ຂ່າວໃໝ່

6/recent/ticker-posts

WhatsApp ເພີ່ມຟີເຈີແກ້ໄຂຂໍ້ຄວາມທີ່ສົ່ງໄປແລ້ວ ມີເວລາໃຫ້ແກ້ໄຂ 15 ນາທີ

 
WhatsApp ປະກາດເພີ່ມຄຸນສົມບັດໃໝ່ ໂດຍຜູ້ໃຊ້ງານສາມາດແກ້ໄຂຂໍ້ຄວາມທີ່ຫາກໍ່ສົ່ງອອກໄປໄດ້ ໂດຍມີເວລາໃຫ້ແກ້ໄຂໄດ້ພາຍໃນ 15 ນາທີ ຫຼັງຈາກຂໍ້ຄວາມນັ້ນສົ່ງອອກໄປ ເພື່ອຮອງຮັບກໍລະນີສະກົດຄຳຜິດ ຫລືຕ້ອງການໃສ່ລາຍລະອຽດເພິ່ມເຕິມຫລາຍຂຶ້ນ ວິທີການແກ້ໄຂໃຫ້ກົດຄ້າງເທິງຂໍ້ຄວາມທີ່ສົ່ງໄປແລ້ວ ແລ້ວເລືອກຄຳສັ່ງ Edit

ຂໍ້ຄວາມທີ່ມີການແກ້ໄຂ ຈະມີທາກຳກັບວ່າເປັນຂໍ້ຄວາມທີ່ຖືກແກ້ໄຂເພື່ອໃຫ້ອີກຝ່າຍຮັບຮູ້ ແຕ່ຈະບໍ່ສະແດງປະຫວັດຂໍ້ຄວາມກ່ອນໜ້າ ໂດຍ WhatsApp ຢ້ຳວ່າຂໍ້ຄວາມທັງໝົດນີ້ໄດ້ຮັບການເຂົ້າລະຫັດແບບ end-to-end


ຟີເຈີນີ້ຈະທະຍອຍເປີດໃຫ້ຜູ້ໃຊ້ງານທົ່ວໂລກ ພາຍໃນບໍ່ຈັກອາທິດຂ້າງໜ້າ

ແຫຼ່ງຂໍ້ມູນ : Blognone, Meta

Post a Comment

0 Comments