ຂ່າວໃໝ່

6/recent/ticker-posts

KODAK EKTRA ສະມາດໂຟນຮຸ່ນໃໝ່

ຕົ້ນປີທີ່ຜ່ານມາ Kodak  ເຄີຍເປີດຕົວສະມາດໂຟນອອກມາຮຸ່ນໜຶ່ງຄື IM5 ຊຶ່ງກໍບໍ່ປະສົບຜົນສຳເລັດປານໃດ ເພາະມັນເປັນ Smart Phone ລະບົບ Android ສະເປກປານກາງທີ່ບໍ່ມີຈຸດເດັ່ນຫຍັງ
ມາຕອນນີ້ Kodak ກັບມາອິກ ໄດ້ນຳເອົາຄວາມສາມາດດ້ານການຖ່າຍພາບ ມາພັດທະນາອອກມາເປັນ KODAK EKTRA ເຖີງຈະເປັນ Smart Phone ລະບົບ Android ສະເປກປານກາງຄືເກົ່າ ແຕ່ມີຈຸດເດັ່ນເລື່ອງກ້ອງ.
KODAK EKTRA ມີການອອກແບບໃນລັກສະນະຍ້ອນຍຸກ. ຊຶ່ງໃນປີ 1941 Kodak ເຄີຍເປີດຕົວກ້ອງຊື່ EKTRA ມາກ່ອນ.
KODAK EKTRA ອອກແບບຕົວເຄື່ອງໂດຍ Bullitt ບໍລິສັດ ສັນຊາດອັງກິດ ທີ່ເປັນຜູ້ຜະລິດໂທລະສັບ Cat ນັ້ນເອງ. ໜ້າຈໍຂະໜາດ 5 ນີ້ວ, ຄວາມລະອຽດ 1080p, ພ້ອມກ້ອງຫຼັງຄວາມລະອຽດ 21MP ຮູ້ຮັບແສງກວ້າງ f/2.0 ໃຊ້ເຊັນເຊີ IMX230 ຈາກ Sony Z (ເປັນຕົວດຽວທີ່ໃຊ້ໃນ Xperia Z3+ ທີ່ເປີດຕົວໃນປີ 2015), ແຣມ 3GB, ໜ່ວຍຄວາມຈຳພາຍໃນ 32GB ໃຊ້ຊິບປະມວນຜົນຂອງ MediaTek Helio X20


ຕົວເຄື່ອງໃຫ້ຄວາມຮູ້ສຶກເໝືອນຈັບກ້ອງຕົວເກົ່າ ຫຸ້ມດ້ວຍໜັງ ຕົວເຄື່ອງເຮັດດ້ວຍໂລຫະ ແລະ ກ້ອງທີ່ຍື່ນອອກມາຈາກຕົວເຄື່ອງຢ່າງໂດດເດັ່ນ ມີປຸ່ມຊັດເຕີທີ່ສາມາດກົດຖ່າຍແບບ 2 ຈັງວະໄດ້ ໂດຍກົດລົງເຄີ່ງໜຶ່ງເພື່ອເລືອກໂຟກັສກ່ອນໄດ້ ຊັອບແວກ້ອງປັບແຕ່ງພິເສດ ມີວົງແຫວນປັບໂໝດຄືກັບກ້ອງຈິງໃນໜ້າຈໍ ແລະທຸກຄັ້ງທີ່ປັບໂໝດຈະມີສັ່ນຕອບໂຕ້ຄືໝຸນປຸ່ມຈິງ, ການແຕ່ງພາບພາຍຫຼັງໃຊ້ຊັອບແວຂອງ Snapseed ແອບແຕ່ງພາບຊື່ດັງ ຕິດຕັ້ງມາພ້ອມໃນເຄື່ອງເລີຍ

แสดงความคิดเห็น

0 ความคิดเห็น