ໃນປີ 2018 ມີເລື່ອງລາວເກີດຂຶ້ນໃນໂລກໄຊເບີຫລວງຫລາຍ ເລີ່ມຕົ້ນຈາກອັດຕາການລະເມີດຂໍ້ມູນຜ່ານໂລກອອນໄລນ໌ເພີ່ມຂຶ້ນຢ່າງຊັດເຈນ ລວມເຖິງເກີດການກໍ່ອາຊະຍາກຳທາງໄຊເບີບໍ່ເວັ້ນແຕ່ລະອາທິດ ເຮັດໃຫ້ການຫາວິທີການປ້ອງກັນໄພກາຍເປັນປັດໄຈຫຼັກທີ່ສຳຄັນສຳລັບທຸລະກິດ ແລະ ຜູ້ບໍລິຫານອົງກອນ ບໍ່ວ່າຈະຂະໜາດນ້ອຍ ຫລື ໃຫຍ່ຕ່າງຕ້ອງຄຳນຶງເຖິງເລື່ອງຄວາມປອດໄພເປັນອັນດັບໜຶ່ງ
ດັ່ງນັ້ນ ມາກຽມພ້ອມສຳລັບປີ 2019 ກັບ 10 ເທຣນຄວາມປອດໄພໃນໂລກໄຊເບີ ທີ່ທຸກສ່ວນທີ່ກ່ຽວຂ້ອງ ຄວນຈະຕ້ອງນຳມາພິຈາລະນາ ເພື່ອທີ່ຈະສາມາດປ້ອງກັນ ແລະ ຮັບມືກັບອາຊະຍາກອນໃນໂລກໄຊເບີໄດ້ຢ່າງມີປະສິດທິພາບ
#1 ເຕັກໂນໂລຢີບລັອກເຊນຈະໄດ້ຮັບຄວາມນິຍົມຢ່າງແຜ່ຫລາຍຂຶ້ນ
ເຕັກໂນໂລຢີ Blockchain ເປັນລະບົບການເຮັດທຸລະກຳ ທີ່ບໍ່ມີສູນກາງ ເຮັດໃຫ້ບໍ່ສາມາດປ່ຽນແປງຄວາມຖືກຕ້ອງຂອງຂໍ້ມູນໄດ້ ຈະບໍ່ມີໃຜມາລະເມີດ ປ່ຽນແປງ ຫລື ພະຍາຍາມຫລອກລວງ ຜ່ານລະບົບ block chain ໄດ້ ຈຶ່ງສາມາດນຳມາແກ້ບັນຫາຕ່າງໆ ດ້ານຄວາມປອດໄພໄດ້
#2 ແຮກເກີເກັ່ງຂຶ້ນ
ຄວາມສາມາດໃນການຂຽນໂຄ້ດແບບຊັບຊ້ອນເພື່ອໃຊ້ໂຈມຕີຂອງແຮກເກີຄືໄພອັນດັບໜຶ່ງ ເມື່ອມີການເວົ້າເຖິງໄພຄຸກຄາມເກີດຂຶ້ນໃນໂລກໄຊເບີ ເນື່ອງຈາກພວກທ່ານມີການພັດທະນາຄວາມສາມາດ ແລະ ຮຽນຮູ້ຕາມການປ່ຽນແປງທີ່ເກິດຂື້ນຢູ່ຕະຫລອດເວລາ ຊຶ່ງນັ້ນສະແດງໃຫ້ເຫັນວ່າເຫຼົ່າແຮກເກີນັ້ນອາດພັດທະນາໄວກວ່າລະບົບຖືຮັກສາຄວາມປອດໄພຢູ່ກ້າວໜຶ່ງສະເໝີ
#3 ການປ້ອງກັນການຈູ່ໂຈມໃນໂລກໄຊເບີຈະມີຄວາມຍາກຫລາຍຂຶ້ນ
ອາຊະຍາກຳໃນໂລກໄຊເບີ ກຳລັງເຕີບໂຕ ແລະ ມີປະລິມານເພີ່ມສູງຂຶ້ນຢ່າງຫລາຍ ສົ່ງຜົນໃຫ້ການປ້ອງກັນເຮັດໄດ້ຍາກຂຶ້ນດ້ວຍເຊັ່ນກັນ ເນື່ອງຈາກຕົວແຮກເກີເອງມີຄວາມເຂົ້າໃຈໃນຕົວລະບົບ ແລະ ສາມາດເຂົ້າເຖິງລະບົບເພື່ອເຈາະຂໍ້ມູນໄດ້ງ່າຍ ອີກທັງຮູບແບບຂອງອາຊະຍາກຳທາງໄຊເບີຈະມີຄວາມຫຼາກຫຼາຍຂຶ້ນ ສົ່ງຜົນເຮັດໃຫ້ການກຽມການເພື່ອຮັບມື ຫລື ປ້ອງກັນໄດ້ຍາກຂຶ້ນເຊັ່ນກັນ
#4 ທຸລະກິດປະກັນໄພຄວາມສ່ຽງໃນໂລກໄຊເບີຈະເປັນທີ່ຕ້ອງການຫລາຍຂຶ້ນ
ໃນປີ 2019 ອຸດສາຫະກຳປະກັນໄພຈະມີການພັດທະນາ ແລະ ມີການນຳສະເໜີຜະລິດຕະພັນດ້ານການປະກັນໄພໃນໂລກໄຊເບີເພີ່ມຫລາຍຂຶ້ນ ເພື່ອຕອບສະຫນອງຄວາມຕ້ອງການຂອງກຸ່ມລູກຄ້າ ໂດຍສະເພາະໃນກຸ່ມທຸລະກິດທີ່ກ່ຽວຂ້ອງກັບໂລກດິຈິຕອນ ແລະ ອອນໄລນ໌ ຊຶ່ງເບິ່ງຈະເປັນຄວາມຫວັງ ໃນການຊ່ວຍປ້ອງກັນ ແລະ ຊ່ວຍລຸດຄວາມເສຍຫາຍທີ່ຈະເກີດຂຶ້ນຈາກການໂຈລະກຳໄດ້
#5 ການຂາດແຄນບຸກຄະລາກອນທາງດ້ານໄອທີ
ການຂາດແຄນບຸກຄະລາກອນທາງດ້ານໄອທີນັ້ນຖືເປັນບັນຫາສຳຄັນສຳລັບອົງກອນ ແລະ ທຸລະກິດເພາະວ່າບຸກຄະລາກອນໃນສາຂານີ້ມີຄວາມກ່ຽວຂ້ອງກັບບັນຫາອາຊະຍາກຳໃນໂລກໄຊເບີໂດຍກົງ
#6 ກົດຫມາຍທາງໄຊເບີຈະຖືກນຳມາໃຊ້ຢ່າງເຄັ່ງຄັດ
ເຖິງວ່າຈະມີກົດຫມາຍ ແລະ ກົດລະບຽບທີ່ບັງຄັບໃຊ້ກ່ຽວກັບຄວາມປອດໄພໃນໂລກໄຊເບີຢູ່ແລ້ວ ແຕ່ໃນປີ 2019 ນີ້ຄາດວ່າຈະມີການບັງຄັບໃຊ້ກົດຫມາຍທີ່ເຂັ້ມງວດຫລາຍຂຶ້ນ ລັດຖະບານທົ່ວໂລກຕ່າງກຳລັງດຳເນີນການຕາມກົດຫມາຍເພື່ອກວດສອບກິດຈະກຳທີ່ທີ່ບໍ່ເໜາະສົມທີ່ເກິດຂື້ນໃນໂລກໄຊເບີ ກົດຫມາຍຈຶ່ງຖືວ່າເປັນອີກປັດໄຈສຳຄັນທີ່ຈະມີບົດບາດຢ່າງຈິງຈັງເພີ່ມຫລາຍຂຶ້ນ
#7 ການຕິດຕາມຜູ້ໂຈມຕີໃນໂລກໄຊເບີຈະເຮັດໄດ້ຍາກຂຶ້ນ
ກຸ່ມອາຊະຍາກອນທາງໄຊເບີເປັນກຸ່ມຄົົນທີ່ມີຄວາມເຂົ້າໃຈກ່ຽວກັບໂລກໄຊເບີຢ່າງແທ້ຈີງ ຊຶ່ງເຮັດໃຫ້ການຕິດຕາມການກະທຳຜິດທາງໄຊເບີຈະເຮັດໄດ້ຍາກຂຶ້ນ ເນື່ອງຈາກຄົນກຸ່ມນີ້ຮູ້ຈັກການຫາທາງໜີ ເພື່ອຫຼີກລ່ຽງການຕິດຕາມຈາກເຈົ້າຫນ້າທີ່ ດັ່ງນັ້ນໃນປີ 2019 ນີ້ອາຊະຍາກອນທາງໄຊເບີອາດຈະ “ລ້ຳໜ້າ” ກວ່າລະບົບການປ້ອງກັນການກໍ່ອາຊະຍາກຳໄດ້
#8 ຜູ້ເບິ່ງແຍງລະບົບໄອທີຈະຕ້ອງເຂົ້າໃຈລະບົບຢ່າງຖ່ອງແທ້
ຜູ້ທີ່ຮັບຜິດຊອບທາງດ້ານ Cyber Security ໃນອົງກອນ ຫລື ທຸລະກິດ ຕ້ອງມີຄວາມເຂົ້າໃຈໃນລະບົບໄອທີຂອງຕົວເອງຢ່າງແທ້ຈີງ ມີການກວດສອບລະບົບຢູ່ສະເໝີ ເພາະບາງເທື່ອຄວາມຜິດພາດອາດເກີດຂຶ້ນຈາກບຸກຄົນພາຍໃນອົງກອນເອງ ຫລື ເກີດຈາກຄົນໃນອົງກອນບ່ອນເຮັດວຽກກໍ່ການໂຈລະກຳທາງໄຊເບີ ເພື່ອຫາຜົນປະໂຫຍດຈາກຊ່ອງໂຫວ່ທີ່ເກິດຂື້ນໃນລະບົບໄດ້
#9 ການເພິ່ມເຕິມລະບົບປ້ອງກັນການໂຈມຕີໃນໂລກໄຊເບີ
ປັນຍາປະດິດ ຫລື AI (Artificial Intelligence) ຈະເປັນສິ່ງທີ່ຖືກໃຊ້ເພື່ອເພີ່ມການປ້ອງກັນການໂຈມຕີ ເພາະບໍ່ແມ່ນພຽງແຕ່ປະສິດທິພາບໃນການແຈ້ງລ່ວງໜ້າວ່າການໂຈມຕີຈະເກີດຂຶ້ນເທົ່ານັ້ນ ແຕ່ AI ຢັງສາມາດລະບຸໄດ້ວ່າ ຜູ້ທີ່ໂຈມຕີມີວັດຖຸປະສົງໄດ້ອີກດ້ວຍ
#10 Internet of Things ຢັງຄົງເປັນຈຸດອ່ອນ
Internet of Things ເປັນອຸປະກອນ ເຄື່ອງໃຊ້ຕ່າງໆ ທີ່ສາມາດເຊື່ອມຕໍ່ກັບອິນເຕີເນັດໄດ້
ຊຶ່ງອຸປະກອນເຫຼົ່ານີ້ມີອັດຕາການໂຈມຕີເພີ່ມຂຶ້ນຕະຫລອດເວລາດ້ວຍເຊັ່ນກັນ ນັ້ນຈຶ່ງເປັນສາເຫດທີ່ຜູ້ຊ່ຽວຊານພົບວ່າອຸປະກອນເຫຼົ່ານີ້ເປັນຈຸດອ່ອນທີ່ເຮັດໃຫ້ຜູ້ໃຊ້ງານສ່ຽງຕໍ່ການຖືກແຮກ ທີ່ໃຊ້ສະແຫວງຫາຜົນປະໂຫຍດໃນທາງທີ່ຜິດໄດ້ ຊຶ່ງໃນປີ 2019 ຈະມີການໂຈລະກຳຂໍ້ມູນຜ່ານອຸປະກອນເຫຼົ່ານີ້ເພີ່ມຂຶ້ນ ຜູ້ໃຊ້ງານຈຶ່ງຄວນເພີ່ມຄວາມປອດໄພໃຫ້ກັບການໃຊ້ງານໂດຍການປ້ອງກັນຂັ້ນພື້ນຖານຄື ການຕັ້ງຄ່າລະຫັດຜ່ານຂອງລະບົບໃຫ້ປອດໄພ ເພື່ອໃຫ້ການໂຈມຕີຈາກແຮກເກີເຮັດໄດ້ຢາກຂື້ນ
ການປ່ຽນແປງທີ່ເກິດຂື້ນໃນໂລກໄຊເບີ ຈະຢິ່ງທະວີຄູນຄວາມວ່ອງໄວຂຶ້ນໄປຕາມເວລາ ດັ່ງນັ້ນ ການຮຽນຮູ້ ປັບຕົວ ເພື່ອຮັບມື ແກ້ໄຂ ແລະ ປ້ອງກັນ ຈຶ່ງຖືເປັນປັດໄຈທີ່ຈະເຮັດໃຫ້ທຸລະກິດປອດໄພຈາກການຈູ່ໂຈມໃນໂລກໄຊເບີໄດ້ ຫລື ຢ່າງນ້ອຍກໍຊ່ວຍເຮັດໃຫ້ເກີດຄວາມເສຍຫາຍຕໍ່ຊັບສິນທາງດິຈິຕອນໃຫ້ນ້ອຍທີ່ສຸດ
ຂໍ້ມູນອ້າງອິງ



0 ความคิดเห็น