ຂ່າວໃໝ່

6/recent/ticker-posts

ວິທີຕັ້ງຄ່າ Instagram Stories ໃຫ້ບັນທືກວິດີໂອລົງມືຖືໂດຍອັດຕະໂນມັດ


ໃຜ​ທີ່​ມັກແຊຣ໌ຮູບພາບ ຫຼື​ ວິດີໂອ​ທີ່ແຕ່ງດ້ວຍແອັບຯ​ວາດແຕ້ມ​ ສະຕິກເກີ​ ທີ່ໃຊ້​ສຳລັບ​ Instagram Stories ເພື່ອ​ໂພດ​ຂຶ້ນ​ Instagram Stories ແຕ່ກໍຢາກເກັບບັນທືກ ວິດີໂອ​ນັ້ນ​ໄວ້ໃນ​ໂທລະສັບ​ ແລ້ວຈະເຮັດແນວໃດ ?
ເຮົາ​ມີ​ວິທີ​ການ​ດັ່ງລຸ່ມນີ້
ກ່ອນອື່ນ​ເປີດ​ແອັບຯ​ Instagram ກ່ອນ​ ແລ້ວ​ໄປກົດທີ່ໄອຄອນຮູບຄົນ (Profile) ຈາກນັ້ນກໍ່​ກົດທີ່ໄອຄອນ 3ຈຸດດ້ານເທີງຂວາຂອງຈໍ

ຈາກນັ້ນກໍ່​ເລືອກ​ທີ່​ Story Settings ແລ້ວ​ເບີ່ງ​ໝວດຫົວຂໍ້ CAMERA ໃຫ້ເລື່ອນສະວິດທີ່ Save Shared Photos ໃຫ້ເປັນ​ ON ດັ່ງຮູບລຳດັບທີ່ 4 ພຽງເທົ່ານີ້​ວິດີໂອ​ທີ່ແຊຣ໌ຂື້ນ​ Instagram Stories ໃນຄັ້ງຕໍ່ໆໄປກໍຈະບັນທຶກ​ວິດີໂອ​ລົງໃນເຄື່ອງ ໂທລະສັບ​ສະມາດໂຟນເອງ
ຊຶ່ງ​ທ່ານ​ສາມາດ​ເບິ່ງ​ວິດີໂອ​ ຫຼື​ ພາບທີ່ເຄີຍແຊຣ໌ຂື້ນ Instagram Stories ໄດ້ທາງ​ແອັບຯ Gallery ເລືອກ​ທີ່​ອາລະບັ້ມ Instagram​ ຫາກບໍ່ແມ່ນ ສາມາດ​ລົບໄຟລ໌ ວິດີໂອ​ທີ່​ໂຟລ໌ເດີດັ່ງກ່າວເພື່ອເພີ່ມພື້ນທີ່ວ່າງໃຫ້ກັບ ໂທລະສັບ​ຂອງທ່ານ

แสดงความคิดเห็น

0 ความคิดเห็น