ການຍ້າຍຕໍາແໜ່ງເລເຢີ
ຂັ້ນຕອນການເຮັດຄ້າຍກັບການກັອບປີ ພຽງປ່ຽນຄຳສັ່ງຈາກ Edit Copy ເປັນ Edit Cut ຫຼື Ctrl + X ໃນກໍລະນີທີ່ຍ້າຍຄົນລະງານ ເເຕ່ຖ້າງານດຽວກັນພຽງຄລິກທີ່ເລເຢີ ແລະເລື່ອນໄປຢັງຕຳແໜ່ງໃນ Panel ທີ່ຕ້ອງການ
ການສະແດງ ຫຼື ຊ່ອນເລເຢີ
ເມືອເຮົາເປີດໃຊ້ເລເຢີຕ່າງໆ ຂອງຮູບພາບແລ້ວ ເຮົາສາມາດທີ່ຈະຊ່ອນເລເຢີທີ່ບໍ່ຕ້ອງການໃຊ້ ໂດຍເໝືອນກັບລົບເລເຢີນັ້ນຖິ້ມ ແຕ່ແທ້ທີ່ຈີງແລ້ວເຮົາບໍ່ໄດ້ລົບຖິ້ມພຽງເເຕ່ຊ່ອນໄວ້ເທົ່ານັ້ນ ຖ້າເຮົາຕ້ອງການໃຊ້ກໍໃຫ້ເຮົາຄລິກຍົກເລີກການຊ່ອນ ເພື່ອໃຫ້ເລເຢີນັ້ນສະແດງຕາມປົກກະຕິ ໂດຍຄລິກເມົ້າທີ່ຮູບດວງຕາທີ່ຢູ່ດ້ານໜ້າຂອງເລເຢີໃຫ້ຮູບດວງຕານັ້ນຫາຍໄປຮູບພາບທີ່ຢູ່ເທິງເລເຢີນັ້ນກໍຈະບໍ່ສະແດງໃນໜ້າງານທີ່ເຮັດວຽກຢູ່ແລ້ວ ແລະ ເມື່ອຕ້ອງການໃຊ້ງານເລເຢີນັ້ນອິກຄັ້ງກໍໃຫ້ຄລິກຮູບດວງຕາອິກຄັ້ງເພື່ອແສດງເລເຢີ
ການລັອກເລເຢີ
ການລັອກເລເຢີ ຄືການລັອກບໍ່ໃຫ້ເຮັດຫຍັງກັບເລເຢີ ໂດຍໃນການລັອກເລເຢີຂອງໂປຣແກຣມ Photoshop ມີຮູບແບບຕ່າງໆ ອີກ 4ຕົວເລືອກ ຊື່ງຮູບແບບຂອງການລັອກນີ້ຈະຢູ່ທີ່ພາເລັດ Layer ກົງຄຳສັ່ງ Lock ໂດຍວິທີການໃຊ້ລັອກເລເຢີນັ້ນດ້ວຍຄລິກເມົ້າເລເຢີທີ່ຕ້ອງການລັອກ ຈາກນັ້ນຄລິກທີ່ສັນຍາລັກຂອງການລັອກແຕ່ລະຊະນິດກໍຈະສາມາດໃຊ້ການລັອກຕາມທີ່ເລືອກໄດ້ ໂດຍສັງເກດວ່າເລເຢີທີ່ລັອກຈະມີສັນຍາລັກເປັນຮູບກະແຈຢູ່ທີ່ທ້າຍຂອງເລເຢີ ແລະສັນຍາລັກຂອງການລັອກທີ່ເລືອກກໍຈະເປັນປຸ່ມບຸ໋ມລົງໄປ ດັ່ງລາຍລະອຽດຂອງຮູບແບບການລັອກ ດັ່ງນີ້- Lock Transparent Pixels ລັອກສ່ວນໂປງໃສເຮັດໃຫ້ບໍ່ສາມາດເຮັດຫຍັງໃນສ່ວນທີ່ໂປງໃສໄດ້
- Lock Image Pixels ລັອກເລເຢີເຮັດໃຫ້ບໍ່ສາມາດປັບສີ ເຕີມສີສ່ວນໃດໆ ຂອງເລເຢີໄດ້
- Lock Position ລັອກວັດຖຸໄວ້ເຮັດໃຫ້ບໍ່ສາມາດເຄື່ອນຍ້າຍ ຫຼືປັບປ່ຽນໄດ້
- Lock All ລັອກທຸກຢ່າງເຮັດໃຫ້ບໍ່ສາມາດເຮັດຫຍັງກັບເລເຢີນັ້ນໄດ້
0 ความคิดเห็น