ຂ່າວໃໝ່

6/recent/ticker-posts

ອົງປະກອບຂອງຄອມພີວເຕີ


ອົງ​ປະກອບຂອງຄອມພີວເຕີ

ການ​ເຮັດ​ວຽກ​ຂອງ​ຄອມ​ພິວ​ເຕີ​ຈະ​ເລີ້ມ​ຈາກ​ການ​ຮັບ​ຄຳ​ສັງ​ຈາກ​ຜູ້​ໃຊ້​ຜ່ານ​ຄີບ​ອດ ​ແລະ​ ເມົາສ​ເມື່ອຂໍ້ມູນຖືກສົ່ງຜ່ານເຂົ້າມາທາງໜ່ວຍຮັບຂໍ້ມູນ(Input Unit) ກໍ່ຈະຖືກສົ່ງຕໍ່ເພື່ອນໍາໄປຈັດເກັບ ຫຼື ເກັບຂໍ້ມູນໄວ້ຊົ່ວຄາວ ທີ່ໜ່ວຍຄວາມຈໍາ(Memory Unit) ຕໍ່ຈາກນັ້ນຈຶ່ງຄ່ອຍໆຈັດເກັບຂໍ້ມູນອອກເທື່ອລະໜ່ອຍແລ້ວຖືກນໍາມາຈັດເກັບໄວ້ ຢູ່ໜ່ວຍປະມວນຜົນກາງ (Processing Unit) ເພື່ອປະມວນຜົນ,ຈາກນັ້ນຂໍ້ມູນທີ່ຜ່ານການປະມວນຜົນແລ້ວຈະຖືກສົ່ງ ໄປຍັງໜ່ວຍສຸດທ້າຍກໍ່ຄື: ໜ່ວຍສະແດງຜົນ(Output Unit):

ໜ່ວຍຮັບຂໍ້ມູນ (Input Unit)

ເປັນສ່ວນທຳອິດທີ່ຕິດຕໍ່ແລະສຳພັດກັບຜູ້ໃຊ້ໂດຍກົງ, ໜ້າທີ່ຕົ້ນຕໍ່ຂອງໜ່ວຍຮັບຂໍ້ມູນຄື:ຕອບສະໜອງການສັ່ງງານຈາກຜູ້ໃຊ້ແລ້ວຮັບເປັນສັນຍານຂໍ້ມູນສົ່ງຕໍ່ໄປຈັດເກັບໄວ້ ໃນໜ່ວຍຄວາມຈຳຊື່ງກອນທີ່ເຮັດໜ້າທີ່ເປັນໜ່ວຍຮັບຂໍ້ມູນນີ້ມີຄື່:ເມົາສ (Mouse),ຄີບອດ (Keyboard), ຈອຍສະຕິກ(Joystick) ເປັນຕົ້ນ.

ໜ່ວຍຄວາມຈຳ (Memory Unit)

ເປັນໜ່ວຍຄວາມ​ຈຳທີ່ສຳຄັນທີ່ຈະຕ້ອງເຮັດວຽກຮວ່ມກັບໜ່ວຍປະມວນຜົນຢູ່ຕະຫຼອດເຊິ່ງມີໜ້າທີ່ຕົ້ນຕໍ່ຄື່: ບັນທຶກຂໍ້ມູນຕ່າງໆ ທີ່ຖືກສົ່ງມາຈາກໜ່ວຍຮັບຂໍ້ມູນເກັບໄວ້ຊົ່ວຄາວກອ່ນທີ່ຈະສົ່ງຕໍ່ໄປໃຫ້ໜ່ວຍປະມວນຜົນ.

ໜ່ວຍປະມວນຜົນກາງ (Processing Unit)

ຖືວ່າເປັນສ່ວນທີ່ສຳຄັນທີ່ສຸດຂອງເຄື່ອງຄອມພີວເຕີຄື່ກັບສະໝອງຂອງຄົນເຮົາມີໜ້າທີ່ນຳເອົາຂໍ້ມູນທີ່ຖືກຈັດເກັບໄວ້ ໃນໜ່ວຍຄວາມຈຳມາຄຳນວນ,ປະມວນຜົນທາງຄະນິດສາດ (Arithmetic Operation)ແລະ ປຽບທຽບຂໍ້ມູນ ທາງເຕັກກະສາດ (Logical Operation)ຈະໄດ້ຮັບຜົນອອກມາແລ້ວສົ່ງຂໍ້ມູນອອກທາງໜ່ວຍປະມວນຜົນຕໍ່ໄປ.

ໜ່ວຍສະແດງ (Output Unit)

ເປັນໜ່ວຍສຸດທ້າຍໃນການສະແດງຜົນໄດ້ຮັບຈາກການປະມວນຜົນໃນຮູບແບບທີ່ແຕກຕ່າງກັນຕາມແຕ່ລະອຸປະກອນເຊັ່ນ: ສັນຍານພາບອອກທາງໜ້າຈໍແລະສັນຍານສຽງອອກທາງລຳໂພງແລະວຽກການພິມສະແດງອອກທາງເຄື່ອງພິມຄື: (Printer).

แสดงความคิดเห็น

0 ความคิดเห็น