ຂ່າວໃໝ່

6/recent/ticker-posts

ຄຸນລັກສະນະໃໝ່ຂອງ iPhone 8 ສີຂາວ Ceramic ຂອບຈໍໂຄ້ງ ບໍ່ມີປຸ່ມໂຮມ ຝັງ Touch ID ລົງໃນຈໍສະແດງຜົນ


   iPhone 8 ຖືກອອກແບບໂດຍ  Veniamin Geskin ການອອກແບບໃນຄັ້ງນີ້ລາວໄດ້ແຮງບັນດານໃຈມາຈາກຂາ່ວລືຕ່າງໆກ່ຽວກັບ iPhone ໃນປີ 2017 ຊຶ່ງເຊື່ອວ່າຂະໜາດຂອງ iPhone 8 ຈະນ້ອຍລົງ ແຕ່ຂະໜາດຂອງຈໍສະແດງຜົນເທົາເດີມ ໂດຍຫຼຸດຂະໜາດພື້ນທີ່ສ່ວນເທີງ ແລະ ປຸ່ມໂຮມດ້ານລຸ່ມອອກໄປ.
  iPhone 8 ຕາມແນວຄິດຂອງ Veniamin Geskin ມີໃຫ້ເລືອກ 2 ສີ ຄື: ສີຂາວ Ceramic ຄື Apple Watch Edition Series 2 ກັບສີດຳ Jet Black ຊຶ່ງເປັນສີຍອດນິຍົມຂອງ iPhone 7 ໃຊ້ຈໍສະແດງຜົນຄືກັບ Galaxy Note 7 ຫຼື Galaxy S7 edge ໂດຍຂອບຈໍໂຄ້ງທັງສອງຂ້າງ, ສ່ວນປຸ່ມໂຮມຈະບໍ່ມີອອກຕໍ່ໄປ ແລະ  Touch ID ຈະຖືກຝັງໄວ້ກັບຈໍສະແດງຜົນ ພ້ອມກັນນັ້ນ Apple ຍັງໄດ້ຈົດສິດທິບັດເຕັກໂນໂລຊີ Touch ID ແບບໃໝ່ເອົາໄວ້ແລ້ວ ເອີ້ນວ່າ Ultrasonic Imaging ແລະ ຄາດວ່າຈະນຳມາໃຊ້ກັບ iPhone 8


ຂໍ້ມູນຈາກ: www.flashfly.net

แสดงความคิดเห็น

0 ความคิดเห็น