ກ່ອນອື່ນມາເບິ່ງຄວາມສາມາດການຖ່າຍຮູບພາບ panoramic ປ່ຽນເປັນຮູບພາບ panoramic 360 ອົງສາ ແບບແນວນອນໃນໂທລະສັບສະມາດໂຟນທີ່ມີຊື່ວ່າ Cardboard app (ທີ່ມີຢູ່ໃນລະບົບ Android ເທົ່ານັ້ນ), ເຊິ່ງເປັນແອັບຯຟຣີ, ເມື່ອດາວໂຫຼດມາແລ້ວກໍສາມາດເປີດ Cardboard app ຈາກນັ້ນເລືອກໄອຄອນກ້ອງ. ຫຼັງຈາກນັ້ນ, ຖືໂທລະສັບສະມາດໂຟນ Android ເປັນແນວຕັ້ງ ແລ້ວຖ່າຍດ້ວຍການຫມູນວຽນ 360 ອົງສາຈາກຊ້າຍຫາຂວາແບບຊ້າໆເມື່ອສຳເລັດແລ້ວ ມັນຈະສ້າງ Panorama 360 ອົງສາ.
ຊຶ່ງໄຟລ໌ຮູບພາບທີ່ໄດ້ສາມາດອັບໂຫລດຂື້ນເຟສບຸກຜ່ານ app ຫຼື ເວັບໄຊທ໌ facebook.com ຖ້າທ່ານຕິດຕັ້ງ Google Photos, ມັນຈະສະແດງພາບ 360 ອົງສາໃນແອັບຯ Google Photos ດັ່ງນັ້ນຖ້າທ່ານໃດທີ່ຕ້ອງການສະແດງພາບແບບ 360 ອົງສາ ກໍສາມາດດາວໂຫລດແອັບຯໄດ້ທີ່ Play Store ສຳລັບ Android
ສຳລັບ iOS ຈະຖ່າຍຮູບພາບ 360 ອົງສາໄດ້ແນວໃດ? ລອງໃຊ້ Google Street View ຟຣີ App Store ແລະ ເວີຊັນ Android ຂັ້ນຕອນການສ້າງກໍຄືກັນກັບວິດີໂອ 360 ອົງສາທີ່ຖ່າຍຮູບດ້ວຍ Photo Sphere ເຊຶ່ງຕ້ອງໃຊ້ເວລາໃນການສ້າງ. ແຕ່ຜົນທີ່ໄດ້ກໍມາດສ້າງຮູບພາບ 360 ອົງສາ ໄດ້ທັງແນວຕັ້ງ ແລະ ແນວນອນ. ຫຼັງຈາກນັ້ນກໍສາມາດແຊຣ໌ຂື້ນເຟສບຸກ, ກູໂກແຜນທີ່ ແລະ ກູໂກຮູບພາບ ໄດ້ເລີຍ
ຂໍ້ມູນຈາກ: it24hrs


0 ความคิดเห็น