ໃນນີ້ບໍ່ແມ່ນແຕ່ຈະຖືກລັກໄປ, ຫາຍໄປໃນລົດ, ຫາຍໄປໃນເຮືອນ ແລະ ອື່ນໆ. ເຊື່ອວ່າຜູ້ໃຊ້ Android ຈໍານວນຫຼາຍອາດຈະຮູ້ເລື່ອງນີ້ດີ ແຕ່ກໍຍັງມີຫຼາຍຄົນທີ່ບໍ່ຮູ້ວ່າຈະຫາໂທລະສັບ Android ຂອງເຮົາທີ່ຫາຍແລ້ວ ຈະເຮັດແນວໃດຈື່ງຈະໄດ້ຄືນ ແຕ່ໃນບົດຄວາມນີ້ເຮົາຈະອະທິບາຍແຕ່ລະຂັ້ນຕອນດັ່ງຕໍ່ໄປນີ້:
ເປີດໃຊ້ Android Device Manager ກ່ອນໂທລະສັບຈະຫາຍ
ແນະນຳໃຫ້ຕັ້ງຄ່າໃນຂັ້ນຕອນນີ້ທຸກຄັ້ງທີ່ຊື້ໂທລະສັບໃໝ່ມາ ຫຼື ເຄື່ອງທີ່ຍັງບໍ່ທັນຕັ້ງຄ່ານີ້ ກໍເຮັດຕອມຂັ້ນຕອນນີ້ໄດ້ເລີຍ ມັນເປັນການເປີດໃຊ້ງານ Android Device Manager ທີ່ຈະຊ່ວຍໃຫ້ເຮົາຮູ້ຕຳແໜ່ງຂອງມືຖືຂອງເຮົາດ້ວຍບໍລິການຂອງ Android Device Manager ນັ້ນເອງ

ຂັ້ນຕອນການຕັ້ງຄ່າໃນມືຖືລະບົບ Android
1. ໄປທີ່ Setting > Security > Device Administrators
2. ກົດໝາຍຕິກທີ່ Android Device Manager > ກົດ Activate
ຈາກນັ້ນກໍເຂົ້າໄປເປີດ GPS ຂອງມືຖືໄວ້ (ມືຖືຕ້ອງເຊື່ອມຕໍ່ອິນເຕີເນັດ) ແຕ່ຖ້າໃຜໃຊ້ Android ຮຸ່ນໃໝ່ກໍເປີດໃຊ້ Location ແບບ Battery Saving ກໍໄດ້ ແລະ ກໍຄວນຕັ້ງ Password ສຳລັບປົດລັອກເຄື່ອງໄວ້ ເພື່ອຈະເຮັດໃຫ້ໂຈນບໍ່ສາມາດເຂົ້າໄປປິດການເຮັດວຽກໃນສ່ວນນີ້ໄດ້.
ຈະຕິດຕາມມືຖືຫາຍໄດ້ແນວໃດ ?
ເມື່ອມືຖືເຮົາຫາຍໄປ ສິ່ງທຳອິດທີ່ຈະຕ້ອງເຮັດຄື ກວດສອບໃຫ້ແນ່ໃຈສາກ່ອນວ່າ ບໍ່ໄດ້ຕົກຢູ່ໃນທີ່ໃກ້ຄຽງ ເຮົາອາດຈະໃຊ້ໂທລະສັບເຄື່່ອງອື່ນໂທເຂົ້າ ແຕ່ຖ້າເຮົາຊອກຫາມືຖືຂອງເຮົາສຸດຄວາມສາມາດແລ້ວແຕ່ບໍ່ເຫັນ ເຮົາກໍສາມາດເຮັດຕາມຂັ້ນຕອນດັ່ງຕໍ່ໄປນີ້ໄດ້:
1, ເຂົ້າໄປທີ່ Android Device Manager ຈາກນັ້ນ Login ດ້ວຍ Google Account ດຽວກັບທີ່ເຮົາລົງທະບຽນໄວ້ໃນເຄື່ອງຂອງເຮົາທີ່ຫາຍນັ້ນ
2, ໃນໜ້າຂອງ Android Device Manager ເຊິ່ງເຮົາສາມາດຈັດການໂທລະສັບເຮົາໄດ້ດັ່ງນີ້:
+ Ring

- ກົດທີ່ Ring ເພື່ອໃຫ້ມືຖືເຮົາເປີດສຽງ
- ກົດ Ring ອິກຄັ້ງເພື່ອຢືນຢັນ
ຈາກນັ້ນມືຖືກໍຈະດັງຂື້ນເປັນເວລາ 5 ນາທີ (ເຖີງຈະປິດເຄື່ອງ ຫຼື ໃຊ້ໂໝດສັ່ນຢູ່ມັນກໍດັງ)
+ Location
ຖ້າໝັ້ນໃຈວ່າມືຖືເຮົາບໍ່ໄດ້ຕົກຢູ່ໃກ້ໆເຮົາ ໃຫ້ເຮັດຕາມຂັ້ນຕອນຕໍ່ໄປນີ້ເພື່ອເບີ່ງຕຳແໜ່ງຂອງມືຖື
- ກົດທີ່ເຄື່ອງໝາຍຕຳແໜ່ງຊ້ຳໆເບີ່ງ ຖ້າມັນເຄື່ອນທີ່ ສະແດງວ່າມີຄົນເກັບໄດ້.
+ Remote Lock

ຖ້າມືຖືທີ່ສະແດງຂື້ນມາບໍ່ແມ່ນເຄື່ອງຂອງເຮົາທີ່ຈະຊອກໃຫ້ເລືອກເຄື່ອງຊື່ເຄື່ອງທີ່ເຮົາຈະຊອກໃຫ້ຖືກຕ້ອງ (ກໍລະນີ ນຳໃຊ້ອິເມວດຽວໃນຫຼາຍເຄື່ອງ)- ກົດທີ່ເຄື່ອງໝາຍ ຕຳແໜ່ງ (ຕາມພາບ) ເວັບຈະຫາຕຳແໜ່ງຂອງມືຖືໃຫ້ປະກົດຕາມພາບ
- ກົດທີ່ເຄື່ອງໝາຍຕຳແໜ່ງຊ້ຳໆເບີ່ງ ຖ້າມັນເຄື່ອນທີ່ ສະແດງວ່າມີຄົນເກັບໄດ້.
+ Remote Lock
ຖ້າວ່າຄົນທີ່ເກັບໄດ້ເປັນຜູ້ຫວັງດີ ເຮົາກໍສາມາດສະແດງຂໍ້ຄວາມ ຫຼື ເບີຕິດຕໍ່ໃຫ້ເຂົາເຈົ້າຜ່ານທາງໜ້າຈໍ Lock Screen ໄດ້ ເພື່ອເຮົາຈະໄດ້ຕິດຕໍ່ຂໍເຄື່ອງຄືນ ໂດຍເຮັດຕາມຂັ້ນຕອນດັ່ງນີ້:
- ກົດໄປທີ່ Lock
- ປ້ອນ Password ທີ່ຈະໃຊ້ໃນການປົດລັອກ ເຄື່ອງຈະປ່ຽນຈາກ Lock Screen ອື່ນມາເປັນ Password ທີ່ເຮົາຕັ້ງໃໝ່
- ໃສ່ຂໍ້ຄວາມ ແລະ ເບີຕິດຕໍ່
ເທົ່ານີ້ເຮົາກໍມີຄວາມຫວັງທີ່ຈະໄດ້ໂທລະສັບຄືນມາອິກລະດັບໜຶ່ງແລ້ວ
+ Erase

ລ້າງເຄື່ອງປ້ອງກັນການລັກຂໍ້ມູນ ກໍລະນີ ໂຈນເກັບໄດ້ ແລະ ແນວໃດກໍບໍ່ໄດ້ຄືນແລ້ວເຮົາກໍຄົງຈຳເປັນໄດ້ທຳໃຈ ແຕ່ຢ່າງໜ້ອຍເຮົາກໍຍັງສາມາດປ້ອງກັນບໍ່ໃຫ້ຂໍ້ມູນ (ID Facebook, Email, Google Account, Banking ຕ່າງໆ ) ຂອງເຮົາຖືກລັກໄປໄດ້ ໂດຍການສັ່ງ Factory Reset ຫຼື ເອີ້ນວ່າ ລ້າງເຄື່ອງທັງໝົດ
- ກົດທີ່ Erase
- ກົດທີ່ Erase ອິກຄັ້ງເພື່ອຢືນຢັນ
ການສັ່ງ Reset ນີ້ເຖິງແມ່ນວ່າເຄື່ອງເຮົາຈະປິດໄວ້ເມື່ອເຮົາເປີດຂື້ນມາໃໝ່ ແລະ ເມື່ອມີການເຊື່ອມຕໍ່ອີນເຕີເນັດມັນກໍຈະທຳການລົບຂໍ້ມູນຕ່າງໆທັນທີ.
ດາວໂຫລດເປັນໄຟລ໌ PDF

0 ความคิดเห็น