ຈາກກໍລະນີທີ່ສະຫະລັດໄດ້ຂຶ້ນບັນຊີດຳທາງການຄ້າບໍລິສັດ Huawei ຕາມຄຳສັ່ງຂອງລັດຖະບານໂດນັນດ໌ ທຣັມປ໌ ສົ່ງຜົນໃຫ້ບໍລິສັດຊັບພລາຍເອີລາຍຕ່າງໆ ຂອງສະຫະລັດ ຈະບໍ່ສາມາດກໍ່ການຄ້າຮ່ວມກັບ Huawei ໄດ້ ຊຶ່ງໜຶ່ງໃນນັ້ນຄື ARM ບໍລິສັດຜູ້ພັດນາສະຖາປັດຍາກຳມະການຜະລິດຊິບເຊັດລາຍໃຫຍ່ຈາກອັງກິດ (ເທກໂນໂລຢີທີ່ ARM ໃຊ້ມີຕົ້ນກຳເນີດຈາກສະຫະລັດ) ທີ່ແບນສະມາດໂຟນສ່ວນຫລາຍເລືອກໃຊ້ງານ ເຮັດໃຫ້ຫຼາຍຝ່າຍເກີດຂໍ້ສົງໃສວ່າຈະກະທົບຕໍ່ການພັດທະນາຊິບເຊັດລຸ້ນໃໝ່ຂອງ Huawei ຫລືບໍ່
ຫຼ້າສຸດສື່ຈາກປະເທດຈີນຢ່າງ Tech.163.com ເຜີຍລາຍງານສະບັບໃໝ່ໂດຍອ້າງອິງຂໍ້ມູນຈາກ Ren Zhengfei ຊີອີໂອຂອງ Huawei ລະບຸວ່າ ການທີ່ ARM ຍຸດຕິການເຮັດທຸລະກິດກັບ Huawei ອາດບໍ່ສົ່ງຜົນຕໍ່ບໍລິສັດເທົ່າໃດ ເນື່ອງຈາກໃນຂະນະນີ້ໄດ້ຖືຄອງໃບອະນຸຍາດສະຖາປັດຕະຍາກຳຂອງ ARM ແບບຖາວອນ ສົ່ງຜົນໃຫ້ຢັງສາມາດເດີນໜ້າພັດທະນາຊິບເຊັດ Kirin ລຸ້ນໃໝ່ໆ ຕາມໃບອະນຸຍາດທີ່ຖືຄອງເອົາໄວ້ໄດ້ ໂດຍເວັບໄຊຕ໌ Sohu ສື່ຈາກປະເທດຈີນ ໃຫ້ຂໍ້ມູນເພິ່ມເຕິມວ່າ ໃບອະນຸຍາດຖາວອນທີ່ Huawei ຖືຢູ່ຄືARM V8 ຊຶ່ງເປັນສະຖາປັດຕະຍາກຳລ່າສຸດທີ່ໃຊ້ພັດທະນາຊິບເຊັດຕ່າງໆ ໃນປະຈຸບັນ
ທັງນີ້ກໍຕ້ອງລໍປະກາດທາງການຂອງ Huawei ອີກເທື່ອໜຶ່ງ ຊຶ່ງອາດມີລາຍລະອຽດເພິ່ມເຕິມກ່ຽວກັບທິດທາງຂອງບໍລິສັດໃນອະນາຄົດ ທັງຫມົດເຖິງຂໍ້ມູນກ່ຽວກັບລະບົບປະຕິບັດການລຸ້ນໃໝ່ລ່າສຸດທີ່ Huawei ຫາກໍ່ຈະຈົດເຄື່ອງໝາຍການຄ້າລະບົບປະຕິບັດການໃໝ່ໃນຊື່ Hongmeng OS
ທີ່ມາ:
thaimobilecenter.com,
Sohu,
tech.163.com,
engadget
0 ความคิดเห็น