
ເນື່ອງຈາກວ່າ: ຄອມພີວເຕີມີລັກສະນະເດັ່ນຫຼາຍປະການໃນການເຮັດວຽກປະຈໍາວັນທີ່ໃຊ້ຫຼາຍທີ່ສຸດກໍ່ຄື: ໃຊ້ໃນການພີມເອກະສານຕ່າງໆເຊັ່ນ: ພີມຈົດໝາຍລາຍງານ,ເອກະສານຕ່າງໆນອກຈາກນີ້ຍັງໃຊ້ ຄອມພີວເຕີ ໃນດ້ານຕ່າງໆຫຼາຍດ້ານດັ່ງນີ້.
1. ທາງດ້ານທຸລະກິດ
ບໍລິສັດ, ຮ້ານຄ້າ, ຮ້ານສັບພະສິນຄ້າ, ຕະຫລອດເຖີງໂຮງງານຕ່າງໆລ້ວນແຕ່ໃຊ້ຄອມພີວເຕີໃນການພີມເອກະສານ, ບັນຊີແລະຍັງສາມາດຕິດຕໍ່ກັບພາຍນອກຜ່ານລະບົບໂທລະຄົມສ່ວນໃຫຍ່ແມ່ນໃຊ້ຄອມພີວເຕີມາຊ່ວຍໃນການຄວບຄຸ່ມ ການຜະລິດແລະການປະກອບສິ້ນສ່ວນອຸປະກອນຕ່າງໆເຊັ່ນ:ໂຮງງານປະກອບລົດ,ທະນາຄານບໍລິການຖອນເງິນຜ່ານຕູ້ATM ແລະການໂອນເງິນລະຫວ່າງບັນຊີເຊື່ອມໂຍງກັນເປັນລະບົບເຄື່ອຂ່າຍ.
2. ທາງດ້ານການແພດ:
ສາມາດນໍາຄອມພີວເຕີມາໃຊ້ໃນສ່ວນຂອງການຄໍານວນທີ່ສະຫລັບຊັບຊ້ອນຂອງໂມເລກຸນສານເຄມີ,ເປັນອຸປະກອນ ສໍາຫລັບການກວດຮັກສາພະຍາດທີ່ໃຫ້ຜົນທີ່ສັດເຈນແມ່ນຍໍາກວ່າວິທີກວດດ້ວຍການໃຊ້ເຄມີແບບເດີ່ມ ແລະ ສາມາດປິ່ນປົ່ວພະຍາດວ່ອງໄວກວ່າເກົ່າ.
3. ທາງດ້ານການຄົມມະນາຄົມ:
ຈະໃຊ້ຄອມພີວເຕີໃນການຈ່ອງປີ້ໂດຍປະສານການເດີນທາງໂດຍການເຊື່ອມໂຍງໄປທຸກສະຖານີທີມີການບໍລິການຂົນສົ່ງ ໂດຍສານໄດ້ເຮັດໃຫ້ສະດວກຕໍ່ຜູ້ເດີນທາງນອກນີ້ຍັ່ງໃຊ້ຄອມພີວເຕີຄວບຄຸມລະບົບໄຟຈໍລະຈອນຕາມເສັ້ນທາງຫລວງ ແລະ ການຈາລະຈອນທາງອາກາດຫຼືສື່ສານຄວບຄຸມການໂຄຈອນຂອງດາວທຽມໃຫ້ຢູ່ໃນວົງໂຄຈອນທີ່ກໍານົດເພື່ອຊ່ວຍ ໃຫ້ລະບົບການສື່ສານມີຄວາມຊັດເຈນ.
4.ທາງດ້ານການສຶກສາ:
ໃຊ້ຄອມພີວເຕີເຂົ້າໃນການຮຽນການສອນຫຼືສ້າງເປັນຖານຂໍ້ມູນຂອງນັກຮຽນ,ການເກັບຂໍ້ມູນຄະແນນຂອງນັກຮຽນ ແລະ ບັນທຶກປື້ມຢູ່ໃນຫ້ອງສະມຸດເພື່ອສະດວກໃນການຊອກຫາ.


0 ความคิดเห็น