ຂ່າວໃໝ່

6/recent/ticker-posts

ຄວາມສຳຄັນຂອງ Adobe Photoshop CS6 ໃນຍຸກໃໝ່

ປະ­ຈຸ​ບັນ​ຄອມ​​ພິວ​ເຕີ​ມີບົດ​ບາດ​ຕໍ່​ຊີ­ວິດ​ປະ­ຈຳ​ວັນ​ຂອງ​ເຮົາ​ຫຼາຍ ບໍ່​ວ່າ​ຈະ​ເປັນ​​ໄວຮຽນ​ ຫຼື ໄວ​ເຮັດ​ວຽກ​ກໍ​ມີ​ຄວາມ​ຈຳເປັນ​ໃນ​ການ​ໃຊ້​ຄອມ​​ພິວ​ເຕີ ທັກ​ສະ­ການ​ໃຊ້​ໂປ​​ຣ​ແກ​​ຣມ​ດ້ານ​ການ​ອອກ​ແບບ​​ກຣາບຟິກ ເປັນ​ທັກ​ສະ​ທີ່​ຫຼາຍຄົນນຳ​ມາ​ໃຊ້​ໃນ​ການ​ພັດ­ທະ­ນາ​ດ້ານ​ການ​ຮຽນ​-ການ​ສອນ​ ແລະ​ ການ​ເຮັດ​ວຽກ​ງານໃຫ້​ໄດ້​ຮຽນ​ຮູ້​ ແລະ​ ນຳ​ມາປະ​ຍຸກ​ໃຊ້​ກັບ​ງານ​ຕ່າງໆ ໃນ​ອົງ​​ກອນ ແລະ​ ໃນ​ດ້ານ​ການ​ຮຽນ​ຢ່າງ​ມີ​​ປະ​ສິດ­ທິ​ພາບ ຊຶ່ງ​ໂປ​​ຣ​ແກ​​ຣມ​ທີ່ມີປະ​ສິດ­ທິ​ພາບ​ດ້ານ​ການ​ອອກ​ແບບ ແລະ ​ສ້າງ​ງານ​​ກຣາບຟິກ​ໃນ​ປະ­ຈຸ​ບັນ ຄື ໂປ​​ຣ​ແກ​​ຣມ Adobe Photoshop ຊຶ່ງ​ມີ​ການ​ພັດ­ທະ­ນາ​ຕໍ່​ເນື່ອງ​ມາ​ຈົນ​ເຖິງ​ປະ­ຈຸ​ບັນ

ໂປ​​ຣ​ແກ​​ຣມ Adobe Photoshop ນັບ​ວ່າ​ມີ​ບົດ​ບາດ​ສຳ­ຄັນ​ຢ່າງ​ຫຼາຍ​ໃນ​ການ​ພັດ­ທະ­ນາ​ທາງ​ດ້ານ​ການ​ຮຽນ ການ​ສອນ​ໂດຍ​ສະ­ເພາະ​ໃນ​ດ້ານ​ການ​ພັດ­ທະ­ນາ​ສື່​ການ​ສອນ​ໂດຍ​ໃຊ້​ໂປ​​ຣ​ແກ​​ຣມ Adobe Photoshop ແລະ ​ນຳ​ໂປ​​ຣ​ແກ​​ຣມ​ມາປະ​ຍຸກ​ໃນ​ດ້ານ​ການ​ຮຽນ​ - ການ​ສອນ​ຕ່າງໆ ບໍ່​ວ່າ​ຈະ​ເປັນສຶກ­ສາ​ເພື່ອ​ໃຫ້​ມີ​ຄວາມ​ຮູ້​ຄວາມ​ເຂົ້າ­ໃຈ ກ່ຽວ​ກັບ​ພື້ນ­ຖານ​ການ­ສະ­ແດງ​ຜົນ​ຂອງ​ພາບ​​ກຣາບຟິກ​ ລວມ​ເຖິງ​ລັກ­ສະ­ນະ​ຂອງ​ລະ­ບົບ​ການ­ສະ­ແດງ​ພາບ​​, ປະ​ເພດ​ຂອງ​​ໂໝດສີ ແລະ ​ໄຟ​​ລ໌​ພາບ​​ປະ​ເພດ​ຕ່າງໆໄດ້ ສາ­ມາດ​ນຳ​ຄວາມ​ຮູ້​ທີ່​ໄດ້​ ໄປ​​ປະ​ຍຸກ​ໃຊ້​ກັບ​ໂປ​​ຣ​ແກ​​ຣມ​ດ້ານ​​ກຣາບຟິກ ​ໃນ​ການ​ສ້າງ​​ງານຕ່າງໆ​ໄດ້​ຢ່າງ​ເໝາະ​ສົມ​ ແລະ ​ເປັນ​ການ​ນຳ​ໂປ​ແກ​​ຣມ​ສຳ​​ເລັດ​ຮູບ ​ເພື່ອ​ສ້າງ​ ແລະ ​ຕົກ­ແຕ່ງ​ພາບ ໂດຍ​ຜູ້​ຮຽນ​ຈະ​ສາມາດ​ສຶກ­ສາ​ເນື້ອ​ຫາ​ໃນ​ເລື່ອງ​ສ່ວນ​ປະ­ກອບ​ຂອງ​ໂປ​​ຣ​ແກ​​ຣມ ການ​ໃຊ້​ເຄື່ອງ­ມື​ພື້ນ­ຖານ ວາດ​ພາບ ຕົກ­ແຕ່ງ​ຮູບ​ພາບ​ດ້ວຍ​ເຄື່ອງ­ມື​ແຕ່ງ​ສີ ສາ­ມາດ​ຕັດ​ແຕ່ງ​ພາບ​ສະ­ເພາະ​ສ່ວນ ປັບ​ແຕ່ງ​ຮູບ​ຮ່າງ​ໃຫ້​ກັບ​ຮູບ​ພາບ ສ້າງ ແລະ​ ນຳ​ຂໍ້­ຄວາມ​ມາ​ໃຊ້​ໃນ​ການ​ຕົກ­ແຕ່ງ​ຮູບ​ພາບ ມີ​ການ​ສ້າງ​ເລ​ເຢີ​​ ແລະ ​​ຟິວເຕີ​​​ໃນ​ການ​ເຮັດ​ວຽກ​

​​ໃນ​ການ​ສ້າງ​ຮູບ​ພາບ ຫຼື ​ຕົກ­ແຕ່ງຕັດ​ຕໍ່ ເພື່ອ​ຄວາມ​ສວຍ​ງາມ ແລະ ​ນຳ­ໄປ​ໃຊ້​ໃນ​ງານ​ຕ່າງໆ​ໃນ​ໂປ​​ຣ​ແກຣມ Photoshop ຕ້ອງ​ມີ​ຄວາມ​ຮູ້​ ຄວາມ​ເຂົ້າ­ໃຈ​ໃນ​ພື້ນ­ຖານ​ໂປ​​ຣ​ແກ​​ຣມເປັນຕົ້ນແມ່ນເຄື່ອງ­ມື ແລະ​ ສ່ວນ​ປະ­ກອບ​ຕ່າງໆເສຍ​ກ່ອນ​ເຖິງ​ຈະ​ປະ­ຕິ­ບັດ​ໄດ້​ຖືກ­ຕ້ອງ​ ແລະ​ ມີ​ຄຸນ​ນະ​ພາບ​ທີ່​ດີ ພ້ອມ​ທັງ​ສາ­ມາດ​ນຳ­ໄປ​ພັດ­ທະ­ນາ​ຕົນ​ເອງ​ໄດ້ ເຖິງ​ຈະ​ລົງມື​ເຮັດ​ໄດ້ ​ພວກ​ນ້ອງໄດ້​ເບິ່ງ​ເຫັນ​ຄວາມ​ສຳ­ຄັນ​ນີ້​ຈຶ່ງ​ຈັດ​ເຮັດ​ບົດ​ໂຄງ​ການ ການ​ໃຊ້​ໂປ​​ຣ​ແກ​​ຣມ Adobe Photoshop CS6​​​ ຂຶ້ນ​ເພື່ອ​ເປັນ​ປະ­ໂຫຍດ​ແກ່​ຜູ້​​ສົນ​ໃຈທາງດ້ານການອອກແບບ Graphic.

แสดงความคิดเห็น

0 ความคิดเห็น