ຂ່າວໃໝ່

6/recent/ticker-posts

Facebook ໂຊບັນຊີ Deactivated ໃຫ້ເຈົ້າ Unfriend ເພື່ອນ ເພີ່ມໂຄຕາໃຫ້ຄົນທີ່ເພື່ອນເຕັມ!


ຮັບໜ້າແອ໊ດໄດ້ແລ້ວ!! ຫາກເປັນຄົົນທີ່ມີເພື່ອນໃນ Facebook ຫຼາຍ! ຫຼາຍຈົນເຕັມໂຄຕາ 5,000 ຄົົນທີ່ກຳນົດໄວ້ໂດຍ Facebook ເຮົາຢາກຈະບອກວ່າເຈົ້າລອດແລ້ວ!! ງານນີ້ຕ້ອງຂອບໃຈຟັງຊັນໃໝ່ຈາກທາງເຟຊບຸ໊ກທີ່ໄດ້ເພີ່ມເຂົ້າມາຫຼັງຈາກການອັບເດດເທື່ອລ່າສຸດ

ຟັງຊັນໃໝ່ນີ້ຊ່ວຍໃຫ້ເຮົາສາມາດກວດສອບ Friends List ໄດ້ວ່າ ເພື່ອນຄົນໃດຂອງເຈົ້າທີ່ Account Deactivated ຫລື ບັນຊີທີ່ບໍ່ມີການໃຊ້ງານໃນລະບົບແລ້ວ

ຟັງຊັນໃໝ່ນີ້ຢັງໃຊ້ງ່າຍ ແລະ ສະດວກ ໂດຍສະເພາະການເຊັກລາຍຊື່ເພື່ອນຕັ້ງແຕ່ A – Z ແລະເລືອກ Unfriend ເພື່ອນທີ່ບັນຊີບໍ່ມີຄວາມເຄື່ອນໄຫວ ຫລື ເພື່ອນຄົົນທີ່ປ່ຽນໄປໃຊ້ Account ອື່ນແລ້ວເພື່ອຊ່ວຍເພີ່ມຈຳນວນໂຄຕາເພື່ອນຂອງເຮົາໃນເຟດບຸ໊ກນັ້ນເອງ

ຢາກເຄຼຍບັນຊີຂອງເພື່ອນທີ່ບໍ່ໄດ້ໃຊ້ງານອອກເຮັດຕາມນີ້
1. ເຂົ້າໄປທີ່ Friends List ຂອງເຈົ້າ
2. ເລື່ອນເບິ່ງເພື່ອນ ຫາກບໍ່ມີກອບຄຳວ່າ “Friends” ສະແດງວ່າບັນຊີນັ້ນບໍ່ໄດ້ໃຊ້ງານແລ້ວ
3. ກົດເລືອກບັນຊີທີ່ບໍ່ໄດ້ໃຊ້ງານ ຫລື Account Deactivated ຈະມີຄຳວ່າ “Unfriend” ປາກົດຂຶ້ນມາ
4. ກົດຢືນຢັນ Unfriend ພຽງເທົ່ານີ້ກໍສາມາດຮັບໜ້າແອ໊ດເພີ່ມຈາກເກົ່າທີ່ເພື່ອນເຕັມໄດ້ແລ້ວ
ຢ່າງໃດກໍຕາມ ຟັງຊັນນີ້ສາມາດໃຊ້ໄດ້ກັບແຕ່ລະບົບ iOS ເທົ່ານັ້ນ ໃຜທີ່ໃຊ້ Android ກໍຄົງຕ້ອງລໍກັນໄປກ່ອນ ແຕ່ຄາດວ່າກໍຄົງຈະສາມາດຈັດການໄດ້ໃນໄວມື້ນີ້ ບໍ່ດົນເກີນລໍ

ລອງເບິ່ງຄລິບສາທິດການໃຊ້ງານ ຂອງໜຸ່ຍ ພົງສ໌ສຸກ ກັນເລີຍ

แสดงความคิดเห็น

0 ความคิดเห็น