ສະປາຍແວຖືເປັນໜຶ່ງໃນມັນແວທີ່ເປັນອັນຕະລາຍຕົວໜຶ່ງ ໂດຍເປົ້າໝາຍໝາຍຂອງມັນຄື ການດັກຈັບກິດຈະກຳຕ່າງໆ ໃນຄອມຯຂອງເຮົາ ໂດຍສະປາຍແວນັ້ນເຮັດວຽກຕ່າງຈາກ Ransomware ທີ່ຈະເນັ້ນໄປເລື່ອງຮຽກຄ່າໄຖ່ຈາກເຫຢື່ອ ເພື່ອແລກກັບການບໍ່ລົບໄຟລ໌ໃນເຄື່ອງຖິ້ມ ແຕ່ມັນແວປະເພດນີ້ຈະຊ້ອນຢູ່ໃນລະບົບປະຕິບັດການຢ່າງງຽບໆ ເພື່ອດັກຈັບ ແລະບັນທຶກກິດຈະກຳໃນຄອມຯ ທັງໝົດຂອງເຮົາ ຢົກຕົວຢ່າງເຊັ່ນ ສະປາຍແວປະເພດໜຶ່ງທີ່ຮູ້ຈັກກັນເປັນວົງກວ້າງທີ່ຮຽກວ່າ “Keyloggers” ຈະແອບບັນທຶກການກົດປຸ່ມເທິງແປ້ນ Keyboard ຂອງເຫຢື່ອແລ້ວສົ່ງໄປໃຫ້ກັບແຮກເກີ ແລະ ຍັງມີຊອບແວທີ່ຄວບຄຸມຢລຍະໄກໂດຍທີ່ແຮກເກີສາມາດໃຊ້ສອດສ່ອງທຸກສິ່ງທີ່ເຮົາເຮັດໃນຄອມຯໂດຍສາມາດຄວບຄຸມການເຮັດວຽກງານທັງ Hardware ແລະ Software ເຊັ່ນ ການແອບເບິ່ງເຫຢື່ອຜ່ານ Webcam ໂດຍທີ່ເຫຢື່ອບໍ່ຮູ້ຕົວ ຍິ່ງກວ່ານັ້ນຢັງເປັນການເປີດປະຕູໃຫ້ແຮກເກີເຂົ້າມາຢຶດຄອງລະບົບເຮົາໄດ້ໃນທີ່ສຸດ
ການກວດສອບວ່າເຄື່ອງຄອມຯ ທີ່ໃຊ້ງານຢູ່ນັ້ນຖືກແອບຕິດຕັ້ງສະປາຍແວຢູ່ຫລືບໍ່ນັ້ນ ອາດຈະມີຂໍ້ສັງເກດງ່າຍໆ ວ່າຮູ້ສຶກວ່າເຄື່ອງເຮັດວຽກຊ້າລົງ ແລະ ມີໂປຣແກຣມແປກໆ ແອບເຮັດວຽກຢູ່ເບື້ອງ ຂໍແນະນຳ 4 ຂັ້ນຕອນການກວດສອບ ແລະ ປ້ອງກັນການຖືກສະປາຍແວ ດັ່ງຕໍ່ໄປນີ້
ຂັ້ນຕອນທີ່ 1
ສະແກນຄົ້ນຫາໄວຣັດ ແລະ ສະປາຍແວດ້ວຍ Antivirus ທີ່ໄດ້ຮັບຄວາມນິຍົມໃນຕະຫຼາດທົ່ວໆໄປ ໂດຍສາມາດໃຊ້ເວີຊັນ ສຳລັບທົດລອງໃຊ້ ຫລື ເວີຊັນຟຣີ ທີ່ມີຄຸນສົມບັດໃນການປ້ອງກັນບໍ່ຄົບຖ້ວນ ແຕ່ສາມາດສະແກນຫາໄດ້ ຢ່າງເຊັ່ນໂປແກຣມ Malwarebytes ຫລື ອີກທາງເລືອກ ຄືລົງ Microsoft Security Essentials ຊຶ່ງເປັນໂຊລູຊັນຟຣີຈາກ Microsoft ສາມາດຊ່ວຍປ້ອງກັນອຸປະກອນໄດ້ເຊັ່ນດຽວກັນ
ຂັ້ນຕອນທີ່ 2
ເປີດໃຊ້ງານ Firewall ເພາະຈະຊ່ວຍບລັອກການເຂົ້າເຖິງອຸປະກອນຈາກແຫຼ່ງທີ່ມາທີ່ບໍ່ໜ້າເຊື່ອຖື ຫາກພົບໂປຣແກຣມທີ່ບໍ່ໄດ້ຮັບອະນຸຍາດ ລວມເຖິງການເຂົ້າເຖິງຂໍ້ມູນຂອງເຮົາຈາກອຸປະກອນທີ່ບໍ່ໄດ້ຮັບອະນຸຍາດ ຜ່ານເຄື່ອຂ່າຍອິນເຕີເນັດ ສະນັ້ນຫາກປຽບຊອບແວປ້ອງກັນໄວຣັດ ແລະ ປ້ອງກັນ Spyware ຄືກັບຕຳຫຼວດ Firewall ກໍເໝືອນທະຫານປະຈຳດ່ານຕາມຊາຍແດນ ກໍລະນີທີ່ຢັງບໍ່ໄດ້ຕິດຕັ້ງ Firewall ສາມາດເປີດໃຊ້ງານ Windows Firewall ໂດຍ ຄລິກ “Start” ຈາກນັ້ນເລືອກ “Control Panel” ຈາກນັ້ນເລືອກ “Windows Firewall” ເພື່ອເຮັດການຕັ້ງຄ່າ
ຂັ້ນຕອນທີ່ 3
ຄົ້ນຫາພວກ Keyloggers ປົກກະຕິຈະແຝງມາໃນ 2 ຮູບແບບ: ທາງ Hardware ຫລື Software ການກວດສອບ Keyloggers ທາງ Hardware ເປັນເລື່ອງງ່າຍ ພຽງໄລ່ເຊັກສາຍ Keyboard ທີ່ເຊື່ອມເຂົ້າສູ່ຄອມຯຂອງເຮົາ ຫາກພົບອຸປະກອນແປກປອມຕິດຕັ້ງລະຫວ່າງແປ້ນພິມແລະຄອມຯອາດເປັນ Keylogger ທີ່ອອກແບບມາເພື່ອບັນທຶກການກົດແປ້ນພິມ
ສຳລັບ Keyloggers ທີ່ເປັນປະເພດ Software ນັ້ນສາມາດເລືອກໃຊ້ Antivirus ທີ່ໄດ້ຮັບຄວາມນິຍົມໃນຕະຫຼາດທົ່ວໆໄປ ກໍສາມາດກວດຈັບໄດ້ເຊັ່ນ Bitdefender , AVG Antivirus , Kaspersky Internet Security ແລະ Malwarebytes
ຂັ້ນຕອນທີ່ 4
ກວດສອບ System Tray ແລະ Task Manager ຫລື Activity Monitor ຂອງ Windows ຫາກພົບໄອຄອນແປກປອມໜ້າສົງໄສ ໃຫ້ຮີບປິດທັນທີ ກໍລະນີທີ່ພົບໄອຄອນຊອບແວທີ່ຊື່ວ່າ “VNC” ຊຶ່ງເປັນໂປຣແກຣມສຳລັບຄວບຄຸມເຄື່ອງໄລຍະໄກ ໃນກໍລະນີທີ່ບໍ່ໄດ້ມີງານທີ່ກ່ຽວຂ້ອງກັບ VNC ແນະນຳໃຫ້ກໍ່ການຖອນການຕິດຕັ້ງທັນທີດ້ວຍເຊັ່ນກັນ
ຖຶງແມ່ນແຕ່ສະປາຍແວຈະສະຫລາດຂຶ້ນ ແລະ ມີຄວາມຊັບຊ້ອນຫລາຍຂຶ້ນ ແຕ່ເບຣາວ໌ເຊີ ແລະ ລະບົບປະຕິບັດການກໍຢັງຄົງພັດທະນາເຄື່ອງມືຖືຮັກສາຄວາມປອດໄພເພິ່ມເຕິມຂຶ້ນເປັນເງົາຕາມຕົວ ຢ່າງໃດກໍຕາມເຮົາຄວນອັບເດດລະບົບປະຕິບັດການແລະໂຊລູຊັນຖືຮັກສາຄວາມປອດໄພໃຫ້ທັນສະໄໝດ້ວຍ Patch ລ່າສຸດ ທັງຫມົດທັງອັບເດດ Firmware ຂອງອຸປະກອນໃນທັນທີທີ່ມີໂອກາດ
ອ້າງອິງທີ່ມາ
0 ความคิดเห็น