ຂ່າວໃໝ່

6/recent/ticker-posts

ຄວາມ​ສຳຄັນ​ຂອງ​ອິນ​ເຕີ​ເນັດ

         ໃນປະຈຸບັນນີ້ ເຫັນໄດ້ວ່າອິນເຕີເນັດມີຄວາມສຳຄັນຕໍ່ກັບການດຳລົງຊີວິດປະຈຳວັນຂອງຄົນເຮົາຫຼາຍດ້ານເປັນຕົ້ນ ດ້ານການສຶກສາ, ການຄ້າ, ການບັນເທີງ,...
ດ້ານ​ການ​ສຶກສາ 
•ສາມ​າດ​ໃຊ້​ເປັນ​​ແຫຼ່ງຄົ້ນ​ຫາ​ຂໍ້​ມູນ ບໍ່​ວ່າ​ຈະ​ເປັນຂໍ້​ມູນ​ທາງວິຊາ​ການ, ຂໍ້​ມູນ​ທາງ​ການບັນ​ເທີ​ງ, ດ້ານ​ການ​ແພດ ​ແລະ​ອື່ນໆ ທີ່​ນ້າ​ສົນ​ໃຈ 
•ລະບົບ​ອິນ​ເຕີ​ເນັດຈະ​ເຮັດ​ໜ້າ​ທີ່​ຄ້າຍຄື​ກັບ​ຫ້ອງ​ສະໜຸດ​ໃຫຍ່ 
•ນັກສຶກສາ​ໃນ​ມະ​ຫາ​ວິທະຍາ​ໄລ ສາມາດ​ໃຊ້​ອິນ​ເຕີ​ເນັດ​ຕິດຕໍ​ກັບ​ມະຫາ​ວິທະຍາ​ໄລ​ອື່ນໆ ເພື່ອ​ຄົ້ນ​ຫາ​ຂໍ້​ມູນ​ກຳ​ລັງ​ສຶກສາ​ຢູ່​ໄດ້ ທັງທີ່​ຂໍ້​ມູນ​ເປັນ ຂໍ້ຄວາມ, ສຽງ, ພາບ ​ເປັນ​ຕົ້ນ 

ດ້ານ​ທຸລະ​ກິດ ​ແລ​ະ ການ​ຄ້າ 

•ຄົ້ນ​ຫາ​ຂໍ້​ມູນ​ຕ່າງໆ ​ເພື່ອ​ຊ່ວຍ​ໃນ​ການ​ຕັດສິນ​ໃຈ​ທາງ​ທຸລະ​ກິດ 
•ສາມາດ​ຊື້​ຂາຍ​ສິນຄ້າ ຜ່ານ​ລະບົບ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ​ ບໍລິສັດ ຫຼື ອົງ​ກອນ​ຕ່າງໆ ກໍ່​ສາມາດ​ເປີດ​ໃຫ້ບໍລິການ​ລູກ​ຄ້າ​ຂອງ​ຕົນ ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ​ໄດ້ ​ເຊັ່ນ: ການ​ໃຫ້​ຄຳ​ແນະນຳ, ສອບ​ຖາມ​ບັນ​ຫາ​ຕ່າງໆ ​ໃຫ້​ແກ່​ລູກ​ຄ້າ, ​ແຈກ​ຈ່າຍ​ຕົວ​ໂປຣ​ແກຣມ ທົດ​ລອງ​ໃຊ້ (Shareware) ຫຼື ​ໂປຣ​ແກຣມ​ແຈກ​ຟຣີ (Freeware) ​ເປັນ​ຕົ້ນ

ດ້ານການບັນ​ເທີ​ງ

•ການ​ຜັກ​ຜ່ອນ​ຍ່ອນ​ໃຈ ​ເຊັ່ນ: ການ​ຄົ້ນຫາ​ວາລະສານ​ຕ່າງໆ ຜ່ານ​ລະບົບ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ ທີ່​ເອີ້ນ​ວ່າ: Magazine Online ລວມທັງ​ໜັງສືພິມ ​ແລະ​ຂ່າວສານ​ຍອື່ນໆ ​ໂດຍ​ມີ​ພາບ​ປະ​ກອບ ທີ່​ຈໍ​ຄອມ​ພິວ​ເຕີ​ຄື​ກັບ​ວາລະສານ ຕາມ​ຮ້ານ​ຂາຍ​ວາລະສານ​ທົ່ວ​ໄປ 
•ສາ​ມາດ​ເບິ່ງ​ໜັງ, ຟັງ​ເພງ​ຜ່ານ​ລະບົບ​ເຄື​ຂ່າຍ​ອິນ​ເຕີ​ເນັດ​​ໄດ້ 
•ສາ​ມາດ​ດຶງ​ຂໍ້ມູນ (Download) ໜັງ​ເລື່​ອງທັງ​ເກົ່າ ​ແລະ​ໃໝ່​ມາ​ເບິ່ງ​ໄດ້ 
•ຈາກ​ເຫດຜົນ​ດັ່ງ​ກ່າວ ສະຫຼຸບ​ໄດ້​ວ່າ ອິນ​ເຕີ​ເນັດ​ມີ​ຄວາມ​ສຳ​ຄັນ ​ໃນ​ຫຼາຍຮູບ​ແບບ ດັ່ງ​ນີ້: 
•ການ​ປະຍຸກ​ໃຊ້​ເທັກ​ໂນ​ໂລ​ຊີ​ທີ່​ທັນ​ສະ​ໄໝ 
•ການ​ຕິ​ຕໍ່​ສື່ສານ​ທີ່​ສະດວກ ​ແລະ​ ວ່ອງ​ໄວ 
•ເປັນແຫຼ່ງລວມຂໍ້​ມູນ​ຂ່າວສານ​ແຫ່ງ​ໃຫຍ່​ທີ່​ສຸດ​ຂອງ​ໂລກ

แสดงความคิดเห็น

0 ความคิดเห็น