ອິນເຕີເນັດ (Internet) ແມ່ນ ເຄືອຂ່າຍຂອງເຄືອຂ່າຍຄອມພິວເຕີ ລະບົບຕ່າງໆ ທີ່ເຊື່ອມໂຍງກັນ ຫຍໍ້ມາກຈາກ ຄຳວ່າ Inter Connection Network.
ອິນເຕີເນັດ (Internet) ເປັນລະບົບເຄືອຂ່າຍຄອມພິວເຕີ ທີ່ມີຂະໜາດໃຫຍ່ ເຄື່ອງຄອມພິວເຕີທຸກເຄື່ອງສາມາດຕິດຕໍ່ສື່ສານກັນໄດ້ ໂດຍໃຊ້ມາດຕະຖານ ຫຼື Protocol ດຽວແມ່ນ(TCP/IP : Transmission Control Protocol/Internet Protocol)
ລັກສະນະຂອງອິນເຕີເນັດ ແມ່ນຄ້າຍຄືໄຍແມ່ງມູມ ທີ່ປົກຄຸມທົ່ວໂລກ ໃນແຕ່ລະຈຸດທີ່ເຊື່ອມຕໍ່ອິນເຕີເນັດນັ້ນ ສາມາດສື່ສານກັນໄດ້ຫຼາຍເສັ້ນທາງຕາມຄວາມຕ້ອງການ ການຕິດຕໍ່ສື່ສານຜ່ານລະບົບເຄືອຂ່າຍອິນເຕີເນັດ ນັ້ນອາດຈະເອີ້ນວ່າ ການຕິດຕໍ່ສື່ສານແບບໄຮ້ມິຕິ ຫຼື Cyberspace.
0 ความคิดเห็น