ຂ່າວໃໝ່

6/recent/ticker-posts

ວິທີສະໝັກບັນຊີ Bitcoin (Bitcoin Wallet) ຂອງ blockchain


ສຳລັບໃຜທີ່ຢາກຫາລາຍໄດ້ຈາກບິດຄອຍ (Bitcoin) ກໍຕ້ອງມີບັນຊີບິດຄອຍກ່ອນ, ຈາກນັ້ນ ກໍນຳເອົາເລກບັນຊີຂອງບິດຄອຍ (Wallet Address ຫຼື Bitcoin Address) ໄປສະໝັກເວັບທີ່ແຈກບິດຄອຍຟຣີ ຫຼື ຖ້າເຈົ້າຂອຍເຄື່ອງອອນລາຍກໍສາມາດເພີ່ມເລກບັນຊີບິດຄອຍເຂົ້າໄປເພື່ອໃຫ້ລູກຄ້າສາມາດຈ່າຍເປັນບິດຄອຍໄດ້.
ກ່ອນອື່ນເຮົາມາສະໝັກບັນຊີ blockchain ກ່ອນ (ການສະໝັກບັນຊີບິດຄອຍບໍ່ໄດ້ກຳນົດຕາຍຕົວວ່າຕ້ອງສະໝັກນຳ blockchain ທ່ານສາມາດສະໝັກນຳເວັບໃດກໍໄດ້ແລ້ວແຕ່ຄວາມພໍໃຈຂອງແຕ່ລະຄົນ ເວົ້າງ່າຍໆກໍຄືກັບການເປີດບັນຊີທະນາຄານ ນັ້ນລະ) ເຊິ່ງມີຂັ້ນຕອນດັ່ງນີ້:
1. ເຂົ້າໄປເວັບໄຊທ໌ blockchain.info
- ຄລິກທີ່ Create a free Bitcoin Wallet ຫຼື Create Your Wallet ຕາມຮູບລຸ່ມນີ້
- ປ້ອນຂໍມູນໃຫ້ຄົບຕາມພາບ ແລະ ຕິກໃສ່ໜ້າຄຳວ່າ Have read and agree to the Terms of service ຈາກນັ້ນກົດທີ່ Continue.
- ໃຫ້ເຈົ້າເຂົ້າໄປຢືນຢັນອິເມວທີ່ blockchain ສົ່ງເຂົ້າອິເມວທີ່ເຈົ້າສັກໝັກນັ້ນ (ຕາມຮູບລຸ່ມນີ້)


- ຈານັ້ນມັນຈະຂື້ນໜ້ານີ້ອອກມາຖືວ່າສຳເລັດການຢືນຢັນອິເມວແລ້ວ
2.ເຂົ້າລະບົບ
 - ກົດທີ່ Login now
- ປ້ອນ ID ຂອງກະເປົາເງິນ (Wallet ID) ແລະ ລະຫັດຜ່ານ ຈາກນັ້ນກົດທີ່ Sign in

ກໍຖືວ່າສຳເລັດຂັ້ນຕອນການສະໝັກແລ້ວ

*** ການໃຊ້ງານ***
ໃຫ້ເຈົ້າເຂົ້າໄປທີ່ແຖບ Receive ເພື່ອເບີ່ງ Wallet address 

ເຈົ້າສາມາດນຳເອົາ Wallet address ນີ້ໄປສະໝັກຮັບບິດຄອຍຕາມເວັບໄຊທ໌ແຈກບິດຄອຍຟຣີຕ່າງໆໄດ້
(ແນະນຳໃຫ້ກອບປີ້ ຫຼື ສະແກນບາໂຄດ)
***ໝາຍເຫດ***
ໃຫ້ບັນທືກລະຫັດ  12 ບັອກດັ່ງຮູບລຸ່ມນີ້ໄວ້ ເພື່ອໄວ້ກູ້ບັນຊີຄືນ (ເມື່ອເກີດບັນຫາ).
ຖ້າຫາກລືມກໍໝາຍຄວາມວ່າເງິນເຮົາທັງໝົດກໍຈະສູນຫາຍໄປຢ່າງເອົາຄືນບໍ່ໄດ້ເລີຍ

(ທ່ານຄວນສຶກສາໃຫ້ລະອຽດກ່ອນຈະລົງມືເຮັດຈີງຈັງ)

แสดงความคิดเห็น

0 ความคิดเห็น