ລັດຖະບານສິງກະໂປ ກຽມປະກາດໃຊ້ກົດໝາຍ National Registration Act (NRA) ສະບັບໃໝ່ ມີຜົນ ໃນວັນທີ 1 ມັງກອນ 2017 ທີ່ຜ່ານມານີ້ ຊຶ່ງພາຍໃຕ້ກົດໝາຍໃໝ່ ໜ່ວຍງານກວດຄົນເຂົ້າເມືອງຂອງປະເທດສິງກະໂປ Immigration and Checkpoints Authority (ICA) ຈະເລີ່ມເກັບຂໍ້ມູນໂດຍໃຊ້ເຕັກໂນໂລຢີ ສະແກນບໍລິເວນຂອບຕາ ( IRIS ) ຂອງຜູ້ທີ່ຜ່ານເຂົ້າເມືອງ ທັງປະຊາຊົນສີງກະໂປ ແລະ ຊາວຕ່າງຊາດທີ່ອາໃສຢູ່ຖາວອນ (Permanent Resident) ເພີ່ມຈາກພາບຖ່າຍ ແລະ ການສະແກນລາຍນີ້ວມື

ຮູບແບບການເກັບຂໍ້ມູນ ສະແກນບໍລິເວນຂອບຕາຂອງປະເທດສີງກະໂປ ຄ້າຍກັບການຖ່າຍຮູບ ຊຶ່ງໃຊ້ເວລາພຽງບໍ່ກີ່ວິນາທີ ໂດຍຈະດຳເນີນການເມື່ອ ປະຊາຊົນສະໝັກ ຫຼື ຕໍ່ອາຍຸ Passport ຫຼື ບັດປະຈຳຕົວ ໂດຍຈະໃຊ້ທີ່ເຮັດການໄປສະນີ ໃນທົ່ວປະເທດ ( SingPost ) ເປັນຈຸດໃຫ້ບໍລິການເພື່ອໃຫ້ສາມາດເກັບກຳຂໍ້ມູນໄດ້ຢ່າງທົ່ວເຖິງ ຊຶ່ງຂະບວນການສະແກນບໍລິເວນຂອບຕາເພື່ອເກັບກຳຂໍ້ມູນຂອງຊາດສີງກະໂປ ຈະຜ່ານຂະບວນການຕ່າງໆເຊັ່ນ ການເຮັດບັດປະຈຳຕົວ, ການຕໍ່ອາຍຸໜັງສືຜ່ານດ່ານ ( Passport )
ຂໍ້ມູນຈາກ: it24hrs.com


0 ความคิดเห็น