ຂ່າວໃໝ່

6/recent/ticker-posts

ການສ້າງ, ການ​ກັອບປີ, ການລົບ ເລເຢີ (New, Duplicate & Delete Layer)

ການສ້າງເລເຢີ (New Layer)

ຄ​ລິ​​ກ Icon Create a new Layer ເຊິ່ງ​ຢູ່​ດ້ານ​ລຸ່​​ມ​ຂອງ Layer Panel
ກໍ​ຈະ​ໄດ້​ເລ​ເຢີ​​​ເພີ່ມ​​ຂື້ນ

ການ​ກັອບປີ​​​ເລ​ເຢີ​​​

ຈາກ​ຊີ້ນສ່ວນ​ງານ​​ໜື່ງ​ໄປ​​ອິກງານ​​ໜື່ງ​ເຮັດ​ໄດ້​ຫຼາຍ​ວິ­ທີ
  • ​​ຄ​ລິ​​ກເລ​ເຢີ​​​ທີ່​ຕ້ອງ­ການ​ເຮັດ​ການ​ກັອບປີ​​ ໃຊ້​ເມ​​ນູ Edit ເລືອກ Copy ຫຼື ກົດ​ປຸ່ມ Ctrl + ( Tab ຂອງ​ງານ​ທີ່​ເຮົາ​ຕ້ອງ­ການ​ຈະ​ໃຫ້​ເລ​ເຢີ​​​ນັ້ນ​ມາ​ວ່າງ​ໄວ້​ແລ້ວ​​ຄ​ລິ​​ກ​ເລືອກ Edit ເລືອກ Paste ຫຼື ​ກົດ​ປຸ່ມ Ctrl + V
  • ຄ​ລິ​​ກເລ​ເຢີ​​​ທີ່​ຕ້ອງ­ການ​ເຮັດ​ການ​ກັອບປີ​​ ຄ​ລິກຂວາ​ທີ​ເມົ້າ​​ ເລືອກ Duplicate Layer ຈະ​ໄດ້​ໜ້າ​ຕ່າງ​ຕາມ​ພາບ​ດ້ານ​​ລຸ່ມ ໃສ່​ຊື່​ໃນ​ຊ່ອງ Destination ໃຫ້​ເປັນ​ຊື່​ງານ​ທີ​ເຮົາ​ຕ້ອງ­ການ​ນຳ​ເລ​ເຢີ​​​ນີ້​ໄປ​ໄວ້
  • ຄ​ລິ​​ກເລ​ເຢີ​​​ທີ່​ຕ້ອງ­ການ​ເຮັດ​ການ​ກັອບປີ​​​ຄ້າງ​ໄວ້​​ ຄ​ລິ​​ກເລ​ເຢີ​​​ທີ​ຕ້ອງ­ການ​ເຮັດ​ການ​ກັອບປີ​​​ຄ້າງ​ໄວ້ ແລ້ວ​ລາກ​ໄປ​ຢັງ​​ອິກ Tab ຂອງ​​ອິກ​ງານ​​ໜື່ງ​ໂດຍ​ກົງ

ການ​ກັອບປີ​​​ເລ​ເຢີ​​​ໃນງານ​ດຽວ​ກັນ

  • ຄ​ລິ​​ກ ທີ່​ເລ​ເຢີ​​ ໃນ​ໂປ​​ຣ​ແກ​​ຣມ​ເມ​​ນູ Layer ເລືອກ Duplicate Layer ຈະ​ມີ­ໜ້າ​ຕ່າງ​​ຄື​ພາບ​​ໃນດ້ານ​​ໃນ​ເຊັ່ນ​ກັນ ແຕ່​ຊ່ອງ Destination ບໍ່​ຕ້ອງ​​ກໍາໜົດ​ຊື່​ງານ
  • ​​ຄ​ລິ​​ກ ທີ່​ເລ​ເຢີ​​ ​​ໃ​ນ​ໂປ​​ຣ​ແກ​​ຣມ​ເມ​​ນູ Layer ເລືອກ New ເລືອກ Layer via Copy (ຄີ​​ຢ໌​ລັດ Ctrl + J) ​​ຄ​ລິ​​ກ ທີ່​ເລ​ເຢີ​​​ນັ້ນ ແລະ​ກົດ​ຄີ​​ Alt ​​ພ້ອມ​ກັບ​ລາກ​ເລ​ເຢີ​​​ໄປ​ຢັງ​​ຕໍາ​ແໜ່​​ງ​ໃນ Panel ທີ່​ຕ້ອງ­ການ​ວາງ ​​​ປ່ອຍ​ເມົ້າ​​

ການລົບ ເລເຢີ

1) ຄ​ລິ​​ກທີ່​ເລ​ເຢີ​​​ທີ່​ຕ້ອງ­ການ​ລົບ​ 
2) ​​ຄ​ລິ​​ກ​ເມົ້າ​​​ຄ້າງ​ໄວ້​ແລ້ວ​ລາກ​ໄປ​​ຢັງ​​ສັນ​ຍາລັກ​ຖັງ​ຂີ້​ເຫຍື້ອ ທີ່­ຢູ່​ດ້ານ​​ລຸ່ມຂອງ​ເລ​ເຢີ ຫຼື ກົດປຸ່ມ Delete ຢູ່ຄີບອດ.
ຈາກນັ້ນເລ​ເຢີ​​​ທີ່​ບໍ່​ຕ້ອງການ​ ກໍ​ຈະ​ຖືກ​ລົບ​ຖິ້ມ​ໄປ​ຈາກ​ພາ​​ເ​ລັດ Layer

แสดงความคิดเห็น

0 ความคิดเห็น