ຄຸນສົມບັດຂອງ Drive
ຈັດເກັບຂໍ້ມູນໄດ້ຟຣີເຖີງ 15GB
Drive ຈະເລີ່ມຕົ້ນໃຫ້ທ່ານມີບ່ອນຈັດເກັບໄຟລ໌ອອນລາຍ Google ຟຣີ 15 GB, ເພື່ອໃຫ້ທ່ານທ່ານສາມາດຈັດເກັບຮູບ, ເລື່ອງລາວ, ການອອກແບບ, ແບບແຕ້ມ, ການບັນທຶກ, ວິດີໂອ ແລະ ອື່ນໆໄດ້. ໃຊ້ໄດ້ກັບ Drive, Gmail ແລະ Google ຮູບພາບ ເພື່ອໃຫ້ທ່ານສາມາດບັນທຶກໄຟລ໌, ບັນທຶກໄຟລ໌ແນບອີເມວ ແລະ ບັນທຶກຮູບພາບໄດ້ໂດຍກົງໃສ່ Drive. ນອກຈາກນັ້ນ, ທ່ານຍັງສາມາດ ສັ່ງຊື້ບ່ອນຈັດເກັບຂໍ້ມູນຄລາວທີ່ມີຂະໜາດໃຫຍ່ຂຶ້ນ ໃນເວລາທີ່ຕ້ອງການໄດ້.
ທ່ານສາມາດຈັດເກັບຮູບ, ເລື່ອງລາວ, ການອອກແບບ, ແບບແຕ້ມ, ການບັນທຶກ, ວິດີໂອ, ພຣີເຊັນເທເຊິນ, ໄຟລ໌ PDF ຫຼື ແມ່ນແຕ່ໄຟລ໌ຈາກ Microsoft Office ແລະ ອື່ນໆໄດ້. ບໍ່ວ່າໄຟລ໌ນັ້ນຈະເປັນປະເພດໃດ, ທຸກຢ່າງສາມາດບັນທຶກໄວ້ໄດ້ຢ່າງປອດໄພໃນ Drive.
ເບິ່ງໄຟລ໌ຂອງທ່ານໄດ້ຈາກທຸກບ່ອນ
ທ່ານສາມາດເຂົ້າເຖິງໄຟລ໌ຂອງທ່ານໃນ Drive ຈາກໂທລະສັບ, ແທັບເລັດ ຫຼື ຄອມພິວເຕີໃດກໍໄດ້. ດັ່ງນັ້ນ, ບໍ່ວ່າທ່ານຈະໄປບ່ອນໃດ, ໄຟລ໌ຂອງທ່ານກໍຈະຕິດຕາມທ່ານໄປ.
ທ່ານສາມາດເຂົ້າເຖິງໄຟລ໌ຂອງທ່ານໃນ Drive ຈາກໂທລະສັບ, ແທັບເລັດ ຫຼື ຄອມພິວເຕີໃດກໍໄດ້. ດັ່ງນັ້ນ, ບໍ່ວ່າທ່ານຈະໄປບ່ອນໃດ, ໄຟລ໌ຂອງທ່ານກໍຈະຕິດຕາມທ່ານໄປ.
ແບ່ງປັນໄຟລ໌ແລະໂຟນເດີ:
ທ່ານສາມາດສົ່ງຄຳເຊີນໃຫ້ຄົນອື່ນເພື່ອມາເບິ່ງ, ດາວໂຫລດ ແລະເຮັດວຽກຮ່ວມກັບໃນທຸກໄຟລ໌ທີ່ທ່ານຕ້ອງການ–ບໍ່ຈຳເປັນຕ້ອງແນບໄຟລ໌ໃນອີເມວອີກຕໍ່ໄປ.
ທ່ານສາມາດສົ່ງຄຳເຊີນໃຫ້ຄົນອື່ນເພື່ອມາເບິ່ງ, ດາວໂຫລດ ແລະເຮັດວຽກຮ່ວມກັບໃນທຸກໄຟລ໌ທີ່ທ່ານຕ້ອງການ–ບໍ່ຈຳເປັນຕ້ອງແນບໄຟລ໌ໃນອີເມວອີກຕໍ່ໄປ.
ໄຟລ໌ Drive ແມ່ນເປັນສ່ວນຕົວຈົນກວ່າທ່ານຈະຕັດສິນໃຈແບ່ງປັນພວກມັນ; ທ່ານສາມາດເຊີນຄົນອື່ນມາເບິ່ງ, ຂຽນຄຳເຫັນ ແລະ ແກ້ໄຂໄຟລ໌ ຫຼື ໂຟນເດີໃດກໍໄດ້ທີ່ທ່ານເລືອກໄດ້ຢ່າງງ່າຍດາຍ. ມັນເປັນການເຮັດວຽກຮ່ວມກັນອອນລາຍທີ່ງ່າຍດາຍ.
ມີຄວາມປອດໄພ ແລະ ໝັ້ນຄົງ:
ຄວາມປອດໄພຂອງໄຟລ໌ທ່ານເປັນເລື່ອງຈຳເປັນຫຼາຍ. ນັ້ນຄືສາເຫດທີ່ໄຟລ໌ທຸກໄຟລ໌ໃນ Drive ຈະປອດໄພຢູ່ສະເໝີບໍ່ວ່າຈະເກີດຫຍັງຂຶ້ນກັບໂທລະສັບ, ແທັບເລັດ ຫຼື ຄອມພິວເຕີຂອງທ່ານ. Drive ໃຊ້ການເຂົ້າລະຫັດແບບ SSL ເຊິ່ງເປັນລະບົບຄວາມປອດໄພແບບດຽວກັບທີ່ໃຊ້ໃນ Gmail ແລະ ບໍລິການອື່ນໆຂອງ Google.
ບັນທືກໄຟລ໌ແນບຈາກ Gmail:
ລາກໄຟລ໌ແນບໃສ່ Gmail ແລ້ວຊອກຫາໂລໂກ້ Drive ທ່ານຈະສາມາດບັນທຶກໄຟລ໌ແນບໃດກໍໄດ້ໃສ່ Drive ຂອງທ່ານ ແລະ ແບ່ງປັນພວກມັນໄດ້ໃນບ່ອນປອດໄພບ່ອນດຽວ.
ຊອກຫາໄດ້ງາຍ ແລະ ມີປະສິດທິພາບ:
Drive ສາມາດຈັດລະບຽບສິ່ງຕ່າງໆໃນຮູບພາບ ແລະ ຂໍ້ຄວາມທີ່ຢູ່ໃນເອກະສານທີ່ສະແກນມາແລ້ວໄດ້. ດັ່ງນັ້ນ, ທ່ານຈຶ່ງສາມາດຊອກຫາຄຳສັບໃດໜຶ່ງ ເຊັ່ນ: "Eiffel Tower" ແລະ ພົບເອກະສານທີ່ມີຄຳສັບນັ້ນໄດ້ ຮວມທັງຮູບພາບຂອງ Eiffel Tower ແທ້ນຳ.
Google ຮູບພາບ:
ເກັບບັນທຶກຮູບພາບຂອງທ່ານໃນ Drive ແລ້ວເປີດເບິ່ງດ້ວຍແອັບ Google ຮູບພາບ
Chromebooks:
Google Drive ແມ່ນມີມາພ້ອມກັບ Chromebooks ແລ້ວ, ດັ່ງນັ້ນໄຟລ໌ ແລະ ຮູບພາບຕ່າງໆຂອງທ່ານແມ່ນຈະຖືກສຳຮອງຂໍ້ມູນອັດຕະໂນມັດ. ທ່ານຈະໄດ້ຮັບບ່ອນຈັດເກັບຂໍ້ມູນຟຣີຈຳນວນ 100GB ເປັນເວລາສອງປີເມື່ອຊື້ Chromebooks ຮຸ່ນໃໝ່ໆ.
ສ້າງ ແລະ ເຮັດວຽກຮ່ວມກັບຜູ້ອື່ນ. ສ້າງເອກະສານ ແລະ ໄຟລ໌ຕ່າງໆ, ສ້າງສະເປຣດຊີດ ແລະ ພຣີເຊັນເທເຊິນໄດ້ທັນທີດ້ວຍແອັບ Docs, Sheets ແລະ Slides.
ໃຫ້ທ່ານສາມາດສ້າງແບບສຳຫຼວດ ຫຼື ສ້າງບັນຊີລາຍຊື່ດ້ວຍແບບຟອມອອນລາຍງ່າຍໆ. ຈາກນັ້ນກວດເບິ່ງຜົນທີ່ຖືກຈັດໃຫ້ເປັນລະບຽບຮຽບຮ້ອຍໃນສະເປຣດຊີດແລ້ວ.
Google Drawings:
ຈັດກຽມໄດອະແກຣມ, ສ້າງແຜນວາດການເຮັດວຽກ ແລ້ວຈາກນັ້ນເພີ່ມພວກມັນໃສ່ເອກະສານອື່ນ ຫຼື ເອັມເບດໃສ່ເວັບໄຊໃດໜຶ່ງໄດ້ຢ່າງງ່າຍດ້ວຍ Google Drawings.
ແອັບ Drive ອື່ນໆ:
ແກ້ໄຂຮູບໂປຣໄຟລ໌ຂອງທ່ານ, ສ້າງແຜນທີ່ຄວາມຄິດ ແລະ ອື່ນໆອີກ. ດ້ວຍແອັບ Drive ຫຼາຍກວ່າ 100 ແອັບທີ່ສາມາດຊ່ວຍໃຫ້ທ່ານເຮັດວຽກໄດ້ຫຼາຍຂຶ້ນ. ລອງໃຊ້ພວກມັນໄດ້ໂດຍການຕິດຕັ້ງຈາກ ຄໍເລັກຊັນ Drive ໃນ Chrome Web Store.
ສະແກນເອກະສານ:
ສະແກນເຈ້ຍເອກະສານທັງໝົດຂອງທ່ານດ້ວຍ Drive ສຳລັບ Android. ພຽງຖ່າຍຮູບຂອງເອກະສານຕ່າງໆ ເຊັ່ນ: ໃບຮັບເງິນ, ຈົດໝາຍ ແລະ ສະເຕດເມັນ ແລ້ວ Drive ຈະບັນທຶກພວກມັນເປັນ PDF ທັນທີ.
ເຮັດວຽກແບບອອບລາຍ:
ເຮັດໃຫ້ໄຟລ໌ສາມາດໃຊ້ໄດ້ອອບລາຍເພື່ອໃຫ້ທ່ານເບິ່ງໄຟລ໌ເຫຼົ່ານັ້ນໄດ້ຈາກໂທລະສັບ ຫຼື ແທັບເລັດໃນກໍລະນີທີ່ບໍ່ໄດ້ເຊື່ອມຕໍ່ອິນເຕີເນັດ ເຊັ່ນ: ຢູ່ເທິງຍົນ ຫຼື ບ່ອນອັບສັນຍານ.
ທ່ານສາມາດເບິ່ງປະຫວັດການແກ້ໄຂຄືນຫຼັງໄດ້ໄກເຖິງ 30 ມື້ໃນປະເພດໄຟລ໌ສ່ວນໃຫຍ່, ເຮັດໃຫ້ງ່າຍໃນການເບິ່ງວ່າໃຜປ່ຽນແປງຫຍັງແດ່ ແລະ ກັບໄປໃຊ້ເວີຊັນກ່ອນໜ້າ.

















0 ความคิดเห็น