Editor ຕົວນີ້ມັນອອກມາຕັ້ງແຕ່ 29 ເມສາ ປີ 2015 ແລ້ວ ພັດທະນາຂຶ້ນໂດຍບໍລິສັດຍັກໃຫຍ່ຢ່າງ ໄມໂຄຣຊອບຕ໌ ເປັນທັງຕົວແກ້ໄຂແລະ ປັບແຕ່ງໂຄ້ດ (code optimized editor) ທີ່ຕັດຄວາມສາມາດມາຈາກ Visual Studio ລຸ້ນປົກກະຕິ (ພວກ GUI designer) ອອກໄປ ເຫຼືອແຕ່ຕົວ editor ຢ່າງດຽວ ສາມາດເຮັດວຽກໄດ້ຂ້າມແພລດຟອມທັງໃນວິນໂດວສ໌ ແມກ ແລະ ລິນຸກ ຊັບພອດພາສາຫຼາຍຮ້ອຍພາສາອີກດ້ວຍ ຊຶ່ງທາງໄມໂຄຣຊອບທ໌ເອງໄດ້ເປີດໃຫ້ໃຊ້ຟຣີອີກດ້ວຍ
ຄວາມສາມາດຂອງ “vs code” ນັ້ນຈະມີຄວາມສາມາດໃນການເປີດອ່ານ ແກ້ໄຂ ແລະ ຂຽນໂຄ້ດໄດ້ຄື editor ຕົວອື່ນໆ ເຊັ່ນ sublime, Atom, Notepad++ ມີນັ້ນເອງ ລວມເຖິງຄວາມສາມາດໃນການຕິດຕັ້ງເຄື່ອງມືເສີມ (Extension) ໂດຍຮັບຮອງໄດ້ວ່າມີຊັບພອດໄວ້ຫຼາຍຕົວພໍສົມຄວນແລ້ວມັນແຕກຕ່າງກັບຕົວອື່ນແນວໃດບໍ່? ເພາະວ່າມັນຖືກພັດທະນາມາໃຫ້ຕອບໂຈດນັກພັດທະນາຢ່າງເຮົາຫຼາຍທີ່ສຸດ ການດີໄຊນ໌ໜ້າຕາຂອງມັນຈຶ່ງອອກມາແຕກຕ່າງຈາກຄ້າຍອື່ນຢ່າງເຫັນໄດ້ຊັດ ໃຫ້ເປັນຮູບແບບທີ່ເຂົ້າໃຈ ແລະ ໃຊ້ງານໄດ້ງ່າຍ ບໍ່ຕ້ອງສຶກສາຫຍັງເພິ່ມເຕີ່ມກໍໃຊ້ງານແບບງ່າຍໆໄດ້ເລີຍ
ສິ່ງທີ່ເຮັດໃຫ້ມັນໂດດເດັ່ນກວ່າຕົວອື່ນໆ ຄືການທີ່ອອກແບບໃຫ້ການຄົ້ນຫາສິ່ງຕ່າງໆ ເຮັດອອກມາໃຫ້ໃຊ້ງານໄດ້ງ່າຍ ແລະ ເບິ່ງງ່າຍກວ່າຕົວອື່ນໆ ທັງຫມົດເຖິງການທີ່ສ້າງໃຫ້ສາມາດເຊື່ອມຕໍ່ກັບ Git ໄດ້ຢ່າງວ່ອງໄວ ແລະ ງ່າຍດາຍ ມີຟັງກ໌ຊັນໃນການ commit, push&pull ຢູ່ໃນຕົວ ຫຼື ຈະເບິ່ງ change ຂອງໄຟລ໌ທີ່ເກີດຂື້ນກໍໄດ້ແບບງ່າຍໆ ສຸດຍອດໄປເລີຍ
ຈາກການທີ່ໄດ້ໃຊ້ງານມາຕະຫຼອດຫຼາຍເດືອນ ເຮັດໃຫ້ຮູ້ສຶກໄດ້ວ່າມັກຕົວນີ້ຢ່າງຈິງຈັງ ອາດຈະເພາະວ່າຕອນໃຊ້ງານນັ້ນຮູ້ສຶກວ່າມັນເຮັດວຽກໄດ້ໄວກວ່າຕົວອື່ນໆ ໃຊ້ງານໄດ້ງ່າຍກວ່າ
ຫາກເຈົ້າເປັນຄົນໜຶ່ງທີ່ຢັງຫາ Editor ຄູ່ໃຈຢັງບໍ່ໄດ້ກໍຢາກໃຫ້ລອງໂຫຼດຕົວນີ້ມາໃຊ້ງານເບິ່ງໂດຍສາມາດໂຫຼດໄດ້ຈາກ https://code.visualstudio.com/Download
0 ความคิดเห็น