ຫຼັງຈາກເມື່ອວັນທີ 22 ພຶດສະພາ ທີ່ຜ່ານມາ BBC ໄດ້ລາຍງານຂ່າວບໍລິສັດ ARM ຜູ້ອອກແບບຊິບໃນສະຫະລັດ ໄດ້ແຈ້ງໃຫ້ພະນັກງານຢຸດເຮັດທຸລະກິດກັບຫົວເວີຍ ບໍລິສັດ ຫົວເວີຍ ເທກໂນໂລຢີ່ ຈຳກັດ ມີຄຳຖະແຫຼງການໃນເລື່ອງນີ້ດັ່ງຕໍ່ໄປນີ້
ຄຳຖະແຫຼງການກ່ຽວກັບຄວາມຮ່ວມມືທາງທຸລະກິດຂອງຫົວເວີຍກັບ ARM 1. ຫຼັງຈາກທີ່ກະຊວງການຄ້າຂອງສະຫະລັດ ໄດ້ປະກາດເພີ່ມຫົວເວີຍເຂົ້າໄປໃນລາຍຊື່ Entity List ການຜະລິດ ແລະ ຊັບພລາຍເຊນຂອງເຮົາກໍຕ້ອງປະຕິບັດຕາມກົດຫມາຍ ແລະ ຂໍ້ບັງຄັບທັງໝົດ ຊຶ່ງທຸກຢ່າງຢັງຄົງດຳເນີນໄປຕາມປົກກະຕິ
2. ໃນຂະນະນີ້ ARM ຊຶ່ງເປັນຊັບພລາຍເອີຂອງເຮົາກຳລັງທົບທວນ ແລະ ປະເມີນຜົນກະທົບຈາກການຕັດສິນໃຈຂອງກະຊວງການຄ້າ ແລະ ກຳລັງເຈລະຈາກັບລັດຖະບານສະຫະລັດຢ່າງຈິງຈັງ ຫົວເວີຍເຂົ້າໃຈ ແລະ ສະໜັບສະໜູນພວກທ່ານຢ່າງເຕັມທີ່
3. ເມື່ອໄວໆ ນີ້ ບໍລິສັດຄູ່ຄ້າຂອງເຮົາຫຼາຍລາຍເລືອກທີ່ຈະດຳເນີນທຸລະກິດກັບເຮົາແລະຝັນຜ່າພາຍຸລູກນີ້ໄປນຳກັນ ເຮົາຮູ້ສຶກຂອບໃຈສຳລັບສິ່ງນີ້ເປັນຢ່າງຢິ່ງ ໃນອະນາຄົດຂ້າງໜ້າ ຫົວເວີຍຈະເຮັດວຽກກັບບໍລິສັດຄູ່ຄ້າຂອງເຮົາຕໍ່ໄປເພື່ອປົກປ້ອງຜົນປະໂຫຍດຂອງລູກຄ້າ ແລະ ຜູ້ບໍລິໂພກທົ່ວໂລກ ໂດຍຢັງຄົງສັ່ງສິນຄ້າຈາກຊັບພລາຍເອີໃນຕະຫລາດຕາມປົກກະຕິ ແລະ ເຮັດທຸກຢ່າງເພື່ອໃຫ້ການພັດທະນາອຸດສາຫະກຳຂອງເຮົາເຕີບໂຕຢ່າງແຂງແຮງ



0 ความคิดเห็น