ຂ່າວໃໝ່

6/recent/ticker-posts

ການເພີ່ມຄວາມສ່ວນຕົວໃນໂລກອອນໄລນ໌ ດ້ວຍການຕັ້ງຄ່າບັນຊີ Google



ທຸກ​ມື້­ນີ້​ເຮົາ​ສາ­ມາດ​ເຂົ້າ​ເຖິງ​ຄວາມ​ຮູ້​ຕ່າງໆ ໃນ​ໂລກ​ໃບ​ນີ້​ໄດ້​ດ້ວຍ​ປາຍ​ນິ້ວ​ສຳ­ຜັດ ເຖິງ​ແມ່ນ​ວ່າ​ເຕັກ​ໂນ​ໂລ​​ຢີຈະ​ເຮັດ​ໃຫ້​ຊີ­ວິດ​ພວກ​ເຮົາ​ງ່າຍ​ຂຶ້ນ ແຕ່​ໃນ​ຂະ­ນະ​ດຽວ​ກັນ ປະ­ໂຫຍດ​ທີ່​ເຮົາ​ໄດ້​ມາ​ຄວນ​ຕ້ອງ​ແລກ​ກັບ​ຄວາມ​ເປັນ​ສ່ວນ​​ຕົວ​ທີ່​ນ້ອຍ​ລົງ ໃນ​ໂລກ​ປະ­ຈຸ​ບັນ ການ​ປົກ​ປ້ອງ​ຄວາມ​ເປັນ​ສ່ວນ​​​ຕົວ​ເປັນ​ສິ່ງ​ສຳ­ຄັນ​ຫລາຍ ຫາກ​ຂາດຄວາມ​ເປັນ​ສ່ວນ​​ຕົວ ເຮົາ​ຍ​ອມ​ສ່ຽງ​ກັບ​ການ​ຖືກ​ສໍ້​ໂກງ​ ແລະ ​ການ​ໂຈມ​ຕີ​ຈາກ​ໄພໄຊ​ເ​ບີຕ່າງໆໄດ້ ​ຕິດ​ຕາມ​ເບີ່ງ​ໃຫ້​ດີ​ຄວາມ​ເປັນ​ສ່ວນ​​​ຕົວ (Internet Privacy) ແລະ ​ຄວາມ​​ປ​ອດ​ໄພ​ ​ອິນ​ເ​ຕີເ​ນັດ (Internet Security) ຖື​ເປັນ​ສິ່ງ​ທີ່​ຜູ້​​ບໍ​ລິໂພ​​ກ​ໃນ​​​ຍຸກ​ນີ້​ກຳ­ລັງ​ຕ້ອງ­ການ​ ແລະ​ ຜູ້​ໃຫ້​ບໍ­ລິ­ການ​ທີ່​ຕອບ​ໂຈ​​ດເຫຼົ່າ​ນີ້​ເທົ່າ​ນັ້ນ​ທີ່​ຈະ​ຢູ່​ຕໍ່​ໄປ​ໄດ້ 

ເປັນ​ທີ່​ຮູ້​ດີ​ວ່າ Google ຕິດ­ຕາມ​ເກັບ​ຂໍ້​ມູນ​ກ່ຽວ​ກັບ​ກິດ­ຈະ­ກຳ​ທີ່​ເຈົ້າ​ເຮັດ​ໃນ​ອຸປະກອນ ​ໃນແອບຯ ​ແລະ ​ບໍ­ລິ­ການ​ຕ່າງໆ ຫຼາຍ​ທ່ານ​ອາດ​ຢັງ​ບໍ່​ຮູ້​ເລີຍວ່າ ການ​ຕິດ­ຕາມ​ຂອງ Google ນັ້ນ​​ລວມໄປ​ເຖິງ​ທຸກ​ສະ­ຖານ­ທີ່​ທີ່​ເຮົາ​​ເ​ຄີຍ​ໄປ, ປະ­ຫວັດ​ການ​ຊື້​ສິນ­ຄ້າ ​ແລະ ​ຂໍ້​ມູນ​ສ່ວນ​​ຕົວ​ຂອງ​ເຮົາ​ອີກ​­ຫລາຍ​ຢ່າງ ຈະ​ເຫັນ​ໄດ້​ວ່າ​ນີ້​ຄື ຄວາມ​ສ່ຽງ​ດ້ານ​ຄວາມ​​ປອດ​ໄພ ຫາກ​ປະ­ຫວັດ​ສ່ວນ​​ຕົວ​ຂອງ​ເຮົາ​​​ຕົກ​ຢູ່​ໃນ​ມື​ຜູ້​ປະ­ສົງ​ຮ້າຍ ເຖິງ​ແມ່ນ Google ຈະ​​​ພະ​ຍາ​ຍາມ​​ໂນ້ມ​ນ້າວ​ຜູ້​ໃຊ້​ໃນ​ນະ­ໂຍ­ບາຍ​ການ​ເກັບ​ຂໍ້​ມູນ​ສ່ວນ​​​ຕົວ ວ່າ​ເພື່ອ​ນຳ­ໄປ​ສູ່​ການ​ປັບ­ປຸງ​ການ​ໃຫ້​ບໍ­ລິ­ການ​ຕ່າງໆ ​ເຊັ່ນ ຊ່ວຍ​ໃຫ້​ເຮົາ​ຄົ້ນ​ຫາຮ້ານ​ອາ­ຫານ​ທີ່​ມີ​ລັກ­ສະ­ນະ​ກົງ​ກັບ​ຈຸດ​ປະ​ສົງ​ຂອງ​ເຮົາ​ກໍ​ຕາມ ແຕ່​ທ້າຍ​ທີ່​ສຸດ​ແລ້ວ ມັນ​ຂື້ນ​ຢູ່​ກັບ​ຜູ້​ໃຊ້​ຢ່າງ​ເຮົາ​ວ່າ​ຈະ​ວາງ­ໃຈ​ໃຫ້ Google ໃຊ້​ຂໍ້​ມູນ​ຂອງ​ເຮົາ​​ເທົ່າ​ໃດ​ ຫລື​ ເລືອກ​ທີ່​ຈະ​ບໍ່​ອະ­ນຸ­ຍາດ​ໃຫ້ Google ເກັບ​ຂໍ້​ມູນ​ເຮົາ​ເລີຍ​ກໍ​​ໄດ້ 

Google ເກັບ​ຂໍ້​ມູນ​ໃດ​ກ່ຽວ​ກັບ​ເຮົາ​ໄວ້​ດ້ວຍ? 

ເຮົາ​ສາ­ມາດ​ຂໍ​ເບິ່ງ​ຂໍ້​ມູນ​ທັງ​ໝົດ​ທີ່ Google ລວບ​​ລວມ​ກ່ຽວ​ກັບ​​​ຕົວ​ເຮົາ ໄດ້ 2 ວິທີ ດັ່ງ­ນີ້ 

ຜູ້​ໃຊ້​ສາ­ມາດ​ດຶງ​ຂໍ້​ມູນ​ຈາກ Google ແລະ​ ໂອນ​ໄປ​ໃຊ້​ບໍ­ລິ­ການ​ທີ່​ອື່ນ​ໄດ້ ໂດຍ​ເກັບ​ຂໍ້​ມູນ​ຮູບ​ພາບ, ຊື່​ທີ່­ຢູ່​ໃນ Contacts, ການ​​ຕັ້ງ​ຄ່າ​ອຸ­ປະ­ກອນ Android, ​​ລາຍ​ການ Bookmarks ໃນ Chrome, ຂໍ້​ມູນ​ກິດ­ຈະ­ກຳ Google Fit ແລະ​ແມ່ນ​ແຕ່​ປະ­ຫວັດ​ການ​ສັ່ງ​ພິມ​ເອ­ກະ­ສານ​ຜ່ານ Cloud ໂດຍ​​​ທົ່ວ​ໄປ Google ອາດ​ໃຊ້​ເວ­ລາ​ເຖິງ 2 – 3 ມື້​ໃນ​ການ​ລວບ​​ລວມ​ລາຍ​ການ​ປະ­ຫວັດ​ຂອງ​ເຮົາ ​ແລະ​ ຈະ​ສົ່ງ​ລິງ​​ກ໌​ດາວ​​ນ໌​ໂຫຼ​​ດ​ມາ​ໃຫ້ 

ແດດ​ຊ໌​​ບອດ​ໄດ້​ຮັບ​ການ​ອອກ​ແບບ​ໂດຍ​ຄຳ­ນຶງ​ເຖິງ​ປະ­ໂຫຍດ​ໃນ​ການ​ຈັດ­ການ​ຂໍ້​ມູນ ໂດຍ​ສະ­ເໜີ​ພາ​​ບ​ລວມ​ຂອງ​ຂໍ້​ມູນ​ທີ່ Google ລວບ​​ລວມ​ກ່ຽວ​ກັບ​ເຮົາ​ເມື່ອ​ເຮົາ​ໃຊ້​ບໍລິການ ຊຶ່ງ​​ລວມ​ເຖິງ​ຈຳ­ນວນ​ການ​ຮັບ​​-​ສົ່ງ​ອີ​ເມ​ລໃນ Gmail, ຈຳ­ນວນ​ໄຟ​​ລ໌​ໃນ Google Drives ແລະ​ ຈຳ­ນວນ​ຮູບ​ພາບ​ທີ່ Google ຈັດ​ເກັບ​ໄວ້ ແຕ່​ຂໍ້​ມູນ​ສຳຄັນ​ຄື​ສິ່ງ​ທີ່ Google ເອີ້ນວ່າ “ຂໍ້​ມູນ​ກິດ­ຈະ­ກຳ (Activity Data)” ເຊັ່ນ Location ຫລື​ ການ Search ຫລື​ ປະ­ຫວັດ​ການ Search ຊຶ່ງ Google Maps ຈະ​ບັນ­ທຶກ​ຕາມ​ຕິດ​ທຸກ​ທີ່​ທີ່​ເຮົາ​​ເຄີຍ​ໄປ ສາ­ມາດ​​​ລະ​ບຸ​ສະ­ຖານ­ທີ່, ວັນ ​ແລະ​ ເວ­ລາ​ທີ່​ບັນ­ທືກ​ຮູບ​ຖ່າຍ​ໄວ້​ຢ່າງ​ລະ­ອຽດ 

ອີກ​ແຫຼ່ງ​ຂໍ້​ມູນ​ສ່ວນ​​​ຕົວ ຄື ຂໍ້​ມູນ​ໂປ​​ຣ​ໄຟ​​ລ໌​ຂອງ​ເຮົາ ​ລວມເຖິງ​​ວັນ​ເດືອນ​ປີ​ເກີດ ຂໍ້​ມູນ​​ປະ​ເພດ​ນີ້ Google ບໍ່​ອະ­ນຸ­ຍາດ​ໃຫ້​ລົບ​ໄດ້ ແຕ່​ເພື່ອ​ຄວາມ​​ປ​ອດ​ໄພ ອາດ​ເລືອກ​ປ້ອນ​ຂໍ້​ມູນ​ທີ່​ບໍ່​ກົງ​ກັບ​ຄວາມ​ຈິງ​ໄປ​ກໍ​ໄດ້ ພຽງ​ແຕ່​ຕ້ອງ​ຈຳ​ໃຫ້​ໄດ້​ວ່າ​ໃສ່​ຂໍ້​ມູນ​ຫຍັງ​ໄປ​ດ້ວຍ ເນື່ອງ​ຈາກ​ຕ້ອງ​​​ລະ​ບຸ​ຂໍ້​ມູນ​ໃຫ້​ກົງ​ກັນ​ເມື່ອ​ຕ້ອງ­ການ​​ຣີ​ເຊັດ​​​ລະ​ຫັດ​ຜ່ານ 

Google ໃຊ້​ຂໍ້​ມູນ​ສ່ວນ​ທີ່​ເກັບ​ລວບ​​ລວມ​ໄວ້​ເພື່ອ​ສ້າງ​ໂປ​​ຣ​ໄຟ​​​ລ໌​ຂອງກຸ່ມ​ເປົ້າ​ໝາຍ​ເພື່ອ​ການ​ໂຄສະນາ ແລະ ​ສ້າງ​​ລາຍ​ໄດ້​ໃຫ້​ແກ່​ບໍ­ລິ­ສັດ, ລາຍ​ຮັບ​ຈາກ​ໂຄ​ສະນາ​ຂອງ Google ສູງ​ເຖິງ 32.6 ພັນ​ລ້ານ​ເຫຼັນ​ສາຫະ​​​ລັດ ສະ­ເພາະ​ໃນໄຕ​ມາດທີ່​ແລ້ວ​ພຽງ​​ໄຕ​ມາດ​ດຽວ ​​​ລາຍ​ໄດ້​ເຫຼົ່າ​ນີ້​ບໍ່​ແມ່ນ​ຈາກ​ການ​ຂາຍ​ຂໍ້​ມູນ​ຂອງ​ເຮົາ​ໃຫ້​ແບຣນດ໌ ​ໂດຍ​ກົງ ແຕ່​ໃຫ້​ແບ​​ຣນດ໌​ ໃຊ້​ຖານ​ຂໍ້​ມູນ​ເຫຼົ່າ​ນີ້​ເພື່ອ​ການ​ເຮັດ​ໂຄສະ​ນາ​ໃຫ້​ເຂົ້າ​ເຖິງ​​ກຸ່ມ​ເປົ້າ​ໝາຍ​ຫລາຍ​ທີ່​ສຸດ ນີ້​ຄື​ເຫດ​​​ຜົນວ່າ​ເປັນ​ຫຍັງ​ແບນ​ເ​ນີ​ໂຄ​ສະ​ນາ​​ເຄື່ອງ​​ກິລາ​​ລຸ້ນ​​ທີ່​ມັກ​ທີ່​ເຮົາ​​ເ​ຄີຍ​ຫາ​ຂໍ້​ມູນ​ເມື່ອ​ມື້­ກ່ອນ ຄອຍ​ຖ້າ​​ໂຜໃຫ້​ເຮົາ​ເຫັນ​ຕາມ​​ເວັບ​ໄຊ​ຢູ່​ເລື້ອຍໆ ໂຄສະນາ​ຂອງ Google ຢັງ​ໄດ້​ຮັບ​ອິດ​​ທິ​ພົນ​ສະ­ທ້ອນ​ຈາກ​ພຶດຕິ​ກຳ​ຂອງ​ເຮົາ ເຊັ່ນ ຖ້າ​ເຮົາ​ຄົ້ນ​ຫາ “​​​ສະ​ຫນາມ​​ກິ​ລາທີ່​ໃກ້​ທີ່​ສຸດ” ​ໃນ Google Maps ຫລື​ ເບິ່ງ​ໄຮ​ໄລ​​ທ໌​ແມ​​ດຊ໌​ທີມ​ກິ​ລາ​ດັ່ງໆ ໃນ YouTube ເລື້ອຍໆ ລະ­ບົບ​ຈະ​ຕິດວ່າເຮົາ​ເປັນ​​ແຟນ​ທີມ​ບານ​ເຕະ​ນັ້​ນ! 

ສູ່​ຄວາມ​ເປັນ​ສ່ວນ​​ຕົວ ດ້ວຍ​ການ​ຕັ້ງ​ຄ່າ​​ບັນຊີ Google 

ການ​​ຕັ້ງ​ຄ່າ Default ຂອງ Google ເນັ້ນ​ການ​ລວບ​​ລວມ​ຂໍ້​ມູນ​ຜູ້​ໃຊ້​ຫລາຍ​ກວ່າ​ຄວາມ​ເປັນ​ສ່ວນ​ຕົວ ແຕ່ Google ກໍ​ເປີດ​ໃຫ້​ຜູ້​ໃຊ້​ມີ​ທາງ​ເລືອກ​ໃນ​ກໍ­ລະ­ນີ​ທີ່​ຕ້ອງ­ການ​​​ຕັ້ງ​ຄ່າ​ຕ່າງໆໄດ້ ເຊັ່ນ

➥ ການ​ລົບ​ປະ­ຫວັດ​ການ​ໃຊ້​ງານ​ແບບ​ອັດ​ໂນ​​ມັ​ດ
ຫຼັງ​ຈາກ​ເກັບ​ສະ​ສົມ​ຂໍ້​ມູນ​ຜູ້​ໃຊ້​ໄວ້​ດົນ​ຫຼາຍ​ປີ ​​ປະ​ມານຕົ້ນ​ເດືອນ​ພຶດ​ສະ​ພາທີ່​ຜ່ານ​ມາ Google ​​ປະ​ກາ​​ດວ່າ​​ເ​ລີ່ມ​ທົດ​ສອບ​ຟັງ​​ກ໌​ຊັນ​ການ​ລົບ​ປະ­ຫວັດ​ການ​ໃຊ້​ງານ​ແບບ​ອັດ​ໂນ​​ມັ​ດ ໂດຍ​ຜູ້​ໃຊ້​ສາ­ມາດ​ກຳ­ນົດ​ຊ່ວງ​ເວ­ລາ​ທີ່​ອະ­ນຸ­ຍາດ​ໃຫ້ Google ເກັບ​ຂໍ້​ມູນ​ໄວ້​ໄດ້ ​​​ໄລ​ຍະ​ເວ­ລາ​ຕັ້ງ­ແຕ່ 3-18 ເດືອນ ດັ່ງ­ນັ້ນ​ຂໍ້​ມູນ​ທີ່​ເກົ່າ​ກວ່າ 18 ເດືອນ​ຈະ​ຖືກ​ລົບ​ໂດຍ​ອັດ​ໂນ​​ມັ​ດ 

➥ ການ​ຕິດ­ຕາມ​ການ​ໃຊ້​ງານ​ເ​ວັບ​ໄຊ ​ແລະ ​ແອບຯ 
ຜູ້​ໃຊ້​ສາ­ມາດ​ເລືອກ “ປິດ” ການ​ຕິດ­ຕາມ​ການ​ໃຊ້​ງານ​ໃນເ​ວັບ​ໄຊ​​ ​ແລະ ແອບຯ ຊຶ່ງ​ຈະ​ຍຸດ­ຕິ​ການ​ລວບ​​ລວມ​ປະ­ຫວັດ​ການ Search ແລະ​ ການ​ໃຊ້​ງານແອບຯຕ່າງໆ ຂອງ​ຜູ້​ໃຊ້ ຫາກ​ປິດ​​ຕົວ​ເລືອກ​ນີ້ ຜູ້​ໃຊ້​ຈະ​ບໍ່​ເຫັນ​ຜົນ​ການ Search ລ່າ​ສຸດ ​ຫລື​ ແບບ​ທີ່ Google ສະ­ແດງ​ຜົນ​ຕາມ​ຄວາມ​ສົນ­ໃຈ​ຂອງ​ເຮົາ 

➥ ການ​ໃຊ້​ງານ​ແບບ Voice 
ຫາກ​ເຮົາ​​ເຄີຍ​ໃຊ້​ມື​ຖື​ໂດຍ​ສັ່ງ​ງານ​ດ້ວຍ​ສຽງ ໂດຍ​​ຄ​ລິ​​ກ​ທີ່​ໄອ​ຄອນ​ໄມ​ໂຄ​​ຣໂຟນ​ໃນ Chrome ຫລື​ ເວົ້າ​ວ່າ “ໂອ​​ເຄ Google” ສຽງ​ຂອງ​ເຮົາ​ຈະ​ຖືກ​ບັນ­ທຶກ​ເກັບ​ໄວ້ Google ອ້າງ​ວ່າ​ຈະ​ໃຊ້​ຂໍ້​ມູນ​ດັ່ງ​​ກ່າວ​ເພື່ອ​ປັບ­ປຸງ​ລະ­ບົບ​ການ​ຮຽນ​ຮູ້​ ແລະ​ ຈົດ​ຈຳ​ສຽງ (Speech Recognition) Google ເກັບ​ໄວ້​ໝົດ​ທຸກ​​ຄ​ລິບ​ສຽງ ມີ​​ລາຍ​ລະອຽດ​ວ່າ​ເວົ້າ​ເມື່ອ​ໃດ ຜ່ານ Chrome ຫລື Android Google App ໂດຍ​ຜູ້​ໃຊ້​ສາ­ມາດ​ເລືອກ​ລົບ​ຖິ້ມ​ທັງ​ໝົດ​ໄດ້ 

➥ ການ​ຕິດ­ຕາມ Location ຂອງ​ຜູ້​ໃຊ້ 
ຂໍ້​ມູນ​ປະ­ຫວັດ Location ຂອງ​ຜູ້​ໃຊ້​ຈະ​ຖືກ​ບັນທືກ​ໄວ້​ຕະ­ຫລອດ​ມາ​ເປັນ​​​ໄລ​ຍະ​ເວ­ລາ​ຫຼາຍ​ປີ​ແລ້ວ ແມ່ນ​ໃນ​ຄະນະ​ທີ່​ບໍ່​ໄດ້​ໃຊ້ Google Maps ຜູ້​ໃຊ້​ສາ­ມາດ​ເລືອກ​ເບິ່ງ​ປະ­ຫວັດ​ດັ່ງ​ກ່າວ​ໄດ້ ຫາກ​ປິດ​ການ​ຕິດ­ຕາມ Location ຜູ້​ໃຊ້​ຢັງ​ສາ­ມາດ​ໃຊ້ Google Maps ໄດ້ ແຕ່​ຕ້ອງ​ແລກ​ກັບ​ການ​ທີ່​ບໍ່​ໄດ້​ຮັບ​ຄຳ​ແນະ­ນຳ​ສະ­ຖານ­ທີ່​ໃໝ່ໆ ຕາມ​ຂໍ້​ມູນ​ສະຖານທີ່​ທີ່​ເຮົາ​​ເຄີຍ​ໄປ​ ຫລື ​ໄດ້​ຮັບ​ໂຄລະ​ນາ​ທີ່​ບໍ່​ກົງ​ກັບ​ຄວາມ​ສົນ­ໃຈ​ຂອງ​ເຮົາ​ໄດ້ ແຕ່​ປິດ​ສະ­ເພາະ​ຟັງ​​​ຊັນ Location ອາດ​ຢັງ​ບໍ່​ພໍ​ເນື່ອງ​ຈາກ Google ແລະ​ແອບຯບາງ​​ຕົວ​ຢັງ​ສາ­ມາດ​ຮູ້ Location ຂອງ​ເຮົາ​ໄດ້​ຢູ່ ຫາກ​ຕ້ອງ­ການ​ປິດ​ການ​ຕິດ­ຕາມ​ນີ້​ຢ່າງ​ສົມ­ບູນ​ແບບ ຕ້ອງ​ເລືອກ “ປິດ” ການ​ຕິດ­ຕາມ​ການ​ໃຊ້​ງານ​​​ເ​ວັບ​ໄຊ ​ແລະ ​ແອບຯດ້ວຍ 

➥ ການຕັ້ງ​ຄ່າ​ອື່ນໆ 
ນອກ​ເໜືອ​ຈາກ​ນີ້​ເຮົາ​ຢັງ​ສາ­ມາດ​ປິດ​ການ​ຕິດ­ຕາມ​ປະ­ຫວັດ​ການ​ເບິ່ງ YouTube ແລະ​ປະ­ຫວັດ​ການ Search ແລະ​ໄປ​ທີ່ Google Photos ເພື່ອ​ເລືອກ​ປິດ​ການ​ໃຊ້​ງານ Facial Recognition (ການ​​​ລະ​ບຸ​​​ຕົວ​ຕົນ​ຈາກ​ການ​ຈົດ​ນຳ​ໃບ​ໜ້າ) ແລະ​ ລົບ​ຂໍ້​ມູນ Location ອອກ​ຈາກ​ປະ­ຫວັດ​ຂອງ​ຮູບ​ພາບ​ທີ່​ເປີດ​ແຊ​​ຣ໌​ໄວ້ 

➥ ບໍ່​ອະ­ນຸ­ຍາດ​ໃຫ້ Google ໃຊ້​ຂໍ້​ມູນ​ສ່ວນ​​ຕົວ​ເຮັດ​ໂປ​​ຣ​ໄຟ​​ລ໌​ກຸ່ມ​ເປົ້າ​ໝາຍ​ໂຄ​ສະນາ 
ເລືອກ​ປິດ​ການ​ໃຊ້​ກິດ­ຈະ­ກຳ​ເທິງ​​ເ​ວັບ​ໄຊ​​ ​ແລະ ​ຂໍ້​ມູນ​ອື່ນໆ ຈາກ​ບໍ­ລິ­ການ​ຂອງ Google ເພື່ອ​ສະ­ເໜີ​ໂຄສະນາ​ໃນ​ສິ່ງ​ທີ່​ເຮົາ​ສົນ­ໃຈ ໂດຍ​ການ​​ຕັ້ງ​ຄ່າ​ລັກ­ສະ­ນະ​ນີ້​ບໍ່​ແມ່ນ​ການ Block ໂຄ​ສະນາ ຜູ້​ໃຊ້​ຈະ​ຢັງ​ຄົງ​ເຫັນ​ໂຄ​ສະນາ​ຕ່າງໆຢູ່ ແຕ່​ຈະ​ເປັນ​ໃນ​ຮູບ​ແບບ​ທີ່​ອາດ​ບໍ່​ຖືກ​​ຕາມ​ຄວາມ​ສົນ­ໃຈ​ຂອງ​ຜູ້​ໃຊ້ ແລະ ​ຜູ້​ໃຊ້​ສາ­ມາດ​ເລືອກ​ລົບ​ ຫລື ​ປິດ “ຫົວ­ຂໍ້​ທີ່​ສົນໃຈ” ໄດ້​ອີກ​ດ້ວຍ 

ວິ­ທີ​ທີ່​ດີ​ທີ່​ສຸດ ຄື ການ​ລົບ​​ບັນຊີ Google ອອກ​ໄປ​ເລຍ ແຕ່​ນັ້ນ​ອາດ​ຈະ​ເປັນ​ວິ­ທີ​ທີ່​ຫັກ​ດິບ​ເກີນ​ໄປ ປະ­ຈຸ​ບັນ​ຜູ້​ໃຊ້​ມີ​ທາງ​ເລືອກ​ໂດຍ​ປ່ຽນ​ໄປ​ໃຊ້​ບໍ­ລິ­ການ​ທີ່​ບໍ່​ແມ່ນ​ຂອງ Google ແຕ່​ມີ​​ປະ​ສິດ­ທິ​ພາບ​ຕອບ​ໂຈ​​ດ​ໄດ້​ເຊັ່ນ​ກັນ ເຊັ່ນ ໃຊ້ Firefox ແທນ Chrome ຫລື​ໃຊ້ DuckDuckGo ແທນ Google Search 

​​ນອກ­ຈາກ​ນີ້ ເຖິງ​ຈະ​ເລືອກ​ລົບ​​ບັນ​ຊີ Google ອອກ​ທັງ​ໝົດ Google ກໍ​ຢັງ​ຄົງ​ສາ­ມາດ​ຕິດ­ຕາມ ​ແລະ ​ຄາດ​ເດົາ​​ຕົວ​ຕົນ​ຂອງ​ເຮົາ​ທາງ​ອ້ອມ ​ຜ່ານ​ເຄື່ອງ­ມື​ປັນ­ຍາ​ປະ­ດິດ​ທີ່​ເກັບ​​ລາຍ​ງານ​ຂໍ້​ມູນ​ຜູ້​ໃຊ້​ໃນ​ຮູບ “ຂໍ້​ມູນ​ແຝງ” ຊຶ່ງ Google ອ້າງ​ວ່າ​ບໍ່​ໄດ້​ຜູກ​ຊື່​ຂອງ​ຜູ້​ໃຊ້​ ຫລື​​ ລາຍ​ລະ­ອຽດ​ອື່ນໆທີ່​ສາ­ມາດ​​ລະ​ບຸ​​​ຕົວ​ຕົນ​ຂອງ​ຜູ້​ໃຊ້​ໄດ້ ຊຶ່ງ​ຜູ້​ໃຊ້​ສາ­ມາດ​ເລືອກ​ແອບຯທີ່​​ບລັອກ​ໂຄ​ສະ​ນາ ເຊັ່ນ AdBlock Plus ຫລື​ລົງ Extensions ເພີ່ມ​ຄວາມ​ເປັນ​ສ່ວນ​​​ຕົວ​ດ້ວຍ​ແອບຯ ຊື່ Disconnect ຫລື Ghostery ທີ່​​ບລັອກ​ເຄື່ອງ­ມື​ຕິດ­ຕາມ ເຊັ່ນ ຄຸກ​ກີ້ ແລະ ​ເຄື່ອງ­ມື​ຕິດ­ຕາມ​ໃນໂຊ​​ຊຽ​ວ 

ການ​ເລືອກ​ປ່ຽນ​ຮາ​​ດ​ແວ​​ຈາກ​ມື​ຖື​ທີ່​ໃຊ້​ລະ­ບົບ​ປະ­ຕິ­ບັດ​ການ Android ມາ​ເປັນ iPhone (iOS) ກໍ​ເປັນ​ອີກ​ທາງ​ເລືອກ​ທີ່​ໜ້າ​ສົນ­ໃຈ​ບໍ່​ນ້ອຍ​ເ​ລີຍ ເນື່ອງ​ຈາກ​ນະ­ໂຍ­ບາຍ​ປົກ​ປ້ອງ​ຄວາມ​ເປັນ​ສ່ວນ​​ຕົວ​ລ່າ​ສຸດ​ຂອງ​ຄ້າຍ Apple ເບິ່ງ​ຈະ​ເນັ້ນ​ໄປ​ໃນ​ທິດ​ທາງ​ທີ່​ເປັນ​ເຈົ້າ​ປະ­ໂຫຍດ​ແກ່​ຜູ້​ໃຊ້​ຢ່າງ​ຫລາຍ ໂດຍ Apple ໄດ້​ຕຽມ​ອອກ​ບໍ­ລິ­ການ​ຊື່ “Sign-in with Apple” ຊຶ່ງ​ເປີດ​​​ຕົວ​ສົດໆ ຮ້ອນໆ ລະ­ຫວ່າງ​ງານ​ເປີດ​​​ຕົວ​ຊອບ​ແວ​​ ແລະ ​ເຕັ​​ກ​ໂນ​ໂລ​​ຢີ​ໃໝ່​ຂອງ Apple (WWDC 2019) ເມື່ອ​ວັນ​ທີ 3 ມີຖຸ​ນາ ທີ່​ຜ່ານ​ມາ ໃນ​ການ​ນີ້ Apple ຄາດ​ວ່າ Sign-in with Apple ຈະ​ເປັນ​ທາງ​ເລືອກ​ທີ່​ດີກ​ວ່າ­ການ Sign-in ເຂົ້າ​ໃຊ້​ງານ​ແອບຯ ຫລື ​​ເ​ວັບ​ໄຊ​​​ຜ່ານ​​ບັນ​ຊີ Google, Facebook ຫລື Twitter ເລຍ​ທີ​ດຽວ ເນື່ອງ​ຈາກ​ທາງ Apple ຈະ​ປົກ​ປິດ​ຂໍ້​ມູນ​ຜູ້​ໃຊ້​ລວມເຖິງ​ຈະ​ບໍ່​ສະ­ແດງ​ອີ​ເມ​ລ​ຈີງ​ໃຫ້​ທາງ​ແອບຯ ຫລື​​ ເ​ວັບ​ໄຊ​​​ເຫຼົ່າ­ນັ້ນ​ຮູ້ ແລະ ​ພາຍ​ໃນ​ປີ​ນີ້​ຈະ​​ເລີ່ມ​ໃຊ້​ງານ​ຢ່າງ​ແ​ພ່​ຫຼາຍ 

ອ້າງ​ອິງ​ທີ່​ມາ 

แสดงความคิดเห็น

0 ความคิดเห็น