ຂ່າວໃໝ່

6/recent/ticker-posts

Google ເປີດຖານຂໍ້້ມູນພາບ ແລະ ວິດີໂອຈຳນວນມະຫາສານໃຫ້ນັກພັດທະນາລະບົບ Machine learning ໃຊ້


ການພັດທະນາລະບົບ Algorithm ສຳລັບການຮຽນຮູ້ ແລະ ຄາດເດົາຂໍ້ມູນນັ້ນ ຈຳເປັນຕ້ອງອາໃສຖານຂໍ້ມູນຂະໜາດໃຫຍ່ ແລະ ຈຳນວນຂໍ້ມູນຢ່າງມະຫາສານ ຊຶ່ງເປັນເລື່ອງຢາກຫຼາຍທີ່ຈະເຮັດເອງຄົນດຽວ, ທັງເສຍເວລາ ແລະ ລາຄາການລົງທືນ ແຕ່ວ່າທາງ Google ໄດ້ເປີດຖານຂໍ້ມູນທັງພາບ ແລະ ວິດີໂອທີ່ມີຢູ່ອອກມາໃຫ້ນັກພັດທະນາທົ່ວໄປທີ່ສົນໃຈ ສາມາດເຂົ້າເຖີງເພື່ອໃຊ້ການໄດ້ທັງ Open Images ແລະ YouTube8-M.


Open Images ເກີດມາຈາກການຮ່ວມມືກັນລະຫວ່າງ Google, Carnegie Mellon ແລະ Cornell ດ້ວຍຈຳນວນຮູບພາບໃນລະບົບຫຼາຍກວ່າ 9,000,000 ພາບ ທີ່ມີການໃສ່ Tag ຮຽບຮ້ອຍແລ້ວ ດ້ວຍລະບົບຄອມພິວເຕີ ແລະ ຜ່ານການກວດດ້ວຍມະນຸດອິກ.

ສ່ວນ YouTube8-M ນັ້ນມີວິດີໂອຢູ່ໃນລະບົບຫຼາຍກວ່າ 8 ລ້ານໄຟລ໌ (ລວມຄວາມຍາວຫຼາຍກວ່າ 500,000 ຊົ່ວໂມງ)

ການທີ Google ເປີດໃຫ້ນັກພັດທະນາເຂົ້າມາໃຊ້ງານໄດ້ ກໍເພື່ອຕ້ອງການໃຫ້ຖານຂໍ້ມູນມະຂະໜາດໃຫຍ່ ແລະ ເຊດເຈນຫຼາຍຂື້ນ.


ສືກສາເພີ່ມເຕີມຈາກລີ້ງລຸ່ມນີ້:

แสดงความคิดเห็น

0 ความคิดเห็น