເ​ຕີເ​ນັດ ໂດຍ​ໄວ​​ຣັດ​ຈະ​ແຝງ​ຕົວ​ມາ​ໃນ​ຮູບ​ຂອງ​ໄຟ​​ລ໌​ຕິດ​​ຕັ້ງ​ໂປ​​ຣ​ແກ​​ຣມ​ຊຶ່ງ​ສ່ວນ​ໃຫຍ່​ຈະ​ມີດ​ກຸນ .exe ເພາະສະ­ນັ້ນ ຈຶ່ງ​ຄວນ​ກວດແຫຼ່ງ​ທີ່​ມາ​ຂອງ​ໂປ​​ຣ​ແກ​​ຣມ ຄວາມ​ໜ້າ​ເຊື່ອ​ຖື​ຂອງ​​ເວັບ​ໄຊ​​ຕ໌​ກ່ອນ​ຈະ​ໂຫຼ​​ດ​ໄຟ​​ລ໌​ໂປ​​ຣ​ແກ​​ຣມ​ເຫຼົ່າ­ນັ້ນ ເພາະ​ອາດ​ເປັນ​ການ​ນຳ​ເ​ສີກ​ເຂົ້າ​ບ້ານ​ດ້ວຍ​ການ​ນຳ​ໄວ​​ຣັດ​ມາ​​​ປ່ອຍ​ລົງ​ໃນ​ຄອມ​​ພິວ​ເຕີ​ຂອງ​ຕົນ​ເອງ​ໄດ້​ຫາກ​ບໍ່​​​ລະ​ວັງ
  

ວິ­ທີ​ປ້ອງ​ກັນ​ໄວ​​ຣັດ​ຕິດ​ເຄື່ອງ​ຄອມ​​ພິວ​ເຕີ​ໃນ​ບໍ­ລິ­ສັດ

ການ​ແກ້​ໄຂ​​-​ປ້ອງ​ກັນ​ໄວ​​ຣັດ​ບໍ່​ໃຫ້​ຕິດ​ໃນ​ເຄື່ອງ​ຄອມ​​ພິວ​ເຕີ​ຂອງ​ບໍ­ລິ­ສັດ ຊຶ່ງ​ຈະ​ກໍ່ໃຫ້­ເກີດ​ຄວາມ​ເສຍ​ຫາຍ​ຕໍ່​ລູກ​ຄ້າ ​​ແລະ ມີຜົນ​ຕໍ່​ລາຍ​ໄດ້ ​ລວມ​ໄປ​ເຖິງ​ເຮັດ​ໃຫ້​ງານ​ບາງ​ຢ່າງ​ເກີດ​ຄວາມ​ລ່າ​ຊ້າ ຈຳ­ເປັນ​ທີ່​ຈະ​ຕ້ອງ​ມີ​ຜູ້​ເບິ່ງ­ແຍງ​ເລື່ອງ​ລະ­ບົບ​ຄອມ​​ພິວ​ເຕີ​ໂດຍ​ກົງ ທັງ​ການ​ຈ້າງ​​​ພະ​ນັກ​ງານ​ປະ­ຈຳ ຫລື​ ຖ້າ​ຈະ​ໃຫ້​​ປະຫ​ຢັດ ​ແລະ​ ໄດ້​ຄຸນ​ນະ​ພາບ ກໍ​ສາ­ມາດ​ຈ້າງ​ພະ​ແນ​​ກ IT Outsources ເພື່ອ​ເຂົ້າ​ມາ​ເບິ່ງ­ແຍງ​ຄອມ​​ພິວ​ເຕີ ມາ​ເບິ່ງ­ແຍງ​ການ​ອັບ​ເດດ​ໂປ​​ຣ​ແກ​​ຣມ​ກັນ​ໄວ​​ຣັດ ແລະ ​ຊ່ວຍ­ເຫລືອ​ເລື່ອງ​ການ​ແກ້​ໄຂ​ການ​ຕິດ​ໄວ​​ຣັດ​ໄດ້​ຢ່າງ​ວ່ອງ­ໄວ​ໃນ​​ໄລ​ຍະ​ຍາ​​ວ 

ການ​ກວດ​ຈັບ​ ຫລື ສະ​ແກນ​ໄວ​​ຣັດ (Virus Scanner)

ໄວ​​ຣັດ​ຄອມ​​ພິວ​ເຕີ​ນັ້ນ​ສາ­ມາດ​ແ​ພ່ກະ​ຈາ​​ຍ​ໄດ້​ໃນ​ທຸກ​ແພ​​ລດ​ຟອມ​ ແລະ ​ມີ​ລັກສະນະ​ໄຮ້​ເຂດ​ແດນ ບໍ່​​ຍ້ານ​ຊັນຊາດ​ໃດ ​ຫລື​ ປະ­ເທດໃດ ພຽງ​ແ​ຕ່ເຊື່ອມ​ຕໍ່​ອິນ​​ເ​ຕີເ​ນັດ ຄອມ​​ພິວ​ເຕີ​ທຸກ​ເຄື່ອງ​​ໃນໂລກ​ກໍ​ຕົກ​ເປັນ​ເປົ້າ​ໝາຍ​ຂອງ​ໄວ​​ຣັດ​ຄອມ​​ພິວ​ເຕີ​ທີ່​ສາ­ມາດ​ຕິດ­ຕໍ່​ ແລະ ​ເຄື່ອນ​ຈາກ​ຄອມ​​ພິວ​ເຕີ​ໃນ​ປະ­ເທດ​ໜຶ່ງ​ໄປ​ສູ່​ອີກ​ປະ­ເທດ​ໜຶ່ງ​ໄດ້​ຢ່າງ​ວ່ອງ­ໄວ ດ້ວຍ​ເຫດ​ນີ້ ໂປ​​ຣ​ແກ​​ຣມ​ກວດ​ຈັບ​ໄວ​​ຣັດ​ຄອມ​​ພິວ​ເຕີ​ດ້ວຍ​ວິ­ທີ​ການ​ສະແກນ ຫລື ສະ​ແກນ​ເ​ນີ (Scanner) ຈຶ່ງ​ມີ​ຄວາມ​ຈຳ­ເປັນ​ທີ່​ຈະ​ຕ້ອງ​ໄດ້​ຮັບ​ການ​ຕິດ​​ຕັ້ງ​ໄວ້​ໃນ​ຄອມ​​ພິວ​ເຕີ 

ໂດຍ​ວິ­ທີ​ການ​ເຮັດ​ວຽກ​ຂອງ​​ສະແກນ​ເ​ນີ​ຈະ​​ດືງ​ຄຸນ­ສົມ­ບັດ​ບາງ​ສ່ວນ​ຂອງ​ໄວ​​ຣັດ​ຄອມ​​ພິວ​ເຕີ​ເອີ້ນ​ວ່າ ໄວ​​ຣັດ​ຊິກ​ເນ​ເ​ຈີ (Virus Signature) ຫລື​ ລາຍ​ເຊັນ​ລັກ­ສະ­ນະ​ສະ­ເພາະ​ຂອງ​ໄວ​​ຣັດ ມາ​ເກັບ​ໄວ້​ເປັນ​ຖານ​ຂໍ້​ມູນ​ເພື່ອ​ໃຫ້​ເມື່ອ​ແອນ​ຕີ້​ໄວ​​ຣັດ​ເຮັດ​ວຽກ​ຈະ​ສາ­ມາດ​ສົ່ງ​​ສະແກນ​ເ​ນີເຂົ້າ​ກວດ​ຈັບ​ໄວ​​ຣັດ​ໂດຍ​ຕາມ​ຮ່ອງ­ຮອຍ​ຊິກ​ເນ​ເ​ຈີ​ດັ່ງ​​ກ່າວ​ໃນ​ຫນ່ວຍ​ຄວາມ​ຈຳ ແລະ Boot Sectors ບໍ່​ຕ່າງ​ຈາກ​ການ​ໃຊ້​ໝາ​ດົມ​​​ກີ່ນ​ນັ້ນ​ເອງ 

ໂປ​​ຣ​ແກ​​ຣມ​ປ້ອງ​ກັນ​ໄວ​​ຣັດ​ ຫລື​ ແອນ​ຕີ້​ໄວ​​ຣັດ​ນັ້ນ​ມີ​ຢູ່​ຫລວງ­ຫລາຍ​ຫຼາຍ​ປະ­ເພດ ແຕ່​ລ້ວນ​ມີ​ຄຸນ­ສົມ­ບັດ​ຄື​ກັນ ຄື ການ​ກວດ​ຈັບ (identify) ຂັດ­ຂວາງ ​ແລະ​ ກຳ­ຈັດ​ການ​ເຮັດ​ວຽກ​​ຂອງ​ໄວ​​ຣັດ​ຄອມ​​ພິວ​ເຕີ ຜ່ານ​ການ​ໃຊ້​ເຕັກ­ນິກ 2 ​​ປະ​ການ ຄື 
  1. ການ​ກວດ​ສອບ​ໄຟ​​ລ໌​​ທີ່​ສົງ­​ໄສວ່າ​ມີ​ຮ່ອງ­ຮອຍ​ຂອງ​ໄວ​​ຣັດ​ຄອມ​​ພິວ​ເຕີ​ທີ່​ເກັບ​ບັນ­ທຶກ​ໄວ້​ໃນ​ຖານ​ຂໍ້​ມູນ Virus Dictionary ຫລື​ບໍ່
  2. ສະ​ແກນ​ເພື່ອ​ກວດ​ຈັບ​ຄວາມ​ຜິດ​ປົກ­ກະ­ຕິ​ຂອງ​ໂປ​​ຣ​ແກ​​ຣມ, ໄຟ​​ລ໌ ຫລື ​ອຸ­ປະ­ກອນ​ຈັດ​ເກັບ​ຂໍ້​ມູນ ຢ່າງ ຊີ​ດີ​​ຣອມ, Flash drive ວ່າ​ມີ​ພຶດ­ຕິ​ກຳ​ທີ່​ເຂົ້າ​ຂ່າຍ​ວ່າ​ມີ​ໄວ​​ຣັດ​ຄອມ​​ພິວ​ເຕີ​ແຝງ​ຝັງ​ຢູ່​ຫລື​ບໍ່ ເພື່ອ​ດຳ­ເນີນ​ກັກ​ເກັບ ​ແລະ ​ທຳ­ລາຍ​ໃນ​ທີ່​ສຸດ

ປະ­ຈຸ​ບັນ​ມີ​ແອນ​ຕີ້​ໄວ​​ຣັດ​ຈຳ­ນວນ​ຫລາຍ​ທີ່​ຖືກ​ພັດ­ທະ­ນາ​ຂຶ້ນ​ເພື່ອ​ຕໍ່­ກອນ​ກັບ​ໄວ​​ຣັດ​ຄອມ​​ພິວ​ເຕີ​ທັງ 7 ປະ­ເພດ​ທີ່​ກ່າວ​ເຖິງ​ຂ້າງ​ຕົ້ນ ຢ່າງ­ໃດ​ກໍ​ຕາມ ໄວ​​ຣັດ​ຄອມ​​ພິວ​ເຕີ​ກໍ​ມີ​ພັດທະ­ນາ​ການ​ທີ່​ໜ້າ​ກົວ ​ແລະ ​​ທະວີ​ຄວາມ​ຮ້າຍ​ແຮງ​ຫລາຍ​​ຢິ່ງ​ຂຶ້ນ ການ​ຕິດ​​ຕັ້ງ​ແອນ​ຕີ້​ໄວ​​ຣັດ​ທີ່​ມີ​​ປະ​ສິດ­ທິ​ພາບ​ແລະ​ ສັກກະ​ຍະ​ພາ​​​ບ​ຮອບ​ດ້ານ​ຈຶ່ງ​ເປັນ​ສິ່ງ​ທີ່​ສຳ­ຄັນ​ຕໍ່​ການ​ໃຊ້​ງານ​ຄອມ​​ພິວ​ເຕີ​ຢ່າງ​​ປ​ອດໄພ ທັງ​ນີ້ ເພື່ອ​ຮັກ­ສາ​ຄວາມ​ເປັນ​ສ່ວນ​ຕົວ​ ແລະ ຄວາມ​​ປ​ອດ​ໄພ​ຂອງ​ຂໍ້​ມູນ​ພາຍ​ໃນ​ຄອມ​​ພິວ​ເຕີ ຈຶ່ງ​ຄວນ​ເລືອກ​ແອນ​ຕີ້​ໄວ​​ຣັດ​ທີ່​ມີ​ຄວາມ​ເໝາະ​ສົມ ​ແລະ ​ມີ​ຄຸນ­ສົມ­ບັດ​ໃນ​ກາ​​ນ​ສະແກນ​ກວດ​ຈັບ​ໄວ​​ຣັດ​ຄອມ​​ພິວ​ເຕີ​ໄດ້​ທຸກ​ຊະ­ນິດ ແລະ​ ທີ່​ສຳ­ຄັນ​ຄື​ຕ້ອງ​ມີ​ການ​ອັບ​ເດດ​ຖານ​ຂໍ້​ມູນ​ຢ່າງ​​ສະ​ໝ່ຳ​ສະ­ເໝີ​ຈຶ່ງ​ຈະ​ສາ­ມາດ​ປ້ອງ​ກັນ​ອັນ​ຕະ​ລາຍ​ຈາກ​ໄວ​​ຣັດ​ຄອມ​​ພິວ​ເຕີ​ໄດ້​ຢ່າງ​ສົມ­ບູນ 

แสดงความคิดเห็น

0 ความคิดเห็น