ຂ່າວໃໝ່

6/recent/ticker-posts

ວິທີໂຫຼດພາບ Spotlight ພື້ນຫຼັງລັອກໜ້າຈໍ ໃນ Windows 10 ມາໃຊ້ງານ (ມີຄລິບ)


ສຳ­ລັບ​ເພື່ອນໆຄົນ​ໃດທີ່​ໃຊ້​ງານ Windows 10 ເຮົາ​ກໍ​ຈະ​ພົບ​ກັບ​ໜ້າ​ຈໍ Lock Screen ທີ່​ຖືກ​​ຕັ້ງ​ຄ່າ​ໄວ້ ເວ­ລາ​ເຮົາ​ເຂົ້າ​ໃຊ້​ງານ​ຄອມ​​ພິວ​ເຕີ ບາງ­ທີ​ເຮົາ​ກໍ​ຈະພົບ​ກັບ​ຮູບ​ພາບ​​ທີ່ສວຍ​ງາມ ທີ່​ໂຊ​ຢູ່​​​ໃນ​ພາບ​ພື້ນ​ຫຼັງ​ຂອງ​ໜ້າ​​​ຈໍ Lock Screen
ບາງ​ພາບ​ທີ່​ເຮົາ​ເຫັນ ກໍ​ອາດ​ຈະ​ງາມ​ຖືກ​ໃຈ ເປັນ​ພາບ​ທຳ​ມະ​ຊາດຕ່າງໆ ງາມ​ຈົນ​ຢາກ​ຈະ​ດາວ​​ນ໌​ໂຫຼ​​ດ​ມາ​ເກັບ​ໄວ້​ເບິ່ງ ຫຼື ​​ຕັ້ງ​ເປັນ​ພາບ​ພື້ນ​ຫຼັງ​ໜ້າຈໍເລີຍ ແຕ່ ເຮົາ​ຈະ​ບັນທືກ​ພາບ​ເຫຼົ່າ­ນັ້ນ​ໄດ້​​ແນວ​ໃດ ? ສຳ­ລັບ​ໃຜ​ທີ່​ຕ້ອງ­ການ​ເກັບ​ບັນ­ທືກ​ຮູບ​ພາບ​ພື້ນ​ຫຼັງຈາກ​ໜ້າ​​​ຈໍ Lock Screen ເຮົາ​ສາ​ມາດ​ເຮັດໄດ້​ຕາມ​ຂັ້ນ​ຕອນ​​ງ່າຍໆ​ດັ່ງ​ນີ້


ພາບ​ພື້ນ​ຫຼັງ​ຈາກ Windows spotlight
ສຳ​ລັບ​​ຄົົນ​ທີ່​ບໍ່​ສາ­ມາດ​ເຫັນ​ພາບ​ພື້ນ​ຫຼັງ​ສວຍໆ​ງາມໆ ຈາກ​ທາງ​​ເ​ວັບ​ໄຊ​​ທ໌ Bing ຂອງ​ທາງ Microsoft ໄດ້​ນັ້ນ ສາມາດ​ເຂົ້າ​ໄປ ​​ຕັ້ງ​ຄ່າ​ໄດ້ ໂດຍ​ການ​ເປີດ Setting ເລືອກ​ໄປ​ທີ່ Personalization ຈາກ​ນັ້ນ​ເລືອກ​ແຖບ Lock screen ແລະ ​ກໍ່​ການ​ປ່ຽນ​ພາບ Background ໃຫ້​ເລືອກ​ໃຊ້​ງານ​ຮູບ​ພາບ​ຈາກ Windows spotlight ສຳ­ເລັດ​ແລ້ວ​ກໍ​ບັນທືກ​ໄດ້​ເລີຍ​ທັນ­ທີ

*ໃນ​ສ່ວນ​ນີ້​ຈະ​ຢັງ​ບໍ່​ແມ່ນ​ການ​ບັນທືກ ແຕ່​ເປັນ​ການ​​ຕັ້ງ​ຄ່າ​ພາບ​ພື້ນ​ຫຼັງ ເວ­ລາ Lock ໜ້າ​​​ຈໍແບບ​ປົກ­ກະ­ຕິ ສະ​ນັ້ນ​ເຮົາ​ມາ​​ເລີ່ມ​ເລີຍ

  1. ​​ໃຫ້​ເຮົາ​ເປີດ​ເຂົ້າ​ໄປ​ທີ່ This PC ຂອງ​ເຈົ້າ ຈາກ​ນັ້ນ​ກໍ​ເລືອກ​ແຖບ View 
  2. ຈາກ​ນັ້ນ ​ເລີ່ນ​ເມົ້າ​​ສ໌​ມາ​ທາງ​ຂວາ ໃຫ້​​ຕິ໊ກ ທັງ 2 ຊ່ອງ ໃນ​ສ່ວນ​ຂອງ
  • File name extensions
  • Hidden items
C:\Users\Username\AppData\Local\Packages\Microsoft.Windows.ContentDeliveryManager_cw5n1h2txyewy\LocalState\Assets
ຫຼື ກົດປຸ່ມ Ctrl + R ແລ້ວກັອບປີ
%userprofile%\AppData\Local\Packages\Microsoft.Windows.ContentDeliveryManager_cw5n1h2txyewy\LocalState\Assets ວາງໃສ່ ແລ້ວ ກົດປຸ່ມ Enter

ຈາກນັ້ນ ໃຫ້​​ຄັດ​ລອກຂໍ້­ຄວາມ​​ດ້ານ​ເທິງ ແລະ ​ປ່ຽນ​ຊື່​ໃຫ້ກົງກັບ "Username" ໃຫ້​ເປັນ​ຊື່​ຜູ້​ໃຊ້​ງານ​ທີ່​​ໃຊ້​ຢູ່​​ໃນເຄື່ອງ​ຂອງ​ທ່ານ ຈາກ​ນັ້ນ​ນຳ­ໄປ​ວາງ​ໄວ້​ໃນ​ຊ່ອງ Path ໃນ File Explorer ແລ້ວ​ກົດ​ປຸ່ມ Enter

ຈະ​ເຫັນ​​​​ລາຍ​ຊື່​ໄຟ​​ລ໌ຕ່າງໆຈຳ­ນວນ​ຫຼາຍ ເຊິ່ງໄຟ​​ລ໌​ພວກ​ນີ້​ກໍ​ຄືໄຟ​​ລ໌​ພາບ​ພື້ນ​ຫຼັງ​ທີ່​ເຮົາ​​ຊອກ­ຫາ​ຢູ່ ເຊິ່ງໃນ​ຕອນ​ນີ້​ໄຟ​​ລ໌​ເຫຼົ່າ​ນີ້​ຈະ​ຢັງ​ບໍ່​ສາ­ມາດ​ໃຊ້​ງານ​ໄດ້ຈະ​ຕ້ອງ​​ໄດ້​ກຳ​ນົດ​ຄ່າ​ບາງ​ຢ່າງ​ເພື່ອໃຫ້​ສາ­ມາດ​ເປີດໃຊ້ງານ​ໄດ້ ກ່ອນ


ໃຫ້​ສ້າງ Folder ຂື້ນ​ມາ​ໃໝ່ຕັ້ງຊື່ Folder ແນວໃດກໍ​ໄດ້ ເມື່ອ​ສ້າງ​​ແລ້ວກໍ​​ຄັດ​ລອກໄຟ​​ລ໌​ທັງ​ໝົດ​ໄປວາງ​ໄວ້​ໃນ Folder ທີ່​ເຮົາ​ໄດ້​ສ້າງຂື້ນມາ​ໃໝ່




ຫາກ​ຄັດ​ລອກ ຫຼື ​​ຢ້າຍ​ໄຟ​​ລ໌​ເຫຼົ່າ­ນັ້ນ​ຢູ່ ຕົວ​ລະ­ບົບ​ຈະ­ແຈ້ງ​ເຕືອນ ສາ­ມາດ​ກົດ​ປຸ່ມ "OK" ເພື່ອຢືນ​ຢັນ​ການຄັດ​ລອກ​ໄຟ​​ລ໌​

*ໃນ​​ຂັ້ນ​ຕອນ​ນີ້​ບໍ່​ມີ​ບັນ­ຫາ​ຫຍັງ ເພ​​າະ​ວ່າ ໜ້າ​ຕ່າງ​ນີ້ ເປັນ​ການ​ແຈ້ງ​ເຕືອນ​ສຳ­ລັບ ການ​ຄັດ​ລອກ ຫຼື ​​ຢ້າຍ​ໄຟ​​ລ໌ ທີ່​ຖືກ​ເກັບ ຫຼື ຊ່ອນ​ໄວ້ພາຍ​ໃນ​​ຕົວ​ລະ­ບົບນັ້ນ​ເອງ


ເມື່ອ​ຄັດ​ລອກ​ໄຟ​​ລ໌​ທັງ​ໝົດ​ສຳ­ເລັດ​ແລ້ວ ກໍ​ໃຫ້​​​ຄ​ລິ​​ກ​ຂວາ ເລືອກ "Rename" ເພື່ອ​ປ່ຽນ​ຊື່​ໄຟ​​ລ໌​ທີ່​ເຮົາ​ໄດ້​ມາ


ສາ­ມາດ​​ຕັ້ງ​ຊື່​ໄຟ​​ລ໌ ໃຫ້​ເປັນ​ຊື່​ຫຍັງ​ກໍ​ໄດ້​ຕາມ­ໃຈ​ ແຕ່​ຢ່າ​ລືມໃສ່​ນາມ​​ສ​ະກຸນ​ໄຟ​​ລ໌ ເພື່ອ​​​ລະ​ບຸ​ປະ​ເພດ​ໄຟ​​ລ໌ ສາ­ມາດ​ເລືອກໃສ່​ນາມ​​ສະ​ກຸນ ຮູບ​ພາບເປັນ .png ຫຼື .jpg ກໍ​ໄດ້ ດັ່ງ​ພາບ ໃສ່​ຊື່​ໄຟ​​ລ໌​ເປັນ "01.png" ເປັນ­ຕົ້ນ


ຈາກ​ນີ້​ກໍ​ໃສ່​ຊື່​ ແລະ​ ນາມ​​ສະ​ກຸນ​ໄຟ​​ລ໌ ໃຫ້​ໄຟ​​ລ໌​ແຕ່​ລະ​ອັນ ໂດຍ​​ຕັ້ງ​ຊື່​ໄຟ​​ລ໌​ໃຫ້​ບໍ່​ຊ້ຳ​ກັນ ແລະ ​ຢ່າ​ລືມ​ໃສ່​ນາມ​​ສະ​ກຸນ​ໄຟ​​ລ໌​ນຳ ບໍ່​​​ດັ່ງ​ນັ້ນຈະ​ບໍ່​ສາ­ມາດ​ໃຊ້​ງານ​ໄຟ​​ລ໌​ໄດ້ ເມື່ອ​​ປ່ຽນ​ຊື່ ກັບ ນາມ​​ສະ​ກຸນ ໃຫ້​ກັບ​ໄຟ​​ລ໌​ທີ່​ໄດ້​ມາ ເຮົາ​ກໍ​ຈະ​ເຫັນ​ແລ້ວ​ວ່າ ໄຟ​​ລ໌​ຕ່າງໆ ເຫຼົ່າ­ນັ້ນ ໄດ້​​ກ​າຍ​ເປັນ​ໄຟ​​ລ໌​ຮູບ​ພາບ ແລະ​ ​ສາ­ມາດ​ເປີດ​ເບິ່ງ ຫຼື່ ນຳ­ໄປ​​ຕັ້ງ​ຄ່າ​ເປັນ​ພາບ​ພື້ນ​ຫຼັງ ເລືອກ​ໃຊ້​ງານ​ໄດ້ ຕາມ­ໃຈ​

ດາວ​​ນ໌​ໂຫຼ​​ດ​ຈາກ​ແອບ Spot Bright
ນອກ­ຈາກ​ນີ້ ເຮົາ​ຍັງ​ມີ​ວິ­ທີ​ອື່ນ​​ທີ່ສາ­ມາດ​ບັນທຶກ​ພາບ​ພື້ນ​ຫຼັງ ຈາກ Windows Spotlight ໄດ້​ອີກ​ ວິ­ທີ​ທີ່​ວ່າ​ນີ້​ກໍ​ຄື​ການ​ໃຊ້​ແອບ​​ພ​ລິ​​ເຄ​ຊັ່ນ ສຳ­ລັບ​ດາວ​​ນ໌​ໂຫຼ​​ດ​ຮູບ​ພາບ​ຈາກ Spotlight ໂດຍ​ສະ­ເພາະ ນັ້ນ​ເອງ ວິ­ທີ​ນີ້​ສາ­ມາດ​ດາວ​​ນ໌​ໂຫຼ​​ດ​ຮູບ​ພາບ​ທັງ​ໝົດ ໄດ້​ເລີຍ​ງ່າຍໆ


ສາ­ມາດ​ເຂົ້າ​ໄປ​ດາວ​​ນ໌​ໂຫຼ​​ດ ແອບ​​ພ​ລິ​​ເຄ​ຊັ່ນ SpotBright ໄດ້​ຈາກ​ທາງ Windows Store ທີ່­ຢູ່​ເທິງ Windows 10 ເມື່ອ​ຄົ້ນ​ຫາ​ສຳ­ເລັດ​ແລ້ວ ກໍ​ກົດ​ປຸ່ມ Get ເພື່ອ​ຕິດ​​ຕັ້ງ​ແອບ​​ພ​ລິ​​ເຄ​ຊັ່ນ


ເມື່ອ​ດາວ​​ນ໌​ໂຫຼ​​ດ​ສຳ­ເລັດ​ແລ້ວ ສາ­ມາດ​ເປີດ​ໃຊ້​ງານ ແລະ​ ເລືອກ​ປຸ່ມ Search pictures ເພື່ອ​ກໍ່​ການ​ຄົ້ນ​ຫາ​ຮູບ​ພາບ ຈາກ​​ເ​ວັບ​ໄຊ​​ທ໌ Bing ພໍ​ຄົ້ນ​ຫາ​ສຳ­ເລັດ​ແລ້ວ ກໍ​ດາວ​​ນ໌​ໂຫຼ​​ດ ໃຫ້​ສຳ­ເລັດ​ ອາດ​ຈະ​ຕ້ອງ​​ລໍ​ພໍ​ສົມ​ຄວນ ​ໃນທີ​ນີ້ ສາ­ມາດ​ເຂົ້າ​ໄປ​ເບິ່ງ​ຮູບ​ໄດ້​ໂດຍ​ການ​ກົດ​ປຸ່ມ Open download location ຮູບ​ທັງ​ໝົດ​ທີ່​ດາວ​​ນ໌​ໂຫຼ​​ດ​ມາ​ກໍ​ຈະ​ເກັບ​ໄວ້​ພາຍ​ໃນ​ນັ້ນ​ທັງ​ໝົດ

ໃຊ້ Powershell ເພື່ອ​ຄົ້ນ​ຫາ​ຮູບ​ພາບ​ຈາກ Spotlight
ອິກວິ­ທີ​ສຸດ​ທ້າຍ ອາດ​ຈະ​ຫຍຸ້ງ­ຍາກ​ກວ່າ​ໜ່ອຍໜຶ່ງ ແຕ່ວິ­ທີ​ນີ້ ​ຈະ​ສາ­ມາດ​ດຶງ​ຮູບ​ພາບ ຈາກ Windows spotlight ທີ່​ຖືກ​ເກັບ​ໄວ້​ພາຍ​ໃນ​ເຄື່ອງ​​ໄດ້​ໝົດ​


ເລີ່ມ​ຈາ​ການສ້າງ Folder ທີ່​ມີ​ຊື່­ວ່າ "pics" ໂດຍຄ​ລິ​​ກ​ຂວາ ແລະ ​ເລືອກ New >> Folder ເພື່ອ​ສ້າງ ​ແລະ​ ປ່ຽນ​ຊື່ ຈາກ New Folder ໃຫ້​​ກ​າຍ​ເປັນ pics ແທນ


ຄ​ລິ​​ກ​ຂວາທີ່​ປຸ່ມ Windows ຈາກ​ນັ້ນ​ເລືອກ Search ແລະ ຄ​ລິ​​ກໄດ້​ເລີຍ

​ພໍ​ຄ​ລິ​​ກ​​ແລ້ວ ກໍ​ຈະ​ມີ­ໜ້າ​ຕ່າງ​ນີ້ຂື້ນ​ມາ ໃຫ້​ພິມ​ຄຳ​ວ່າ "powershell" ເພື່ອ​ຈະ​ຄົ້ນ​ຫາ​​ລາຍ​ຊື່​ໂປ​​ຣ​ແກ​​ຣມ ນັ້ນ​ກໍ​ຄື ໂປ​​ຣ​ແກ​​ຣມ Windows PowerShell ຈາກ​ນັ້ນ ກໍ​ເປີດ​ໂປ​​ຣ​ແກ​​ຣມ​ນີ້​ຂື້ນ​ມາ

Get-ChildItem -Path $env:localappdata\Packages\Microsoft.Windows.ContentDeliveryManager_cw5n1h2txyewy\LocalState\Assets | Copy-Item -dest {"$home\desktop\pics\" + $_.BaseName + ($i++) +".jpg" }

ເມື່ອ​ເປີດ​ແລ້ວ ໃຫ້​ຄັດ​ລອກຂໍ້­ຄວາມ​ດ້ານ​ເທິງ​ທັງ​ໝົດ ແລະ ວາງ​ລົງ​ໄປ​ພາຍ​ໃນ​ໂປ​​ຣ​ແກ​​ຣມ ແລ້​ວ​ເລືອກຂໍ້­ຄວາມ​ໄວ້ ແລະ​ ກົດ​ປຸ່ມ Ctrl+C ເພື່ອ​ຄັດ​ລອກ ແລະ ​​ຄ​ລິ​​ກ​ທີ່​ໂປ​​ຣ​ແກ​​ຣມ ຈາກ​ນັ້ນ​ກົດ​ປຸ່ມ Ctrl+V ເພື່ອ​ວາງ​ຂໍ້­ຄວາມ​ທັງ​ໝົດ ​ແລ້ວກົດ​ປຸ່ມ Enter ​ເລີຍ

*ຫາກ​​ຂັ້ນ​ຕອນ​ນີ້​ມີ​ບັນ­ຫາ ແນະ­ນຳ​ໃຫ້​ເຊັກ ວ່າ​ເຮົາ​ໄດ້​ຄັດ​ລອກ​ຂໍ້­ຄວາມ​ທັງ​ໝົດ ຫຼື ​​ຕັ້ງ​ຊື່ Folder ວ່າ 'pics' ໄດ້​ຖືກຕ້ອງ​​ບໍ ຖ້າ​ເຮັດ​ຕາມ​​ຂັ້ນ​ຕອນ​ກໍ​ຈະ​ບໍ່​ມີ​ບັນ­ຫາ Error ຂຶ້ນ​ມາ​ສາ­ມາດ​ຂ້າມ​ໄປ​ໄດ້



ສຳ­ເລັດ​ຮຽບ­ຮ້ອຍ ! ຮູບ​ພາບ​ທັງ​ໝົດ​ຈາກ Spotlight ທີ່​ຖືກ​ເກັບ​ໄວ້​ພາຍ​ໃນ​ເຄື່ອງ​ຂອງ​ເຮົາ ກໍ​​ຄັດ​ລອກມາ​ຢູ່​ໃນ Folder ນີ້​ ແລະ​​ ຕັ້ງ​ຄ່າ​ນາມ​​ສະ​ກຸນ ໃຫ້​​ກ​າຍ​ເປັນ .jpeg ແບບ​ອັດ​ໂນ​​ມັ​ດພຽງ​ແ​ຕ່ເທື່ອ​ດຽວກໍ​ໄດ້​ພາບ​ທັງ​ໝົດ ມາ​ເປີດ​ເບິ່ງ ແລະ​ນຳ­ໄປ​ໃຊ້​ງານ​ໄດ້​ຕາມ­ໃຈ

ຄລິບ



ຂໍ້ມູນຈາກ: thaiware.com

แสดงความคิดเห็น

0 ความคิดเห็น