ຂ່າວໃໝ່

6/recent/ticker-posts

ແນະນຳໂປຣແກຣມ Microsoft Excel


ໂປ​​ຣ​ແກ​​ຣມ Microsoft Excel ເປັນໂປ​​ຣ​ແກ​​ຣມ​ທີ່​ນິຍົມ​ໃຊ້​ໃນ​ການ​ຈັດການ​ຄິດໄລ່ມີ​ຄວາມ​ສາມາດ​ໃນ​ການ​ຄິດໄລ່​ສູດ​ຕ່າງໆ ພ້ອມ​ທັງ​ຟັງ​ຊັນ​ທີ່​ຊ່ວຍ​ໃນ​ການ​ຄິດໄລ່​ທາງ​​ຄ​ະນິດ​ສາດ​ ຫລື​ ​ຈັດ​​ເປັນຕາ​​​ຕະ​ລາງ​ວຽກ​ກໍ​ຈະສະດວກ​ຂື້ນ​ໄປ​ອີກ ຊຶ່ງ​ຖື​ວ່າ​ເປັນ​ໂປ​​ຣ​ແກ​​ຣມ​ທີ່​ມີ​ປະໂຫຍດ​ຫຼາຍ​ 
​​ການນຳໃຊ້ດ້ວຍພື້ນຖານ​​ຂອງ​ໂປ​​ຣ​ແກ​​ຣມ Microsoft Excel ໄດ້ແກ່:

- ບັນ​ຊີ ​ສາມາດ​ໃຊ້​​ລັກສະນະ​ການ​ຄິດໄລ່​ທີ່​ມີ​ປະ​ສິດ​ທິ​ພາບ​ຂອງ Excel ໃນວຽກງານການເງິນ​ຕ່າງໆ ເຊັ່ນ ​ບັນທືກການຈ່າຍເງິນ​ສົດ, ​ລາຍຮັບ, ລາຍຈ່າຍ, ​ກຳ​ໄລ, ຂາດ​ທືນ...

- ການຈັດ​ການທາງ​ງົບ​ປະ​ມານ ບໍ່​ວ່າ​ຈະ​ຕ້ອງ​ການ​ໃຊ້​ງານ​ສ່ວນ​ຕົວ ​ຫຼື ​ທາງ​ທຸລະ​ກິດ ສາມາດ​ສ້າງຮູບແບບງານ​ໄດ້​ທຸກ​ຊະນິດ​ໃນ Excel ເຊັ່ນ ການສ້າງແຜນ​ງົບ​ປະ​ມານ​ການ​ຕະ​ຫຼາດ, ງົບ​ປະ​ມານ​ກິດ​ຈະ​ກຳ ຫຼື ງົບ​ປະ​ມານ​ການ​ຈ່າຍພາສີ,...

- ການ​ຂາຍ ສາມາດ​ໃຊ້​ຈັດການ​ຂໍ້​ມູນ​ການ​ເກັບ​ເງິນ ​ແລະ​ ການ​ຂາຍ​ໄດ້​ ແລະ ​ສາມາດ​ສ້າງ​ຟອ​ມ​ທີ່​ຈຳ​ເປັນ​ຕ້ອງ​ໃຊ້ ເຊັ່ນ ໃບ​ແຈ້ງ​ໜີ້​ການ​ຂາຍ ບັນ​ທຶກ​ການ​ຈັດ​ສົ່ງ ຫຼື ໃບ​ສັ່ງ​ຊື້ ໄດ້​ຢ່າງ​ງ່າຍ​ດາຍ

- ການ​ລາຍ​ງານ ​ສາມາດ​ສ້າງ​ລາຍ​ງານ​ຊະນິດ​ຕ່າງໆໃນ Excel ທີ່​ສະ​ທ້ອນ​ເຖິງ​ການ​ວິ​ເຄາະ​ຂໍ້​ມູນ​ ຫຼື ສະຫຼຸບ​ຂໍ້​ມູນ​ຂອງ​ທ່ານ ຕົວ​ຢ່າງ​ເຊັ່ນ ລາຍ​ງານ​ທີ່​ເນັ້ນ​ປະ​ສິດ​ທິ​ພາບ​ຂອງ​ລາຍການ, ການສະແດງ​ຜົນ​ຕ່າງ​ລະຫວ່າງ​ຜົນ​ລັບ​ປະ​ມານ​ການ ​ແລະ​ ຜົນ​ລັບ​ຈິງ ຫຼື ​ລາຍ​ງານ​ທີ່​ສາມາດ​ໃຊ້​ພະຍາກອນ​ຂໍ້​ມູນ​ໄດ້

- ການ​ວາງ​ແຜນ ເປັນ​ເຄື່ອງ​ມື​ທີ່​ເໝາະສົມ​ຢ່າງ​ຍິ່ງ​ສຳລັບ​ການສ້າງ​ແຜນ​ແບບ​ມື​ອາ​ຊີບ​ ຫຼື ຕົວ​ວາງ​ແຜນ​ທີ່​ມີ​ປະໂຫຍດ ຕົວ​ຢ່າງ​ເຊັ່ນ ແຜນ​ການ​ຮຽນ​ປະ​ຈາ​ອາທິດ ແຜນ​ການ​ວິ​ໄຈ​ຕະ​ຫລາດ ແຜນ​ການຈ່າຍພາ​ສີ​ທ້າວປີ.

- ການ​ຕິດ​ຕາມສາມາດ​ໃຊ້ Excel ເພື່ອ​ຕິດ​ຕາມ​ຂໍ້​ມູນ​ໃນ​ໃບ​ການບັນ​ທຶກ​ເວລາ ຫຼື ​ລາຍ​ການ ຕົວ​ຢ່າງ​ເຊັ່ນ ໃບ​ບັນ​ທຶກ​ເວລາ​ສຳລັບການ​ຕິດ​ຕາມ​ການ​ເຂົ້າເຮັດງານ ຫຼື ​ລາຍ​ການ​ສິນ​ຄ້າທີ່ຍັງເຫຼືອ​ສຳລັບ​ຕິດ​ຕາມ​ອຸປະ​ກອນ

- ປະຕິ​ທິນ ເນື່ອງ​ຈາກ​ພື້ນ​ທີ່ການ​ເຮັດວຽກ​ເປັນ​ແບບ​ເສັ້ນ​ຕາ​ຕະລາງ Excel ຈຶ່ງ​ເໝາະ​ສຳລັບ​ການສ້າງ​ປະຕິ​ທິນ​ທຸກ​ຊະ​ນິດ ຕົວ​ຢ່າງ​ເຊັ່ນ ປະຕິ​ທິນ​ການສຶກສາ​ເພື່ອ​ຕິດ​ຕາມ​ກິດຈະກຳ​ຕ່າງໆ ໃນ​ລະຫວ່າງ​ປີ​ການ​ສຶກ​ສາ ຫຼື ປະຕິ​ທິນ​ປີ​ການ​ເງິນ​ເພື່ອ​ຕິດ​ຕາມ​ກິດຈະກຳ ​ແລະ ​ເປົ້າ​ໝາຍ​ທາງ​ທຸລະ​ກິດ

แสดงความคิดเห็น

0 ความคิดเห็น