ຂ່າວໃໝ່

6/recent/ticker-posts

G Suite ແບຣນດ໌ໃໝ່ຂອງ Google Apps

Google ໄດ້​ປ່ຽນ​ຊື່​ໃໝ່​ໃຫ້​ກັບ Google Apps ເປັນ G Suite ແລະ ຍ້າຍ​ເຂົ້າ​ມາ​ຢູ່​ພາຍ​ໃຕ້​ການ​ເບິ່ງ­ແຍງ​ຂອງ Google Cloud ໂດຍ​ໃຫ້​ຄວາມ​ຫວັງ​ວ່າ G Suite ຈະ​ເປັນ​ເຄື່ອງ­ມື​​ອັດສະ​ລິຍະ​ທີ່​ສາ­ມາດ​ຊ່ວຍ​ໃຫ້​ທຸ­ລະ​ກິດ​ຂັບ​ເຄື່ອນ​ໄດ້​ໃນ​​ຢຸກດິ​ຈິ​ຕອນ ທີ່​ຂໍ້​ມູນ​ຄື​​ກະແຈ​ສຳ­ຄັນ​ໃນຂັບ​ເຄື່ອນ​ອົງ​ກອນ​ໄປ​ໃນ​ທິດ​ທາງ​ທີ່​ຖືກ­ຕ້ອງ
G Suite ຕ່າງ​ຈາກ​ບໍ­ລິ­ການ​ອື່ນໆ​ຢ່າງ­ໃດ?
ນີ້​ຄື​ເຫດ­ຜົນ​ທີ່ G Suite ຕ່າງ​ຈາກ​ບໍ­ລິ­ການ​ອື່ນໆ ໃນ 5 ດ້ານ ໂດຍ​ບໍ­ລິ­ສັດ​ວິໄຈ​ຢ່າງ Radicati ຢົກ​ໃຫ້ G Suite ເປັນ​ຜູ້­ນຳ​ດ້ານ​ອີ​ເມວ​ທຸ­ລະ​ກິດ​ໃນ​ລະ​​ບົບຄ​ລາວ​​ດ໌
ຜູ້​​ບຸກ­ເບີກ​ລະ​​ບົບຄ​ລາວ​​ດ໌ Google ໄດ້​ຮັບ​ການ​ຍອມ­ຮັບ​ວ່າ​ເປັນ​ຊື່​ທີ່​ໄດ້​ຮັບ​ຄວາມ​ໄວ້​ວາງ­ໃຈ​ ແລະ ​ເປັນ​ຜູ້­ນຳ​ໃນ​ວົງ​ການ​ດ້ານ​ໂຄງ​ສ້າງ​ພື້ນ­ຖານ​ລະ​​ບົບຄ​ລາວ​​ດ໌​ທີ່​ເຊື່ອ​ຖື​ໄດ້
​​ສ້າງ​ມາ​ເພື່ອ​ລະ​​ບົບຄ​ລາວ​​ດ໌ G Suite ອອກ​ແບບ​ມາ​ເປັນ​ບໍ­ລິ­ການ​ທີ່​ເຮັດ​ວຽກ​ໃນ​ລະ​​ບົບຄ​ລາວ​​ດ໌​ໂດຍ​ສົມ­ບູນ ​ພະ​ແນ​​ກ​ໄອ​ທີ​ຈຶ່ງ​ບໍ່​ຕ້ອງ​ເສຍ​ເວ­ລາ ​ແລະ ​ຄ່າ​ໃຊ້​ຈ່າຍ​ໄປ​ກັບ​ການ​ເບິ່ງ­ແຍງ​ຊຸດ​ອຸ­ປະ­ກອນ​ເດດ​​ກ໌ທັອບ
​​ແ​ພັກ​ເກດ​ຄົບ​ວົງ​ຈອນ ໂດຍ​ມີ​ພື້ນ​ທີ່​ເກັບ​ໄຟ​​ລ໌ ​ແລະ ​ການ​ແຊ​​ຣ໌​ກັບ Google ໄດ​​ຣຟ໌ ການ​ເຮັດ​ວຽກ​ງານ​ຮ່ວມ​ກັນ​ໃນ Google ເອ­ກະ­ສານ​ແບບ​​ຣຽວ​ໄທ​​ມ໌ ການ​​ປະ​ຊຸມ​ຜ່ານ​ວິ​ດີ​ໂອ​ໂດຍ​ໃຊ້​ແຮງ​ເອົາ​​ທ໌ ແລະ​ລະ­ບົບ​ອີ​ເມນ​ແບບ​ມື​ອາ­ຊີບ​ຢ່າງ Gmail ທັງ​ໝົດ​ນີ້​ໃຫ້​ບໍ­ລິ­ການ​ໃນ​​ລາ​ຄາ​ດຽວ
ລະ­ບົບ​ດຽວ​ທີ່​ໃຊ້​ໄດ້​ສະ­ດວກ ຜູ້​ໃຊ້ G Suite ຈະ​ໄດ້​ຮັບ​ປະ­ສົບ​ການ​ແບບ​ດຽວ​ກັນ​ເມື່ອ​ໃຊ້​ອຸ­ປະ­ກອນ ລະ­ບົບ​ປະ­ຕິ­ບັດ​ການ ແລະ ບ​​ຣາວເຊີ​​​ຕ່າງໆ ແລະ ​ມີພະ​ນັກ​ງານ​ຈຳ­ນວນ​ຫລາຍ​ໃຊ້​ຜະ­ລິດ​ຕະ​ພັນ Google ທີ່​ບ້ານ​ຢູ່​ແລ້ວ
ຄວາມ​ຊ່ວຍ­ເຫລືອ​​ອອຟ​ໄລ​​ນ໌ Gmail, ປະ­ຕິ­ທິນ ແລະ Google ເອ­ກະ­ສານ​ຊ່ວຍ​ໃຫ້​ຜູ້​ໃຊ້​ເບິ່ງ ແກ້​ໄຂ ແລະ ​ສ້າງ​ເນື້ອ​ຫາ​ໄດ້​ເມື່ອ​ບໍ່​ໄດ້​ເຊື່ອມ​ຕໍ່​ກັບ​ອິນ​ເທີ​​ເ​ນັດ ຈາກ​ນັ້ນ​ລະ­ບົບ​ຈະ​ຊິງ​​ຄ໌​ຂໍ້​ມູນ​ໃຫ້​ໂດຍ​ອັດ​ໂນ​​ມັ​ດເມື່ອ​ເຊື່ອມ​ຕໍ່​ອິນ​ເທີ​​ເ​ນັດ
ເປັນ​ຫຍັງ​ຂ້ອຍ​ຄວນ​ຈ່າຍ​ຄ່າ​​​ບໍຣິ​ການ G Suite ໃນ​ເມື່ອ Google ມີ​ຜະ­ລິດ​ຕະ​ພັນ​ທີ່​ຄ້າຍ​ກັນ​ຊຶ່ງ​ໃຊ້​ງານ​ໄດ້​​ຟຣີ?
ເມື່ອ​ໃຊ້ G Suite ເຈົ້າ​ຈະ​ໄດ້​ຮັບ​ບໍ­ລິ­ການ​​​ລະ​ດັບ​ທຸ­ລະ​ກິດ​​ເພິ່ມ​ເຕິ​​ມ​ອີກ​ຈຳ­ນວນ​ໜຶ່ງ ຊຶ່ງ​ບໍ່​ມີ​ໃນ​ຜະ­ລິດ​ຕະ​ພັນ​ສຳ­ລັບ​ຜູ້​​​ບໍ​ລິໂພ​​ກ​ທີ່​ໃຫ້​ບໍ­ລິ­ການ​​ຟຣີ ໄດ້­ແກ່
ອີ​ເມນ​ທຸ­ລະ​ກິດ​ທີ່​ໃຊ້​ຊື່​ໂດ​ເມນ​ຂອງ​ເຈົ້າ
ພື້ນ​ທີ່​ເກັບ​ຂໍ້​ມູນ​​ເພິ່ມ​ເຕິ​​ມ​ສຳ­ລັບ Gmail ແລະ​ໄດ​​ຣຟ໌
ການ​ສະ­ໜັບ­ສະ­ໜູນ​ທາງ​ໂທ​​​ລະ​ສັບ​ ແລະ​ ອີ​ເມວຕະ­ຫລອດ 24 ຊົ່ວ​ໂມງ​ທຸກ​ມື້
ການ​ຮັບ​​ປະ​ກັນ​ຄວາມ​​ພ້ອມ​ໃນ​ການ​ໃຊ້​ງານ 99.9% ເຮັດ​ວຽກ​ຮ່ວມ​ກັບ Microsoft Outlook ໄດ້
​​ລັກ­ສະ­ນະ​ດ້ານ​ການ​ຮັກ­ສາ​ຄວາມ​​ປ​ອດໄພ​ທີ່​ດີ​​ຢິ່ງ​ຂຶ້ນ
ການ​ເບິ່ງ­ແຍງ​ລະ­ບົບ​ແບບ​ເຕັມ​ຮູບ​ແບບ​ກັບ​​ບັນ​ຊີ​ຜູ້​ໃຊ້​ທັງ​ໝົດ
ຖ້າ​ຕ້ອງ­ການ​ໃຊ້​ພຽງ​ແຄ່​ຜະ­ລິດ​ຕະ​ພັນ​ດຽວ ຈະ​ຕ້ອງ​ຊື້​ທັງ​ຊຸດ​ຫລື​ບໍ່?
G Suite ອອກ​ແບບ​ມາ​ເປັນ​ໂຊ​​ລູຊັ​ນຄົບ​ວົງ​ຈອນ​ຊຶ່ງ​​​ປະ​ສານ​ເຄື່ອງ­ມື​ຫຼາຍ​ຢ່າງ​ທີ່​ເຮັດ​ວຽກ​ຮ່ວມ​ກັນ​ໄດ້​ຢ່າງ​ລົງ​​​ຕົວ ເຊັ່ນ
ຮັບ​ຂໍ້­ຄວາມ​ໃນ Gmail ແລະ ​ແປ​​ງ​ເປັນ​ກິດ­ຈະ­ກຳ​ໃນ​ປະ­ຕິ­ທິນ​ໄດ້​ໃນ​ທັນ­ທີ
​​ເມື່ອ​ເຈົ້າ​ສະ­ແດງ​ຄວາມ​ຄິດ​ເຫັນ​ໃນ​ເອ­ກະ­ສານ ຊີດ ຫລື​​ ສ​ໄລ​​ດ໌ ຜູ້​ທີ່​ເຮັດ​ວຽກ​ຮ່ວມ​ກັນ​ຈະ​ໄດ້​ຮັບ​ອີ​ເມວແຈ້ງ​ເຕືອນ​ໂດຍ​ອັດ​ໂນ​​ມັ​ດ
ພຽງ​​ຄ​ລິ​​ກ​ດຽວ ເຈົ້າ​ກໍ​ສາ­ມາດ​​ເ​ລີ່ມ​ຕົ້ນ​ການ​​ປະ​ຊຸມ​ຜ່ານ​ແຮງ​ເອົາ​​ທ໌​ວິ​ດີ​ໂອ​ໄດ້​ຈາກ​​ກ​ອງ​ຈົດ­ຫມາຍ ​ຫລື​ ປະ­ຕິ­ທິນ​ຂອງ​ເຈົ້າ
ການ​ໃຊ້​ເຄື່ອງ­ມື​ເຫຼົ່າ​ນີ້​ເປັນ​​ແ​ພັກ​ເກດ​ທີ່​ຄົບ​ຖ້ວນ​ຈະ​ຊ່ວຍ​ເພີ່ມ​​ປະ​ສິດ­ທິ​ພາບ​ການ​ເຮັດ​ວຽກ​ງານ ແລະ​ເພີ່ມ​ຄຸນ­ຄ່າ​ສູງ​ສຸດ​ໃຫ້​ທຸ­ລະ​ກິດ​ຂອງ​ເຈົ້າ ເຈົ້າ​ເລືອກ​ຊື້​ພ​ງຽງ​ບາງ​ຜະ­ລິດ​ຕະ​ພັນ​ທີ່​ເຈົ້າ​ຕ້ອງ­ການ​ໃຊ້​ງານ​ໄດ້ ແຕ່​ຢ່າງ­ໃດ​ກໍ​ຕາມ ເຈົ້າ​ສາ­ມາດ​ຊື້​ບໍ­ລິ­ການ​ທັງ​ຊຸດ ແຕ່​ເລືອກ​ໃຊ້​ສະ­ເພາະ​ບໍ­ລິ­ການ​ທີ່​ຕ້ອງ­ການ​ໄດ້​ເຊັ່ນ​ກັນ


G Suite ເຮັດ​ວຽກ​ຮ່ວມ​ກັບ​ໂປ​​ຣ​ແກ​​ຣມ​ຮັບ​ສົ່ງ​ເມ​ວທີ່​ຂ້ອຍ​ໃຊ້​ໃນ​ປະ­ຈຸ​ບັນ​ໄດ້​​ບໍ?
​​ນອກ​ຈາກ​ຈະ​ເຂົ້າ​ເຖິງ​ອີ​ເມ​ວ​ຂອງ G Suite ຈາກ​ອິນ​ເທີ​​ເຟດຊ​ທາງ​​ເ​ວັບ​ຂອງ Gmail ໄດ້​ແລ້ວ ເຈົ້າ​ຢັງ​ຮັບ​ສົ່ງ​ອີ​ເມວ​ຈາກ​ໂປ​​ຣ​ແກ​​ຣມ​ຮັບ​ສົ່ງ​ເມວ​ທີ່​ທ່ານ​ມັກເທິງ​ເດດ​​ກ໌ທັອບ​ໄດ້​ອີກ​ດ້ວຍ ເຈົ້າ​ສາ­ມາດ​ໃຊ້​ໂປ​​ຣ​ໂຕ​ຄອ​ລ​ອີ​ເມວ IMAP ຫລື POP ໄດ້​ໂດຍ​ຂຶ້ນ​ຢູ່​ກັບ​ໂປ​​ຣ​ແກ​​ຣມ​ຮັບ​ສົ່ງ​ເມວ ຖ້າ​ເຈົ້າ​ປ່ຽນ​ຈາກ Microsoft Exchange ຫລື ​ບໍລິການ​ອື່ນ​ຂອງ Outlook ມາ​ເປັນ G Suite ເຈົ້າ​ຈະ​ໃຊ້ G Suite Sync ໄດ້ ຊຶ່ງ​ເປັນ​​ປລັ໊ກ​ອິນ​ສຳ­ລັບ Outlook 2003, 2007, 2010 ຫລື 2013 ທີ່​ໃຫ້​ເຈົ້າ​ໃຊ້ Outlook ເພື່ອ​ຈັດ­ການ​ອີ​ເມນ ປະ­ຕິ­ທິນ ແລະ​​ ລາຍ​ຊື່​ຕິດ​ຕໍ່​ຂອງ G Suite ​​​ພ້ອມ​ກັບ​ບັນ­ທຶກ ສິ່ງ​ທີ່​ຕ້ອງ​ເຮັດ ແລະ​​ ລາຍ​ການ​ບັນ­ທຶກ​ປະ­ຈຳ​ວັນ​ຂອງ Outlook
ຂ້ອຍ​ສາ­ມາດ​ປ່ຽນ​ຈາກ​​ຊອຟແວ​​ປະ­ຈຸ​ບັນ​ເປັນ Google ເອ­ກະ­ສານ ຊີດ ແລະ ​​ສ​ໄລ​​ດ໌​ໄດ້​ ຫລື​ບໍ່?
ເຮົາ​ພົບ​ວ່າ​ລູກ​ຄ້າ​ຫຼາຍ​​​ລາຍ​ສາ­ມາດ​ເລີກ​ໃຊ້​ຊຸດ​ໂປ​​ຣ​ແກ​​ຣມ​ເພີ່ມ​​ປະ​ສິດ­ທິ​ພາບ​ການ​ເຮັດ​ວຽກ​ງານ​ທີ່​ມີ​ຢູ່​ ແລະ ​ຫັນ​ມາ​ໃຊ້ Google ເອ­ກະ­ສານ ຊີດ ແລະ​​ ສ​ໄລ​​ດ໌​ພຽງ​ຢ່າງ​ດຽວ​ໄດ້ ເອ­ກະ­ສານ ຊີດ ແລະ​​ ສ​ໄລ​​ດ໌​ເປັນ​ເຄື່ອງ­ມື​ເພີ່ມ​​ປະ​ສິດ­ທິ​ພາບ​ການ​ເຮັດ​ວຽກ​ງານ​ທີ່​ຊ່ວຍ​ສ້າງ​ໄຟ​​ລ໌​ໄດ້​ຫຼາກ​ຫຼາຍ​​ປະ​ເພດ ເຊັ່ນ ເອ­ກະ­ສານ​ຂໍ້ຄວາມ ​​ສະ​ເປ​​ຣດ​ຊີດ ແລະ​ ງານ​ນຳ​ສະ­ເໜີ ເຈົ້າ​ສາ­ມາດ​ເຮັດ​ວຽກ​ກັບ​ຂໍ້​ມູນ​ເຫຼົ່າ​ນີ້​ແບບ​​ຣຽວ​ໄທ​​ມ໌​ຮ່ວມ​ກັບ​ຜູ້​ອື່ນ ແລະ​ເກັບ​ຂໍ້​ມູນ​ອອນ​ໄລ​​ນ໌​ໄວ້​ໃນ Google ໄດ​​ຣຟ໌ ຊຶ່ງ​ທັງ​ຫມົດ​ໄວ້​ໃນ G Suite ແລະ ​ໃຊ້​ງານ​ໄດ້​ກັບ​ອຸ­ປະ­ກອນ​ທຸກ​ເຄື່ອງ
ສິ່ງ​ທີ່​ແຕກ​ຕ່າງ​ຈາກ​ແອບ​​ພ​ລິ​​ເຄ​ຊັນ​ເທິງ​ເດດ​​ທັອບ​ແບບ​ເດີມ ຄື
ເຈົ້າ​ບໍ່​ຕ້ອງ​ຕິດ​​ຕັ້ງຊອຟຕ໌​ແວ​​ຣ໌​ໃດ​ເລີຍ
ຢັງ​ສາ­ມາດ​ເຮັດ​ວຽກ​ກັບ​ໄຟ​​ລ໌​ທີ່​ສ້າງ​ຈາກ​ໂປ​​ຣ​ແກ​​ຣມ​ອື່ນ ເຊັ່ນ Microsoft Office ໄດ້​ດ້ວຍ
ຂ້ອຍ​ຈະ​ຊື້​ໂດ​ເມນ​ຜ່ານ G Suite ໄດ້​​ບໍ ຫລື ​ໂຮ​​ດຕ໌ເ​ວັບ​ໄຊ​​ຕ໌​ໄດ້​​ບໍ?
ໄດ້ ເມື່ອ​​ລົງ​ຊື່​ສະ­ໝັກ​ໃຊ້ G Suite ເຈົ້າ​ສາ­ມາດ​ຊື້​ໂດ​ເມນ​ໃໝ່​ຈາກ​ພາ​​ດ​ເນີ​ໂຮ​​ດຕ໌​ຂອງ​ໂດ​ເມນ​ທີ່​ເຮົາ​ມີ ຫຼັງ​ຈາກ​ຊື້​ໂດ​ເມນ​ແລ້ວ ເຮົາ​ຈະ​​ຕັ້ງ Gmail ໃຫ້​ໂດ​ເມນ​ຂອງ​ເຈົ້າ​ໂດຍ​ອັດ​ໂນ​​ມັ​ດ ​ແລະ​ ໃຫ້​ເຈົ້າ​ຄວບ​ຄຸມ​ການ​​ຕັ້ງ​ຄ່າ​ຂອງ​ໂດ​ເມນ​ໄດ້​ຢ່າງ​ເຕັມ­ທີ່
ທັງ​ນີ້ G Suite ບໍ່​ໂຮ​​ດຕ໌ເ​ວັບ​ໄຊ​​ຕ໌ ແຕ່​ເຮົາ​ຮ່ວມ​ມື​ກັບ​ບໍ­ລິ­ສັດ​ອື່ນໆ ທີ່​ໃຫ້​ບໍລິການ​ໂຮ​​ດຕ໌​ແລະ​ບໍ­ລິ­ການ​​ເ​ວັບ​ໄຊ​​ຕ໌​ອື່ນໆ​ທີ່​ທັງ​ຫມົດ​ເຂົ້າ​ກັບ G Suite ໄດ້​ງ່າຍ

แสดงความคิดเห็น

0 ความคิดเห็น