ຕະຫຼອດໄລຍະຜ່ານມາ ຊື່ຂອງ VIV ລະບົບ Artificial intelligence assistant ນັ້ນ ເປັນທີ່ດຶງດູດຫຼາຍໃນວົງການ ໄອທີ ໂດຍ Viv ກໍ່ຕັ້ງຂື້ນໂດຍ Dag Kittlaus, Adam Cheyer ແລະ Chris Brigham ກຸ່ມຜູ້ພັດທະນາ Siri ຊຶ່ງທຸກວັນນີ້ Apple ກໍໃຊ້ງານຢູ່ ຊຶ່ງ Viv ໄດ້ຮັບການຍອມຮັບວ່າມີຄວາມສາມາດເໜືອກວ່າ Siri ດ້ວຍຊ້ຳ, ວ່າງບໍ່ດົນມານີ້ທາງ Samsung ໄດ້ເຂົ້າຊື້ກິດຈະການ Viv ແລ້ວ ແລະ ມີແຜນທີ່ຈະນຳໄປໃຊ້ກັບສີນຄ້າຂອງຕົວເອງ ເຊິ່ງທາງ Viv ຍັງຄົງບໍລິຫານ ແລະ ພັດທະນາໄດ້ຢາງອິດສະຫຼະ ພຽງແຕ່ Samsung ນຳມາໃຊ້ງານເທົ່ານັ້ນ.
ຈຸດທີ່ VIV ຂາຍ ຄື: ສາມາດເຮັດວຽກຮ່ວມກັບແອັບ ແລະ ບໍລິການ 3rd-Party ໄດ້ຢ່າງເຕັມທີ ຊຶ່ງເປັນສິ່ງທີ່ Apple ຄ່ອຍໆປັບໃຫ້ Siri ເຮັດໄດ້ເໝືອນກັນ.
ໃນນີ້ Facebook ແລະ Google ກ່ອນໜ້ານີ້ທັງຄູ່ກໍສະແດງຄວາມສົນໃຈທີ່ຈະເຂົ້າຊື້ Viv ຄືກັນເມື່ອຕົ້ນປີ ແຕ່ກໍບຊ່ມີການເຈລະຈາໃດໆເກີດຂື້ນ, Jacopo Lenzi ຮອງປະທານອາວຸໂສຂອງ SAMSUNG ໄດ້ກ່າວວ່າ Viv ຈະເຮັດໃຫ້ການເຕີບຕົວຂອງ Samsung ມີຄວາມໜ້າເຊື່ອຖືຍິ່ງຂື້ນ ເຮັດໃຫ້ມີຄວາມໜ້າສົນໃຈຫຼາຍຂື້ນ ເພາະທາງ Google ເອງກໍຫາກະເປີດຕົວ Pixel ທີ່ມາພ້ອມກັບລະບົບ Google Assistant AI ທີ່ໃຊ້ງານໄດ້ສະເພາະ Pixel ເທົ່ານັ້ນ ຊຶ່ງການທີ່ Samsung ມີ Viv ຈະເຮັດໃຫ້ສະມາດໂຟນ ລະບົບ Android ຂອງ Samsung ບໍ່ເສຍປຽບໃນດ້ານນີ້.
ໃນນີ້ Viv ຍັງບໍ່ທັນມີການເປີດຕົວຢ່າງ ຢ່າງເປັນທາງການ ແຕ່ເຮົາສາມາດເບີ່ງວິດີໂອ Viv ໄດ້ຈາກຈາກວິດີໂອດັ່ງລຸ່ມນີ້ ແລະ ເຮົາອາດຈະໄດ້ເຫັນກັນໃນ Galaxy S8 ຫຼື Note 8 ໃນໄວ້ໆນີ້.
ທີ່ມາ: news.thaiware.com
0 ความคิดเห็น