ເຫຣີນ ເຈີ້ງເຟີຍ ຜູ້ກໍ່ຕັ້ງ ແລະ CEO ຂອງ Huawei ກຽມປະທ້ວງຖ້າຫາກລັດຖະບານຈີນຈະຫລິ້ນງານ Apple ກັບ ນອກຈາກນີ້ທ່ານຢັງໄດ້ກ່າວເຖິງກໍລະນີທີ່ສະຫະລັດແບນສິນຄ້າໂທລະຄົມນາຄົມຂອງບໍລິສັດດ້ວຍ
ເຫຣີນ ເຈີ້ງເຟີຍ ຜູ້ກໍ່ຕັ້ງ ແລະ CEO ຂອງ Huawei ໄດ້ໃຫ້ສຳພາດກັບສຳນັກຂ່າວ Bloomberg ເຖິງເລື່ອງສະຖານນະການລ່າສຸດຂອງບໍລິສັດ ຫຼັງຈາກທີ່ສະຫະລັດ ໄດ້ອອກຄຳສັ່ງບໍລິຫານໃນການແບນອຸປະກອນໂທລະຄົມນາຄົມທີ່ເປັນໄພຕໍ່ຄວາມຫມັ້ນຄົງ ຊຶ່ງກະທົບກັບ Huawei ແບບຫຼີກລ້ຽງບໍ່ໄດ້ ນອກຈາກນີ້ຢັງເຮັດໃຫ້ Supplier ທີ່ເປັນເອກຊົນຂອງສະຫະລັດ ຍັງບໍ່ສາມາດດຳເນີນກິດຈະກຳທາງທຸລະກິດໃດໆ ກັບ Huawei ໄດ້
ທ່ານໄດ້ກ່າວເຖິງວ່າທາງລັດຖະບານຈີນບໍ່ໜ້າທີ່ຈະຕອບໂຕ້ເກມນີ້ດ້ວຍການແບນ Apple ແລະຖ້າຫາກແບນ Apple ແທ້ ໆ ທ່ານເອງຈະເປັນຄົນແຮກທີ່ຂໍຕໍ່ຕ້ານໃນເລື່ອງນີ້ ນອກຈາກນີ້ທ່ານຢັງມອງວ່າ “Apple ຄືເປັນຄູ ເນື່ອງຈາກມີເທກໂນໂລຢີທີ່ລ້ຳໜ້າກວ່າ ແລະ ເຂົາເອງຈະບໍ່ຕໍ້ຕ້ານຄູຂອງເຂົາເອງແນ່ນອນ”
ໃນຊ່ວງທີ່ຜ່ານມາບໍລິສັດກໍຖືກຂໍ້ກ່າວຫາໃນການລັກຊັບສິນທາງປັນຍາບໍລິສັດອື່ນໆ ໂດຍສະເພາະບໍລິສັດເທກໂນໂລຢີໃນສະຫະລັດ ທ່ານໄດ້ກ່າວເຖິງປະເດັນນີ້ວ່າ “ສະຫະລັດ ບໍ່ໄດ້ເປັນຄົນພັດທະນາເທກໂນໂລຢີເຫຼົ່ານີ້ຂຶ້ນມາເອງ ແລ້ວ Huawei ຈະລັກເທກໂນໂລຢີມາຈາກໃດ” ຂະນະດຽວກັນທ່ານຢັງໄດ້ກ່າວວ່າ “ສະຫະລັດ ຄວນເລີກທີ່ຈະເປັນຕຳຫຼວດໂລກ ເນື່ອງຈາກສະຫະລັດ ບໍ່ສາມາດທີ່ຈະຈັດການເລື່ອງຂອງປະເທດຕ່າງໆໄດ້ ແລະ ປະເທດອື່ນໆ ກໍສາມາດມີສິດທິຕັດສິນໃຈທີ່ຈະເຮັດທຸລະກິດກັບ Huawei ເທິງພື້ນຖານໃນເລື່ອງຄວາມຕ້ອງການຂອງທຸລະກິດ”
ເລື່ອງຂອງການເຕີບໂຕຂອງບໍລິສັດທ່ານມອງວ່າບໍລິສັດອາດພາດເປົ້າໃນປີນີ້ ແຕ່ໂດຍລວມຖືວ່າຢັງເຕີບໂຕຢູ່ ເຖິງວ່າ Huawei ຈະຢູ່ໃນຊ່ວງເວລາຍາກລຳບາກກໍຕາມ ແຕ່ຖ້າຫາກບໍລິສັດຢັງເຕີບໂຕໄດ້ ຈະສະແດງໃຫ້ເຫັນວ່າບໍລິສັດນັ້ນສຸດຍອດພຽງໃດ ຂະນະທີ່ການແກ້ບັນຫາກໍລະນີສະຫະລັດ ແບນນັ້ນ ເຫຣີນ ໄດ້ກ່າວວ່າ ຈະລຸດການສັ່ງສິນຄ້າຈາກ Supplier ສະຫະລັດ ແລະ ຫາ Supplier ລາຍອື່ນໆ ລວມໄປເຖິງການພັດທະນາຊິບຂອງຕົວເອງ ຢົກເວັ້ນວ່າສະຫະລັດ ເລີກແບນ ບໍລິສັດຈະກັບມາສັ່ງສິນຄ້າຈາກສະຫະລັດອີກຄັ້ງ
ທ່ານຢັງໄດ້ຖິ້ມທ້າຍເຖິງເລື່ອງວ່າ “ລັດຖະບານສະຫະລັດ ບໍ່ເຄີຍສັ່ງສິນຄ້າຈາກບໍລິສັດ ຖ້າຫາກມື້ໃດມື້ໜຶ່ງລັດຖະບານຕ້ອງການສິນຄ້າຈາກບໍລິສັດ ເຂົາເອງອາດຕັດສິນໃຈບໍ່ຂາຍສິນຄ້າໃຫ້ກັບລັດຖະບານສະຫະລັດ” ຫຼັງຈາກທີ່ປະທານາທິບໍດີ ທຣັມປ໌ ໄດ້ກ່າວເຖິງຜະລິດຕະພັນຂອງ Huawei ມີບັນຫາໃນເລື່ອງຄວາມປອດໄພ ແລະ ອາດເປັນຈຸດອ່ອນໃຫ້ລັດຖະບານຈີນສາມາດເຂົ້າເຖິງຂໍ້ມູນໄດ້
ທີ່ມາ: Channel News Asia, The Verge
0 ความคิดเห็น