ຂ່າວໃໝ່

6/recent/ticker-posts

ສ່ວນປະກອບຂອງໂປຣແກຣມ Photoshop CS6

        ເມື່ອ​ເຂົ້າ​ໂປ​​ຣ​ແກ​​ຣມ​ມາ​ແລ້ວ ​ຈະ​ພົບ​ໜ້າ​ຕ່າງ​ການ​​​ເຮັດວຽກ​ຂອງ​ໂປ​​ຣ​ແກ​​ຣມ Photoshop CS6 ຊື່​​ງ​ຈະ​ປະກອບດ້ວຍ
ໜ້າຕ່າງຂອງ​ໂປ​​ຣ​ແກ​​ຣມ Photoshop CS6
1. Menu Bar ເປັນ​ແຖບ​ທີ່​ໃຊ້​ເກັບ​ຄຳ​ສັ່ງ​ຫຼັກ​ຕ່າງໆ​ຂອງ​ໂປ​​ຣ​ແກ​​ຣມ ໂດຍ​ເຮົາ​ສາ​ມາດ​​​ເອີ້ນ​ໃຊ້​ຄຳ​ສັ່ງ ໃນ​​ເເຖບ​ຄຳ​ສັ່ງ​ໄດ້​ດ້ວຍ​ວິ­ທີ​ການ​ດັ່ງ​ຕໍ່​ໄປ​ນີ້
    1) ຄ​ລິ​​ກ Mouse ທີ່​ແຖບ​ຄຳ​ສັ່ງ ຈະ​ປາ­ກົດ​ແຖບ​​ຄໍາ​ສັ່ງ​ຍ່ອຍ
    2) ​​ຄ​ລິ​​ກ Mouse ເລື່ອ​​ກ​ແຖບ​​ຄໍາ​ສັ່ງ​ຍ່ອຍ​ທີ່​ເຮົາ​ຕ້ອງ­ການ
ຄຳ​ສັ່ງ​ໃນ Menu Bar ມີ​ດັ່ງ​ຕໍ່​ໄປ​ນີ້
  1) File ລວມ​ຄຳ​ສັ່ງ​ທີ່​ໃຊ້​ຈັດ­ການ​ກັບ​ໄຟ​​ລ໌​ຮູບ​ພາບ ເຊັ່ນ​​​ ສ້າງ​ໄຟ​​ລ໌​ໃໝ່, ເປີດ, ປິດ, ບັນ​ທືກ​ໄຟ​​ລ໌​ນຳ​ເຂົ້າ​ໄຟ​​ລ໌ ສົ່ງ​ອອກ​ໄຟ​ລ໌ ແລະ​ອີ່​​ນໆ ​​ທີ່​ກ່ຽວ​ກັບ​ໄຟ​​ລ໌ 
   2) Edit ລວມ​ຄຳ​ສັ່ງ​ທີ່​ໃຊ້​​ສໍາ​ລັບ​ແກ້​ໄຂ​ພາບ ແລະ​ ປັບ​​ເເຕ່ງ​ການເຮັດ​ວຽ​ກ​ຂອງ​ໂປ​​ຣ​ແກ​​ຣມ​ເບື້ອງ​ຕົ້ນ ເຊັ່ນ ​​ກ໊ອບ​ປີ, ວາງ, ຢົກ​ເລີກ​ຄຳ​ສັ່ງ. ແກ້​ໄຂ​ເຄື່ອງ­ມື ແລະ​ອຶນໆ 
  3) Image ລວມຄຳ​ສັ່ງ​ທີ່​ໃຊ້​ປັບ​ແຕ່ງ​ພາບ ເຊັ່ນ ​ສີ, ແສງ, ຂະ­ໜາດ​ຂອງ​ພາບ (image size), ຂະ­ໜາດ​ຂອງ​ເອກະສານ (Canvas), ​​ໂໝດ​​ສີ​ຂອງ​ພາບ, ໝຸນ​ພາບ ແລະ ອື່ນໆ 
  4) Layer ລວມ​ຄຳ​ສັ່ງ​ທີ່​ໃຊ້​ຈັດ­ການ​ກັບ​ເລ​ເຢີ​​ ທັງ​ການ​ສ້າງ​ເລ​ເຢີ, ແປ​​ລງ​ເລ​ເຢີ ແລະ​ ການ​ຈັດ­ການ​ກັບ​ເລ​ເຢີ​ໃນ​ດ້ານ​ຕ່າງໆ 
   5) Select ລວມຄຳ​ສັ່ງ​ກ່ຽວ​ກັບ​ການ​ເລືອກ​ວັດ­ຖຸ​ ຫຼື ​ພື້ນ​ທີໃນຮູບ​ພາບ (Selection) ​​​ເພື່​​ອ​ນຳ­ໄປ​ໃຊ້​ງານ​ທັງ​​ໝົດ​ກັບ​ຄຳ​ສັ່ງ​ອື່ນໆ ເ​ຊັ່ນ ເລືອກ​ເພື່ອ​ປ່ຽນ​ສີ, ລົບ ຫຼື ໃຊ້​​ເອຟເ​ຟັກ​ຕ່າງໆ ກັບ​ຮູບ​ພາບ 
  6) Filter ເປັນ​ຄຳ​ສັ່ງ​ການ​ຫຼີ້ນ Effects ຕ່າງໆ​ລຳ​​​ລັບ​ຮູບ​ພາບ ແລະ ​ວັດ­ຖຸ 
  7) View ເປັນ​ຄຳ​ສັ່ງ​ກ່ຽວ​ກັບ​ມຸມ​ມອງ​ຂອງ​ພາບ ແລະ​ ວັດ­ຖຸ​ໃນ​ລັກ­ສະ­ນະ​ຕ່າງໆ ເຊັ່ນ ການ​ຂະ­ຫຍາຍ​ພາບ ແລະ​ ຫຍໍ້​ພາບ​ໃຫ້​ເບິ່ງ​ນ້ອຍ 
  8) Window ເປັນ​ສ່ວນ​​ຄຳ​ສັ່ງ​ໃນ​ການ​​ເ​ລືອກ​ໃຊ້​ອຸ­ປະ­ກອນ​ເສີມ​ຕ່າງໆ​ທີ​ຈຳ­ເປັນ​ໃນ​ການ​​ໃ​​ຊ້ສ້າງ Effects
  9) Help ເປັນ​ຄຳ​ສັ່ງ​ເພື່ອ​ແນະ­ນຳ​ກ່ຽວ​ກັບ​ການ​ໃຊ້​ໂປ​​ຣ​ແກ​​ຣມ.

2. Option bar ເປັນ​ສ່ວນ​ທີ່​ໃຊ້​ປັບ​ແຕ່ງ​ຄ່າ​ການ​​ເຮັດວຽກ​ຂອງ​ເຄື່ອງ­ມື​ຕ່າງໆ ໂດຍ​​ລາຍ​ລະ­ອຽດ​ໃນ​​ອອບ​ຊັ່ນ​ບາ​​​​ຈະ​​ປ່ຽນໄປ​ຕາມ​ເຄື່ອງ­ມື​​ທີ່​ເຮົາ​ເລືອກ​ຈາກ​ທູນ​​ບັອກ​ໃນ​ຂະ­ນະ​ນັ້ນ ​ເຊັ່ນ ເມື່ອ​ເຮົາ​ເລືອກ​​ເ​ຄື່ອງ​ມື Brush ໃນ​​ອອບ​ຊັນ​ບາ​​ຈະ​ປາ­ກົດ​​ອອບ​ຊັ່ນ​ທີ່​ໃຊ້​ໃນ​ການ​ກຳ­ນົດ​ຂະ­ໜາດ ແລະ ​ລັກ­ສະ­ນະ​​ຫົວ​ແປ​​ງ, ​​ໂໝດ​ໃນ​ການ​ລະບາຍ​ຄວາມ​ໂປ່ງ​ໃສ​ຂອງ​ສີ ​ແລະ ​ອັດ­ຕາ​ການ​ໄຫຼ​ຂອງສີ ເປັນ­ຕົ້ນ
3. Tool panel ຫຼື ​​ກອງ​ເຄື່ອງ­ມື (Tool Box) ຈະ​ປະ­ກອບ​ໄປ​ດ້ວຍ​ເຄື່ອງ­ມື​ຕ່າງໆ ທີ່​ໃຊ້​ໃນ​ການ​ວາດ ຕົກ­ແຕ່ງ ແລະ​ແຕ່​ໄຂ​ພາບ ເຄື່ອງ​​ມື​ເຫຼົ່າ​ນີ້​ມີ​ຈຳ­ນວນ​ຫຼາຍ ດັ່ງ­ນັ້ນ ​​ຈືງ​ມີ​ການ​ທັງ​​ໝົດ​ເຄື່ອງ­ມື​ທີ່​​​ເຮັດ​ໜ້າ­ທີ່​ຄ້າຍໆ​ການ​ທັງ​​ໝົດ​ເຄື່ອງ­ມື​ທີ່​ເຮັດ​​ໜ້າ​ທີ່​​ຄ້າຍໆ ກັນ​ໄວ້​ໃນ​ປຸ່ມ​ດຽວ​ກັນ ໂດຍ​ຈະ​ມີ​ລັກ­ສະ­ນະ​ຮູບ​ສາມ​​ຫຼຽມ​ຢູ່​ບໍ­ລິ­ເວນ​ມຸມ​ດ້ານ​​ລຸ່ມ​ດັ່ງ​ພາບ 2 ເພື່ອ​ບອກ​ໃຫ້​ຮູ້​ວ່າ​ໃນ​ປຸ່ມ​ນີ້​ຍັງ​ມີ​ເຄື່ອງ­ມື​ອື່ນ​ຢູ່​ດ້ວຍ

4. Palette Palette ເປັນ­ວິນ​ໂດ​​ຍ່ອຍໆ ທີ່​ໃຊ້​ເລືອກ​​ລາຍ​ລະ­ອຽດ ​​ຫຼື ຄຳ​ສັງ​ຄວບ​ຄຸມ​ການ​ເຮັດ​ວຽກ​ງານ​ຕ່າງໆຂອງ​ໂປ​​ຣ​ແກຣມໃນ Photoshop ​​ມີ​ພາແນວ​ຢູ່​ເປັນ​ຈຳ­ນວນ​ຫຼ້າຍເຊັ່ນ ພາແນວ Color ໃຊ້​​ສໍາລັບ​ເລືອກ​ສີ, ພາແນວ Layers ໃຊ້​​ສໍາລັບ​ຈັດ­ການ​ກັບ​ເລ​ເຢີ ແລະ ​ພາແນວ Info ໃຊ້​ສະ­ແດງ​ຄ່າ​ສີ​ທີ່ຕຳ­ແໜ່ງ​​ເມົາ​​ສ໌ຊີ້, ລວມເຖີງ​ຂະ­ໜາດ/ຕຳ​​ເເໜ່ງ​ຂອງ​ພື້ນ​ທີ່​ທີ່​ເລືອກ

5. ການ​ອອກ​ຈາກ​ໂປ​​ຣ​ແກ​​ຣມ
  • ເ​ລື​ອກ​ຄຳ​​ສັ່ງ File > Edit > ຄລິ​​ກທີ່​ປຸ່ມ Close ຂອງ​ໜ້າ​ຕ່າງ​ໂປ​​ຣ​ແກ​​ຣມ
  • ຄລິກ ໄອ​ຄອນ Photoshop ທີ່​ມຸມ​ເທິງ​ຊ້າຍ​ຂອງ​ໜ້າ​ຕ່າງ​ໂປ​​ຣ​ແກ​​ຣມແລ້ວ​​ເ​ລີືອກ > ຄໍາສັ່ງ Close
  • Double ​​ຄລິກໄອ​ຄອນ Photoshop
  • ກົດ​ປຸ່ມ Alt + F4 ໃນ​ແປ້ນພີມ

แสดงความคิดเห็น

0 ความคิดเห็น