ເມື່ອວັນທີ່ 24 ຕຸລາ 2017 ມີລາຍງານກ່ຽວກັບໄວຣັດມັນແວເຂົ້າລະຫັດຂໍ້ມູນຮຽກຄ່າໄຖ່ Bad Rabbit ເລີ່ມລະບາດໃນຂົງເຂດ ສະຫະພັນຣັດເຊຍ, ຕຸລະກີ, ຢູເຄນ ແລະ ເຢຍລະມັນ ໂດຍອາໃສໜ້າເວັບທີ່ເຜີຍແຜ່ຕົວຕິດຕັ້ງ Adobe Flash ປອມ ເພື່ອໃຫ້ເຫຍື່ອຕິດຕັ້ງມັນແວດ້ວຍຕົວເອງ ແລະ ເມື່ອຕິດຕັ້ງແລ້ວຈະເລີ່ມແຜ່ກະຈາຍຕໍ່ໄປຫາເຄື່ອງອື່ນໆໃນເຄືອຂ່າຍດຽວກັນ ໂດຍອາໃສການສຸມລະຫັດຜ່ານບັນຊີທີ່ໃຊ້ງານເລື້ອຍໆ.
ໃນປັດຈຸບັນໄວຣັດ Bad Rabbit ຍັງບໍ່ທັນແຜ່ລະບາດອອກນອກພື້ນທີ່ເລີ່ມຕົ້ນໄປຫຼາຍ ບາງລາຍງານລະບຸວ່າມີການລະບາດໄປທີ່ ບັງແກເຣຍ, ໂປແລນ ແລະ ເກົາຫຼີໃຕ້ ຊຶ່ງເວັບໄຊທີ່ໃຊ້ເຜີຍແຜ່ໄວຣັດມັນແວເທື່ອທຳອິດ ເປັນເວັບໄຊສະຫະພັນຣັດເຊຍທີ່ຖືກແຮັກ.
ເມື່ອໄວຣັດມັນແວ Bad Rabbit ຕິດໃນເຄື່ອງແລ້ວ ມັນຈະໃຊ້ Mimikatz ພະຍາຍາມສຸມລະຫັດຜ່ານເຄື່ອງອ້ອມຂ້າງ ຕາມລາຍຊື່ບັນຊີທີ່ລະບຸໄວ້ ເຊັ່ນ: Admin, root, admintest, boss ເພື່ອແຜ່ກະຈາຍມັນແວອອກໄປໃນເຄືອຂ່າຍອົງກອນສຳລັບ ຕົວມັນແວຊະນິດນີ້ແມ່ນຮຽກຄ່າໄຖ່ຈຳນວນ 0.05 Bitcoin ຫຼື ປະມານ 2,500,000 ກີບ.
ໃນໄລຍະນີ້ເຫຍື່ອທີ່ເປັນເປົ້າໝາຍ ຊຶ່ງອາດຈະຖືກ Bad Rabbit ໂຈມຕີ ໄດ້ແກ່: ສະໜາມບີນ Odessa ໃນປະເທດຢູເຄນ, ລົດໄຟຟ້າເມືອງ Kiev ແລະ ກະຊວງ ພື້ນຖານໂຄງລ່າງຢູເຄນ (Ministry of Infrastructure of Ukraine).
ຂໍ້ແນະນຳໃນການປ້ອງກັນ
ທາງ Amit ໄດ້ກ່າວວ່າເຮົາສາມາດໃຊ້ຄຳສັ່ງເຂົ້າໄປໃນເຄື່ອງເພື່ອໃຫ້ມັນແວຮຽກຄ່າໄຖ່ BadRabbit ຢຸດເຊົາການເຮັດວຽກໃນເຄື່ອງ. ເມື່ອສ້າງໄຟລ໌ໃນ c:\windows\infpubdat ແລະ c:\windows\csccdat, ແລ້ວລຶບສິດທິທັງໝົດ. ດ້ວຍວິທີດັ່ງນີ້:
cacls infpub.dat /D everyone
cacls cscc.dat /D everyone
- ຢ່າຕິດຕັ້ງ application ໃດໆຈາກເວັບໄຊອື່ນນອກຈາກເວັບໄຊຜູ້ຜະລິດເອງ
- ປັບປຸງ ໂປຣແກຣມ Anti virus ໃຫ້ໃໝ່ຢູ່ຕະຫຼອດເວລາ
- ໃຊ້ Windows OS ທີ່ໃໝ່ລ່າສຸດສະເໝີ
- ຄວນໃຊ້ລະຫັດຜ່ານ (password) ທີ່ຄາດເດົາໄດ້ຍາກເຊັ່ນ: (ຕົວອັກສອນໃຫຍ່ + ອັກສອນຕົວນ້ອຍ + ຕົວເລກ + ຕົວອັກສອນພິເສດ ແລະ ມີຄວາມຍາວ 13 ຕົວອັກສອນຂື້ນໄປ).
ເອກະສານອ້າງອີງ:
0 ความคิดเห็น